ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກຳນົດ ແຜນວຽກຄຸ້ມຄອງເງິນຕາຕ່າງປະເທດ ປີ 2024 ຕັ້ງເປົ້າ ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%.
ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກ່າວໃຫ້ຮູ້ເມື່ອບໍ່ດົນມານີ້ ກ່ຽວກັບທິດທາງໃນຕໍ່ໜ້າກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ວ່າ: ໃນປີ 2024 ແລະ ໃນຕໍ່ໜ້າ ທຫລ ຈະສືບຕໍ່ຄຸ້ມຄອງແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານເພີ່ມຂື້ນ, ສ້າງຄວາມສົມດຸນລະຫວ່າງກະແສເງິນຕາເຂົ້າ-ອອກໄປເພື່ອຊຳລະກັບຕ່າງປະເທດ, ສ້າງຄວາມເຂັ້ມແຂງຄັງສຳຮອງເງິນຕາຕ່າງປະເທດສາມາດກຸ້ມການນຳເຂົ້າຫຼາຍກວ່າ 5 ເດືອນ ແລະ ບັນລຸຄາດໝາຍມະຕິສະພາແຫ່ງຊາດກຳນົດ, ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%.
ໂດຍ ທຫລ ຈະສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍເປັນຕົ້ນ: ຂໍ້ກຳນົດກ່ຽວກັບການຄຸ້ມຄອງລາຍຮັບເງິນຕາຫົວໜ່ວຍຜູ້ສົ່ງອອກເພື່ອແລກເງິນຕາກັບລະບົບທະນາຄານຕາມສັດສ່ວນຂັ້ນຕ່ຳ, ກຳນົດເປົ້າໝາຍການນຳໃຊ້ເງິນຕາໃນ ສປປລາວ, ການຄຸ້ມຄອງເງິນຕາຈາກລາຍຮັບແຮງງານ, ການທ່ອງທ່ຽວ, ການເປີດບັນຊີເງິນຕາຕ່າງປະເທດຢູ່ພາຍໃນ ແລະ ຕ່າງປະເທດ; ຄຸ້ມຄອງກະແສເງິນຕາຕ່າງປະເທດດ້ານການຄ້າລະຫວ່າງປະເທດ ໂດຍໃຫ້ສຳເລັດການເປີດ/ຫັນບັນຊີເງິນຝາກສະເພາະບໍລິສັດນຳເຂົ້າ-ສົ່ງອອກໃນໄຕມາດ 1 ປິ 2024.
ທຫລ ຈະເລັ່ງພັດທະນາລະບົບການຄຸ້ມຄອງກະແສເງິນຕາຕ່າງປະເທດໃຫ້ທົດລອງນຳໃຊ້ໃນໄຕມາດ 1 ປີ 2024 ແລະ ມີການຄຸ້ມຄອງຕິດຕາມແບບອອນລາຍໂດຍເຊື່ອມໂຍງກັບຂະແໜງການ (ການເງິນ, ການຄ້າ ແລະ ທະນາຄານ); ຕິດຕາມຫົວໜ່ວຍຜູ້ສົ່ງອອກ ນໍາລາຍຮັບເງິນຕາເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານ ຕາມໄລຍະເວລາ ແລະ ອັດຕາສ່ວນນຳລາຍຮັບເຂົ້າມາ ພ້ອມທັງຂາຍອັດຕາສ່ວນຂັ້ນຕ່ຳໃຫ້ແກ່ລະບົບທະນາຄານ; ລົງຕິດຕາມຊຸກຍູ້ວຽກງານຄຸ້ມຄອງເງິນຕາຕ່າງປະເທດນຳຫົວໜ່ວຍສົ່ງອອກ ແຕ່ລະຂະແໜງການຢູ່ທ້ອງຖິ່ນໃນດ່ານທີ່ມີການສົ່ງອອກເພື່ອນຳລາຍຮັບເງິນຕາເຂົ້າມາຕາມລະບຽບການ; ຄຸ້ມຄອງການອະນຸຍາດໂອນເງິນເພື່ອຊຳລະກັບຕ່າງປະເທດໂດຍສະເພາະຊຳລະສິນຄ້າ ແລະ ການບໍລິການທີ່ມີລັກສະນະຟຸມເຟືອຍຂອງບຸກຄົນ ແລະ ນິຕິບຸກຄົນຜ່ານທະນາຄານທຸລະກິດ (ເປັນຕົ້ນການໂອນເງິນຊື້ອະສັງຫາລິມະຊັບ, ພາຫະນະ ແລະ ອື່ນໆ).
ກົມຄຸ້ມຄອງເງິນຕາຕ່າງປະເທດ ຈະເອົາໃຈໃສ່ຄຸ້ມຄອງກະແສການລົງທຶນໂດຍກົງຕ່າງປະເທດທັງສູນກາງ ແລະ ທ້ອງຖິ່ນໃຫ້ມາຢັ້ງຢືນທຶນໃຫ້ທັນເວລາ, ຕ້ອງໃຫ້ຜູ້ລົງທຶນຕ່າງປະເທດເປີດບັນຊີກະກຽມການລົງທຶນກັບທະນາຄານທຸລະກິດ ກ່ອນໄດ້ຮັບອະນຸຍາດລົງທຶນ ຫຼື ທະບຽນວິສາຫະກິດແລະ/ຫຼື ຫັນບັນຊີເງິນຝາກສະເພາະກ່ຽວກັບການລົງທຶນ; ຊຸກຍູ້ຫົວໜ່ວຍ FDI ແລກປ່ຽນເງິນນຳທະນາຄານຜ່ານບັນຊີດັ່ງກ່າວເມື່ອມີການໃຊ້ຈ່າຍຢູ່ພາຍໃນ ສປປ ລາວ ເປັນເງິນກີບເປັນຕົ້ນຄ່າສິນຄ້າ, ຄ່າບໍລິການ, ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ອື່ນໆ; ສ້າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດໃນລະດັບຄວບຄຸມໄດ້ ແລະ ກຳນົດຂອບເຂດເພດານອະນຸຍາດກູ້ຢືມຕ່າງປະເທດຂອງຂະແໜງການ (ພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ສະຖາບັນການເງິນທີບໍ່ແມ່ນທະນາຄານ) ໃຫ້ຢູ່ລະດັບລວມສະເລ່ຍ 60-70% ຂອງ GDP ໃນ 5 ປີຕໍ່ໜ້າ.
ນອກຈາກນີ້ ທຫລ ຍັງຈະສົ່ງເສີມການນຳໃຊ້ສະກຸນທ້ອງຖິ່ນໃນການຊຳລະກັບປະເທດອ້ອມຂ້າງຂອງພາກທຸລະກິດໂດຍສະເພາະກີບ-ດົງ, ກີບ-ຢວນ ແລະ ກີບ-ບາດ; ຕິດຕາມກວດກາການເຄື່ອນໄຫວທຸລະກໍາການເງິນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນການແລກປ່ຽນບໍ່ຖືກຕ້ອງໃຫ້ຫຼຸດລົງ, ການໂອນເງິນດ່ວນຜ່ານບັນຊີ, ໂດຍສະເພາະການເປີດບັນຊີການສົ່ງອອກ-ນຳເຂົ້າ ແລະ ການເປີດບັນຊີການລົງທຶນ.
ໃນໄລຍະທີ່ຜ່ານມາ ກົມຄຸມຄອງເງິນຕາຕ່າງປະເທດ ກໍຄື ຫທລ ໄດ້ມີຄວາມພະຍາຍາມ ດຶງດູດ ແລະ ກຳນົດໃຫ້ການເຮັດທຸລະກຳທາງການເງິນຕ່າງໆ ຂອງທັງພາກລັດ ແລະ ເອກະຊົນ ທັງການອອກລະບຽບໃຫ້ ບໍລິສັດ ຜູ້ນຳເຂົ້າ-ສົ່ງອອກສິນຄ້າ ມາເປີດບັນຊີກັບທະນາຄານທຸລະກິດໃນ ສປປ ລາວ ລວມໄປຮອດການກະກຽມການເປີດນຳໃຊ້ລະບົບ CMS ຫຼື ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ ເພື່ອທີ່ຈະຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍ.
ທີ່ມາ VientianeTimes