2
ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກ 4 ໂຄງການ ຜະລິດພະລັງງານໄຟຟ້າ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 28 March, 2024

ໃນປີ 2023 ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກການຖືຮຸ້ນ 4 ໂຄງການ ຜະລິດພະລັງງານໄຟຟ້າ, ມີຜົນກໍາໄລທາງການບັນຊີ 21,86 ລ້ານໂດລາ,ໄດ້ຊຳລະຕົ້ນທຶນ-ດອກເບັ້ຍໃຫ້ກະຊວງການເງິນ ແລະ ທະນາຄານທຸລະກິດພາຍໃນປະເທດຕາມສັນຍາ ແລະ ປະຕິບັດພັນທະອາກອນ 5,51 ລ້ານໂດລາສະຫະລັດ.

ໃນວັນທີ 26 ມີນາ 2024 ນີ້, ທີ່ຫໍປະຊຸມແຫ່ງຊາດ ລັດວິສາຫະກິດຖືຮຸ້ນລາວ ຫຼື ລຮລ, ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ແລະ ບັນດາກົມກອງ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍໃນ 4 ໂຄງການທີ່ລັດວິສາຫະກິດຖືຮຸ້ນລາວຮ່ວມຖືຮຸ້ນໃນປັດຈຸບັນສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.688 ລ້ານກິໂລວັດໂມງ(kWh) ໃນນັ້ນ, ໂຄງການໄຟຟ້ານໍ້າເທີນ 2 ຜະລິດໄດ້ 4.432 ລ້ານkWh, ໂຄງການໄຟຟ້າຄວາມຮ້ອນຫົງສາ 12.077 ລ້ານkWh,ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ 1.856 ລ້ານkWh ແລະ ໂຄງການໄຟຟ້ານໍ້າງຽບ 1 ຜະລິດໄດ້ 1.323 ລ້ານkWh) ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1.206 ລ້ານໂດລາສະຫະລັດ, ລວມພັນທະມອບໃຫ້ລັດຖະບານ 85,70 ລ້ານໂດລາສະຫະລັດ. ໃນນີ້, ມີຄ່າພາກຫຼວງ 32,02 ລ້ານໂດລາສະຫະລັດ, ອາກອນກຳໄລ 37,20 ລ້ານໂດລາສະຫະລັດ ແລະ ຄ່າທໍານຽມແຮ່ທາດ 16,48 ລ້ານໂດລາສະຫະລັດ.

ສໍາລັບທິດທາງແຜນການປີ 2024 ລັດວິສາຫະກິດຖືຮຸ້ນລາວ ຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນໂດຍວາງຄາດໝາຍສ້າງລາຍຮັບປະມານ 60 ລ້ານໂດລາໃຫ້ມີຜົນປະກອບການທີ່ດີກວ່າເກົ່າ ແລະ ມອບພັນທະອາກອນໃຫ້ລັດຖະບານໄດ້ຫຼາຍຂຶ້ນ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ