
ພົບລະເບີດຈໍານວນຫຼາຍຢູ່ສວນປູກມັນຕົ້ນທີ່ເມືອງສະໜາມໄຊ ແຂວງອັດຕະປື
ປະຊາຊົນ ໄດ້ບຸກເບີກດິນ ຫຼື ດຸດສວນເພື່ອປູກມັນຕົ້ນ ເມື່ອວັນທີ 11 ມີນາ 2024 ທີ່ຜ່ານມາ ຢູ່ເຂດບ້ານອຸດົມສຸກ ເມືອງສະໜາມໄຊ ແຂວງອັດຕະປື ແລະ ໄດ້ພົບລະເບີດຈໍານວນຫຼາຍທີ່ຕົກຄ້າງສະໄໝສົງຄາມ ຊຶ່ງປັດຈຸບັນຊ່ຽວຊານສະເພາະດ້ານໄດ້ລົງເກັບກູ້ໄວ້ໝົດແລ້ວເພື່ອກຽມທໍາລາຍໃນໄລຍະຕໍ່ໄປ.
ປະເທດລາວເກືອບທົ່ວທຸກແຂວງໄດ້ມີລະເບີດຕົກຄ້າງໃນສະໄໝສົງຄາມ, ໃນສະໄໝສົງຄາມລະຫວ່າງປີ 1964-1973, ສັດຕູໄດ້ຂົນລະເບີດຖິ້ມໃສ່ແຜ່ນດິນປະເທດລາວປະມານ 580.000 ຖ້ຽວ ບັນຈຸລູກລະເບີດເກືອບ 3 ລ້ານໂຕນ ແລະ ຄາດຄະເນວ່າມີລະເບີດລູກຫວ່ານຢູ່ 270 ລ້ານໜ່ວຍຊຶ່ງປະກອບມີຫຼາຍຊະນິດ. ໃນນັ້ນ, ຍັງມີລູກລະເບີດປະມານ 30% ບໍ່ທັນແຕກ, ໃນນັ້ນມີລະເບີດລູກຫວ່ານປະມານ 80 ລ້ານໜ່ວຍ ເຊິ່ງແຂວງທີ່ມີລູກລະເບີດຫຼາຍກວ່າໝູ່ແມ່ນແຂວງ ຊຽງຂວາງ ແລະ ສະຫວັນນະເຂດ, ສາລະວັນ ຕາມລໍາດັບ.
ຂໍ້ມູນ: ຫຄຊກລ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 30 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














