
ຂ່າວດີ ເປີດຂາຍປີ້ລົດໄຟລາວ-ຈີນ ລ່ວງໜ້າ 7 ວັນເນື່ອງໃນເທດສະການປີໃໝ່ລາວ
ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງໄລຍະເທດສະການປີໃໝ່ລາວທີ່ຈະມາເຖິງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຂາຍປີ້ລົດໄຟລ່ວງໜ້າເຖິງ 7 ວັນ ສຳລັບປີ້ວັນທີ 14-22 ເມສາ 2024.
ນອກຈາກນີ້, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນລະຫວ່າງວັນທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບ ນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ໂດຍສານຈຳນວນຫຼວງຫຼາຍ ໃນການເດີນທາງລະຫວ່າງສອງສະຖານີນີ້.
ພ້ອມດຽວກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ປັບຕາຕະລາງເດີນລົດບາງສະຖານີ ເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານຫຼາຍຂຶ້ນ. ລາຍລະອຽດຕາຕະລາງເດີນລົດ ເບິ່ງຕາມຕາຕະລາງ.
ທີ່ມາ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,537 | 21,814 |
THB | 665.24 | 676.55 |
EUR | 24,028 | 24,509 |
CNY | 2,954 | 3,013 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Monday, 3 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,870,000 | 43,400,000 |
![]() | 42,378,000 | 43,509,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














