
ຂປລ. ສຳນັກຂ່າວວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ບົດລາຍງານແງ່ຫວັງ ເສດຖະກິດໂລກ ສະບັບ ລົງວັນທີ 16 ເມສາ ລະບຸວ່າ: ກອງທຶນເງິນຕາສາກົນ (IMF) ຄາດວ່າ ລະດັບການເຕີບໂຕ ເສດຖະກິດທົ່ວໂລກ ໃນປີ 2024 ຈະບັນລຸ 3,2%, ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ ຕົວເລກທີ່ກຳນົດໄວ້ ເມື່ອເດືອນມັງກອນ ຜ່ານມາ. ສໍາລັບ ປີ 2025 ອາດຈະຢູ່ໃນ ລະດັບ 3,2%.
ສ່ວນອັດຕາໄພເງິນເຟີ້ ຈະຫລຸດລົງ 5,9% ເຫຼືອ 4,5% ໃນປີໜ້າ, ຍ້ອນອັດຕາ ດອກເບ້ຍ ຢູ່ປະເທດຕ່າງໆໃນໂລກ ເພີ່ມສູງຂຶ້ນ ບົດລາຍງານ ຂອງ IMF ໄດ້ສະແດງໃຫ້ເຫັນເຖິງ ຄວາມແຕກຕ່າງກັນ ຢ່າງຈະແຈ້ງກ່ຽວກັບ ແງ່ຫວັງການເຕີບໂຕ ຂອງ ບັນດາ ພື້ນຖານເສດຖະກິດ ພັດທະນາ. IMF ຄາດການວ່າ ລະດັບການເຕີບໂຕ ເສດຖະກິດສ.ອາເມລິກາ ໃນປີນີ້ ບັນລຸ 2,7% ເພີ່ມຂຶ້ນຫລາຍກວ່າ 2,1% ທີ່ກຳນົດໄວ້. ນອກນັ້ນ IMF ຍັງຈະສືບຮັກສາ ລະດັບ ອັດຕາເຕີບໂຕ ເສດຖະກິດ ຂອງ ຈີນ, ຊຶ່ງເປັນ ພື້ນຖານເສດຖະກິດ ໃຫຍ່ອັນດັບ 2 ໃນໂລກ ຈະກວມເອົາ 4,6% ໃນປີ 2024 ແລະ 4,1% ໃນປີໜ້າ.
KPL
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














