2
ປີນີ້ແຂວງວຽງຈັນຈະແກ້ໄຂຄອບຄົວທຸກຍາກ ໃຫ້ໄດ້ 1.600 ຄອບຄົວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 25 April, 2024
ໝວດ: ຂ່າວ

ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມ່ືອບ່ໍດົນມານ້ີກ່ຽວກັບຄາດໝາຍແກ້ໄຂຄອບຄົວທຸກຍາກຂອງ ແຂວງວຽງຈັນໃນປີີ 2024 ນີ້ວ່າ: ອົງການປົກຄອງແຂວງ ຈະສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ວຽກ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ: ຍູ້ແຮງການເປັນເຈົ້າການຂອງຄອບຄົວ ເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ ໂດຍລະດົມການລົງທຶນຂອງຫົວໜ່ວຍທຸລະກິດຜູ້ປະກອບການ ພາກເອກະຊົນສົມທົບກັບການລົງທຶນຂອງລັດ, ການຊ່ວຍເຫລືອຂອງອົງການຈັດຕັ້ງສາກົນເຂົ້າໃສ່ ເພື່ອຮັບປະກັນການຄ້ໍາປະກັນສະບຽງອາຫານ ແລະ ການຊຸກຍູ້ການສ້າງເສດຖະກິດຄອບຄົວທີ່ເປັນທ່າແຮງໃຫ້ຫລາຍຂ້ຶນ ເພ່ືອແກ້ໄຂໃຫ້ໄດ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກໃຫ້ຫລຸດລົງເທື່ອລະກ້າວຕາມແຜນກຳນົດໄວ້ໃນປີ 2024 ໃຫ້ໄດ້ 1.600 ຄອບຄົວ.

ນອກຈາກນີ້, ຈະສ້າງບ້ານພັດທະນາ, ຄອບຄົວພັດທະນາໃຫ້ເພີ່ມຂຶ້ນ; ກວດກາປະເມີນຄືນການສ້າງເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ແລະ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຢູ່ຈຸດສຸມຂອງແຂວງ ໃຫ້ບັນລຸຕາມແຜນການ, ຊຸກຍູ້ການສ້າງບ້ານພັດທະນາຊົນນະບົດແບບໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ, ສືບຕໍ່ວຽກງານຍົກຍ້າຍ, ຈັດສັນພູມລໍາເນົາ ແລະ ອາຊີບບ່ອນທຳມາຫາກິນຂອງ 3 ບ້ານທີ່ຖຶກຜົນກະທົບຈາກການສ້າງພື້ນຖານໂຄງລ່າງຢູ່ຈຸດສຸມເມືອງຄີ່ ເມືອງແມດ. ສໍາລັບແຂວງວຽງຈັນ ມີທັງໝົດ 428 ບ້ານ, ປີ 2023 ຜ່ານມາສາມາດລົບລ້າງບ້ານທຸກຍາກໄດ້ທັງໝົດແລ້ວ. ແຕ່ຜ່ານການກວດກາປະເມີນຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດ; ມີບ້ານພັດທະນາ 163 ບ້ານ ກວມເອົາ 37,91%  ຂອງບ້ານທັງໝົດ ແລະ ມີຄອບຄົວພັດທະນາ 63.454 ຄອບຄົວເທົ່າກັບ 80,58% ຂອງຄອບຄົວທັງໝົດ, ກວດກາປະເມີນເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກບັນລຸໄດ້ 3 ເມືອງຄື: ວັງວຽງ, ຫີນເຫີບ ແລະ ທຸລະຄົມ.

ແຫລ່ງຂໍ້ມູນຈາກ: ວສລ

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ