2
ອາກາດຮ້ອນອຸນຫະພູມເພິ່ມສູງຂຶ້ນ ເຮັດໃຫ້ພາກກະສິກຳຢູ່ມຽນມາປະສົບຄວາມເສຍຫາຍ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 25 May, 2024
ໝວດ: ຂ່າວ

ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ຍ້ອນໄດ້ຮັບຜົນກະທົບຈາກປະກົດການເອວນິນໂນ ເຮັດໃຫ້ມຽນມາປະສົບກັບສະພາບອາກາດຮ້ອນອົບເອົ້າອຸນຫະພູມເພິ່ມສູງຂຶ້ນຜິດປົກກະຕິ, ອຸນຫະພູມຢູ່ຫຼາຍພື້ນທີ່ຂອງມຽນມາໄດ້ເພີ່ມຂຶ້ນສູງເປັນສະຕິຖິສູງສຸດໃນປະຫວັດສາດ. ຈາກອາກາດຮ້ອນອົບເອົ້າ ແລະ ອຸນຫະພູມເພິ່ມສູງຂຶ້ນຄືແນວນີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ການຜະລິດກະສິກຳຂອງມຽນມາ.

ປີນີ້, ຍ້ອນອຸນຫະພູມເພິ່ມສູງຂຶ້ນ ບວກກັບ ຝົນຕົກບໍ່ຖືກຕ້ອງຕາມລະດູການ ເຮັດໃຫ້ແມ່ນ້ຳ ແລະ ນ້ຳສ້າງທີ່ຊາວບ້ານຈຳນວນຫຼາຍໃຊ້ເຂົ້າໃນການດຳລົງຊີວິດນັ້ນລ້ວນແຕ່ເຫືອດແຫ້ງ ຈົນບໍ່ສາມາດປູກຝັງໄດ້.

ອຸນຫະພູມເພິ່ມສູງຂຶ້ນຍັງເຮັດໃຫ້ຄວາມຕ້ອງການໃຊ້ພະລັງໄຟຟ້າຢູ່ຫຼາຍແຫ່ງຂອງມຽນມາເພີ່ມຫຼາຍຂຶ້ນ ຈົນຂາດໄຟຟ້າໃຊ້ຢ່າງຫຼວງຫຼາຍ, ເວລາການສະໜອງໄຟຟ້າຢູ່ຫຼາຍແຫຼ່ງໄດ້ຫຼຸດລົງບໍ່ຮອດ 6 ຊົ່ວໂມງຕໍ່ມື້.

ວິຊາການເຕັກນິກກະສິກຳທ້ອງຖິ່ນຂອງມຽນມາກ່າວວ່າ: ສຳລັບການປູກເຂົ້າ, ຊາວກະສິກອນສ່ວນໃຫຍ່ແມ່ນປັກດຳໃນເດືອນມີນາ, ປັດຈຸບັນພວມຢູ່ໃນໄລຍະເຂົ້າຖອກຮວງ, ແຕ່ອຸນຫະພູມເພິ່ມສູງຂຶ້ນ ແລະ ເກີດໄພແຫ້ງແລ້ງເຮັດໃຫ້ອັດຕາການຖອກຮວງຂອງເຂົ້າຫຼຸດຕ່ຳລົງ, ສິ່ງນີ້ບໍ່ພຽງແຕ່ສ້າງຜົນກະທົບຕໍ່ຜົນຜະລິດເທົ່ານັ້ນ ຍັງເຮັດໃຫ້ພະຍາດ ແລະ ສັດຕູພືດເພີ່ມຫຼາຍຂຶ້ນ.

ນອກຈາກເຮັດໃຫ້ການປູກເຂົ້າ ແລະ ເຂົ້າບະເລໄດ້ຮັບຜົນກະທົບແລ້ວ, ຍ້ອນອຸນຫະພູມເພິ່ມສູງຂຶ້ນຢ່າງຕໍ່ເນື່ອງຍັງເຮັດໃຫ້ໝາກໄມ້ເຂດຮ້ອນຕ່າງໆ ເຊັ່ນ:ໝາກມ່ວງ ແລະ ໝາກເງາະເປັນຕົ້ນສຸກກ່ອນກຳນົດ, ບໍ່ພຽງແຕ່ລົດຊາດບໍ່ແຊບເທົ່ານັ້ນ, ຈຳນວນຜົນຜະລິດກໍ່ຫຼຸດໜ້ອຍລົງຢ່າງເດັ່ນຊັດ, ສິ່ງນີ້ຈະສ້າງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນກະສິກຳຂອງມຽນມາໃນປີນີ້ຢ່າງຫຼວງຫຼາຍ.

ຂ່າວ: CRI-FM93

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER (41)
ບິວເກດ ກາຍເປັນມະຫາເສດຖີ ຍ້ອນການຕັດສິນໃຈຜິດພາດ?
VP LANDSCAPE COVER (39)
5 ວິທີ ໝັກຜົມໃຫ້ງາມງ່າຍໆຈາກທຳມະຊາດ ມີທຸກບ້ານ
Copy of site cover (11)
ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ
site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
Copy of site cover (11)
ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
ຢ່າລື່ມກົດຕິດຕາມ