2
ສສຊ ສະເໜີໃຫ້ລັດຖະບານ ຮັກສາສະຖຽນລະພາບ ທາງດ້ານການເງິນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 June, 2024
ໝວດ: ຂ່າວ

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ໃນເລື່ອງຂອງການຮັກສາສະຖຽນລະພາບທາງດ້ານການເງິນ ສ້າງຄວາມໝັ້ນໃຈໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອດຶງດູດການລົງທຶນ ໃຫ້ຫຼາຍຂຶ້ນ.

ຄຳເຫັນດັ່ງກ່າວ ມີຂຶ້ນໂດຍທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ປະກອບຄຳເຫັນຕໍ່ບົດຊີ້ແຈງຂອງກະຊວງແຜນການ ແລະ ການລົງທຶນໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ອີງຕາມການລາຍງານຂອງ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນໄລຍະ 3 ເດືອນຕົ້ນປີ 2024 ສປປ ລາວ ມີການລົງທຶນທັງໝົດ ປະມານ 17,469.36 ຕື້ກີບ ເທົ່າກັບ 30,8% ຂອງແຜນການປີ.

ໂອກາດດັ່ງກ່າວ ທ່ານ ນາງ ວາລີ ໄດ້ມີຄຳເຫັນກ່ຽວກັບການປັບປຸງບັນດານິຕິກຳ ກ່ຽວກັບການສົ່ງເສີມການລົງທຶນ ໂດຍກ່າວວ່າ: “ໃນໄລຍະທີ່ຜ່ານມາ ເຫັນວ່າ ການລົງທຶນພາກເອກະຊົນ ທັງພາຍໃນ ແລະ ພາຍນອກ ມີທ່າອ່ຽງທີ່ຫຼຸດລົງເລື້ອຍໆ, ເຊິ່ງສາເຫດຫຼັກແມ່ນນັກລົງທຶນບໍ່ມີຄວາມເຊື່ອໝັ້ນໃນສະຖຽນລະພາບທາງດ້ານການເງິນຂອງປະເທດເຮົາ”

ການລົງທຶນຈາກພາກ ເອກະຊົນພາຍໃນ ແລະຕ່າງປະເທດ ໃນ 3 ເດືອນ ທີ່ໄດ້ອະນຸມັດການລົງທຶນຂອງພາກເອກະຊົນທັງໝົດ ຈຳນວນ 6,007 ກິດຈະການ (ໂຄງການ) ມີມູນຄ່າ 11,029.50 ລ້ານໂດລາສະຫະລັດ, ທຶນນຳເຂົ້າຕົວຈິງ ປະຕິບັດໄດ້ 666 ລ້ານໂດລາສະຫະລັດ ເທົ່າກັບ 14,319 ຕື້ກີບ ຫຼື ເທົ່າກັບ 44.15% ຂອງແຜນການ.

ທ່ານ ນາງ ວາລີ ກ່າວຕໍ່: “ເຖິງແມ່ນວ່າ ກົດໝາຍສົ່ງເສີມການລົງທຶນຂອງເຮົາຈະເອື້ອສິດທິພິເສດທາງດ້ານພາສີ ໃຫ້ອາຍຸສຳປະທານຫຼາຍເທົ່າໃດ ແຕ່ຖ້າການເງິນເຮົາບໍ່ມີສະຖຽນລະພາບ ນັກລົງທຶນ ກໍບໍ່ເຂົ້າມາລົງທຶນໃນປະເທດເຮົາຄືເກົ່າ ດັ່ງນັ້ນຈຶ່ງຢາກສະເໜີໃຫ້ບັນດາກະຊວງຕ່າງໆ ຂອງລັດຖະບານເຮັດວຽກຮ່ວມກັນ ແກ້ໄຂບັນຫາດັ່ງກ່າວ ເພື່ອດຶງດູດການລົງທຶນໃຫ້ໄດ້ຫຼາຍຂຶ້ນ”.

ຕາມຄຳຊີ້ແຈງຂອງທ່ານ ເພັດ ພົມພິທັກ, ກະຊວງແຜນການ ແລະ ການລົງທຶນ ໄດ້ມີຄວາມພະຍາຍາມໃນການປັບ ປຸງ ສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ເຊັ່ນ: ໄດ້ປັບປຸງສະພາບແວດລ້ອມເພື່ອເອື້ອອໍານວຍ ແລະ ດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ໃຫ້ຫຼາຍຂຶ້ນ, ໄດ້ສືບຕໍ່ກວດກາ ແລະ ປະເມີນຄືນ ບັນດາ ໂຄງການທີ່ໄດ້ຮັບຮອງແລ້ວ ເພື່ອໃຫ້ມີການພັດທະນາ ແລະ ຫຼີກລ່ຽງການຈັບຈອງໂຄງການ; ຄົ້ນຄວ້າປັບປຸງຂໍ້ຕົກລົງຂອງຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ (ຄລທສ) ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຂຶ້ນກັບທ້ອງຖິ່ນ ໃນການພິຈາລະນາອະນຸມັດການ ສຶກສາສໍາຫຼວດເນື້ອທີ່ດິນ ເພື່ອລົງທຶນສໍາປະທານການຜະລິດກະສິກຳ-ປ່າໄມ້ ແລະ ການບໍລິ ການ; ປັບປຸງບັນຊີກິດຈະກໍາສໍາປະທານ ແລະ ກິດຈະກໍາຄວບຄຸມ ເພື່ອເຮັດໃຫ້ກົນໄກພິຈາລະນາ ອະນຸມັດການລົງທຶນມີຄວາມສະດວກ ແລະ ວ່ອງໄວຂຶ້ນ; ຄົ້ນຄວ້າປັບປຸງກົດໝາຍສົ່ງເສີມການລົງທຶນ ແລະ ຄໍາແນະນໍາ ກ່ຽວກັບ ການໃຫ້ນະໂຍ ບາຍສົ່ງເສີມການລົງທຶນດ້ານພາສີ-ອາກອນມູນຄ່າເພີ່ມ; ສືບຕໍ່ຊຸກຍູ້ຕິດຕາມກວດກາ ການຊໍາລະຜ່ານລະບົບທະນາຄານຂອງຫົວໜ່ວຍທຸລະກິດ ແລະ ນັກລົງທຶນ ລວມທັງການປະຕິບັດໂຄງການ ແລະ ຄົ້ນຄວ້າຫັນໂຄງການໃນຮູບແບບທົດລອງ ແລະ ແບບປົກກະຕິ ເປັນຕົ້ນ.

ອີງຕາມຕົວເລກ ຈາກສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ, ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນພຶດສະພາ 2024 ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນ ຢູ່ໃນລະດັບ 25,8% (ເດືອນເມສາ 2024 ຢູ່ໃນລະດັບ 24,9%) ໃນນັ້ນໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດຮັກສາ ສຸຂະພາບ ແລະ ຢາ ເພີ່ມຂຶ້ນ 38,5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36,6%, ເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 31,3%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 29,6% ແລະ ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 27,7%.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ