
ພະແນກຕຳຫຼວດຈະລາຈອນ ປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ສ້າງແຜນວຽກ ບັນຈຸກຳລັງປະຈຳປ້ອມບ່ອນທີ່ມີການສັນຈອນແອອັດຢູ່ 6 ຈຸດ ເປັນຕົ້ນ ປະຈຳຢູ່ຫ້ອງການເພື່ອລໍຖ້າແກ້ໄຂວຽກງານຕ່າງໆ, ປ້ອມຕະຫຼາດກະສິກຳແຂວງ, ປ້ອມຂົວວັງເງິນ, ຈຸດບ້ານທົ່ງດີ, ຈຸດຈັບຄວາມໄວຢູ່ບ້ານວຽງເໜືອ ແລະ ຈຸດບ້ານໂພນໄຊສະຫວ່າງ, ເຊິ່ງແຕ່ລະຈຸດມີພະນັກງານຈະລາຈອນ ປະຈໍາຢູ່ 5 ທ່ານ ພ້ອມກັບຊາວໜຸ່ມອາສານັກຮຽນໂຮງຮຽນເທສະບານແຂວງ 2 ຄົນ, ໃນມື້ໜຶ່ງມີພະນັກງານປະຕິບັດງານ ແລະ ປະຈຳການຕົວຈິງ 45 ທ່ານ ໂດຍໄດ້ເລີ່ມປະຕິບັດງານແຕ່ 8:30 ໂມງ ຫາ 22:30 ໂມງ ປັດຈຸບັນແມ່ນກຽມພ້ອມ 100%.
ທ່ານ ພັນຕີ ອິນຫົງ ຂຽນທະວົງ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາໄດ້ສຳພາດ ຕໍ່ສື່ມວນຊົນເມື່ອມໍ່ໆມານີ້ ວ່າ: ເພື່ອເຮັດໃຫ້ການສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ໃຫ້ມີຄວາມສະຫງົບ ແລະ ປອດໄພ ໃນການສັນຈອນຕາມເສັ້ນທາງຫຼວງ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ໄດ້ກຳນົດແຜນລະອຽດຄົບຖ້ວນ ຖ້າຫາກກວດກາພົບເຫັນຜູ້ລະເມີດກົດລະບຽບການສັນຈອນ ເປັນຕົ້ນ ການດັດແປງສະພາບເຕັກນິກລົດ, ສຽງດັງເກີນຂອບເຂດ ຈະໄດ້ກັກໄວ້ແລ້ວບຸນປີໃໝ່ຈຶ່ງແກ້ໄຂ ພ້ອມທັງ ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງພ້ອມກັນປະຕິບັດກົດລະບຽບການສັນຈອນໃຫ້ຖືກຕ້ອງ, ຫຼິ້ນບຸນຢ່າງມີຄວາມສຸກ ແລະ ຕະຫຼອດປອດໄພໃນການສັນຈອນ.
ທີ່ມາ VientianeTimes
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














