ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກຳນົດ ແຜນວຽກ ຕັ້ງເປົ້ານຳລາຍຮັບເງິນຕາຕ່າງປະເທດ ເຂົ້າລະບົບທະນາຄານໃຫ້ໄດ້ຢ່າງໜ້ອຍ 70%

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກຳນົດ ແຜນວຽກຄຸ້ມຄອງເງິນຕາຕ່າງປະເທດ ປີ 2024 ຕັ້ງເປົ້າ ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%. ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກ່າວໃຫ້ຮູ້ເມື່ອບໍ່ດົນມານີ້ ກ່ຽວກັບທິດທາງໃນຕໍ່ໜ້າກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ວ່າ: ໃນປີ 2024 ແລະ ໃນຕໍ່ໜ້າ ທຫລ ຈະສືບຕໍ່ຄຸ້ມຄອງແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານເພີ່ມຂື້ນ, ສ້າງຄວາມສົມດຸນລະຫວ່າງກະແສເງິນຕາເຂົ້າ-ອອກໄປເພື່ອຊຳລະກັບຕ່າງປະເທດ, ສ້າງຄວາມເຂັ້ມແຂງຄັງສຳຮອງເງິນຕາຕ່າງປະເທດສາມາດກຸ້ມການນຳເຂົ້າຫຼາຍກວ່າ 5 ເດືອນ ແລະ ບັນລຸຄາດໝາຍມະຕິສະພາແຫ່ງຊາດກຳນົດ, ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%. ໂດຍ ທຫລ ຈະສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍເປັນຕົ້ນ: ຂໍ້ກຳນົດກ່ຽວກັບການຄຸ້ມຄອງລາຍຮັບເງິນຕາຫົວໜ່ວຍຜູ້ສົ່ງອອກເພື່ອແລກເງິນຕາກັບລະບົບທະນາຄານຕາມສັດສ່ວນຂັ້ນຕ່ຳ, ກຳນົດເປົ້າໝາຍການນຳໃຊ້ເງິນຕາໃນ ສປປລາວ, ການຄຸ້ມຄອງເງິນຕາຈາກລາຍຮັບແຮງງານ, ການທ່ອງທ່ຽວ, ການເປີດບັນຊີເງິນຕາຕ່າງປະເທດຢູ່ພາຍໃນ […]
ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ

ກອງປະຊຸມວຽກງານ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງມື້ວັນທີ 12 ກຸມພາ 2024 ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ. ຈຸດປະສົງຂອງກອງປະຊຸມເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານ ຖວທ ທົ່ວປະເທດ ປະຈຳປີ 2023 ແລະ ກໍານົດທິດທາງແຜນການ ປະຈໍາປີ 2024. ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວເປີດກອງປະຊຸມໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ກອງປະຊຸມວຽກງານ ຖວທ ໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ, ຈຸດປະສົງຂອງກອງປະຊຸມ ພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານວຽກງານ ຖວທ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການປະຈໍາປີ 2024; ພ້ອມກັນນີ້, ໃນຕອນທ້າຍຂອງກອງປະຊຸມ, ພວກເຮົາຈະໄດ້ພ້ອມກັນຮັບຟັງການໃຫ້ກຽດໂອ້ລົມ ຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດປົກຄອງ ແລະວັດທະນະທຳ – […]
ໂຄງການເຝິກອົບຮົມພາສາອັງກິດຟຣີ! ສ້າງຄວາມໝັ້ນໃຈໃນຕົນເອງຂອງໄວໜຸ່ມລາວໃນຍຸກໃໝ່

ນະຄອນຫຼວງວຽງຈັນ, ວັນທີ 09 ກຸມພາ 2024 – ໂດຍປາດຖະໜາຢາກສະໜັບສະໜູນຊາວໜຸ່ມລາວ ທີ່ພວມດຳລົງຊີວິດໃນຍຸກໃໝ່ໃຫ້ປັບຕົວໃຫ້ດີຂຶ້ນ ແລະ ເຕີບໃຫຍ່ໃນຕໍ່ໜ້າ, ພວກເຮົາແມ່ນກຸ່ມຄູສອນພາສາສາດ ແລະ ອະນາຄົດ, ສະໜັບສະໜູນໂດຍສະຖາບັນສ້າງຂີດຄວາມສາມາດໃຫ້ແກ່ໄວໜຸ່ມທົ່ວໂລກ. (iBC4Y), ອົງການບໍ່ຫວັງຜົນກຳໄລໄດ້ລິເລີ່ມໂຄງການໄລຍະຍາວໄດ້ເລີ່ມຕັ້ງແຕ່ປີ 2023, ເອີ້ນວ່າ “ໂຄງການພັດທະນາຄວາມຫມັ້ນໃຈຕົນເອງໃນພາສາອັງກິດ”. ສັງເກດເຫັນວ່າ ຊາວໜຸ່ມລາວ ມີຄວາມປາຖະໜາຢາກຮຽນ ແລະ ພັດທະນາພາສາອັງກິດ ແລະ ມີຄວາມໝັ້ນໃຈໃນຕົນເອງຫຼາຍດ້ານ ເຊັ່ນ: ເໝາະສົມກັບການຂະຫຍາຍຕົວຂອງປະເທດ ແລະ ໂລກ, ໄດ້ທຶນການສຶກສາ ຫຼື ໄປຮຽນຢູ່ຕ່າງປະເທດ, ມີວຽກເຮັດງານທຳທີ່ດີຂຶ້ນ ແລະ ມີວຽກເຮັດງານທຳຫຼາຍຂຶ້ນ. ໂອກາດໃນຊີວິດຂອງເຂົາເຈົ້າ. ຄວາມເຂົ້າໃຈຈາກທັດສະນະນີ້, ພວກເຮົາໄດ້ລິເລີ່ມໂຄງການເພື່ອປະກອບສ່ວນເພື່ອເຮັດໃຫ້ຄວາມປາດຖະຫນາເຫຼົ່ານີ້ເກີດຂຶ້ນ. ມີ 2 ຄຸນຄ່າທີ່ສຸມໃສ່ນຳເຂົ້າຮ່ວມ. ກ່ອນອື່ນໝົດ, ການເຕີບໂຕດ້ານແນວຄິດ ແລະ ການປັບຕົວໃນຍຸກໃໝ່ຂອງການປ່ຽນແປງ ແລະ ພັດທະນາເຕັກໂນໂລຢີ Ai, ໄວໜຸ່ມຕ້ອງຮຽນຮູ້, ປ່ຽນແປງ ແລະ ປັບຕົວໃຫ້ເໝາະສົມ. ອັນທີສອງ, ຜູ້ເຂົ້າຮ່ວມຈະໄດ້ຮັບການຝຶກອົບຮົມໃຫ້ມີຄວາມຫມັ້ນໃຈຕົນເອງຈາກພາຍໃນສູ່ພາຍນອກ, […]
ລົດໄຟຈີນ – ລາວ ໄດ້ຂົນສົ່ງໂດຍສານ ຫຼາຍກວ່າ 27.800.000 ເທື່ອຄົນແລ້ວ

ນັບແຕ່ຕົ້ນປີນີ້ມາ, ການເດີນທາງດ້ວຍຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວຈີນ ແລະ ຕ່າງປະເທດ. ເດືອນມັງກອນຜ່ານມານີ້,ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງ ໂດຍສານ ເຖິງ1.860.000 ເທື່ອຄົນ, ໃນນັ້ນ, ຜູ້ໂດຍສານຂ້າມຊາດມີ 23.000ເທື່ອຄົນ ຖືວ່າໄດ້ເພີ່ມຂຶ້ນຢ່າງຊັດເຈນ. ນັບຕັ້ງແຕ່ຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການເມື່ອວັນທີ 13 ເມສາ 2023 ເປັນຕົ້ນມາ. ນັບລວມແລ້ວໄດ້ຂົນສົ່ງໂດຍສານຂ້າມຊາດຈຳນວນ13.000ຄົນຈາກ 83 ປະເທດ ແລະ ເຂດແຄວ້ນ. ຂະນະທີ່ການຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟຈີນ-ລາວໄດ້ປາກົດມີທ່ວງທ່າເຕີບໂຕຂຶ້ນ, ນັບແຕ່ຕົ້ນປີນີ້ມາໄດ້ຂົນສົ່ງສິນຄ້າບັນລຸເຖິງ 2.010.000 ໂຕນ, ໃນນັ້ນ, ສິນຄ້າຂ້າມຊາດ 550.000 ໂຕນ ເພີ່ມຂຶ້ນ 29,7% ຖືວ່າໄດ້ເພີ່ມຂຶ້ນຢ່າງເດັ່ນຊັດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນັບມາຮອດວັນທີ 7 ກຸມພານີ້, ນັບຕັ້ງແຕ່ເສັ້ນທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ, ໄດ້ຂົນສົ່ງໂດຍສານບັນລຸເຖິງ 27.870.000ເທື່ອຄົນ, ຂົນສົ່ງສິນຄ້າ 32.560.000 ໂຕນ, ໃນນັ້ນ, ຂົນສົ່ງສິນຄ້າຂ້າມຊາດບັນລຸຫຼາຍກວ່າ 7.310.000 ໂຕນ. ຂ່າວ: CRI-FM93 ທີ່ມາ VientianeTimes
ອະນາຄົດດັບຍ້ອນຄ້າຂາຍຢາເສບຕິດ

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກໄດ້ຈັບ 2 ສ່ຽວ ຄ້າຂາຍຢາເສບຕິດປະເພດຢາບ້າ ພ້ອມຂອງກາງຢາບ້າ 6.000 ເມັດ ເມື່ອມໍ່ໆມານີ້ ຢູ່ເຂດບ້ານຫຼັກ16 ເມືອງບາຈຽງ ແຂວງຈຳປາສັກ. ຜູ້ຖືກຈັບທັງສອງຄົນເປັນສ່ຽວກັນ, ຊື່ ທ້າວແສງດາວ ຫຼື ນ້ອຍ ອາຍຸ 41 ປີ ແລະ ທ້າວ ວັນນີ ຫຼື ແກ ອາຍຸ 42 ປີ ຢູ່ ບ້ານແກແລ ເມືອງປະທຸມພອນ ແຂວງຈໍາປາສັກ. ກ່ອນທີ່ຈະຈັບກຸມຜູ້ຕ້ອງຫາ 2 ຄົນດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກ ໄດ້ລົງຕັ້ງຈຸດກວດກາຢູ່ເຂດບ້ານຫຼັກ16 ເມືອງບາຈຽງ ແຂວງຈຳປາສັກ ແລະ ໄດ້ກັກລົດຕູ້ຮຸນໄດ ສີຂາວ ທະບຽນ ກກ 5256 ອຸດົມໄຊ ແລະ ກວດຄົ້ນພົບເຫັນ ຢາບ້າ ຈໍ່ນວນດັ່ງກ່າວ ຊຸກເຊື່ອງໄວ້ຢູ່ໃນລົດ. ທີ່ມາ […]
ປະຊາຊົນ ປູກກາເຟ ສົ່ງອອກໄປຝຣັ່ງ ສ້າງລາຍຮັບກວ່າ 1 ຕື້ກີບ

ໂຄງການພັດທະນາປ່ຽນແທນການປູກຝິ່ນ ໄດ້ຫັນໃຫ້ ປະຊາຊົນບ້ານ ບອນ ເມືອງ ຊຳເໜືອ ແຂວງຫົວພັນ ມາຜະລິດກາເຟເປັນສີນຄ້າເພື່ອສົ່ງອອກ ໄປປະເທດຝຣັ່ງ ຈົນສ້າງລາຍຮັບໄດ້ກວ່າ 1 ຕື້ກີບ. ໂດຍໂຄງການດັ່ງກ່າວໄດ້ເລີ່ມຕັ້ງແຕ່ປີ 2016 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດ ລຸກຊຳບວກ, ສະຫະລັດອາເມຣິກາ ແລະ ອົງການ ສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດສະຍາກຳ (UNODC) ພ້ອມດ້ວຍຄະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດຂັ້ນສູນກາງ. ໂດຍແນໃສ່ການສົ່ງເສີມ ສ້າງອາຊີບ ສ້າງລາຍຮັບແບບຍືນຍົງ ໃຫ້ປະຊາຊົນ ແລະ ສົ່ງເສີມການປູກກາເຟໃຫ້ກາຍເປັນສິນຄ້າທີ່ສາມາດສົ່ງອອກໄດ້. ທ່ານ ນ. ສົມພອນ ສິນໄຊປັນຍາ ພະນັກງານສົ່ງເສີມຂອງໂຄງການ UNODC ປະຈຳເມືອງ ຊຳເໜືອແຂວງຫົວພັນ ໄດ້ກ່າວວ່າ: ໂຄງການດັ່ງກ່າວໄດ້ຊຸກຍູ້ ສົ່ງເສີມປະຊາຊົນ 12 ບ້ານ ໃນ 4 ເມືອງ ຂອງແຂວງຫົວພັນ, ໂດຍກິດຈະກຳຫຼັກໆ ແມ່ນສົ່ງເສີມການປູກກາເຟ. ສະເພາະໃນບ້ານ ບອນ ເມືອງ ຊຳເໜືອ […]
Vietjet ລາຍງານການເຕີບໂຕຂອງລາຍຮັບໃນປີກາຍນີ້ຢູ່ທີ່ 2,55 ຕື້ໂດລາສະຫະລັດ

ວຽງຈັນ, ວັນທີ 7 ກຸມພາ 2024 ນີ້, ບໍລິສັດຫຸ້ນສ່ວນການບິນ Vietjet (HOSE: VJC) ໄດ້ລາຍງານຜົນການດຳເນີນທຸລະກິດທີ່ໜ້າປະທັບໃຈໃນປີ 2023, ເພີ່ມຄວາມເຊື່ອໝັ້ນໃນຖານະໜຶ່ງໃນບັນດາບໍລິສັດທີ່ໝັ້ນຄົງ ແລະ ຂະຫຍາຍຕົວໄວ. ໃນປີ 2023, Vietjet ໄດ້ໃຫ້ບໍລິການຖ້ຽວບິນ 133.000 ຖ້ຽວ ດ້ວຍຜູ້ໂດຍສານປະມານ 25.3 ລ້ານຄົນ (ບໍ່ລວມ Vietjet ປະເທດໄທ) ເພີ່ມຂຶ້ນ 183% ຈາກປີກ່ອນ, ໃນນັ້ນມີຜູ້ໂດຍສານຈາກຖ້ຽວບິນສາກົນຫຼາຍກວ່າ 7.6 ລ້ານຄົນ. ໃນປີກາຍນີ້, Vietjet ຍັງໄດ້ສືບຕໍ່ຂະຫຍາຍຕາໜ່າງການບິນດ້ວຍ 33 ເສັ້ນທາງການບິນໃໝ່ທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ຈຳນວນເສັ້ນທາງບິນເພີ່ມຂຶ້ນເປັນ 125 ເສັ້ນທາງ, ໃນນັ້ນມີ 80 ເສັ້ນທາງການບິນສາກົນ ແລະ 45 ເສັ້ນທາງພາຍໃນປະເທດ. ບາງເສັ້ນທາງທີ່ພົ້ນເດັ່ນຄື: ນະຄອນໂຮ່ຈີມິນ-ຊຽງໄຮ້, ນະຄອນໂຮ່ຈີມິນ-ວຽງຈັນ, ຮ່າໂນ້ຍ-ສຽມຣຽບ, ຮ່າໂນ້ຍ-ຮົງກົງ, ຝູກວກ-ໄທເປ, […]
ລົດຕູ້ແຮງງານລາວຢູ່ໄທຕຳທ້າຍລົດສີບລໍ້ ເສຍຊີວິດ 1 ແລະ ເຈັບໜັກ 4 ຄົນ

ເກີດເຫດລົດຕູ້ໂດຍສານໄທພາແຮງງານລາວໄປຕໍ່ໜັງສືຜ່ານແດນແລ້ວເກີດອຸບັດເຫດຕໍາທ້າຍລົດ ສີບລໍ້ ໃນຕອນເຊົ້າຂອງວັນທີ 7 ກຸມພາ 2024 ທີ່ຜ່ານມາ ຢູ່ຈັງຫວັດສະເຊິງເຊົາ ປະເທດໄທໄດ້ເຮັດໃຫ້ແຮງງານລາວເສຍຊີວິດ 1, ເຈັບໜັກ 4 ຄົນ. ໃນລົດຕູ້ໂດຍສານຄັນດັ່ງກ່າວມີຜູ້ໂດຍສານທັງໝົດ 16 ຄົນ, ຫຼັງຈາກເກີດອຸບັດເຫດເຈົ້າໜ້າທີ່ໄດ້ນໍາຕົວຄົນເຈັບທັງໝົດ 15 ຄົນຮັກສາໂຕຢູ່ທີ່ໂຮງໝໍທີ່ປະເທດໄທ. ຮອດປັດຈຸບັນນີ້, ຜູ້ບາດເຈັບຈໍານວນໜຶ່ງໄດ້ອອກຈາກໂຮງໝໍແລ້ວ ແຕ່ຍັງມີຄົນເຈັບຈໍານວນໜຶ່ງຍັງນອນຮັກສາຕົວຢູ່ທີ່ໂຮງໝໍ. ລາຍລະອຽດຕ່າງໆຈະລາຍງານຕາມພາຍຫຼັງ.
ຍັງບໍ່ຮູ້ວ່າແມ່ນໃຜທີ່ເສຍຊີວິດໃນກົງເຫຼັກຖືກໂຍນລົງນໍ້າຄານ

ປະຊາຊົນໄດ້ພົບເຫັນສົບຜູ້ເສຍຊິວິດໜຶ່ງຄົນທີ່ຂົວບ້ານວັງເງິນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 7 ກຸມພາ 2024 ທີ່ຜ່ານມາ ຄາດວ່າຖືກໂຍນຖິ້ມລົງນໍ້າຄານ. ຜູ້ເສຍຊີວິດເປັນເພດຊາຍ ສະພາບສົບແມ່ນທີ່ຄໍມີເຊືອກຮັດແໜ້ນ ຂັງຢູ່ໃນກົງເຫຼັກ ຊຶ່ງຮອດປັດຈຸບັນຍັງບໍ່ທັນຮູ້ວ່າຊາຍຄົນດັ່ງກ່າວ ແມ່ນໃຜ?, ຊື່ຫຍັງ? ເປັນປະຊາຊົນບ້ານໃດ? ປັດຈຸບັນເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ. ລາຍລະອຽດ ຈະລາຍງານຕາມຫຼັງ.
ຮັບສານອວຍພອນ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຈາກຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ເຂົ້າມອບສານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ຂອງການ ນໍາພັກ-ລັດ ສສ ຫວຽດນາມ ກໍຄື ສານອວຍພອນຂອງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສານອວຍພອນຂອງ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນ ແລງວັນທີ 7 ກຸມພາ ນີ້ […]