2
ມຊ ຄອງເຈົ້າຫຼຽນຄຳ ກິລາກະຕໍ້ ງານມະຫະກຳກິລາມະຫາວິທະຍາໄລລາວ ເກມ ຄັ້ງທີ 2
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 ເດືອນພຶດສະພາ, 2024
ໝວດ: ຂ່າວ

ມະຫາວິທະຍາໄລແຫ່ງຊາດ (ມຊ) ເຈົ້າພາບງານມະຫະກຳກິລາມະຫາວິທະຍາໄລລາວ ເກມ ຄັ້ງທີ2 ປະຈໍາປີ 2024 ຄອງເຈົ້າຫຼຽນຄຳ ປະເພດກິລາກະຕໍ້ ຊຶ່ງສາມາດຍາດໄດ້ 3 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ, ສ່ວນຮອງເຈົ້າຫຼຽນຄຳ ເປັນຂອງວິທະຍາຄານກອງທັບ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ຈາກ 6 ພາກສ່ວນເຂົ້າຮ່ວມ.

ການແຂ່ງຂັນກິລາກະຕໍ້ ໃນງານກິລາຄັ້ງນີ້ ໄດ້ດຳເນີນແຂ່ງຂັນລະຫວ່າງວັນທີ 3-9 ພຶດສະພາ 2024 ຢູ່ໃນບໍລິເວນເຂດ ມຊ (ດົງໂດກ)​ ຊຶ່ງມີການຊີງໄຊ 5 ຫຼຽນຄໍາ ຈາກລາຍການທີມດ່ຽວຍິງ-ຊາຍ, ທີມຄູ່ຍິງ-ຊາຍ ແລະ ທີມຊຸດຄູ່ຊາຍ, ພາຍຫຼັງສໍາເລັດລາຍການແຂ່ງຂັນປະເພດກະຕໍ້ ສາມາດສະຫຼຸບອັນດັບຫຼຽນ: ອັນດັບ 1 ມຊ  ຍາດໄດ້ 3 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ, ອັນດັບ 2 ວິທະຍາຄານກອງທັບ ຍາດໄດ້ 2 ຫຼຽນຄໍາ, 1 ຫຼຽນເງິນ, ອັນດັບ 3 ສະຖາບັນກິລາ-ກາຍະກໍາ ຍາດໄດ້ 2 ຫຼຽນເງິນ, 2 ຫຼຽນທອງ, ອັນດັບ 4 ສະຖາບັນຍຸຕິທໍາແຫ່ງຊາດ ຍາດໄດ້ 2 ຫຼຽນເງິນ, 1 ຫຼຽນທອງ, ອັນດັບ 5 ສະຖາບັນການທະນາຄານ ຍາດໄດ້ 2 ຫຼຽນທອງ ແລະ ອັນດັບ 6 ມະຫາວິທະຍາໄລສະຫວັນນະເຂດ ຍາດໄດ້ 1 ຫຼຽນທອງ.

ງານມະຫະກຳກິລາມະຫາວິທະຍາໄລລາວ ເກມ ຄັ້ງທີ 2 ປະຈໍາປີ 2024 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-14 ພຶດສະພາ 2024 ຢູ່ໃນບໍລິເວນເຂດ ມຊ (ດົງໂດກ)​ ຊຶ່ງງານກິລາຄັ້ງນີ້ ມີ 14 ພາກສ່ວນເຂົ້າຮ່ວມ ຄື: ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລຈໍາປາສັກ (ມຈ), ມະຫາວິທະຍາໄລສະຫວັນນະເຂດ (ມຂ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ (ວປກ), ວິທະຍາຄານສັນຕິບານປະຊາຊົນ (ວສປ), ສະຖາບັນກິລາ-ກາຍະກໍາ (ສບກ), ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນການທະນາຄານ (ສທຄ), ສະຖາບັນຍຸຕິທໍາແຫ່ງຊາດ (ສຍຊ), ສະຖາບັນຣັຕນະບໍລິຫານທຸລະກິດ (ສຣບທ), ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ (ວຕວກ) ແລະ ສະຖາບັນ ລາວ-ອາເມລິກາ (ສລອ).

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (98)
"ທໍ່ສົ່ງແກັສ" ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ
site cover (96)
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ
site cover (95)
April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!
site cover (94)
ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ
site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
site cover (92)
ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ'ອະພິມະຫາແຜ່ນດິນໄຫວ' ຄາດວ່າພາກຊີວິດເກືອບ3ແສນຄົນ
site cover (91)
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ
site cover (90)
ພະນັກງານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດຈໍານວນໜຶ່ງ ຖືກກັກຕົວ
site cover (89)
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ
site cover (88)
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ
ຢ່າລື່ມກົດຕິດຕາມ