ກວດເຫັນເຊີເວີ SAP NetWeaver 1200 ເຄື່ອງ ມີຄວາມສ່ຽງຕໍ່ຊ່ອງໂຫວ່ທີ່ກຳລັງຖືກໂຈມຕີ

ນັກຄົ້ນຄວ້າໄດ້ພົບເຊີເວີ SAP NetWeaver ກວ່າ 1,200 ເຄື່ອງທີ່ເປີດສູ່ອິນເຕີເນັດມີຄວາມສ່ຽງຕໍ່ຊ່ອງໂຫວ່ການອັບໂຫລດໄຟລ໌ທີ່ບໍ່ຕ້ອງຢືນຢັນຕົວຕົນ, ຊຶ່ງກຳລັງຖືກນຳໄປໃຊ້ໂຈມຕີຢ່າງແຜ່ຫຼາຍ. SAP ໄດ້ເປີດເຜີຍຊ່ອງໂຫວ່ຄວາມຮຸນແຮງສູງສຸດໃນສ່ວນປະກອບ Visual Composer Metadata Uploader ຂອງ SAP NetWeaver ຊຶ່ງຕິດຕາມໃນຊື່ CVE-2025-31324. ຊ່ອງໂຫວ່ນີ້ອະນຸຍາດໃຫ້ຜູ້ໂຈມຕີອັບໂຫລດໄຟລ໌ທີ່ສາມາດປະມວນຜົນໄດ້ໂດຍບໍ່ຕ້ອງຢືນຢັນຕົວຕົນ, ສົ່ງຜົນໃຫ້ສາມາດຍຶດຄວບຄຸມລະບົບໄດ້ທັງໝົດ. ບໍລິສັດຄວາມປອດໄພຫຼາຍແຫ່ງ, ລວມທັງ ReliaQuest, watchTowr ແລະ Onapsis ຢືນຢັນວ່າຊ່ອງໂຫວ່ນີ້ກຳລັງຖືກນຳໄປໃຊ້ໂຈມຕີ, ໂດຍຜູ້ໂຈມຕີໃຊ້ຊ່ອງໂຫວ່ເພື່ອອັບໂຫລດ web shell ເທິງເຊີເວີທີ່ມີຊ່ອງໂຫວ່ ເຊັ່ນ “cache.jsp” ແລະ “helper.jsp”. ນອກຈາກນີ້, ບໍລິສັດ Onyphe ລາຍງານວ່າຈາກເຊີເວີສ່ຽງທັງໝົດ 1,284 ເຄື່ອງ, ມີ 474 ເຄື່ອງທີ່ຖືກໂຈມຕີໄປແລ້ວ. ບໍລິສັດຂະໜາດໃຫຍ່ປະມານ 20 ແຫ່ງໃນກຸ່ມ Fortune 500/Global 500 ຢູ່ໃນກຸ່ມສ່ຽງ. SAP ໄດ້ອອກມາດຕະການແກ້ໄຂຊົ່ວຄາວເມື່ອວັນທີ 8 ເມສາ […]

ປະກາດທັນທີ! “ເປັບ” ເຄື່ອນໄຫວສົ່ງຂໍ້ຄວາມເຖິງ ລິເວີພູລ ຫຼັງຄວ້າແຊມພຣີເມຍລີ

ລິເວີພູລ ຜົງາດຄອງແຊມພຣີເມຍລີກ ລະດູການ 2024-25 ຫຼັງເປີດບ້ານຖະຫຼົ່ມ ສເປີສ ໄປແບບຂາດລອຍ 5-1 ຍົກສາມແຕ້ມສຳຄັນສົ່ງພວກເຂົາເປັນແຊມລີກສູງສຸດສະໄໝທີ 20 ໄດ້ສຳເລັດ ໂດຍ ເປັບ ກວາດິໂອລາ ກຸນຊືແມນຯ ຊິຕີ້ ໄດ້ເປີດໃຈສົ່ງຂໍ້ຄວາມເຖິງ “ຫົງສ໌ແດງ” ຫຼັງເກມທີ່ລູກທີມຂອງເຂົາສາມາດເອົາຊະນະ ນັອຕຕິງແຮມ ຟໍເຣັສ 2-0 ຜ່ານເຂົ້າຊິງຊະນະເລີດຖ້ວຍ ເອຟເອ ຄັບ ເປັນສະໄໝທີ 3 ຕິດຕໍ່ກັນ “ກ່ອນທີ່ຂ້ອຍຈະເວົ້າອັນໃດກ່ຽວກັບເກມນັດນີ້, ຕົວຂ້ອຍ ແລະ ສະໂມສອນຂໍຮ່ວມສະແດງຄວາມຍິນດີກັບ ລິເວີພູລ ໃນການຄວ້າແຊມພຣີເມຍລີກຂອງພວກເຂົາ ມັນເປັນເລື່ອງທີ່ເໝາະສົມ” “ແນ່ນອນມັນບໍ່ມີຂໍ້ສົງໄສກ່ຽວກັບເລື່ອງນັ້ນ ພວກເຂົາເປັນທີມທີ່ຍອດຍຽບ ພວກເຂົາເໝາະສົມກັບການຄວ້າແຊມໄດ້ໃນປີນີ້” ກຸນຊືຊາວສະເປນ ເປີດໃຈໃຫ້ສຳພາດ ພ້ອມກັນນີ້, ກຸນຊືເຮືອໃບສີຟ້າ ຍັງອອກມາປະກາດວ່າຈະກັບມາລຸ້ນແຊມອີກຄັ້ງໃນລະດູການໜ້າ “ພວກເຮົາຫວັງວ່າລະດູການໜ້າຈະສາມາດກັບມາແຂ່ງຂັນກັບພວກເຂົາໄດ້ຈົນເຖິງຊ່ວງທ້າຍລະດູການ ຊຶ່ງກັບລະດູການນີ້ມັນເປັນໄປບໍ່ໄດ້ ຂ້ອຍຕ້ອງຂໍສະແດງຄວາມຍິນດີກັບລິເວີພູລ” ສຳລັບ ແມນຯ ຊິຕີ້ ໃນຕາຕະລາງຄະແນນປັດຈຸບັນພວກເຂົາມີແຕ້ມຕາມຫຼັງ ລິເວີພູລ ອັນດັບ 1 ຢູ່ຫຼາຍເຖິງ 21 […]

ຊິແມ່ນ ແມນຢູ ຫຼື ບໍ່? ໂຢເຄເຣສ ຕອບຮັບຂໍ້ສະເໜີຍ້າຍທີມຮຽບຮ້ອຍແລ້ວ!

ວິກເຕີ ໂຢເຄເຣສ ດາວຍິງຟອມແຮງຂອງ ສະປອຕິ້ງ ລິສບອນ ຕອບຮັບຂໍ້ສະເໜີຍ້າຍທີມໃນຊ່ວງລະດູຮ້ອນນີ້ແລ້ວ, ຫຼັງຈາກໄດ້ຮັບຄວາມສົນໃຈຈາກທັງ ແມນເຊສເຕີ ຢູໄນເຕັດ ແລະ ອາຣ໌ເຊນອລ. ຫຼ້າສຸດ ສື່ໂປຕຸເກດເປີດເຜີຍວ່າ “ປືນໃຫຍ່” ເປັນຝ່າຍເອົາຊະນະ, ຄາດວ່າຄ່າຕົວຢູ່ທີ່ 50-60 ລ້ານປອນ, ຕໍ່າກວ່າຄ່າຍົກເລີກສັນຍາເຕັມຈໍານວນ. ໂຢເຄເຣສ ອະດີດກອງໜ້າທີມ ໂຄເວັນທີ ຕົກເປັນຂ່າວອາດຍ້າຍກັບມາຫຼິ້ນໃນລີກເມືອງຜູ້ດີລະດູໜ້າ ເນື່ອງຈາກເຊື່ອກັນວ່າລາວຕົກເປັນເປົ້າໝາຍຂອງ ແມນຯ ຢູໄນເຕັດ ທີ່ມີ ຣູເບນ ອາໂມຣິມ ເຈົ້ານາຍເກົ່າຍ້າຍມາຄຸມທີມ, ລວມທັງ ອາຣ໌ເຊນອລ ທີ່ຊອກຫາຫົວໜ້າມາເສີມປະສິດທິພາບໃນການລ່າຕາໜ່າງ. ຈາກສະຖານະການໃນໄລຍະຫຼັງ, ສື່ເປີດເຜີຍວ່າທີມ “ປືນໃຫຍ່” ມີໂອກາດສົມຫວັງຫຼາຍກວ່າ “ຜີແດງ” ຊຶ່ງມີຜົນງານທີ່ຕົກຕໍ່າຢ່າງໜັກໃນລະດູການນີ້, ເນື່ອງຈາກສະໂມສອນແຫ່ງກຸງລອນດອນຕັ້ງ ອັນເດຣຍ ແບຣຕ້າ ຜູ້ອໍານວຍການກິລາຄົນໃໝ່ໃຫ້ດໍາເນີນເລື່ອງການລ່າຕົວຫົວຫອກທີມຊາດ ສະວີເດັນ. ມາຮອດຫຼ້າສຸດເມື່ອວັນທີ 5 ເມສາ Correio da Manha ລາຍງານວ່າ ດາວເຕະວັຍ 26 ປີຕອບຕົກລົງທີ່ຈະຍ້າຍໄປຮ່ວມທີມ ອາຣ໌ເຊນອລ […]

ຕຳນານເຊື່ອປີໜ້າ ອາເຊນໍ ຈະຄວ້າແຊັມພຣີເມຍລີກ ເໜືອຄູ່ແຂ່ງ 10 ແຕ້ມ

ພອລ ເມີສັນ ອະດີດນັກເຕະລະດັບຕຳນານຂອງ ອາເຊນໍ ເຊື່ອວ່າທັບ ປືນໃຫຍ່ ສາມາດຈົບລະດູການໜ້າດ້ວຍອັນດັບເໜືອຄູ່ແຂ່ງ 10 ຄະແນນດ້ວຍການເຊັນສັນຍາກັບນັກເຕະໃໝ່ພຽງລາຍດຽວ ລິເວີພູລ ຜົງາດຄວ້າແຊັມ ພຣີເມຍລີກ ລະດູການ 2024-25 ຫຼັງເປີດບ້ານເອົາຊະນະ ສະເປີສ ໄປດ້ວຍຜົນບອນສົດ 5-1 ເກັບເພີ່ມເປັນ 82 ແຕ້ມ ຂະນະທີ່ເຫຼືອການແຂ່ງຂັນອີກ 4 ນັດ ໂດຍແຕ້ມຂາດຈາກ ອາເຊນໍ ໄປແລ້ວຈຶ່ງໄດ້ເຖິງແຊັມລີກສູງສຸດຂອງອັງກິດສະໄໝທີ່ 20 ໄປຄອງຢ່າງຍິ່ງໃຫຍ່ ທາງຝັ່ງ ອາເຊນໍ ຕ້ອງອົກຫັກເປັນແຄ່ພະລອງເປັນລະດູການທີ່ 3 ຕິດຕໍ່ກັນ ຊຶ່ງ ພອລ ເມີສັນ ຄິດວ່າຫາກລະດູການໜ້າ ປືນໃຫຍ່ ຄວ້າຕົວ ອະເລັກຊານເດີ ອິຊັກ ຍອດດາວຍິງຂອງ ນິວຄາເຊິ່ນ ມາຮ່ວມທັບໄດ້ກໍຈະສາມາດໄປເຖິງຕຳແໜ່ງແຊັມປໄດ້ຢ່າງແນ່ນອນ “ອະເລັກຊານເດີ ອິຊັກ ນ່າຈະໄດ້ຮັບຄວາມສົນໃຈຈາກຫຼາຍສະໂມສອນໃນຊ່ວງຊຳເມີນີ້” “ນິວຄາເຊິ່ນ ອາດໄດ້ຫຼິ້ນ ຢູຟ່າ ແຊັມປຽນສ໌ ລີກ ໃນລະດູການໜ້າ ແລະ […]

ອັນໂຕນິໂອ ຣືດິເກີ ໂພດຂໍໂທດຜູ້ຕັດສິນ ຫຼັງຖືກໃບແດງ ໃນເກມທີ່ ເຣອັນ ມາດຣິດ ພົບກັບ ບາຊາ

ອັນໂຕນິໂອ ຣືດິເກີ ກອງຫຼັງ ເຣອັນ ມາດຣິດ ອອກມາຂໍໂທດຜູ້ຕັດສິນ ຣິກາໂດ້ ເດ ບູກອສ ເບນໂກເອັດເຊຍ ຫຼັງຈາກໂດນໃບແດງໄລ່ອອກຈາກສະໜາມໃນເກມ ໂກປາ ເດນ ເຣ ຮອບຊິງຊະນະເລີດ ທີ່ “ຣາຊັນຊຸດຂາວ” ພ່າຍ ບາເຊໂລນາ ພ້ອມຍອມຮັບວ່າເປັນການກະທຳທີ່ຜິດພາດ ແລະ ອາດຈະໂດນແບນເປັນເວລາດົນ. ອັນໂຕນິໂອ ຣືດິເກີ ປາການຫຼັງ ເຣອັນ ມາດຣິດ ອອກມາຂໍໂທດ ຣິກາໂດ້ ເດ ບູກອສ ເບນໂກເອັດເຊຍ ຜູ້ຕັດສິນຊາວສະເປນ ຈາກກໍລະນີສະແດງພຶດຕິກຳທີ່ບໍ່ເໝາະສົມໃນຊ່ວງທ້າຍເກມ ໂກປາ ເດນ ເຣ ຮອບຊິງຊະນະເລີດ ນັດທີ່ “ຣາຊັນຊຸດຂາວ” ແພ້ ບາເຊໂລນາ 2-3 ໃນຊ່ວງຕໍ່ເວລາພິເສດ ເມື່ອວັນເສົາທີ 26 ເມ.ຍ. ທີ່ຜ່ານມາ. ຣືດິເກີ ໂດນໃບແດງໂທດຖານທີ່ປາຂອງໃສ່ ເບນໂກເອັດເຊຍ ຫຼັງຈາກໂດນປ່ຽນອອກໄປແລ້ວ, ໃນຂະນະທີ່ກຳມະການກໍຂຽນໃນລາຍງານໄປດ້ວຍວ່າອີກຝ່າຍປາຂອງໃສ່ຕົນ ແຕ່ບໍ່ໄດ້ໂດນຕົວເອງ. ດ້ານ […]

 ໄມໂຄຣຊອບ ປະກາດແກ້ໄຂບັນຫາ CPU ສູງຂຶ້ນເມື່ອພິມຂໍ້ຄວາມໃນ Outlook

ໄມໂຄຣຊອບ ກ່າວວ່າ ບໍລິສັດຈະແກ້ໄຂບັນຫາທີ່ເຮັດໃຫ້ CPU ສູງຂຶ້ນເມື່ອພິມຂໍ້ຄວາມໃນລຸ້ນຫຼ້າສຸດຂອງ Outlook ໃນໄວໆນີ້. ບໍລິສັດ Redmond ໄດ້ຢືນຢັນບັນຫານີ້ໃນອາທິດທີ່ຜ່ານມາ ຫຼັງຈາກມີການລາຍງານຈາກຜູ້ໃຊ້ຈຳນວນຫຼາຍໃນແພລັດຟອມອອນລາຍຕ່າງໆນັບຕັ້ງແຕ່ຕົ້ນເດືອນພະຈິກ, ລວມທັງເວັບໄຊທ໌ຊຸມຊົນຂອງໄມໂຄຣຊອບ, ໂດຍຜູ້ທີ່ໄດ້ຮັບຜົນກະທົບລາຍງານວ່າ ການປິດການໃຊ້ງານຕົວເລືອກກວດຄຳຜິດ ແລະ ສ່ວນເສີມທັງໝົດບໍ່ສາມາດແກ້ໄຂບັນຫາການໃຊ້ງານ CPU. ຕາມທີ່ບໍລິສັດໄດ້ກ່າວໃນການອັບເດດເອກະສານສະໜັບສະໜູນຕົ້ນສະບັບ, ບັນຫານີ້ສົ່ງຜົນກະທົບຕໍ່ຜູ້ໃຊ້ໃນ Semi-Annual Channel ທີ່ໄດ້ອັບເດດເປັນ Outlook ລຸ້ນ 2406 Build 17726.20126 ແລະ ຮຸ່ນຫຼັງຈາກນັ້ນ. “ເມື່ອທ່ານຂຽນອີເມວໃນ classic Outlook ສຳລັບ Windows, ທ່ານອາດຈະສັງເກດເຫັນວ່າ CPU ສູງຂຶ້ນເຖິງ 30 ຫາ 50% ໃນບາງຄັ້ງ ແລະ ເຮັດໃຫ້ການໃຊ້ພະລັງງານເພີ່ມຂຶ້ນ. ທ່ານສາມາດສັງເກດເຫັນສິ່ງນີ້ໄດ້ຖ້າເປີດ Task Manager ໄວ້ໃນຂະນະທີ່ທ່ານພິມ,” ບໍລິສັດກ່າວ. “ພວກເຮົາພົບວ່າບັນຫານີ້ເກີດຂຶ້ນໃນ Semi Annual Channel. ຖ້າທ່ານຕ້ອງການແກ້ໄຂບັນຫາດ່ວນ, ທາງເລືອກດຽວແມ່ນການກັບຄືນໄປໃຊ້ລຸ້ນ 2405. […]

ASUS ເຕືອນຊ່ອງໂຫວ່ Critical ໃນ Router ທີ່ໃຊ້ AiCloud ສາມາດຖືກບຸກລຸກໄດ້ໂດຍບໍ່ຕ້ອງຢືນຢັນຕົວຕົນ

ຊ່ອງໂຫວ່ການຢືນຢັນຕົວຕົນທີ່ມີຄວາມຮຸນແຮງລະດັບ Critical ພົບໃນເຣົາເຕີ ASUS ຫຼາຍຮຸ່ນທີ່ເປີດໃຊ້ງານ AiCloud ເຮັດໃຫ້ຜູ້ໂຈມຕີຈາກໄລຍະໄກສາມາດເຂົ້າເຖິງແລະຄວບຄຸມອຸປະກອນໄດ້ໂດຍບໍ່ຈໍາເປັນຕ້ອງຜ່ານການຢືນຢັນຕົວຕົນ ASUS ໄດ້ອອກຄໍາເຕືອນກ່ຽວກັບຊ່ອງໂຫວ່ການຢືນຢັນຕົວຕົນແບບ authentication bypass ໃນ router ທີ່ມີການເປີດໃຊ້ງານຟີເຈີ AiCloud ເຊິ່ງອາດເຮັດໃຫ້ຜູ້ໂຈມຕີຈາກໄລຍະໄກສາມາດເອີ້ນໃຊ້ຟັງຊັນຕ່າງໆ ໃນອຸປະກອນໂດຍບໍ່ໄດ້ຮັບອະນຸຍາດ. ຊ່ອງໂຫວ່ນີ້ຖືກຕິດຕາມພາຍໃຕ້ລະຫັດ CVE-2025-2492 ແລະຖືກຈັດຢູ່ໃນລະດັບ Critical ດ້ວຍຄະແນນ CVSS v4 ທີ່ 9.2 ໂດຍຜູ້ໂຈມຕີສາມາດໃຊ້ປະໂຫຍດຈາກຊ່ອງໂຫວ່ນີ້ຜ່ານການສົ່ງຄໍາຂໍທີ່ຖືກອອກແບບມາເປັນພິເສດໂດຍບໍ່ຈໍາເປັນຕ້ອງມີການຢືນຢັນຕົວຕົນໃດໆ ເຊິ່ງເຮັດໃຫ້ມີຄວາມອັນຕະລາຍເປັນພິເສດ AiCloud ເປັນຟີເຈີການເຂົ້າເຖິງໄລຍະໄກແບບ cloud ທີ່ຕິດຕັ້ງມາໃນເຣົາເຕີ ASUS ຫຼາຍຮຸ່ນ ເຮັດໃຫ້ເຣົາເຕີກາຍເປັນເຊີບເວີ cloud ສ່ວນຕົວຂະໜາດນ້ອຍ. ຟີເຈີນີ້ຊ່ວຍໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງໄຟລ໌ທີ່ເກັບໃນ USB drive ທີ່ເຊື່ອມຕໍ່ກັບເຣົາເຕີໄດ້ຈາກທຸກບ່ອນຜ່ານອິນເຕີເນັດ, Media Streaming ຈາກໄລຍະໄກ, ຊິງຄ໌ໄຟລ໌ລະຫວ່າງເຄືອຂ່າຍພາຍໃນບ້ານກັບບໍລິການ Cloud Storage ອື່ນໆ ແລະແບ່ງປັນໄຟລ໌ກັບຜູ້ອື່ນຜ່ານລິ້ງໄດ້ ຊ່ອງໂຫວ່ທີ່ພົບໃນ AiCloud ນີ້ສົ່ງຜົນກະທົບຕໍ່ເຣົາເຕີ ASUS ຫຼາຍຮຸ່ນ ໂດຍບໍລິສັດໄດ້ອອກການອັບເດດແພັດຊ໌ສໍາລັບເຟີມແວຫຼາຍ […]

ຄວ້າແຊມຂາດລອຍ! ລິເວີພູລ ຖະຫລົ່ມ ສະເປີສ 5-1 ຮັບປະກັນແຊມພຣີເມຍລີກທັນທີ

ຜົນການແຂ່ງຂັນພຣີເມຍລີກ ອັງກິດ ຄູ່ລະຫວ່າງ ລິເວີພູລ ພົບ ສະເປີສ ທີ່ສະໜາມແອນຟີລ ໃນຄືນວັນອາທິດທີ 27 ເມສາ 2025 ເປີດເກມມາ 12 ນາທີ ທີມຢ້ຽມໄດ້ລູກເຕະມຸມ ເຈມສ໌ ແມດດິສັນ ເປີດໂດ່ງໄປທີ່ຈຸດນັດພົບ ໂດມິນິກ ໂຊລັງກີ້ ເທກຕົວໂຫມ່ງຍ້ອນສຽບເສົາເຂົ້າໄປ ສະເປີສ ອອກນຳ 1-0 ນາທີທີ 16 “ຫງົດແດງ” ທຳເກມຕອບໂຕ້ ໂມຮາເຫມັດ ຊາລາຫ໌ ແທງທະລຸຊ່ອງໃຫ້ ໂດມິນິກ ໂຊບອດສໄລ ຫລຸດໄປ ເປີດບອນໄປໜ້າປະຕູ ຫລຸຍສ໌ ດິອາສ ລົ້ມຕົວຊາດຈ໌ຕຸງຕາຂ່າຍ ລິເວີພຣູລ ຕີເສມີ 1-1 ນາທີທີ 24 ເຈົ້າຖິ່ນບີບກົດດັນ ໄຣອັນ ກຣາເຟນແບຣ໌ກ ແຍ່ງບອນໄດ້ກ່ອນໄຫລໃຫ້ ອະເລັກຊິສ ແມັກ ອັລລິສເຕີ ສັບໄກດ້ວຍຊ້າຍໜ້າເຂດໂທດບອນພຸ່ງສຽບຄານ ລິເວີພູລ ແຊງນຳ 2-1 ນາທີທີ […]

“ວາດີ” ເລືອກ “ສະຖານີຕໍ່ໄປ” ຫຼັງຈາກກຽມອຳລາ ເລສເຕີ ຊິຕີ້

ເຈມີ ວາດີ ດາວຍິງຂອງເລສເຕີ ຊິຕີ້ ໄດ້ເລືອກສະຖານີຕໍ່ໄປຂອງຕົນແລ້ວ ຫຼັງຈາກກຽມໂບກມືລາ “ຈິ້ງຈອກສະຍາມ” ວັນທີ 25 ເມສາ 68 ຄວາມເຄື່ອນໄຫວຂອງ ເຈມີ ວາດີ ກອງໜ້າຊາວອັງກິດຂອງ “ຈິ້ງຈອກສະຍາມ” ເລສເຕີ ຊິຕີ້ ທີ່ອອກມາປະກາດວ່າຈະອຳລາສະໜາມຄິງ ເພົາເວີ ສະເຕດຽມ ຫຼັງຈາກຈົບລະດູການນີ້ ຫຼັງຈາກຮັບໃຊ້ສະໂມສອນເປັນເວລາຍາວນານເຖິງ 13 ປີ ລາຍງານລ່າສຸດຈາກ ເອັກສ໌ເພຣສ ສື່ດັງຂອງອັງກິດ ລະບຸວ່າ ວາດີ ອາຍຸ 38 ປີ ຕັດສິນໃຈແລ້ວວ່າຕ້ອງການທີ່ຈະຄ້າແຂ້ງໃນ ພຣີເມຍລີກ ອັງກິດ ຕໍ່ໄປ ເນື່ອງຈາກຍັງໝັ້ນໃຈໃນສັກກະຍະພາບຝີຕີນແລະສະພາບຮ່າງກາຍຂອງຕົນເອງວ່າຍັງສາມາດຫຼິ້ນຟຸດບອນໃນລະດັບສູງໄດ້ຢ່າງບໍ່ມີບັນຫາ ດັ່ງນັ້ນໜ້າຈັບຕາເບິ່ງວ່າສຸດທ້າຍແລ້ວ ວາດີ ຈະເລືອກຫຼິ້ນໃຫ້ກັບສະໂມສອນໃດໃນລະດູການໜ້າ ສຳລັບ ວາດີ ທີ່ຍິງໄປແລ້ວ 8 ປະຕູ ລວມທຸກລາຍການໃຫ້ກັບ ເລສເຕີ ຊິຕີ້ ໃນລະດູການນີ້ ມີສ່ວນສຳຄັນໃນການຊ່ວຍໃຫ້ ເລສເຕີ ຄວ້າແຊມ ພຣີເມຍລີກ ແລະ […]

Intel ກຽມປົດພະນັກງານຫຼາຍກວ່າ 20%

ລາຍງານຈາກ Bloomberg ລະບຸວ່າ Intel ມີແຜນທີ່ຈະປະກາດການປົດພະນັກງານຄັ້ງໃຫຍ່ ຄາດວ່າຫຼາຍກວ່າ 20% ຂອງຈຳນວນພະນັກງານທັງໝົດ ຊຶ່ງຢູ່ທີ່ 108,900 ຄົນ ໃນເດືອນທັນວາຄົມປີທີ່ຜ່ານມາ ນັ້ນໝາຍຄວາມວ່າອາດມີຕຳແໜ່ງງານຫຼາຍກວ່າ 20,000 ຕຳແໜ່ງທີ່ຈະຖືກຕັດອອກ ແຕ່ຍັງບໍ່ຊັດເຈນວ່າສາຍງານໃດແດ່ທີ່ຈະໄດ້ຮັບຜົນກະທົບຈາກການປົດພະນັກງານຄັ້ງນີ້ ຮຸ້ນຂອງ Intel ເພີ່ມຂຶ້ນຫຼາຍກວ່າ 5% ໃນການຊື້ຂາຍມື້ນີ້ຫຼັງຈາກມີຂ່າວດັ່ງກ່າວ ການຫຼຸດຈຳນວນພະນັກງານໃນຄັ້ງນີ້ເຊື່ອວ່າເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງ CEO Lip-Bu Tan ໃນການ “ປັບໂຄງສ້າງການບໍລິຫານໃຫ້ມີຄວາມຄ່ອງຕົວ ແລະ ສ້າງວັດທະນະທຳທີ່ຂັບເຄື່ອນດ້ວຍວິສະວະກຳຂຶ້ນມາໃໝ່” ໂດຍ Tan ຊຶ່ງເປັນນັກລົງທຶນໃນສະຕາດອັບທີ່ໂດດເດັ່ນ ແລະ ອະດີດ CEO ຂອງ Cadence Design Systems ໄດ້ເຂົ້າຮັບຕຳແໜ່ງໃນເດືອນມີນາທີ່ຜ່ານມາ ແທນທີ່ Pat Gelsinger ທີ່ລາອອກເມື່ອເດືອນທັນວາຫຼັງມີຄວາມເຫັນບໍ່ກົງກັນກັບຄະນະກຳມະການບໍລິຫານຂອງ Intel ກ່ຽວກັບທິດທາງຂອງບໍລິສັດ ໃນງານກິດຈະກຳເມື່ອຕົ້ນເດືອນທີ່ຜ່ານມາ Tan ສະແດງທ່າທີວ່າເຂົາຕັ້ງໃຈຈະຫຼຸດຄວາມຊັບຊ້ອນຂອງລະບົບລາຊະການໃນບໍລິສັດຜູ້ຜະລິດຊິບລາຍນີ້ ຊຶ່ງອາດໝາຍເຖິງການປົດພະນັກງານໃນລະດັບຜູ້ບໍລິຫານລະດັບກາງເປັນຫຼັກ ທັງນີ້ Tan ໄດ້ເລີ່ມດຳເນີນການປັບໂຄງສ້າງຂອງ Intel ແລ້ວ […]