Copy of site cover (11)
ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ
ຮຽບຮຽງໂດຍ:kaling
ເຜີຍແຜ່: 21 April, 2025

ຊ່ວງນີ້ໄພຄຸກຄາມອອນລາຍຊັບຊ້ອນຂຶ້ນຫຼາຍ ລ່າສຸດ Google ເຕືອນຜູ້ໃຊ້ Gmail ໃຫ້ລະວັງອີເມລຫຼອກລວງທີ່ແນບຄຽງທີ່ສຸດ ເພາະມັນຜ່ານລະບົບກວດສອບຄວາມປອດໄພຂອງ Google ເອງ!

ເລື່ອງຄື ມີແຮັກເກີສົ່ງອີເມລປອມເໝືອນເປັນການແຈ້ງເຕືອນຄວາມປອດໄພຈາກ Google ແທ້ໆ ເຊັ່ນ ເລື່ອງໝາຍສານ ອີເມລນີ້ມາຈາກ “[email address removed]” ຊຶ່ງເປັນທີ່ຢູ່ດຽວກັບອີເມລ Google ຈິງ ແລະ ຍັງຜ່ານລະບົບ DKIM ທີ່ Gmail ໃຊ້ ເຮັດໃຫ້ Gmail ເອງກໍຈັດອີເມລນີ້ໄວ້ໃນການສົນທະນາດຽວກັບອີເມລແຈ້ງເຕືອນຂອງຈິງ

ທີ່ໜ້າກົວຄື ລິ້ງໃນອີເມລຈະພາໄປຍັງໜ້າເວັບປອມທີ່ຄ້າຍຄືກັບໜ້າສະໜັບສະໜູນຂອງ Google ທຸກລາຍລະອຽດ ພ້ອມທັງໃຊ້ໂດເມນ “sites.google.com” ເຮັດໃຫ້ເບິ່ງໜ້າເຊື່ອຖືຫຼາຍໆ ຖ້າເຜີພາດປ້ອນຂໍ້ມູນສ່ວນຕົວໃນໜ້ານັ້ນ ບັນຊີ Gmail ຂອງທ່ານກໍຈະຕົກເປັນຂອງແຮັກເກີທັນທີ

ສິ່ງທີ່ຕ້ອງຮູ້

  • ອີເມລທີ່ເບິ່ງຄືຂອງແທ້ກໍອາດເປັນຂອງປອມ: ຢ່າໄວ້ໃຈອີເມລແຈ້ງເຕືອນຄວາມປອດໄພ ແມ່ນແຕ່ຈະມາຈາກ “[email address removed]” ຫຼື ຢູ່ໃນຫົວຂໍ້ສົນທະນາດຽວກັນກັບອີເມລຈິງ
  • ລະວັງລິ້ງ: ກ່ອນຄລິກ ໃຫ້ສັງເກດ URL ໃຫ້ດີ ເຖິງແມ່ນວ່າຈະເປັນໂດເມນຍ່ອຍຂອງ google.com ກໍອາດເປັນຂອງປອມ
  • ກວດສອບ URL ຕອນລັອກອິນ: ທຸກຄັ້ງທີ່ຈະລັອກອິນເຂົ້າບັນຊີ Google ໃຫ້ແນ່ໃຈວ່າ URL ເປັນ “accounts.google.com” ແທ້ໆ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
ຢ່າລື່ມກົດຕິດຕາມ