2
ມີຜູ້ເສຍຊີວິດຈາກອັກຄີໄພແລ້ວ 6 ຄົນໃນ 5 ເດືອນຕົ້ນປີ 2024
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 24 May, 2024
ໝວດ: ຂ່າວ

ນັບແຕ່ຕົ້ນເດືອນມັງກອນຫາເດືອນພຶດສະພາ 2024 ນີ້ມີຜູ້ເສຍຊີວິດຈາກອັກຄີໄພແລ້ວ 6 ຄົນ ແລະ ບາດເຈັບ 2 ຄົນ ໃນທົ່ວປະເທດ ໂດຍເກີດອັກຄີໄພ (ໄຟໄໝ້) ທັງໝົດ 96 ຄັ້ງ, ມູນຄ່າຄວາມເສຍຫາຍ 38 ຕື້ກວ່າກີບ, ອາຄານທີ່ຢູ່ອາໄສເສຍຫາຍ 62 ຫຼັງ, ວັດ 2 ຫຼັງ, ໂຮງເລື່ອຍ 2 ຫຼັງ, ຫໍຄອຍເດີ່ນບິນເກົ່າ 1 ຫຼັງ, ທີ່ພັກກໍາມະກອນ 1 ຫຼັງ ແລະ ອື່ນໆ.

ພັນເອກ ວິລະພອນ ວົງຄຳມູນຕີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມ ສະຫງົບໃຫ້ສຳພາດວ່າ: ອັກຄີໄພເກີດຂຶ້ນສ່ວນໃຫຍ່ແມ່ນມາຈາກສາເຫດໄຟຟ້າລັດວົງຈອນ, ເລິນເລີ້ຂາດສະຕິໃນການຊົມໃຊ້ຟື້ນໄຟ, ລະບົບເຕັກນິກຂັດຂ້ອງ ແລະ ອື່ນໆ.

ໄລຍະຜ່ານມາອັກຄີໄພທີ່ເກີດຂຶ້ນສ້າງຄວາມເສຍຫາຍຫຼາຍກວ່າໝູ່ແມ່ນເຫດການໄຟໄໝ້ສາງເກັບມ້ຽນເຄື່ອງຂອງຄົນຈີນເຊິ່ງເປັນສະຖານທີ່ສວນຫຼິ້ນເຄື່ອງຫຼິ້ນເກົ່າຢູ່ເຂດບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເສຍຫາຍຫຼາຍກວ່າ 10 ລ້ານຢວນ (ສະກຸນເງິນຈີນ) ແລະ ເຫດການໄຟໄໝ້ລາມປ່າຈາກປະຊາຊົນຈູດໄຮ່ເພື່ອເຮັດການຜະລິດເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ຢູ່ເມືອງປາກແບງ ແຂວງອຸດົມໄຊ ແລະ ກໍລະນີອື່ນໆ.

ພັນເອກ ວິລະພອນ ກ່າວໃຫ້ຮູ້ຕື່ມວ່າ: ນັບແຕ່ຕົ້ນເດືອນມັງກອນຫາເດືອນພຶດສະພານີ້, ສະພາບອັກຄີໄພເກີດຂຶ້ນເຫັນວ່າມີທ່າອ່ຽງຫຼຸດລົງຖ້າສົມທຽບໃນໄລຍະດຽວກັນຂອງປີຜ່ານມາເຖິງ 27 ຄັ້ງ ຫຼື ປະມານ 21% ສາເຫດຫຼຸດລົງເນື່ອງ ຈາກສະພາບ ເກີດໄຟໄໝ້ລາມປ່າຫຼຸດລົງ ເຊິ່ງຄະນະພັກ, ຄະນະນຳກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ  ກົມໃຫຍ່ຕຳຫຼວດຈະໄດ້ສືບຕໍ່ເຝົ້າລະວັງ ແລະ ກຽມພ້ອມປະຈຳການຕະຫຼອດ 24ຊົ່ວໂມງ ເພື່ອຮັບໃຊ້ໃຫ້ແກ່ສັງຄົມກໍ່ຄືປະຊາຊົນໃນການສະກັດກັ້ນບັນຫາອັກ ຄີໄພທີ່ເກີດຂຶ້ນໃນປະຈຸບັນ ແລະ ຕໍ່ໜ້າ.

ແຫຼ່ງຂໍ້ມູນ: ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ