ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກຳປູເຈຍ ສ້າງລາຍໄດ້ ຈາກ ການສົ່ງອອກເຂົ້າ ແລະ ຢາງພາລາແຫ້ງ ລວມມີ 384,4 ລ້ານໂດລາ ສະຫະລັດ ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ ໃນປີນີ້. ໂດຍ ສະຫະພັນເຂົ້າ ແຫ່ງ ກຳປູເຈຍ ລາຍງານວ່າ: ກໍາປູເຈຍ ສົ່ງອອກ ເຂົ້າສານ 302.592 ໂຕນ ໄປຍັງ 63 ປະເທດ ແລະ ພາກພື້ນ ໃນໄລຍະ 5 ເດືອນ ຂອງ ປີນີ້ ແລະ ສາມາດ ສ້າງລາຍໄດ້ 219,9 ລ້ານໂດລາ ສະຫະລັດ.
ໂດຍ ຈີນ ຍັງສືບຕໍ່ ເປັນ ຜູ້ຊື້ເຂົ້າ ກຳປູເຈຍ ຂະໜາດໃຫຍ່ ລວມມີ 73.322 ໂຕນ, ດ້ວຍມູນຄ່າ 46,2 ລ້ານໂດລາ ສະຫະລັດ. ໃນຂະນະດຽວກັນ ກົມຢາງພາລາ ຂອງ ກຳປູເຈຍ ລະບຸວ່າ: ກຳປູເຈຍ ສົ່ງອອກ ຢາງພາລາແຫ້ງ ໃນໄລຍະ 5 ເດືອນ ຂອງ ປີນີ້ ລວມມີ 110.772 ໂຕນ, ເພີ່ມຂຶ້ນ 2,42% ເມື່ອທຽບໃສ່ ໄລຍະ ດຽວກັນຂອງປີກາຍນີ້ ແລະ ອຶ່ນໆ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |