ກົມມໍລະດົກຢັ້ງຢືນນະຄອນຫຼວງພະບາງ ຍັງຂຶ້ນບັນຊີເປັນມໍລະດົກໂລກ ເຊິ່ງສື່ສັງຄົມອອນລາຍທີ່ບໍ່ເປັນທາງການຂອງປະເທດເພື່ອນບ້ານ ເຜີຍແຜ່ຂ່າວວ່າ ອົງການອຸຍແນັສໂກ ຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກນັ້ນ ແມ່ນບໍ່ມີມູນຄວາມຈິງ.
ຕາມຂ່າວຈາກ ຂປລ ໃຫ້ຮູ້ວ່າ: ທ່ານ ພະຂັນໄຊ ສີຂັນໄຊ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 22 ທັນວາ 2023 ວ່າ: ສື່ສັງຄົມອອນລາຍທີ່ບໍ່ເປັນທາງການຂອງປະເທດເພື່ອນບ້ານ ເຜີຍແຜ່ຂ່າວທີ່ມີເນື້ອໃນວ່າ ອົງການອຸຍແນັສໂກ ຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກນັ້ນແມ່ນບໍ່ມີມູນຄວາມຈິງ ເປັນຂ່າວປອມ. ພ້ອມທັງຢືນຢັນວ່າ ປັດຈຸບັນ ສປປ ລາວ ຍັງບໍ່ທັນໄດ້ຮັບຂໍ້ມູນ ຫຼື ເອກະສານທາງການໃດໆຈາກອົງການອຸຍແນັສໂກ ວ່າຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກ.
ທ່ານ ພະຂັນໄຊ ສີຂັນໄຊ ກ່າວຕື່ມວ່າ: ໃນຄວາມເປັນຈິງແລ້ວອົງການອຸຍແນັສໂກ ໄດ້ຍົກຍ້ອງວ່າເມືອງມໍລະດົກໂລກຫຼວງພະບາງ ເປັນຕົວແບບທີ່ດີຂອງການປົກປັກຮັກສາແຫຼ່ງມໍລະດົກໂລກ ທີ່ມີການປະກອບສ່ວນຂອງຫຼາຍພາກສ່ວນ, ມີການກໍານົດຂອບເຂດອະນຸຮັກທີ່ລະອຽດ ແລະ ມີນິຕິຮອງຮັບໃຫ້ແກ່ວຽກງານອະນຸຮັກ, ປົກປັກຮັກສາເມືອງມໍລະດົກໂລກຫຼວງພະບາງທີ່ຮັດກຸມ ໂດຍສະເພາະກົດລະບຽບແຜນຜັງປົກປັກຮັກສາ ແລະ ເຮັດໃຫ້ມີຄຸນຄ່າ ( PSMV ) ທີ່ເປັນກົດລະບຽບສະເພາະ
ເພື່ອຄຸ້ມຄອງມໍລະດົກໂລກຫຼວງພະບາງ ໃນການບູລະນະສ້ອມແປງ, ປຸກສ້າງ, ການຄຸ້ມຄອງເຂດທຳມະຊາດ ແລະ ການນໍາໃຊ້ທີ່ດິນ ເຊິ່ງໃນລະບຽບການດັ່ງກ່າວຍັງໄດ້ມີການລະບຸເຖິງຂັ້ນຕອນລະອຽດຂອງການຂໍອະນຸມັດ ເພື່ອດຳເນີນກິດຈະກຳຕ່າງໆໃນພື້ນທີ່ເມືອງມໍລະດົກໂລກຫຼວງພະບາງ ແລະ ຍັງເປັນກົດລະບຽບທີ່ສ້າງຂຶ້ນ ເພື່ອປົກປັກຮັກສາເຂດພູ, ທິວທັດທຳມະຊາດອ້ອມຮອບນະຄອນຫຼວງພະບາງ ແລະ ຮັກສາເຂດແຄມນໍ້າຂອງ – ນໍ້າຄານ ເພື່ອບໍ່ໃຫ້ມີການບຸກລຸກ ແລະ ດຳເນີນການປຸກສ້າງທີ່ບໍ່ເໝາະສົມ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,722 | 21,512 |
![]() THB | 633.96 | 646.01 |
![]() EUR | 22,804 | 23,259 |
![]() CNY | 2,897 | 2,953 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |