ດວງ-Tou-Vientianepost (12)
ຣາຊະອານາຈັກໄທໄທ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ພ້ອມທັງຊຸກຍູ້ຂະແໜງການກ່ຽວຂ້ອງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 October, 2023
ໝວດ: ຂ່າວ

ວັນທີ 30 ຕຸລາ 2023, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ທີ່ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມໝາຍໝັ້ນ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານ ຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ກ້າວສູ່ລວງເລິກ ກໍຄື ການສືບຕໍ່ຈັດຕັ້ງປະຕິບັດຄໍາໝາຍໝັ້ນ ແລະ ບັນດາຂໍ້ຕົກລົງຕ່າງໆ ທີ່ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນ ເປັນຕົ້ນແມ່ນ ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026), ຜົນຂອງກອງປະຊຸມຄະນະກໍາມາ

ທິການຮ່ວມ ວ່າດ້ວຍ ການຮ່ວມມື ລາວ-ໄທ (JC) ແລະ ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ (JBC) ໃຫ້ປະກົດຜົນເປັນຮູບປະທໍາຢ່າງຕໍ່ເນື່ອງ. ສອງຝ່າຍໄດ້ທົບທວນ ແລະ ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມຈອດ ຂົວ-ທາງ, ການສ້າງຂົວຂ້າມນໍ້າຂອງສໍາລັບລົດໄຟ, ການຮ່ວມມືດ້ານພະລັງງານ, ແຮງງານ, ດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືເພື່ອການພັດທະນາ. ສອງຝ່າຍ

ເຫັນດີຈະຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ປຶກສາຫາລືກັນ ເພື່ອສົ່ງເສີມການຄ້າຂອງສອງປະເທດໃຫ້ມີປະລິມານເພີ່ມຫຼາຍຂຶ້ນຕື່ມ ໂດຍການແກ້ໄຂຄວາມບໍ່ສະດວກຕ່າງໆ ໃນການດໍາເນີນການຄ້າ ແລະ ເຮັດທຸລະກິດຕ່າງໆຮ່ວມກັນ; ຈະສົ່ງເສີມການທ່ອງທ່ຽວ ລະຫວ່າງສອງປະເທດ ໂດຍສະເພາະ ການທ່ອງທ່ຽວຊາຍແດນ ລວມທັງການນໍາໃຊ້ສະຖານີລົດໄຟ ລາວ-ໄທ (ຄໍາສະຫວາດ) ໃຫ້ມີຜົນປະໂຫຍດ ເພື່ອການສົ່ງເສີມການທ່ອງທ່ຽວ ໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ໃນປີໜ້າ 2024 ນີ້; ຈະປຶກສາຫາລືກັນຕື່ມ ເພື່ອສືບຕໍ່ການປັກຫຼັກໝາຍຊາຍແດນຮ່ວມກັນ ໃຫ້ສໍາເລັດໃນອະນາຄົດ; ສືບຕໍ່ປຶກສາກັນເລື່ອງການຮ່ວມມື ໃນການຄຸ້ມຄອງໝອກຄວັນຂ້າມແດນ ເພື່ອຮັກສາສິ່ງແວດລ້ອມທີ່ດີຮ່ວມກັນ; ແລະ ສອງປະເທດ ຈະສືບຕໍ່ສົ່ງເສີມທ່າແຮງຂອງກັນ ແລະ ກັນ ເພື່ອເປັນປະໂຫຍດແກ່ການພັດທະນາເສດຖະກິດ ຂອງສອງປະເທດ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າຂອງການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ກໍ່ຄື ແຜນການຈັດກອງປະຊຸມສໍາຄັນຕ່າງໆ. ພ້ອມນີ້ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການເປັນປະທານອາຊຽນຄັ້ງຜ່ານມາ ພ້ອມທັງສະແດງຄວາມຫວັງວ່າ ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກຝ່າຍໄທ ຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ໃນຂະນະດຽວກັນ, ທ່ານ ປານປຣີ ພະຫິດທານຸກອນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ພ້ອມທັງຈະຊຸກຍູ້ຂະແໜງການກ່ຽວຂ້ອງຂອງຝ່າຍໄທ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງເຫັນດີຂອງສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງຈະສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນອະນາຄົດ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ