ເກີດເຫດລົດຕູ້ໂດຍສານໄທພາແຮງງານລາວໄປຕໍ່ໜັງສືຜ່ານແດນແລ້ວເກີດອຸບັດເຫດຕໍາທ້າຍລົດ ສີບລໍ້ ໃນຕອນເຊົ້າຂອງວັນທີ 7 ກຸມພາ 2024 ທີ່ຜ່ານມາ ຢູ່ຈັງຫວັດສະເຊິງເຊົາ ປະເທດໄທໄດ້ເຮັດໃຫ້ແຮງງານລາວເສຍຊີວິດ 1, ເຈັບໜັກ 4 ຄົນ.
ໃນລົດຕູ້ໂດຍສານຄັນດັ່ງກ່າວມີຜູ້ໂດຍສານທັງໝົດ 16 ຄົນ, ຫຼັງຈາກເກີດອຸບັດເຫດເຈົ້າໜ້າທີ່ໄດ້ນໍາຕົວຄົນເຈັບທັງໝົດ 15 ຄົນຮັກສາໂຕຢູ່ທີ່ໂຮງໝໍທີ່ປະເທດໄທ.
ຮອດປັດຈຸບັນນີ້, ຜູ້ບາດເຈັບຈໍານວນໜຶ່ງໄດ້ອອກຈາກໂຮງໝໍແລ້ວ ແຕ່ຍັງມີຄົນເຈັບຈໍານວນໜຶ່ງຍັງນອນຮັກສາຕົວຢູ່ທີ່ໂຮງໝໍ.
ລາຍລະອຽດຕ່າງໆຈະລາຍງານຕາມພາຍຫຼັງ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |