
ສູນເຝົ້າລະວັງແຜ່ນດິນໄຫວໄທ ລາຍງານວ່າ ເວລາ 8:37 ໂມງ ຂອງວັນທີ 17 ພະຈິກ 2023 ນີ້, ເກີດແຜ່ນດິນໄຫວ ຈຸດສູນກາງຢູ່ບໍລິເວນປະເທດມຽນມາ ຂະໜາດ 6,4 ຣິກເຕີ ຄວາມເລິກ 9 ກິໂລແມັດ, ເຊິ່ງປະເທດທີ່ໄດ້ຮັບແຮງສັ່ນສະເທືອນ ໄດ້ແກ່: ປະເທດລາວ ແລະ ປະເທດໄທ.ສຳລັບປະເທດລາວ ແຂວງທີ່ໄດ້ຮັບແຮງສັ່ນສະເທືອນຢູ່ ແຂວງບໍ່ແກ້ວ, ຫລວງນ້ຳທາ, ຜົ້ງສາລີ ແລະ ອຸດົມໄຊປະເທດໄທ ຈັງຫວັດທີ່ໄດ້ຮັບແຮງສັ່ນສະເທືອນ: ຈັງຫວັດຊຽງລາຍ, ຊຽງໃໝ່, ລຳພູນ, ນ່ານ ແລະ ກຸງເທບມະຫານະຄອນ
ສ່ວນຢູ່ ສປປ ລາວ ມີລາຍງານຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດວ່າ: ເວລາ 03:03 ວັນທີ 17 ພະຈິກ 2023, ໂມງ ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 1 ຄັ້ງ ຄວາມແຮງສັ່ນສະເທືອນ 2,6 ຣິກເຕີ, ຢູ່ບໍລິເວນ ບ້ານ ສົບກອງ ເມືອງຜົ້ງສາລີ ແຂວງຜົ້ງສາລີ ເສັ້ນຂະໜານທີ່ 22.031°N ແລະ ເສັ້ນແວງທີ່ 102.243°E, ເລິກຈາກເທິງໜ້າດິນ ປະມານ 1 Km, ຫ່າງຈາກເທດສະບານ ເມືອງ ຜົ້ງສາລີ ປະມານ 41 Km.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














