ດວງ-Tou-Vientianepost (23)
ທູດລາວຍື່ນສານຕາຕັ້ງຕໍ່ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 9 November, 2023
ໝວດ: ຂ່າວ

ໃນຕອນບ່າຍ ຂອງ ວັນທີ 08 ພະຈິກ 2023, ສະຫາຍ ນາງ ຄຳເພົາ ເອີນທະວັນ, ໄດ້ເຂົ້າຍືນສານຕາຕັ້ງຕໍ່ ສະຫາຍ ຫວໍ ວັນ ເຖືອງ (VO VAN THUONG), ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ.

ໂອກາດນີ້ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ (VO VAN THUONG) ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງ ສະ ຫາຍເອກອັກຄະລັດຖະທູດລາວຄົນໃໝ່ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງປະ ເທດ ລາວ ແລະ ຫວຽດນາມ ໄດ້ຮັບການເສີມຂະຫຍາຍຖານອ້າຍນ້ອງແບບໃກ້ສິດ ແລະ ເພື່ອນຮ່ວມອຸດົມການ ອັນດຽວກັນ, ມີມູນເຊື້ອຊ່ວຍເຫຼືອເຊິ່ງກັນແລະ ກັນ ດ້ວຍຄວາມຈິງໃຈຕະຫຼອດມາ ຕັ້ງແຕ່ສະໄໝຕໍ່ສູ້ກູ້ ຊາດໃນເມື່ອກ່ອນ ກໍ່ຄືສະໄໝສ້າງສາພັດທະນາປະເທດຊາດໃນ

ປັດຈຸບັນ ກໍ່ຄື ໃນຂອບການຮ່ວມມືພາກພື້ນ ແລະ ສາກົນຕ່າງໆ, ພ້ອມກັນນີ້, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສະ ຫາຍເອກອັກຄະລັດຖະທູດ ຈະມີການເຄື່ອນໄຫວ ຢ່າງຕັ້ງໜ້າເພື່ອເສີມຂະ ຫຍາຍ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອ ອັນດີງາມທີ່ມີມາແຕ່ດົນນານດັ່ງກ່າວ ລະຫວ່າງ ສອງພັກ-ລັດຖະບານ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດ ນາມໃຫ້ຈະນັບມື້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ ສະຫາຍ ເອກອັກ ຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມ ໃນການປະຕິບັດໜ້າທີ່ວຽກງານການທູດຄັ້ງນີ້.

Digital Marketing Agency in Laos - Emerging Digital Solutions

ໂອກາດດຽວກັນ, ສະຫາຍເອກອັກຄະລັດຖະທູດລາວ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານອ້າຍນ້ອງເພື່ອນມິດ ຈາກ ສະຫາຍ ທອງລຸນ ສີສຸລິດ, ປະທານ ປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງເຖິງ ສະຫາຍ ຫວໍ ວັນ ເຖືອງ (VO VAN THUONG) ແລະ ສົ່ງຜ່ານ ໄປຍັງ ສະ ຫາຍ ຫງວຽນ ຟູ້ ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມດ້ວຍການນຳພັກ, ລັດກໍຄືປະຊາຊົນຫວຽດ ນາມອ້າຍນ້ອງ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມື ສອງປະເທດ ທີ່ເປັນມູນເຊື້ອມາແຕ່

ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍ ເຫຼືອ ເຊິ່ງກັນ. ພ້ອມທັງເຫັນດີເປັນເອກະພາບ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືຮອບດ້ານເປັນຕົ້ນດ້ານການເມືອງ, ການຕ່າງ ປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ, ການລົງທຶນ, ວັດທະນະທໍາ- ສັງຄົມ ສາທາລະນະສຸກການທູດປະຊາຊົນ ແລະອື່ນໆ. ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຕໍ່ພັກ, ລັດຖະ ບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຕະລອດໃນໄລຍະຜ່ານມາ.

ຂ່າວ;ພາບ: ສະຖານທູດລາວທີ່ຮ່າໂນ້ຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
jane - 2025-10-10T085607.335
ໂລກຍາກທີ່ຈະບັນລຸໄດ້ ເປົ້າໝາຍ ເພີ່ມພະລັງ ງານ ໄຟຟ້າທົດແທນ ທົບ 3 ເທົ່າໃນປີ 2030
site cover1 - 2025-10-09T151621.749
ຈີນປະດິດໄອເດຍທີ່ທັນສະໄໝສຸດ ເບິ່ງໂຄສະນາໃນຫ້ອງນ້ຳແລກເຈ້ຍຢ່າງທິດຊູ!
ຢ່າລື່ມກົດຕິດຕາມ