2
ປີ 2024 ເສຍຊີວິດແລ້ວ 1 ຄົນ ຍ້ອນໄຂ້ຍຸງລາຍ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 21 February, 2024

ສະພາບການລະບາດຂອງໄຂ້ຍຸງລາຍ ຍັງມີທ່າອ່ຽງສຶບຕໍ່ແຜ່ລະບາດໃນຂອບ​ເຂດທົ່ວປະເທດ ບໍ່ວ່າຈະຢູ່ໃນໄລຍະລະດູຝົນ ແລະ ລະດູໜາວ, ໂດຍສະເພາະ ປີ 2024 ມີຜູ້ເສຍຊິວິດຍ້ອນໄຂ້ຍຸງລາຍ ແລ້ວ 1 ຄົນ, ເພດຊາຍ ອາຍຸ 33 ປີ, ພັກຢູ່ຫ້ອງແຖວຫໍພັກບຸນເກີດ, ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2024 ຜ່ານມານີ້.

ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2024 ມາຮອດປະຈຸບັນ, ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 1.053 ກໍລະນີ,​ ໃນ​ນັ້ນ ມີຜູ້ປ່ວຍໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນແຂວງເຊກອງ 296 ກໍລະນີ, ນະຄອນຫຼວງວຽງຈັນ 217ກໍລະນີ, ຫຼວງນໍ້າທາ 173 ກໍລະນີ ແລະ ແຂວງ ອື່ນໆ ອີກ.

ສໍາລັບ ປີ 2023 ທີ່ຜ່ານມາ, ໃນທົ່ວປະເທດລາວ ມີຜູ້ປ່ວຍໄຂ້ຍຸງລາຍທັງໝົດ 35.317 ກໍລະນີຄົນ ແລະ ມີຜູ້ເສຍຊີວິດ ທັງໝົດ 20 ຄົນ (ນະຄອນຫຼວງວຽງຈັນ 3 ຄົນ, ແຂວງຄໍາມ່ວນ 1 ຄົນ, ສະຫວັນນະເຂດ 2 ຄົນ, ບໍລິຄໍາໄຊ 5 ຄົນ, ວຽງຈັນ 3 ຄົນ, ໄຊຍະບູລີ 2 ຄົນ, ອຸດົມໄຊ 1 ຄົນ, ອັດຕະປຶ 2 ຄົນ ແລະ ເຊກອງ 1 ຄົນ).

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ ເພາະຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແລະ ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ. ສະນັ້ນ ເພື່ອຫຼດຜ່ອນການແຜ່ເຊື້ອໄຂ້ຍຸງລາຍ, ໃຫ້ທຸກຄົນຕ້ອງເອົາໃຈໃສ່ ກໍາຈັດແຫຼ່ງເພາະພັນຍຸງລາຍໃຫ້ໝົດ, ຊຶ່ງມີຫຼາຍວິທີ ຄວນດໍາເນີນການ ແຕ່ກ່ອນຍັງບໍ່ທັນເປັນໜອນນໍ້າ ຈະດີທີ່ສຸດ ພຽງທຳລາຍແຫຼ່ງນ້ຳຂັງພາຍໃນເຮືອນ ແລະ ນອກເຮືອນ ທີ່ເປັນແຫຼ່ງກຳເນີດຂອງຍຸງ, ປ່ຽນນໍ້າທຸກໆ 7 ວັນ ພ້ອມອະນາໄມພາຊະນະທີ່ໃຊ້, ພຽງເທົ່ານີ້ຍຸງລາຍກໍຈະໝົດສິ້ນ ແລະ ຄອບຄົວ ກໍຈະມີ ຄວາມປອດໄພ ຈາກການຕິດເຊື້ອໄຂ້ຍຸງລາຍ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ