
ການຂຸດຄົ້ນບໍ່ແຮ່ ເປັນຂະແໜງການສຳຄັນ ແລະ ເປັນແມ່ແຮງ ດຶງດູດການລົງທຶນມາ ແຂວງຫົວພັນ ແຕ່ຂະນະດຽວກັນ ການຄຸ້ມຄອງຍັງພົບບາງຂໍ້ຫຍຸ້ງຍາກ ເພາະການອະນຸຍາດບາງໂຄງການທັບຊ້ອນກັນ.
ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ໃຫ້ສຳພາດກັບສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ມາຮອດປັດ ຈຸບັນ ມີຫຼາຍບໍລິສັດໃຫ້ຄວາມສົນໃຈເຂົ້າໄປລົງທຶນຂຸດຄົ້ນບໍ່ແຮ່ຢູ່ພາຍໃນແຂວງຫົວພັນ, ຊຶ່ງຂະແໜງການທີ່ກ່ຽວຂ້ອງຂອງແຂວງໄດ້ເອົາໃຈໃສ່ຄຸ້ມຄອງກວດກາ, ໃນນີ້ ໂຄງການບໍ່ເຫັນດີແມ່ນໃຫ້ຢຸດຊົ່ວຄາວ ຫຼື ເຖິງຂັ້ນລົບລ້າງ ເພື່ອເຮັດໃຫ້ການລົງທຶນຖືກຕ້ອງຕາມລະບຽບການ. ນອກຈາກນີ້ ຈະເນັ້ນໃຫ້ຜູ້ປະກອບການມີການປຸງແຕ່ງແຮ່ທາດກ່ອນສົ່ງອອກ ເພື່ອເພີ່ມມູນຄ່າ, ທັງສ້າງວຽກເຮັດງານທໍາໃຫ້ປະ ຊາຊົນພາຍໃນແຂວງ.
ສໍາລັບ ປີ 2023 ຜ່ານມາ, ແຂວງຫົວພັນ ສາມາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ (ຫີນກໍ່ສ້າງ) ໄດ້ 61.226ແມັດກ້ອນ, ລວມມູນຄ່າ 4,89ຕື້ກີບ; ຂຸດ ຄົ້ນ-ປຸງແຕ່ງ ແລະຈຳໜ່າຍແຮ່ເຫຼັກ ໄດ້117.092,08 ໂຕນ, ມູນຄ່າ 8,57 ລ້ານ ໂດລາສະຫະລັດ, ຜະລິດ ແລະ ຈໍາໜ່າຍແຮ່ຫາຍາກໄດ້ 6.310 ໂຕນ, ມູນຄ່າ 25,84 ລ້ານໂດລາສະຫະລັດ; ສ່ວນແຮ່ກົ່ວ, ແຮ່ຊືນ, ແຮ່ສັງກະສີ ແລະ ແຮ່ມັງການ ບໍ່ທັນໄດ້ສົ່ງອອກ.
ທີ່ມາ VientianeTimes
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








