2
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕຳແໜ່ງທີ່ຣາຊະອານາຈັກໄທ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 19 August, 2024

ໃນວັນທີ 16 ສິງຫາ 2024 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດທີ່ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່.


ເນື້ອໃນສານໄດ້ ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ທ່ານ ເນື່ອງໃນໂອກາດທີ່ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່.


ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການທີ່ສູງສົ່ງຂອງ ທ່ານ ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າ ຫວັງວ່າຈະໄດ້ເຮັດວຽກຮ່ວມກັບ ທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມທີ່ມີມາແຕ່ດົນນານຖານປະເທດບ້ານໃກ້ເຮືອນຄຽງທີ່ດີ, ມີວັດທະນະທໍາ,ຮີດຄອງປະເພນີຄ້າຍຄືກັນ, ພາສາປາກເວົ້າເຂົ້າໃຈກັນ ແລະ ມີປະຫວັດສາດການພົວພັນການທູດນໍາກັນທີ່ຍາວນານຫລາຍກວ່າ 7 ທົດສະວັດ ກໍຄື ການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ ລວມທັງການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃຫ້ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.


ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຕ້ອນຮັບ ທ່ານ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 8 – 11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ.

ສຸດທ້າຍນີ້, ຂໍອວຍພອນໄຊອັນປະເສີດມາຍັງ ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງທ່ານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 27 March, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (4)
ຮູ້ຈັກໂລກໄທລອຍດ໌ ກັບ 8 ສັນຍານເຕືອນໄພ "ຕ່ອມໄທລອຍດ໌ເປັນພິດ"
site cov (3)
ການນອນກົນ ອາການອັນຕະລາຍ ທີ່ບໍ່ຄວນລະເລີຍ!
site cov (2)
ຣັດເຊຍຢ້ຳຮ່ວມມືສະຫະລັດອາເມລິກາ ຫຼັງທຣຳບໍ່ພໍໃຈປູຕິນ
Copy of site cover (2)
10 ທັກສະການເຮັດວຽກທີ່ສຳຄັນ ທີ່ຄົນເຮັດວຽກຕ້ອງມີ ໃນປີ 2025
Copy of site cover
6 ຈຸດທີ່ຕ້ອງກວດກາລົດກ່ອນຂັບໄປທາງໄກໃນຊ່ວງເທດສະການສົງການ 2025
site cov (1)
"ນ້ຳມັນໝູ" ມີປະໂຫຍດ ຫຼື ໂທດ? ແລ້ວໃຊ້ເຮັດອາຫານໄດ້ຫຼືບໍ່ ມື້ນີ້ເຮົາມີຄຳຕອບ.
site cov
ໄຟຟ້າລາວ ສາຂາ ແຂວງຈຳປາສັກ ແຈ້ງການມອດໄຟຊົ່ວຄາວ ວັນທີ 05/04/2025
site cover - 2025-04-02T110411.321
ຈີນຝຶກຊ້ອມຮົບອ້ອມເກາະໄຕ້ຫວັນ, ໄທເປສັ່ງກອງທັບປະຈຳການ, ອ້າງວ່າຈີນເປັນຕົວສ້າງບັນຫາ
1
ແນວໂນ້ມລາຄາທອງ 2 ເມສາ 68 ລຸ້ນຟື້ນຕົວຂຶ້ນຕໍ່
Copy of site cover (1)
ການເບິ່ງໜ້າຈໍໃນເວລາເຂົ້ານອນສົ່ງຜົນການນອນແບບບໍ່ມີຄຸນນະພາບ
ຢ່າລື່ມກົດຕິດຕາມ