2
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 August, 2024

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ເຊັນສັນຍາຮ່ວມຮຸ້ນ ກັບ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ສ້າງຕັ້ງທະນາຄານຄຳລາວ ຈໍາກັດ ເພື່ອເປັນຄັງສຳຮອງໃຫ້ແກ່ລະບົບເສດຖະກິດການເງິນຂອງຊາດ.
ໃນວັນທີ 7 ເດືອນສິງຫາ 2024 ໄດ້ມີພິທີເຊັນສັນຍາຮ່ວມຮຸ້ນ ເພື່ອສ້າງຕັ້ງທະນາຄານຄຳລາວ ຈໍາກັດ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ແລະ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ.

ການເຊັນສັນຍາຮ່ວມຮຸ້ນ ເພື່ອສ້າງຕັ້ງທະນາຄານຄຳ ລາວ ຈໍາກັດ ໃນຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງ ລັດຖະບານ ແລະ ເອກະຊົນ ເພື່ອຢັ້ງຢືນເຖິງວັດຖຸປະສົງດຽວກັນຈັດຕັ້ງຜັນຂະຫຍາຍແນວຄິດວິໄສທັດຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ວ່າດ້ວຍການສຳຮອງ ຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດຂອງປະເທດຊາດ ຜ່ານການສ້າງຕັ້ງທະນາຄານຄຳລາວ ຈໍາກັດ ທີ່ຈະສາມາດປົດລັອກທ່າແຮງທາງດ້ານການເງິນ, ການຄັງ, ສ້າງຄວາມເຂັ້ມແຂງໃຫ້ສະກຸນເງິນກີບ, ການລະດົມທຶນ ແລະ ເສີມສ້າງສະພາບຄ່ອງ ເພື່ອເຂົ້າມາໝູນໃຊ້ພັດທະນາປະເທດຊາດໃຫ້ໄດ້ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດຕໍ່ກັບເສດຖະກິດຂອງປະເທດ.

ສປປ ລາວ ເປັນໜຶ່ງໃນປະເທດອັນດັບຕົ້ນໆຂອງໂລກ ດ້ານການຂຸດຄົ້ນ ແລະ ຜະລິດຄຳ; ເປັນອັນດັບ 3 ຂອງ ASEAN ແລະ ອັນດັບ 6 ໃນທະວີບອາຊີ. ຜ່ານການສໍາຫຼວດເບື້ອງຕົ້ນ ເຊິ່ງຄາດຄະເນວ່າ ມີແຮ່ຄໍາທີ່ຍັງບໍ່ໄດ້ຖືກຂຸດຄົ້ນ ປະມານ 500 – 1.000 ໂຕນ ແລະ ຫາກໄດ້ຮັບການອອກໃບຢັ້ງຢືນບົດລາຍງານ ເຊິ່ງຮັບຮອງຈາກສາກົນ ໂດຍສະເພາະໜ່ວຍງານສຶກສາສໍາຫຼວດບໍ່ແຮ່ ທີ່ກ່ຽວຂ້ອງແລ້ວນັ້ນ ຈະສາມາດຕີມູນຄ່າມາເພີ່ມທະວີ ປະລິມານຄັງສຳຮອງພາຍໃນປະເທດໄດ້ເຖິງ 50 – 76 ຕື້ໂດລາສະຫະລັດ ເພື່ອເພີ່ມສະພາບຄ່ອງດ້ານການເງິນ ແລະ ເປັນແຫຼ່ງທຶນຮອນເຂົ້າມານຳໃຊ້ໃນການພັດທະນາບັນດາໂຄງການຍຸດທະສາດ ດ້ານພື້ນຖານໂຄງລ່າງ, ກະສິກຳ ແລະ ອຸດສາຫະກຳ ທີ່ສຳຄັນຈຳເປັນໃນການສ້າງພື້ນຖານທີ່ເຂັ້ມແຂງ ແລະ ຄວາມໝັ້ນຄົງໃຫ້ແກ່ລະບົບເສດຖະກິດຂອງປະເທດໃຫ້ນັບມື້ຈະເລີນກ້າວໜ້າ.

ການສ້າງຕັ້ງ ແລະ ໃຫ້ບໍລິການທະນາຄານຄຳນີ້ ຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດການຄຳ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານ London Bullion Market Association ( LBMA ) ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະ ສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາຄານຄຳ ເປັນຕົ້ນແມ່ນບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານຄຸນນະພາບຄຳ ໃຫ້ເປັນລະດັບສາກົນ ( LBMA ) ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດຍົກສູງພາລະບົດບາດອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາຫະກຳຄໍາທີ່ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ ສ້າງຊື່ສຽງໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະ ຍອມຮັບໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວ ໃຫ້ນັບມື້ຂະຫຍາຍຕົວ.

ການລົງນາມພິທີເຊັນສັນຍາຮ່ວມຮຸ້ນໃນຄັ້ງນີ້ ມີຂຶ້ນລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ກັບ ທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ PTL Holding ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.
ທະນາຄານດັ່ງກ່າວ ຄາດວ່າຈະທັນເປີດບໍລິການໄລຍະທີ 1 ໃນເດືອນກັນຍາ 2024 ແລະ ໃຫ້ບໍລິການຄົບທຸກຜະລິດຕະພັນ ພາຍໃນທ້າຍເດືອນພະຈິກ ຫຼື ທ້າຍປີນີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 27 March, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (4)
ຮູ້ຈັກໂລກໄທລອຍດ໌ ກັບ 8 ສັນຍານເຕືອນໄພ "ຕ່ອມໄທລອຍດ໌ເປັນພິດ"
site cov (3)
ການນອນກົນ ອາການອັນຕະລາຍ ທີ່ບໍ່ຄວນລະເລີຍ!
site cov (2)
ຣັດເຊຍຢ້ຳຮ່ວມມືສະຫະລັດອາເມລິກາ ຫຼັງທຣຳບໍ່ພໍໃຈປູຕິນ
Copy of site cover (2)
10 ທັກສະການເຮັດວຽກທີ່ສຳຄັນ ທີ່ຄົນເຮັດວຽກຕ້ອງມີ ໃນປີ 2025
Copy of site cover
6 ຈຸດທີ່ຕ້ອງກວດກາລົດກ່ອນຂັບໄປທາງໄກໃນຊ່ວງເທດສະການສົງການ 2025
site cov (1)
"ນ້ຳມັນໝູ" ມີປະໂຫຍດ ຫຼື ໂທດ? ແລ້ວໃຊ້ເຮັດອາຫານໄດ້ຫຼືບໍ່ ມື້ນີ້ເຮົາມີຄຳຕອບ.
site cov
ໄຟຟ້າລາວ ສາຂາ ແຂວງຈຳປາສັກ ແຈ້ງການມອດໄຟຊົ່ວຄາວ ວັນທີ 05/04/2025
site cover - 2025-04-02T110411.321
ຈີນຝຶກຊ້ອມຮົບອ້ອມເກາະໄຕ້ຫວັນ, ໄທເປສັ່ງກອງທັບປະຈຳການ, ອ້າງວ່າຈີນເປັນຕົວສ້າງບັນຫາ
1
ແນວໂນ້ມລາຄາທອງ 2 ເມສາ 68 ລຸ້ນຟື້ນຕົວຂຶ້ນຕໍ່
Copy of site cover (1)
ການເບິ່ງໜ້າຈໍໃນເວລາເຂົ້ານອນສົ່ງຜົນການນອນແບບບໍ່ມີຄຸນນະພາບ
ຢ່າລື່ມກົດຕິດຕາມ