
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ-ລັດ ຕະຫຼອດຮອດມວນຊົນ ຊາວນະຄອນຫຼວງວຽງຈັນ ໄດ້ຈັດພິທີຫົດສົງພະພຸດທະຮູບ ທີ່ວັດອົງຕື້ ມະຫາວິຫານ ໃນວັນທີ 13 ເມສາ ນີ້ ຊຶ່ງເປັນວັນສັງຂານລ່ວງ, ເປັນມື້ທໍາອິດຂອງການເຮັດພິທີກໍາທາງສາສະໜາ ຕາມຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ໄດ້ປະຕິບັດກັນມາ.
ວັດອົງຕື້ເປັນວັດໜຶ່ງ ໃນຈຳນວນຫຼາຍໆວັດທີ່ເກົ່າແກ່ ແລະ ມີຄວາມໝາຍຄວາມສຳຄັນທາງບູຮານສະຖານ ແລະ ປະຫວັດສາດຢູ່ໃນນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງເປັນວັດທີ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມເຄົາລົບ.
ວັດອົງຕື້ ເດີມຊື່ວ່າ ວັດສີພູມ ຫຼື ໄຊຍະພູມໄດ້ປະຕິສັງຂອນເອົາວັດສີພູມ ຊຶ່ງເປັນວັດເກົ່າແກ່ມາແຕ່ສະໄໝພະຍາຈັນທະບູລີປະສິດທິສັກ ໄດ້ສ້າງຂຶ້ນ ໃນລະຫວ່າງ 300 ປີກ່ອນ ຄ.ສ; ຕໍ່ມາເຖິງປີ ຄ.ສ 1566, ພະເຈົ້າໄຊຍະເສດຖາທິລາດ ໄດ້ປະຕິສັງຂອນ ແລະ ມາສ້າງພະເຈົ້າອົງຕື້ຂຶ້ນ ແລ້ວມາປະດິດສະຖານໄວ້ໃນວັດສີພູມນີ້ ຈຶ່ງໄດ້ຕັ້ງຊື້ວັດໃໝ່ວ່າ “ວັດອົງຕື້” ຕາມຊື່ຂອງພະພຸດທະຮູບໃຫຍ່ນັ້ນ.
ຂ່າວ-ພາບ: ປະຊາຊົນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








