ສຳນັກຂ່າວStraits Times,ລາຍງານວ່າ: ອັດຕາ ເງິນເຟີ້ ພື້ນຖານ(Core inflation)ຂອງສິງກະໂປ ໃນເດືອນພຶດສະພາ ຍັງຮັກສາ ຢູ່ລະດັບ 3,1% ຕໍ່ເນື່ອງເປັນເດືອນ ທີ3 ແລ້ວ ເນື່ອງຈາກ ລາຄາ ສິນຄ້າ ອຸປະໂພກ ບໍລິໂພກ ໃນປະເທດ ຍັງຄົງປັບຕົວ ເພີ່ມຂຶ້ນ ເຮັດໃຫ້ ຊາວສິງກະໂປ ຕ້ອງຈ່າຍເງິນ ເພີ່ມຫລາຍຂຶ້ນ ສຳລັບ ການເດີນທາງ ທ່ອງທ່ຽວ.ຂະນະທີ່, ອັດຕາເງິນເຟີ້ ພາກບໍລິການ ໃນເດືອນພຶດສະພາ ຢູ່ໃນລະດັບ 3.6% ເນື່ອງຈາກ ປະຊາຊົນ ໃຊ້ຈ່າຍ ໃນການທ່ອງທ່ຽວ ຫລາຍຂຶ້ນ.
ລາຄາປີ້ຍົນ ໄດ້ຫລຸດລົງ ໜ້ອຍໜຶ່ງ.ຂະນະດຽວກັນການເພີ່ມຂຶ້ນ ຂອງ ອັດຕາ ເງິນເຟີ້ ພາກບໍລິການ ຖືກຊົດເຊີຍ ດ້ວຍອັດຕາເງິນເຟີ້ ທີ່ຫລຸດລົງ ໃນສ່ວນ ຄ່າໄຟຟ້າ ແລະ ອາຍແກັສ ລວມໄປເຖິງ ສິນຄ້າ ໃນກຸ່ມຄ້າຍ່ອຍ ແລະ ສິນຄ້າອື່ນໆ. ສ່ວນອັດຕາເງິນເຟີ້ ດ້ານອາຫານ ຍັງຄົງບໍ່ປ່ຽນແປງ ທີ່ລະດັບ 2,8%.ດ້ານອັດຕາ ເງິນເຟີ້ ທົ່ວໄປ(Headline inflation) ໃນເດືອນພຶດສະພາ ລະດັບ 3,1% ເມື່ອທຽບໃສ່ ປີຕໍ່ປີ ເພີ່ມຈາກ2,7%ໃນເດືອນເມສາ ໂດຍໄດ້ຮັບ ແຮງໜູນຈາກ ລາຄາລົດຍົນ ແລະ ນ້ຳມັນ ທີ່ເພີ່ມສູງຂຶ້ນ./.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |