2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 ເດືອນກໍລະກົດ, 2024
ໝວດ: ຂ່າວ

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ອົງການປົກຄອງເມືອງເລົ່າງາມ ແຂວງສາລະວັນ ຮ່ວມກັບລັດວິສະຫາກິດເຂື່ອນໄຟຟ້າ 5 ແຫ່ງຄື: ເຂື່ອນໄຟຟ້າເຊເສັດ 1, 2, 3, ເຂື່ອນໄຟຟ້າຫ້ວຍເປາະ ແລະ ເຂື່ອນໄຟຟ້າຫ້ວຍກະເພີ ຄົ້ນຄວ້າປຶກສາຫາລືຄວາມປອດໄພ ຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ແຜນກຽມຄວາມພ້ອມຮັບມືສຸກເສີນ ໃນໄລຍະລະດູຝົນ ໂດຍການເປັນປະທານ ຂອງທ່ານ ວຽງວິໄລຄໍາ ອຸດຕະສັກ ຮອງເຈົ້າເມືອງໆເລົ່າງາມ ພ້ອມ​ດ້ວຍ ຫ້ອງການກ່ຽວຂ້ອງ ແລະ ຜູ້ຕາງໜ້າ​ຈາກລັດວິສະຫາກິດເຂື່ອນໄຟຟ້າເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ ສະພາບລວມການຈັດຕັ້ງປະຕິບັດຂອງລັດວິສະຫາກິດເຂື່ອນໄຟຟ້າ ໃນແຕ່ລະແຫ່ງ ໃນການຄຸ້ມຄອງການບໍລິຫານຈັດການນໍ້າ ໃນແຕ່ລະເຂື່ອນໃຫ້ຖືກຕ້ອງສອດຄອງກັບຄວາມເປັນຈິງ ພ້ອມທັງວາງແຜນຕິດຕາມກວດກາເຂື່ອນ ໄດ້ມາດຕະຖານບໍລິຫານນໍ້າໃຫ້ພຽງພໍ, ກວດສອບສະມັດຕະພາບຂອງເຂື່ອນໄຟຟ້າຢູ່ຕະຫລອດເວລາ ວ່າມີສຽງເປ່ເພ ຫລື ເຂື່ອນມີນໍ້າຮົ່ວເຊື່ອມ ເພື່ອວາງແຜນ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດການປະຕິບັດກຽມຄວາມພ້ອມຮັບມືສຸກເສີນ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ໃຫ້ມີຄວາມເຂັ້ມງວດ ເພື່ອຄວາມປອດໄຟ ທາງດ້ານຊັບສິນ ແລະ ຊີວິດຂອງປະຊາຊົນທີ່ຢູ່ອາ​ໄສ ທໍາການຜະລິດ ຢູ່ເຂດລຸ່ມເຂື່ອນໄຟຟ້າ ໃນເວລາມີເຫດສຸກເສີນຝົນຕົກແຮງ ຈະໄດ້ມີການປະສານງານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ອໍານາດການປົກຄອງບ້ານ ເພື່ອແຈ້ງເຕືອນປະຊາຊົນ ​ໃຫ້ຮູ້ລວງໜ້າ ໃນເວລານໍ້າຂຶ້ນສູງ ເພື່ອຍົກຍ້າຍໄປບ່ອນທີ່ມີຄວາມປອດໄພ.

​ໃນກອງປະຊຸມ ບັນດາ​ຜູ້​ເຂົ້າ​ຮ່ວມ ໄດ້ປະກອບຄໍາຄິດເຫັນ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະ ຈຸດອ່ອນຂໍ້ຄ້າງ ເປັນຕົ້ນ ປະຊາຊົນບຸກລຸກທີ່ດິນ, ຖາງປ່າເຮັດສວນ ​ແລະ ທໍາການຜະລິດ, ຕັດໄມ້ປ່າສະຫງວນເຂດກັນເຈື່ອນ, ປັກຫລັກກາຍເຂດເຂື່ອນໄຟຟ້າ, ທາງທ່ຽວແລະ ອື່ນໆ ເພື່ອພ້ອມກັນແກ້ໄຂບັນຫາໃຫ້ຖືກຕ້ອງສອດຄ່ອງ ກັບລະບຽບ, ກົດໝາຍ.

KPL

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ
2
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ
2
ຍັງຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງ
2
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ
2
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ
2
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
ຢ່າລື່ມກົດຕິດຕາມ