2
ຈັບຊາຍອາຍຸ 19 ປີແອບອ້າງເອົາເງິນບໍລິຈາກຊ່ວຍເຫຼືອຈາກປະຊາຊົນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 24 February, 2024

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົມທົບກັບ ປກສ ກຸ່ມ 6 ບ້ານນາຄວາຍ ໄດ້ນໍາກໍາລັງເຂົ້າຈັບຊາຍອາຍຸ 19 ປີ ໃນຂໍ້ກ່າວຫາການສໍ້ໂກງຊັບ ໄປດໍາເນີນຄະດີ ຍ້ອນກໍ່ເຫດສ້າງເຟສບຸກປອມເປັນສະມາຄົມຊ່ວຍເຫຼືອຜູ້ທຸກຍາກແອບອ້າງເອົາເງິນປະຊາຊົນ.

ຜ່ານການສອບສວນ, ທ້າວ ລັດຕະນະໄຊ ຫຼື ເນັ່ງ ອາຍຸ 19 ປີ ຢູ່ບ້ານແກ້ງປາຢ້າງ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ໃຫ້ການສາລະພາບໃນເບື້ອງຕົ້ນວ່າ: ໄດ້ເຄື່ອນໄຫວເສບຢາເສບຕິດມາແຕ່ປີ 2019, ເຊິ່ງເສບຄັ້ງລະ 2-3 ເມັດ ສ່ວນຢາບ້າທີ່ຊື້ມາເສບ; ແມ່ນຊື້ນໍາພວກໄວລຸ້ນບໍ່ຮູ້ຊື່ຕາມຮ້ານເກມຢູ່ເຂດເມືອງຫາດຊາຍ ແລະ ນອກຈາກເສບຢາບ້າແລ້ວ, ຜູ້ກ່ຽວຍັງເຄື່ອນໄຫວໂກງຊັບຈຳນວນຫຼາຍຄັ້ງຄື: ຜ່ານມາ, ທ້າວ ລັດຕະນະໄຊ ໄດ້ໄປເປີດບັນຊີຢູ່ທະນາຄານການຄ້າຕ່າງປະເທດລາວ ມະຫາ ຊົນຢູ່ສໍານັກງານໃຫຍ່ ຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ເຊິ່ງອອກຊື່ທ້າວ ລັດຕະນະໄຊ ພາຍຫຼັງທີ່ເປີດບັນຊີ ກໍນໍາໃຊ້ເປັນປົກກະຕິໄດ້ປະມານ 1 ປີ, ຕໍ່ມາຜູ້ກ່ຽວໄດ້ເຫັນເຟສບຸກໂພສລົງວ່າ: ຮັບຊື້ເລກບັນຊີ ຈຶ່ງໄດ້ຕິດຕໍ່ຫາເຟສບຸກດັ່ງກ່າວ ເພື່ອຂາຍເລກບັນຊີຂອງຜູ້ກ່ຽວ ໂດຍນັດກັບຜູ້ຊື້ເລກບັນຊີຢູ່ແຖວແຄມຂອງ ເຊິ່ງໄດ້ຂາຍໃຫ້ທ້າວ ຫຼ້າ ຢູ່ບ້ານທາດຂາວ ເມືອງສີສັດຕະນາກ ໄດ້ເງິນຈຳນວນ 1.800.000 ກີບ; ພາຍຫຼັງທີ່ຂາຍບັນຊີແລ້ວ ທ້າວ ຫຼ້າ ໄດ້ແນະນໍາຜູ້ກ່ຽວວ່າ: ຖ້າມີຜູ້ຢາກຂາຍບັນຊີແມ່ນໃຫ້ໄປຂາຍໃຫ້ຜູ້ກ່ຽວ.

ປີ 2020, ທ້າວ ລັດຕະນະໄຊ ໄດ້ເລີ່ມຮູ້ຈັກກັບທ້າວ ໂກສົນ ຢູ່ບ້ານແກ້ງປາຍາງ ຮູ້ຈັກກັບຜູ້ກ່ຽວແບບໝູ່ຕໍ່ໝູ່ ແລະ ຕົນກໍນັບຖືທ້າວ ໂກສົນ ເປັນອ້າຍຮັກ ຈົນຮອດປະຈຸບັນ ແລະ ມາຮອດປີ 2022 ທ້າວ ລັດຕະນະໄຊ ໄດ້ຈ້າງທ້າວ ໂກສົນ ຈໍານວນ 1.300.000 ກີບ ເພື່ອໄປເປີດບັນຊີໃຫ້ຜູ້ກ່ຽວໂດຍອອກຊື່ ທ້າວ ໂກສົນ ພາຍຫຼັງທີ່ໄດ້ບັນຊີແລ້ວ ທ້າວ ລັດຕະນະໄຊ ກໍຄິດຢາກໄດ້ເງິນ ຈຶ່ງສ້າງເຟສປອມຂຶ້ນມາໂດຍແອບອ້າງຊື່: ສະມາຄົມຊ່ວຍເຫຼືອຄົນທຸກຍາກ ແລະ ພາຍຫຼັງທີ່ສ້າງເຟສປອມຂຶ້ນແລ້ວ ທ້າວ ລັດຕະນະໄຊ ແມ່ນໄດ້ຄັດລອກເອົາຮູບຄົນເຈັບຂອງໜ່ວຍກູ້ໄພ 1624 ທີ່ບໍ່ມີເງິນປິ່ນປົວ, ເດັກນ້ອຍ, ຄົນອານາຖາ, ຄອບຄົວຂາດເຂີນ, ຄົນຕາຍທີ່ເປັນສົບອານາຖາ ແລ້ວໂພສລົງເຟສບຸກເພື່ອຂໍຮັບບໍລິຈາກພ້ອມເລກບັນຊີ 0951213899311 ອອກຊື່ KOSON LEEVONGSA MR ພ້ອມດ້ວຍເບີໂທລະສັບເຊິ່ງເປັນເບີໂທຂອງທຳທ້າວ ລັດຕະນະໄຊເອງ. ຫຼັງຈາກທີ່ໂພສລົງເຟສບຸກໄປແລ້ວກໍມີຄົນຫຼົງເຊື່ອຈຳນວນຫຼາຍຄົນ ທັງໄດ້ໂອນເງິນເຂົ້າເລກບັນຊີທີ່ຜູ້ກ່ຽວໂພສລົງຈໍານວນຫຼາຍຄັ້ງ ໂດຍໄດ້ຮັບເງິນຄັ້ງລະ 3.000.000ກີບ ຫາ 4.000.000 ກີບຕໍ່ຄັ້ງ ແລະ ເມື່ອໄດ້ເງິນມາແຕ່ລະຄັ້ງກໍເອົາເງິນຈໍານວນດັ່ງກ່າວໄປຊື້ຢາບ້າມາເສບ ແລະ ຫຼິ້ນເກມຈົນໝົດ.

ເວລາປະມານ 18:00 ໂມງຂອງວັນທີ 17 ມັງກອນ 2024 ຈຶ່ງຖືກເຈົ້າໜ້າ ປກສ ກຸ່ມ 6 ນາຄວາຍ ເມືອງໄຊເສດຖາ ເຂົ້າໄປຈັບຕົວ ທ້າວ ລັດຕະນະໄຊ ຢູ່ເຮືອນຂອງຜູ້ສາວຜູ້ກ່ຽວ ຊື່ ນາງ ຄໍາແພງ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລ້ວນໍາສົ່ງຕົວໃຫ້ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ດໍາເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 28 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,513
21,790
thailand (1)
THB
660.40
670.57
european-union
EUR
24,065
24,547
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-28T160506.879
ແຈ້ງປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ນະຄອນຫຼວງວຽງຈັນ
pele - 2025-08-28T161113.446
ຫຼາຍປັດໄຈທີ່ເຮັດໃຫ້ຂີ້ເຫຍື້ອຕົກຄ້າງຫຼາຍໃນ ນະຄອນຫຼວງວຽງຈັນ
_cover - 2025-08-28T145510.515
"ຂົວສູງທີ່ສຸດໃນໂລກ" ໃນປະເທດຈີນ ທົດສອບຮັບນ້ຳໜັກລົດບັນທຸກ 3,000 ກວ່າໂຕນໄດ້ສຳເລັດ
pele - 2025-08-28T144728.651
6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ
site cover1 (94)
ນັກວິທະຍາສາດພົບວິທີສ້າງ 'ແຜງໂຊລາແບບໃໝ່' ທີ່ເຮັດວຽກໄດ້ເຖິງບໍ່ມີແດດ ແຮງກວ່າເກົ່າ 15 ເທົ່າ
_cover - 2025-08-28T140646.312
ນັກວິທະຍາສາດຈີນສ້າງພືດເຮືອງແສງ ຊາກໄຟດ້ວຍແສງແດດເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ
pele - 2025-08-28T141436.552
ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ
site cover1 (92)
AI ຮັບສາຍແທນຄົນ ຊ່ວຍຕຳຫຼວດສະຫະລັດກັ່ນຕອງເຫດການສຸກເສີນ
_cover - 2025-08-26T163021.627
ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2025 ຫຼຸດລົງ 0.3%
_cover - 2025-08-28T094056.923
ພະຍຸຄາຈິກິຖະຫຼົ່ມຫວຽດນາມ! ເຮືອນເສຍຫາຍ 8 ພັນກວ່າຫຼັງ ເສຍຊີວິດອີກ 7 ຄົນ
ຢ່າລື່ມກົດຕິດຕາມ