“ບາເຊໂລນາ” ຟອມແຮງ ຖະຫລົ່ມ “ເສືອເຫລືອງ” ຢ່າງໝົດສະພາບ

“ບາເຊໂລນາ” ຟອມແຮງ ຫລັງຈາກເປີດບ້ານໄລ່ຖະຫລົ່ມ “ເສືອເຫລືອງ” ຢ່າງໝົດສະພາບ 4-0 ໃນການແຂ່ງຂັນແຊມປຽນລີກ ຮອບກ່ອນເຂົ້າລອບຊິງຊະນະເລີດ ນັດທຳອິດ ການແຂ່ງຂັນຢູຟ່າ ແຊມປຽນລີກ ຮອບກ່ອນເຂົ້າລອບຊິງຊະນະເລີດ ນັດທຳອິດ ເມື່ອວັນພຸດທີ່ຜ່ານມາ, ບາເຊໂລນາ ຈ່າຝູງຂອງລາລີກາ ສະເປນ ສະແດງຟອມການຫຼິ້ນທີ່ແຮງກ້າ ຫລັງຈາກເປີດບ້ານໄລ່ຖະຫລົ່ມ ໂບຣຸສເຊຍ ດອດມຸນ ຮອງແຊມປ໌ເກົ່າຈາກເຢຍລະມັນ ຢ່າງບໍ່ມີການຕໍ່ຕ້ານ 4-0 ໃນເກມນີ້, ບາຊາ ຄອບຄອງບານແລະບຸກຢ່າງຕໍ່ເນື່ອງ ແລະ ຍິງໄດ້ 4 ປະຕູ ຈາກ ຣາຟິນຢາ ໃນນາທີທີ 25, ໂຣເບີດ ເລວານດອຟສກີ ໃນນາທີທີ 48 ແລະ 66, ແລະ ລາມີນ ຢາມາລ ໃນນາທີທີ 77 ສຳລັບເກມນັດທີ 2 ຈະຍ້າຍໄປເຕະກັນທີ່ສະໜາມ ຊິກນັລ ອິດູນາ ປາກ ຂອງ ດອດມຸນ ໃນວັນອັງຄານທີ […]

ອາເຊນອນ ຖະຫລົ່ມ ເຣອານ ມາດຣິດ 3-0 ໃນການແຂ່ງຂັນ UEFA Champions League ຮອບ 8 ທີມ ນັດທຳອິດ

ຜົນການແຂ່ງຂັນບານເຕະ UEFA Champions League ຮອບກ່ອນຮອງຊະນະເລີດ ນັດທຳອິດ ລະຫວ່າງ ອາເຊນອນ ພົບ ເຣອານ ມາດຣິດ ທີ່ສະໜາມ ເອມິເຣດສ໌ ສະຕາດຽມ ເມື່ອຄືນວັນອັງຄານທີ 8 ເມສາ 2025 ເປີດເກມມາທັງສອງທີມເປີດສາກບຸກໃສ່ກັນ, ນາທີທີ 15 ເຈົ້າພາບໄດ້ລຸ້ນກ່ອນຈາກລູກຍິງໄກຂອງ ໂທມັສ ປາເຕ, ແຕ່ກໍຕົງຕົວ ຕິໂບຕ໌ ກູຣ໌ກົວເຊ່ ປັດໄວ້ໄດ້. ນາທີທີ 31 ທີມມາຢ້ຽມເກືອບໄດ້ປະຕູນຳ ກີລິຍັນ ເອັມບັບເປ ໄດ້ຫລຸດເຂົ້າເຂດໂທດໄປຍິງແຕ່ກໍໂດນ ດາບິດ ຣາຢາ ລົ້ມຕົວປ້ອງກັນເອົາໄວ້ໄດ້, ໝົດເຄິ່ງແລກຍັງສະເໝີກັນ 0-0. ເຄິ່ງຫລັງນາທີທີ 58 “ປືນໃຫຍ່” ມາໄດ້ລູກຟຣີຄິກໜ້າເຂດໂທດ, ເດແຄລນ ໄຣຊ໌ ປັ່ນດ້ວຍຂວາບານພຸ່ງໂຄ້ງອ້ອມກຳແພງສຽບເສົາສຸດງາມ, ອາເຊນອນ ນຳ 1-0. ນາທີທີ 70 ເຈົ້າຖິ່ນມາໄດ້ລູກຟຣີຄິກກາງປະຕູ, ເດແຄລນ ໄຣຊ໌ ຄົນເດີມງປັ່ນດ້ວຍຂວາບານພຸ່ງໂຄ້ງເສຽບສາມຫລ່ຽມເດັດຂາດ, […]

ສະຫຼຸບຕາຕະລາງຄະແນນພຣີເມຍລີກອັງກິດ ລະດູການ 2024-25 ປະຈໍາວັນທີ 7 ເມສາ 2025

ສະຫຼຸບຕາຕະລາງຄະແນນພຣີເມຍລີກອັງກິດ ລະດູການ 2024-25 ປະຈໍາວັນທີ 7 ເມສາ 2025 ພຣີເມຍລີກ ລະດູການ 2024-25 ກັບມາແຂ່ງຂັນອີກຄັ້ງຕາມໂປລແກຣມນັດທີ 31 ລະຫວ່າງວັນເສົາທີ 5 – ວັນຈັນທີ 7 ເມສາ 2025 ຫຼັງຈາກແຂ່ງຂັນກັນໄປ 9 ຄູ່ ໃນອາທິດນີ້, ລິເວີພູ ທີ່ແພ້ເປັນເກມທີ 2 ຂອງລະດູການ ຍັງຄົງນໍາໜ້າເປັນຈ່າຝູງດ້ວຍການມີ 73 ຄະແນນ, ຂະນະທີ່ ອາເຊນໂນ ຮອງອັນດັບ 2 ດ້ວຍການມີ 62 ຄະແນນ. ສ່ວນ “ເຮືອໃບສີຟ້າ” ແມນຯ ຊິຕີ້ ເກັບເພີ່ມໜຶ່ງແຕ້ມຫຼັງບຸກສະເໝີ ແມນຯ ຢູໄນເຕັດ ເຮັດໃຫ້ຍັງຢູ່ທີ 5 ຕາມເດີມ ມີແຕ້ມຕາມຫຼັງ ເຊລຊີ ອັນດັບ 4 ເຫຼືອ 1 ຄະແນນ. ດ້ານ […]

6 ຈຸດທີ່ຕ້ອງກວດກາລົດກ່ອນຂັບໄປທາງໄກໃນຊ່ວງເທດສະການສົງການ 2025

6 ຈຸດທີ່ຕ້ອງກວດລົດກ່ອນຂັບທາງໄກລະຫວ່າງເທດສະການສົງການ ມີຫຍັງແດ່? ເທດສະການສົງການ 2025 ນີ້, ເຊື່ອວ່າຫຼາຍຄົນມີແຜນເດິນທາງທ່ອງທ່ຽວຕ່າງແຂວງຢ່າງແນ່ນອນ. ສິ່ງສຳຄັນທີ່ສຸດຄືສະພາບລົດຕ້ອງພ້ອມສົມບູນ ເພື່ອໃຫ້ການເດິນທາງເປັນໄປຢ່າງລາບລື່ນແລະປອດໄພ. ບົດຄວາມນີ້ຂໍແນະນຳ 6 ຈຸດທີ່ຕ້ອງກວດລົດກ່ອນອອກເດີນທາງ ມີຫຍັງແດ່? ຈຸດທີ່ຕ້ອງກວດກາລົດກ່ອນຂັບໄປທາງໄກໃນຊ່ວງເທດສະການສົງການ 2025: ກວດສານຂອງແຫຼວໃນຫ້ອງເຄື່ອງຈັກ: ກວດລະດັບນໍ້າມັນເຄື່ອງ, ນໍ້າມັນເກຍ, ນໍ້າຫລໍ່ລື່ນ, ນໍ້າມັນເບຣກ, ນໍ້າກັ່ນແບັດເຕີຣີ, ນໍ້າມັນພາວເວີ (ຖ້າມີ). ຕ້ອງແນ່ໃຈວ່າຂອງແຫຼວທຸກຊະນິດຢູ່ໃນລະດັບເໝາະສົມ ບໍ່ຕໍ່າກວ່າຂີດ MIN ແລະ ບໍ່ມີສີຫຼືກິ່ນຜິດປົກກະຕິ. ກວດສະພາບຢາງແລະລົມຢາງ: ຢາງຕ້ອງບໍ່ມີການຜິດປົກກະຕິ, ບໍ່ມີຮອຍແຕກດອກຢາງຢ່າງໜ້ອຍ 2 ມມ. ຕ້ອງປັບແຮງດັນລົມຢາງຕາມຄໍາແນະນໍາຂອງຜູ້ຜະລິດ. ຖ້າບັນທຸກຫຼາຍ, ຄວນເພີ່ມແຮງດັນລົມທີ່ລໍ້ຫຼັງປະມານ 3-5 ປອນ. ໄຟສ່ອງແສງຮອບຄັນ: ກວດໄຟທຸກດວງ (ໄຟໜ້າ, ໄຟທ້າຍ, ໄຟລ້ຽວ, ໄຟເບຣກ, ໄຟຕັດໝອກ) ຕ້ອງເຮັດວຽກປົກກະຕິ. ຖ້າຫຼອດໄຟຂາດ, ຄວນປ່ຽນໃໝ່. ທີ່ປັດນໍ້າຝົນ: ຢາງປັດນໍ້າຝົນຕ້ອງມີສະພາບດີ ສາມາດປັດນໍ້າອອກໄດ້ໝົດຈົດຕັ້ງແຕ່ຄັ້ງທໍາອິດ. ຖ້າປັດແລ້ວບໍ່ສະອາດຫຼືຢາງຂາດ, ຄວນປ່ຽນໃໝ່. ຄວນເຕີມນໍ້າລ້າງກະຈົກໃຫ້ເຕັມດ້ວຍ. ກວດຄວາມຜິດປົກກະຕິຕ່າງໆ: […]

ແນວໂນ້ມລາຄາທອງ 2 ເມສາ 68 ລຸ້ນຟື້ນຕົວຂຶ້ນຕໍ່

ລາຄາທອງປັບຕົວຫຼຸດລົງ (-9.32) ໂດລາ ຄິດເປັນ (-0.3%) ປິດຕະຫຼາດທີ່ລະດັບ 3,113 ໂດລາ ຄາດລຸ້ນຟື້ນຕົວຂຶ້ນຕໍ່ Gold spot ສູງສຸດ – 3,148 ໂດລາ ຕ່ຳສຸດ – 3,100 ໂດລາ ລາຄາທອງຄຳແທ່ງ ສູງສຸດ – 50,700 ບາດ ຕ່ຳສຸດ – 50,500 ບາດ ບົດວິເຄາະແນວໂນ້ມລາຄາທອງຄຳ ຮົ່ວເຊັງເຮັງ ລາຍງານ ພາບລວມຄວາມເຄື່ອນໄຫວທີ່ຜ່ານມາ ລາຄາທອງ Spot ປັບຂຶ້ນເຮັດ All-time high ຕິດຕໍ່ກັນ 4 ວັນ ແລະ ເປັນຄັ້ງທີ 20 ຂອງປີນີ້ ແຕະ $3,148 ແຕ່ເລີ່ມມີແຮງເທຂາຍທຳກຳໄລອອກມາ ແລະ ປິດຕະຫຼາດຫຼຸດລົງ $9.37 ຫຼັງຈາກປັບຂຶ້ນຮ້ອນແຮງ ແລະ ໃຫ້ຜົນຕອບແທນສູງເຖິງ 20% ແຕ່ນັກລົງທຶນບາງສ່ວນຍັງຄົງເຂົ້າຊື້ຊັບສິນປອດໄພ […]