2
ມາຮູ້ຈັກວິທີປິ່ນປົວ ແລະ ອາການສະແດງທີ່ບົງບອກວ່າເປັນໄຂ້ຍຸງລາຍ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 29 March, 2024

ພະຍາດໄຂ້ຍຸງລາຍ ເກີດຈາກເຊື້ອຈຸລະໂລກ ຫຼື ເຊື້ອໄວຣັສ ຕິດຕໍ່ໂດຍຍຸງລາຍ ຊຶ່ງມີອາການສະແດງໄຂ້ສູງຕະຫຼອດ 2-3 ວັນ, ເຈັບຫົວ, ປວດກະໂບງຕາ, ປວດກ້າມຊີ້ນ, ປວດຕາມຂໍ່ກະດູກ, ປວດຮາກ, ຜື່ນແດງຕາມຜິວໜັງ, ມີເລືອດອອກຕາມເຟັນແຂ້ວ ແລະ ຖ້າຮຸນແຮງຈະມີອາການຊ໋ອກ ໝົດສະຕິ ແລະ ອາດເສຍຊີວິດໄດ້.

ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ໄດ້ແນະນໍາວ່າ: ການປິ່ນປົວພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແມ່ນຕ້ອງໄດ້ປຶກສາທ່ານໝໍ, ພັກຜ່ອນໃຫ້ພຽງພໍ, ດື່ມນໍ້າຫຼາຍໆ ແລະ ກິນອາຫານທີ່ມີປະໂຫຍດ, ຖ້າມີໄຂ້ຂຶ້ນສູງກວ່າ 39 ອົງສາ ແມ່ນໃຫ້ກິນຢາປາຣາເຊຕາໂມນ ທຸກໆ 8 ຊົ່ວໂມງ ພ້ອມທັງໃຫ້ຮີບຮ້ອນໄປພົບແພດໝໍ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ​.

ພ້ອມກັນນັ້ນ, ການປ້ອງກັນຕົນເອງຈາກຍຸງລາຍກັດ ແມ່ນຕ້ອງໄດ້ ທາຢາກັນຍຸງ, ທູບໄລ່ຍຸງ ແລະ ເຄື່ອງໄລ່ຍຸງແບບໃຊ້ໄຟຟ້າ,ໃສ່ຕາໜ່າງກັນຍຸງໃນປະຕູ ແລະ ປ່ອງຢ້ຽມ ແມ່ນສາມາດປ້ອງກັນຍຸງ ບໍ່ໃຫ້ເຂົ້າມາໃນເຮືອນໄດ້, ນອນໃນມຸ້ງຍ້ອມນໍ້າຢາກັນຍຸງ ທັງກາງເວັນ ແລະ ກາງຄືນ, ໃສ່ເສື້ອແຂນຍາວ ແລະ ໂສ້ງຂາຍາວ  ເພື່ອປ້ອງກັນ ຮ່າງກາຍຕົນເອງ, ສິ່ງສໍາຄັນ ແມ່ນຫ້າມບໍ່ໃຫ້ກິນຢາແອສໄພຣິນ ຫຼື ອີບູໂປຣເຟນ ເພາະມັນຈະ ເພີ່ມຄວາມສ່ຽງໃຫ້ເລືອດໄຫຼ.

ສູນຂ່າວສານການແພດສຸຂະສຶກສາ ຍັງໄດ້ລາຍງານອີກວ່າ: ນັບແຕ່ຕົ້ນເດືອນມັງກອນ 2024 ມາຮອດວັນທີ 27 ມີນາ 2024, ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 1.765 ກໍລະນີ ໃນທົ່ວປະເທດ ຊຶ່ງແຂວງເຊກອງ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍພະຍາດໄຂ້ຍຸງລາຍ 560 ກໍລະນີ, ຮອງລົງມາ ນະຄອນຫຼວງວຽງຈັນ 332 ກໍລະນີ, ແຂວງ ຫຼວງນໍ້າທາ 239 ກໍລະນີ, ຫຼວງພະບາງ 116 ກໍລະນີ ແລະ ແຂວງ ອື່ນໆ, ໃນນັ້ນ ມີຜູ້ເສຍຊິວິດ 3 ຄົນ (ນະຄອນຫຼວງວຽງຈັນ 2 ຄົນ ແລະ ແຂວງເຊກອງ 1 ຄົນ).

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER (41)
ບິວເກດ ກາຍເປັນມະຫາເສດຖີ ຍ້ອນການຕັດສິນໃຈຜິດພາດ?
VP LANDSCAPE COVER (39)
5 ວິທີ ໝັກຜົມໃຫ້ງາມງ່າຍໆຈາກທຳມະຊາດ ມີທຸກບ້ານ
Copy of site cover (11)
ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ
site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
Copy of site cover (11)
ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
ຢ່າລື່ມກົດຕິດຕາມ