2
ສະພາບການ ສະໜອງນ້ຳມັນ ເຊື້ອໄຟ ພາຍໃນ ສປປ ລາວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 24 January, 2024

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ໄດ້ປະສານຫາບັນດາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເລັ່ງຈັດຫານ້ຳມັນຈາກແຫຼ່ງຕ່າງໆ ຈາກປະເທດໃກ້ຄຽງ ເຂົ້າມາສະໜອງໃຫ້ສັງຄົມຢ່າງພຽງພໍ ຫຼັງຈາກແຫຼ່ງສະໜອງສຳຄັນ ໄດ້ມີການປິດບາງສາຍການຜະລິດຊົ່ວຄາວກະທັນຫັນ ເພື່ອປັບປຸງການຜະລິດ.

ສະມາຄົມນໍ້າມັນເຊື້ອໄຟແລະ ອາຍແກັດລາວລາຍງານວ່າ: ສປປ ລາວ ມີການຊົມໃຊ້ນ້ຳມັນເຊື້ອໄຟ ທີ່ມີທ່າອ່ຽງເພີ່ມຂຶ້ນຕະຫຼອດໄລຍະຫຼາຍປີຜ່ານມາ ຕາມອັດຕາການຂະຫຍາຍຕົວຂອງເສດຖະກິດ, ໃນປີ 2023 ມີການນໍາເຂົ້ານ້ຳມັນທັງໝົດ 1.654 ລ້ານລິດ ໃນນີ້ເປັນ ນໍ້າມັນ ກາຊວນ 1.259 ລ້ານ ລິດ, ແອັດຊັງ ທໍາມະດາ ຈໍານວນ 365 ລ້ານລິດ ແລະ ນໍ້າມັນປະເພດອື່ນໆ. ສະເລ່ຍການຊົມໃຊ້ແມ່ນ 135 ຫາ 140 ລ້ານລິດ/ເດືອນ; ໃນນີ້ ນ້ຳມັນແອັດຊັງ30ລ້ານລິດ/ເດືອນ ຫຼື 1 ລ້ານລິດ/ມື້ ແລະ ນ້ຳມັນກາຊວນ 105 ລ້ານລິດ/ເດືອນຫລື 3,5 ລ້ານລິດ/ມື້.
ແຫຼ່ງທີ່ມາຂອງນ້ຳມັນແມ່ນມາຈາກ ໂຮງກັ່ນ ນ້ຳມັນ ແລະ ຜູ້ສະໜອງຢູ່ປະເທດໃກ້ຄຽງ ໂດຍສະເພາະ ປະເທດໄທ ແລະ ສສ ຫວຽດນາມ.

ມາຮອດປັດຈຸບັນ, ໂຮງກັ່ນນໍ້າມັນຢູ່ປະເທດເພື່ອນບ້ານ ທີ່ເປັນແຫຼ່ງສະໜອງສຳຄັນ ໃຫ້ແກ່ ສປປ ລາວ ໄດ້ມີການປິດບາງສາຍການຜະລິດຊົ່ວຄາວກະທັນຫັນ ເພື່ອປັບປຸງການຜະລິດຍົກລະດັບມາດ ຕະຖານນ້ຳມັນເຊື້ອໄຟ ເຊີ່ງຄາດວ່າຈະສາມາດກັບມາດຳເນີນການຜະລິດໄດ້ປົກກະຕິ ໃນທ້າຍເດືອນ ມັງກອນ 2024 ນີ້.
ການປິດບາງສາຍການຜະລິດກະທັນຫັນນີ້ ໄດ້ເຮັດໃຫ້ການສົ່ງອອກນ້ຳມັນເຊື້ອໄຟ ໄປປະເທດອ້ອມຂ້າງ ລວມທັງປະເທດລາວເຮົາຫຼຸດລົງ ແລະ ໄດ້ຂາຍໃນລາຄາທີ່ສູງຂຶ້ນ, ໂດຍສະເພາະນ້ຳມັນກາຊວນ.

ຜ່ານການຕິດຕາມສະພາບການນຳເຂົ້ານ້ຳມັນ ເລີ່ມແຕ່ວັນທີ 1 ຫາ 21ມັງກອນ 2024 ມີການນໍາເຂົ້າທັງໝົດ 106 ລ້ານລິດ; ໃນນີ້ ນ້ຳມັນແອັດຊັງ 21 ລ້ານລິດ, ນ້ຳມັນກາຊວນ80 ລ້ານລິດ ແລະ ນ້ຳມັນເຊື້ອໄຟອື່ນໆ 5 ລ້ານລິດ.
ເຖິງວ່າຈະເປັນຕົວເລກທີ່ຕ່ຳທຽບກັບການນຳເຂົ້ານ້ຳມັນເຊື້ອໄຟ ໃນເດືອນທັນວາ 2023 ແຕ່ກໍຢູ່ໃນເກນທີ່ຍັງສາມາດສະໜອງໄດ້ ແຕ່ອາດບໍ່ພຽງພໍກັບຄວາມຕ້ອງການທີ່ມີທ່າອ່ຽງທີ່ເພີ່ມສູງຂຶ້ນໃນປັດຈຸບັນ.

ໄລຍະອາທິດຜ່ານມາ ມີການຊົມໃຊ້ນ້ຳມັນເພີ່ມຂຶ້ນສູງ ໃນຂະນະທີ່ນ້ຳມັນແຮຮອງໃນປໍ້າບໍ່ພຽງພໍກັບການສະໜອງ (ໂດຍສະເພາະແມ່ນ ນ້ຳມັນກາຊວນ), ປໍ້າບໍລິການຈໍານວນໜຶ່ງຕິດປ້າຍປິດບໍລິການນ້ຳມັນກາຊວນຊົ່ວຄາວ (ນ້ຳມັນກາຊວນໝົດ)…ເຮັດໃຫ້ມີສະພາບລົດຕໍ່ແຖວໄປໃສ່ນ້ຳມັນຢູ່ບາງປ້ຳແລະສັງຄົມມີຄວາມກັງວົນວ່າຈະເກີດບັນຫານ້ຳມັນຂາດແຄນເປັນວົງກວ້າງ ຄືເຫດການໃນປີຜ່ານມາ.

ຕໍ່ສະພາບການດັ່ງກ່າວ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ໄດ້ປະສານຫາບັນດາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ແລະ ບໍລິສັດຈຳໜ່າຍນ້ຳມັນ ຮ່ວມມືລະບາຍນ້ຳມັນເຊື້ອໄຟ ໃຫ້ປ້ຳຂາຍຍ່ອຍຂອງຕົນເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກນີ້ ແລະ ຈະໄດ້ລະດົມໃຫ້ບັນດາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເລັ່ງຈັດຫານ້ຳມັນຈາກແຫຼ່ງຕ່າງໆ ຈາກປະເທດໃກ້ຄຽງ ເຂົ້າມາສະໜອງໃຫ້ສັງຄົມໃຫ້ມີຄວາມຕໍ່ເນື່ອງ, ເພື່ອເຮັດໃຫ້ການສະໜອງນ້ຳມັນກາຊວນຊົມໃຊ້ຂອງສັງຄົມ ກັບຄືນສູ່ປົກກະຕິໄດ້ໃນໄວໆນີ້.

ສະມາຄົມນໍ້າມັນເຊື້ອໄຟແລະ ອາຍແກັດລາວຈະຕິດຕາມ ແລະ ລາຍງານສະພາບການສະ ໜອງນໍ້າມັນເຊື້ອໄຟ ພ້ອມທັງປະສານກັບບໍລິສັດນ້ຳມັນເຊື້ອໄຟ ແລະ ພາກລັດ ເພື່ອອອກມາດຕະການຕ່າງໆ ກະຕຸ້ນໃຫ້ມີນ້ຳມັນເຊື້ອໄຟບໍລິການຕໍ່ເນື່ອງ ແລະ ຈະປະຊາສຳພັນຂໍ້ມູນຂ່າວສານໃຫ້ສັງຄົມຮັບຊາບໃນແຕ່ລະໄລຍະ.

ຂ່າວຈາກ ເສດຖະກິດການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
ຢ່າລື່ມກົດຕິດຕາມ