2
ທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2024
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 17 April, 2024

ປີ 2024 ນີ້, ກະຊວງ ອຄ ໄດ້ກໍານົດທິດທາງ ພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໂດຍວາງບັນດາໂຕເລກຄາດໝາຍສູ້ຊົນຕົ້ນຕໍຄື: ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນ ໃຫ້ບັນລຸ 17.990,10 ຕື້ກີບ; ດ້ານການຄ້າພາຍໃນ: ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ຄາດຄະເນ ໃຫ້ບັນລຸ 91.375,00 ຕື້ກີບ, ດ້ານການຄ້າຕ່າງປະເທດ: ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 16.010,09 ລ້ານໂດລາ, ໃນນັ້ນ, ມູນຄ່າການສົ່ງອອກ 8.724,33 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ 7.285,76 ລ້ານໂດລາ.

ສໍາລັບ ແຜນງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ ກະຊວງ ອຄ ຈະຈັດກອງປະຊຸມປິ່ນອ້ອມ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໃນເສົາຄໍ້າ ເສດຖະກິດຮ່ວມກັບປະເທດອາຊຽນສ້າງແຜນຈັັດຕັ້ງປະຕິບັດການຮ່ວມມືວຽກງານຊັບສິນທາງປັນຍາອາຊຽນສິບປີ 2026-2035 ໃຫ້ສໍາເລັດ 50% ແລະ ປັບປຸງ ກອບສັນຍາການຮ່ວມມືດ້ານຊັບສິນທາງປັນຍາອາຊຽນ (ASEAN Framework Agreement on IP Cooperation); ເຈລະຈາເຂົ້າເຖິງຕະຫຼາດສິນຄ້າໃໝ່ຂອງ ສປປ ລາວ ໃນຂອບສອງຝ່າຍ, ພາກພື້ນ, ອະນຸພາກພື້ນ ແລະ ຫຼາຍຝ່າຍ ໂດຍສະເພາະ ຕະຫຼາດ ສປ ຈີນ, ຫວຽດນາມ ແລະ ອາຊຽນ ກັບ ຄູ່ຮ່ວມເຈລະຈາ, ຫຼຸດຜ່ອນ ຫຼື ລົບລ້າງສິ່ງກີດກັ້ນການຄ້າດ້ານລະບຽບການທີ່ບໍ່ຈໍາເປັນຢູ່ດ່ານຊາຍແດນ ເພື່ອເຮັດໃຫ້ການເຄື່ອນຍ້າຍສິນຄ້ານັບມື້ມີຄວາມສະດວກຂຶ້ນ, ຫຼຸດຜ່ອນຕົ້ນທຶນ ແລະ ເວລາ ຂອງການຄ້າຂ້າມແດນ. ໃນນີ້, ຈະສືບຕໍ່ທົບທວນຄືນສັນຍາການຄ້າສອງຝ່າຍລະຫວ່າງ ສປປ ລາວ – ສສ ຫວຽດນາມ ແລະ ລາວ-ໄທ ແລະ ອື່ນໆ, ຮ່ວມມື ແລະ ເຊື່ອມໂຍງກັບເຄືອຂ່າຍ ການຜະລິດອຸດສາຫະກໍາ ຂົງເຂດພາກພື້ນ ແລະ ສາກົນ ເພື່ອຊ່ວຍໃຫ້ອຸດສາຫະກຳພາຍໃນປະເທດສາມາດເຊື່ອມໂຍງ ຫຼື ມີສ່ວນຮ່ວມໃນຕ່ອງໂສ້ການສ້າງມູນຄ່າເພີ່ມຂອງພາກພື້ນ ເປັນຕົ້ນອຸດສາຫະກຳຕັດຫຍິບ, ອຸດສາຫະກຳປະກອບໄຟຟ້າ ແລະ ເອເລັກໂຕຣນິກ, ອຸດສາຫະກຳເຄື່ອງມືການແພດ ແລະ ອື່ນໆ. ສ້າງແຜນຍຸດທະສາດທີ່ຕິດພັນກັບການຄ້າ ເພື່ອຍາດແຍ່ງທຶນຮອນ ແລະ ໂຄງການ ຈາກພາກພື້ນ, ສາກົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອມາພັດທະນາຂະແໜງ ອຄ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ; ສ້າງແຜນຍຸດທະສາດ ແລະ ແຜນວຽກການຄ້າທາງເອເລັກໂຕຣນິກ ຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດສັນຍາການຄ້າທາງເອເລັກໂຕຣນິກ ແລະ ເປັນບ່ອນອີງໃນການເຈລະຈາໃນທຸກຂອບສັນຍາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ໃນຂົງເຂດຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຢ່າງມີປະສິດທິຜົນ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ