ຕົວເລກແຜນລາຍຮັບງົບປະມານ ປີ 2024 ມີທັງໝົດ 50.107 ຕື້ກີບ ເພີ່ມຂຶ້ນ 30,32% ທຽບໃສ່ປີ 2023; ສ່ວນລາຍຈ່າຍ 58.914 ຕື້ກີບ.
ອີງຕາມຂໍ້ມູນຈາກກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງປີ 2024 ໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນ 2023 ຫາ ວັນທີ 15 ທັນວາ 2023 ສາມາດປະຕິບັດລາຍຮັບໄດ້ທັງໝົດ 38.530 ຕື້ກີບ ເທົ່າກັບ 100,21% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 37.241 ຕື້ກີບ ເທົ່າກັບ 106,71% ຂອງແຜນການປີ, ສ່ວນການປະຕິບັດລາຍຈ່າຍງົບປະມານໄດ້ທັງໝົດ 33.120 ຕື້ກີບ ເທົ່າກັບ 73,66% ຂອງແຜນການປີ.
ໃນນັ້ນ, ລາຍຈ່າຍປົກກະຕິ 24.763 ຕື້ກີບ ເທົ່າກັບ 81,21% ຂອງແຜນການປີ, ອັນໄດ້ເປັນການປະກອບສ່ວນໃນການສູ້ຊົນປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ແຜນງົບປະມານປະຈຳປີຢ່າງຫ້າວຫັນ ແລະ ມີຜົນສຳເລັດໂດຍພື້ນຖານ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ.
ສໍາລັບຕົວເລກແຜນງົບປະມານ ປະຈຳປີ 2024 ທັງໝົດຈຳນວນ 50.107 ຕື້ກີບ ເພີ່ມຂຶ້ນ 30,32% ທຽບໃສ່ປີ 2023 ( ເທົ່າກັບ 17,06% ຂອງ GDP ). ໃນນັ້ນ, ລາຍຮັບພາຍໃນຈໍານວນ 45.070 ຕື້ກີບ ເພີ່ມຂຶ້ນ 29,15% ( ເທົ່າກັບ 15,34% ຂອງ GDP ), ແບ່ງເປັນລາຍຮັບສ່ວຍສາອາກອນ 24.170 ຕື້ກີບ ເພີ່ມຂຶ້ນ 39,41%, ພາສີ 14.000 ຕື້ກີບ ເພີ່ມຂຶ້ນ 33,64%, ຊັບສິນ 5.700 ຕື້ກີບ ເພີ່ມຂຶ້ນ 32,1% ແລະ ລັດວິສາຫະກິດ 1.200 ຕື້ກີບ ເພີ່ມຂຶ້ນ 2,56%.
ດ້ານລາຍຈ່າຍທັງໝົດກໍເພີ່ມຂຶ້ນເປັນ 58.914 ຕື້ກີບ ເພີ່ມຂຶ້ນ 35,44%. ໃນນັ້ນ, ລາຍຈ່າຍພາຍໃນຈໍານວນ 43.465 ຕື້ກີບ ເພີ່ມຂຶ້ນ 30,34% ທຽບໃສ່ 2023.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,502 | 21,712 |
![]() THB | 632.26 | 640.80 |
![]() EUR | 23.033 | 23,492 |
![]() CNY | 2,902 | 2,958 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |