2
ຮ່ວມມືຈັດຕັ້ງ ປະຕິບັດລະບົບເພື່ອຄຸ້ມຄອງ ຕິດຕາມກະແສເງິນຕາ ຈາກຕ່າງປະເທດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 February, 2024

ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ  ແລະ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືຈັດຕັ້ງປະຕິບັດລະບົບບໍລິການກະແສເງິນຕາຕ່າງປະເທດ(CMS) ຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍງ່າຍ ແລະ ແບບ Real-time.

ໂດຍພິທີດັ່ງກ່າວ ມີຂຶ້ນໃນໂອກາດ ທະນາຄານແຫ່ງ ສປປ ລາວ (ທຫລ)ຈັດກອງປະຊຸມເປີດກວ້າງວຽກງານທະນາຄານ ປະຈຳປີ 2023 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ຮ່ວມລົງນາມໃນຄັ້ງນີ້ ຕາງໜ້າກະຊວງການເງິນໂດຍທ່ານ ສົມຈິດ ຄຳມຸງຄຸນວ່າການຫົວໜ້າຫ້ອງການກະຊວງການເງິນ, ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ແລະ ⁠ທ່ານ ບົວວັນ ວິລະວົງຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກຄວາມເຂົ້າໃຈ(MOU) ໃນຄັ້ງນີ້ ເພື່ອເປັນບ່ອນອີງໃນການແລກປ່ຽນຂໍ້ມູນທີ່ຕິດພັນກັບການຕິດຕາມກະແສເງິນຕາຕ່າງປະເທດລະຫວ່າງ 3 ກະຊວງດັ່ງກ່າວ ເຊິ່ງພາຍຫຼັງລະບົບສົມບູນແລ້ວຈະປະກາດໃຊ້ລະບົບCMS ພາຍໃນເດືອນກຸມພາ 2024 ນີ້.

ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS (Capital Flow Management System) ເປັນລະບົບທີ່ຈະເຊື່ອມຕໍ່ແບບອັດຕະໂນມັດໂດຍກົງກັບໃບທະບຽນວິສາຫະກິດຂອງທ່ານຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ລະຫັດ Asycuda ຂອງທ່ານຢູ່ກະຊວງການເງິນ ແລະ ເຊື່ອມຕໍ່ກັບທຸລະກຳຂອງທ່ານຢູ່ດ່ານພາສີແຕ່ລະດ່ານ. ເພື່ອທີ່ຈະຕິດຕາມຕົວເລກການສົ່ງອອກຕົວຈິງ ຕະຫຼອດຈົນຮອດເລກບັນຊີຂອງທ່ານຢູ່ໃນທະນາຄານທຸລະກິດທີ່ທະນາຄານແຫ່ງ ສປປ ລາວ ໄດ້ອະນຸຍາດໃຫ້ດຳເນີນການເຄື່ອນໄຫວ ສົ່ງອອກ-ນຳເຂົ້າ ແລະ ການລົງທຶນຈາກຕ່າງປະເທດ.

ນອກຈາກນີ້ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS ບໍ່ພຽງແຕ່ເພີ່ມຄວາມສະດວກໃຫ້ແກ່ພາກທຸລະກິດໃນການເຊື່ອມຕໍ່ ແລະ ຕິດຕາມຂໍ້ມູນຂອງກະແສເງິນເທົ່ານັ້ນ, ມັນຍັງຊ່ວຍໃຫ້ບັນດາກະຊວງທີ່ກ່ຽວຂ້ອງສາມາດຕິດຕາມຂໍ້ມູນຂອງມູນຄ່າ, ຜະລິດຕະພັນສິນຄ້າແຕ່ລະປະເພດໃນການສົ່ງອອກ-ນຳເຂົ້າຢູ່ແຜງການຄວມຄຸມ (Dashboard), ຊ່ວຍຈັດອັນດັບ Ranking ແລະ ລວບລວມຂໍ້ມູນແບບລວມສູນໃຫ້ຊັດເຈນ.

ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ CMS ຈະຊ່ວຍອຳນວຍຄວາມສະດວກໃນການຕິດຕາມການສົ່ງອອກ-ນຳເຂົ້າຂອງສິນຄ້າ ແລະ ການລົງທຶນຈາກຕ່າງປະເທດຄື: CMS ຈະຊ່ວຍແຈ້ງເຕືອນວ່າທ່ານໄດ້ຮັບການຊຳລະເງິນຈາກປາຍທາງແລ້ວ ຫຼື ຍັງ; ວາງແຜນຄາດການລາຍຮັບໃຫ້ແກ່ທ່ານເປັນລາຍມື້, ລາຍອາທິດ, ລາຍເດືອນ ແລະ ລາຍປີ; ຫຼຸດຜ່ອນເວລາໄປພົວພັນກັບທະນາຄານດ້ວຍຕົນເອງ ແລະ ພະແນກທີ່ກ່ຽວຂ້ອງ; ຕິດຕາມສິນຄ້າຊ່ວຍທ່ານຖ້າສິນຄ້ານໍາເຂົ້າມາຕາມກໍານົດເວລາ; ຊ່ວຍສະຫຼຸບບັນຊີເງິນລົງທຶນຈາກຕ່າງປະເທດທັງເປັນວັດຖຸ ແລະ ຮູບແບບເງິນສົດ ແລະ ຊ່ວຍຢັ້ງຢືນກັບພາກສ່ວນທີ່ກ່ຽວຂ້ອງແບບ Real-time ແລະ ແຈ້ງເຕືອນກ່ຽວກັບຈໍານວນເງິນທີ່ທ່ານຕ້ອງແລກປ່ຽນ ແລະ ຈໍານວນເງິນທີ່ສາມາດຖອນອອກມາໄດ້ ຫຼື ສາມາດແລກປ່ຽນກັບແພລັດຟອມທະນາຄານແຫ່ງ ສປປ ລາວ ເມື່ອສົ່ງອອກສິນຄ້າສຳເລັດ.

ໂດຍລະບົບ CMS ໃນຮູບແບບຂອງທະນາຄານແຫ່ງ ສປປ ລາວ ມີເປົ້າໝາຍແມ່ນ ເພື່ອຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຂອງເງິນທຶນລະຫວ່າງປະເທດ; ຮັກສາສະຖຽນລະພາບທາງດ້ານເສດຖະກິດການ ແລະ ການເງິນຂອງປະເທດ; ປ້ອງກັນຄວາມສ່ຽງຈາກອັດຕາແລກປ່ຽນ; ຊຸກຍູ້ການລົງທຶນ ແລະ ການຄ້າລະຫວ່າງປະເທດ.

ລະບົບ CMS ໃນຮູບແບບຂອງທະນາຄານແຫ່ງ ສປປ ລາວ ມີຄຸນສົມບັດຄື: ຄອບຄຸມການເຄື່ອນໄຫວຂອງເງິນທຶນທຸກປະເພດລະຫວ່າງປະເທດ; ງ່າຍ ແລະ ສະດວກໃນການນໍາໃຊ້; ຄວາມປອດໄພສູງ.

ໃນອະນາຄົດລະບົບດັ່ງກ່າວອາດຈະເພີ່ມການເຊື່ອມຕໍ່ຫາກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ລວມທັງກະຊວງອື່ນໆທີ່ກ່ຽວຂ້ອງ. ໂດຍທະນາຄານແຫ່ງ ສປປ ລາວ ຈະກຳນົດເວລາໃຫ້ທະນາຄານທຸລະກິດຕ່າງໆໃນການພັດທະນາແອັບພິເຄຊັນໃຫ້ສາມາດເຊື່ອມຕໍ່ເຂົ້າກັບທະນາຄານແຫ່ງ ສປປ ລາວ ໄດ້ຢ່າງສຳເລັດພາຍໃນປີ 2024.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 27 March, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (4)
ຮູ້ຈັກໂລກໄທລອຍດ໌ ກັບ 8 ສັນຍານເຕືອນໄພ "ຕ່ອມໄທລອຍດ໌ເປັນພິດ"
site cov (3)
ການນອນກົນ ອາການອັນຕະລາຍ ທີ່ບໍ່ຄວນລະເລີຍ!
site cov (2)
ຣັດເຊຍຢ້ຳຮ່ວມມືສະຫະລັດອາເມລິກາ ຫຼັງທຣຳບໍ່ພໍໃຈປູຕິນ
Copy of site cover (2)
10 ທັກສະການເຮັດວຽກທີ່ສຳຄັນ ທີ່ຄົນເຮັດວຽກຕ້ອງມີ ໃນປີ 2025
Copy of site cover
6 ຈຸດທີ່ຕ້ອງກວດກາລົດກ່ອນຂັບໄປທາງໄກໃນຊ່ວງເທດສະການສົງການ 2025
site cov (1)
"ນ້ຳມັນໝູ" ມີປະໂຫຍດ ຫຼື ໂທດ? ແລ້ວໃຊ້ເຮັດອາຫານໄດ້ຫຼືບໍ່ ມື້ນີ້ເຮົາມີຄຳຕອບ.
site cov
ໄຟຟ້າລາວ ສາຂາ ແຂວງຈຳປາສັກ ແຈ້ງການມອດໄຟຊົ່ວຄາວ ວັນທີ 05/04/2025
site cover - 2025-04-02T110411.321
ຈີນຝຶກຊ້ອມຮົບອ້ອມເກາະໄຕ້ຫວັນ, ໄທເປສັ່ງກອງທັບປະຈຳການ, ອ້າງວ່າຈີນເປັນຕົວສ້າງບັນຫາ
1
ແນວໂນ້ມລາຄາທອງ 2 ເມສາ 68 ລຸ້ນຟື້ນຕົວຂຶ້ນຕໍ່
Copy of site cover (1)
ການເບິ່ງໜ້າຈໍໃນເວລາເຂົ້ານອນສົ່ງຜົນການນອນແບບບໍ່ມີຄຸນນະພາບ
ຢ່າລື່ມກົດຕິດຕາມ