2
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 August, 2024
ໝວດ: ຂ່າວ

ອົງການສຸພານິມິດສາກົນ (World Vision US) ປະຈໍາ ສປປ ລາວ ມອບຢາຂ້າແມ່ທ້ອງ (Albendazone) ຈຳນວນ 800,000 ເມັດ ລວມມູນຄ່າ 2,000 ໂດລາສະຫະລັດ ໃຫ້ສູນໂພຊະນາການ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ຊຶ່ງຢາຈຳນວນດັ່ງກ່າວ ຈະໄດ້ນໍາໄປແຈກຢາຍ-ສົ່ງເຖີງພະແນກສາທາລະນະສຸກແຂວງ, ສາທາເມືອງ ແລະ ສຸກສາລາ ໃນ 3 ພາກຂອງປະເທດລາວ ເພື່ອການປັບປຸງວຽກງານດ້ານໂພຊະນາການຂອງເດັກຕໍ່າກວ່າ 5 ປີ ແລະ ແມ່ຍິງຖືພາໃຫ້ມີສຸຂະພາບດີ.

ພິທີມອບ-ຮັບ ຢາຂ້າແມ່ທ້ອງ ໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າເຊັນມອບໂດຍ ທ່ານ ນາງ ເອເດວ ໄວສ ຜູ້ອຳນວຍການອົງການສຸພານິມິດສາກົນ ປະຈໍາ ສປປ ລາວ ແລະ ຕາງໜ້າເຊັນຮັບໂດຍ ທ່ານ ດຣ ນາງ ພອນສະຫວັນ ແກ້ວນະຄອນ ຫົວໜ້າສູນໂພຊະນາການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອົງການສຸພານິມິດສາກົນ ປະຈໍາ ສປປ ລາວ ແມ່ນອົງການຈັດຕັ້ງສາກົນ ໜຶ່ງ ທີ່ຍຸດທະສາດໃນການຊ່ວຍເຫຼືອເດັກນ້ອຍ ແລະ ມີສ່ວນຮ່ວມສະໜັບສະໜູນການພັດທະນາຊິວິດການເປັນຢູ່ຂອງເດັກນ້ອຍທີ່ມີຄວາມບອບບາງ ໃຫ້ມີຊິວິດດີຂື້ນເພື່ອສ້າງອະນາຄົດທີ່ສົດໃສ ໃຫ້ແກ່ເດັກນ້ອຍໃນຊຸມຊົນ ແລະ ເຂດຫ່າງໄກສອກຫຼີກໃຫ້ທົ່ວເຖີງ.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (19)
ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ
_cover (18)
ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ
_cover (17)
"ທຣຳ-ອີລອນ ມັສກ໌" ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ
_cover (15)
ແຈ້ງການມອດໄຟ ວັນທີ 7 ແລະ 8 ມິຖຸນາ 2025
_cover (14)
"ຍີ່ປຸ່ນ" ອັດຕາເກີດໃໝ່ຫຼຸດລົງ ຕ່ຳກວ່າ 700,000 ຄົນເປັນຄັ້ງທຳອິດ
_cover (13)
ທຣຳ" ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
ຢ່າລື່ມກົດຕິດຕາມ