ຫ້ອງການກະສິກຳ ແລະ ປ່າໄມ້ເມືອງສຸຂຸມາ ແຂວງຈໍາປາສັກ ອອກແຈ້ງການເມື່ອມໍ່ໆມານີ້ ໃນການປະກາດເຂດຄວບຄຸມພະຍາດລະບາດສັດ ປະເພດງົວ-ຄວາຍ ພາຍຫຼັງທີ່ພົບພະຍາດໄຂ້ເລືອດດໍາ 3 ຄົນຢູ່ເມືອງສຸຂຸມາ (ຍ້ອນກິນສຸກໆດີບໆ) ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະ ຄວບຄຸມການເກີດພະຍາດ ແລະ ຄວບຄຸມການແຜ່ເຊື້ອພະຍາດຈາກສັດສູ່ຄົນ.
ເນື້ອໃນບາງຕອນທີ່ສໍາຄັນໃນແຈ້ງການລະບຸໄວ້ວ່າ: ຫ້າມຊື້ຂາຍສັດ, ຫ້າມຍ້າຍສັດເຂົ້າ-ອອກຢ່າງເດັດຂາດ, ຫ້າມໂຮງຂ້າສັດ ນຳງົວ-ຄວາຍມາຂ້າ, ຫ້າມຄົວສັດທີ່ຕາຍ ໂດຍບໍ່ຮູ້ສາເຫດ, ໃຫ້ເຈົ້າຂອງສັດຕິດຕາມອາການສັດຂອງທ່ານ, ຖ້າຜິດປົກກະຕິໃຫ້ຮີບຮັກສາ, ຖ້າຫາກພົບເຫັນພະຍາດດັ່ງກ່າວເກີດຂຶ້ນ ໃຫ້ຮີບຮ້ອນລາຍງານບ້ານ.
ທີ່ມາ VientianeTimes
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,398 | 21,673 |
![]() THB | 659.07 | 670.93 |
![]() EUR | 24,168 | 24,652 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |