ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ ຈັດສຳມະນາພິເສດ “ການສົ່ງເສີມທຸລະກິດກະສິກຳລາວ” ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ມີຫົວໜ້າຄະນະພັດທະນາທຸລະກິດກະສິກຳ ສຄອຊ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ, ອົງການຈັດຕັ້ງສາກົນ, ສະພາການຄ້າ ແລະ ອຸດສາຫະກຳ 18 ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວວ່າ: ປັດຈຸບັນ ພວກເຮົາໄດ້ຫັນປ່ຽນກາຍເປັນປະເທດ ທີ່ມີການເຊື່ອມໂຍງທາງດ້ານພູມສັນຖານຢ່າງແທ້ຈິງ ໂດຍມີເສັ້ນທາງລົດໄຟ ເປັນເສັ້ນທາງໂດຍກົງໄປສູ່ຕະຫລາດກະສິກໍາ ແລະ ອາຫານ ທີ່ສາມາດເຂົ້າເຖິງຄູ່ຄ້າໄດ້ຢ່າງວ່ອງໄວ ມີການເຊື່ອມໂຍງກັບຕະຫລາດຂະໜາດໃຫຍ່ ເຊັ່ນ: ຕະຫລາດຈີນ ແລະ […]
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ບຸນໂຈມ ອຸບົນປະເສີດ ແຂວງເຈົ້າແຂວງສະຫວັນນະເຂດ, ມີຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າ ແລະ ປະທານຄະນະກຳມະການປົກຄອງເມືອງ 14 ເມືອງ, 1 ນະຄອນ ເຂົ້າຮ່ວມ. ທ່ານ ພູທອນ ວໍລະເພັດ ຮອງປະທານກໍາມາທິການກົດໝາຍ ກໍໄດ້ເຜີຍແຜ່ເອກະສານກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ […]
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ,ມີທ່ານຫົວໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ. ທ່ານ ນິກສັນ ພົມມະວິຈິດ ໄດ້ກ່າວວ່າ: ໃນນາມສ່ວນຕົວ ແລະ ໃນນາມປະທານກຸ່ມບໍລິສັດ ນິກສັນພັດທະນາບໍ່ແຮ່ ຈຳກັດ ໄດ້ມີນໍ້າໃຈອຸປະຖຳທຶນກໍ່ສ້າງອາຄານຮຽນຫຼັງໃໝ່ ໃຫ້ໂຮງຮຽນມັດທະຍົມສົມບູນເມືອງເຟືອງ ແຂວງວຽງຈັນ ຊຶ່ງເປັນບ້ານເກີດເມືອງນອນຂອງຕົນເອງ. ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ຂອງໂຮງຮຽນມັດທະຍົມສົມບູນ ເມືອງເຟືອງທີ່ມີມູນຄ່າກໍ່ສ້າງ 6 ຕື້ກີບ ໂດຍແມ່ນບໍລິສັດ ເຄຊີ ສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ຕົບແຕ່ງ ຈຳກັດ ເປັນຜູ້ສຳຫຼວດອອກແບບ ແລະ ທັງຮັບເໝົາ ກໍ່ສ້າງ. ໂຄງການນີ້, ຕາມແຜນການກໍ່ສ້າງແມ່ນຈະໄດ້ດຳເນີນເປັນເວລາ 6 ເດືອນ, […]
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ຈັດພິທີໂຮມຊຸມນຸມສະເຫລີມສະຫລອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ໃນວັນທີ 31 ຕຸລາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍມີທ່ານ ພັນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີການນໍາພັກ-ລັດ ຂັ້ນແຂວງ, ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ໃນພິທີ ທ່ານ ພັນໂທ ວັນທອງ ກອງມະນີ ໄດ້ກ່າວວ່າ: ຢາເສບຕິດເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດຕ່າງໆ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນຕ້ານ, ສະກັດກັ້ນ, ຄວມຄຸມ ແລະ ແກ້ໄຂ, ອົງການສະຫະປະຊາຊາດ ໄດ້ກຳນົດການກະທໍາຜິດກ່ຽວກັບຢາເສບຕິດ ເປັນໜຶ່ງໃນບັນດາອາຊະຍາກຳສາກົນ, ສໍາລັບຢູ່ໃນປະເທດລາວ ເວົ້າລວມ, ເວົ້າສະເພາະ ຢູ່ແຂວງອັດຕະປື ພວມຜະເຊີນໜ້າກັບໄພຂົ່ມຂູ່ […]
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%

ຄະນະຜູ້ແທນນະຄອນດາໜັງ ສສ ຫວຽດນາມ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບຂອງສະມາຄົມຫວຽດນາມ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ໃນວັນທີ 30 ຕຸລາຜ່ານມານີ້, ເນື່ອງໃນໂອກາດທີ່ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງສາລະວັນ ນໍາພາໂດຍ: ທ່ານ ຫງວຽນ ດິ່ງ ຫວິ໊ງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດາໜັງ ພ້ອມຄະນະ, ໃຫ້ການຕ້ອນຮັບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີບັນດາຄະນະນໍາຂອງແຂວງ, ເມືອງ ແລະ ສະມາຄົມຫວຽດນາມ ປະຈຳເມືອງຄົງເຊໂດນ ເຂົ້າຮ່ວມ. ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບຂອງສະມາຄົມຫວຽດນາມ ແຫ່ງນີ້, ໄດ້ວາງສີລາເລີກໃນວັນທີ 2 ເມສາ ແລະ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 24 ພຶດສະພາ 2025, ເປັນອາຄານຖາວອນ, ມີ 2 ຊັ້ນ, 5 ຫ້ອງຮຽນ, 2 ຫ້ອງເຮັດວຽກ, ຫ້ອງນ້ຳ, ຈະກໍ່ສ້າງກຳແພງຮົ້ວ, ປະຕູດ້ານໜ້າ […]
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ

ໃນທ້າຍເດືອນຕຸລາຜ່ານມາ ທີ່ອົງການກາແດງແຫ່ງຊາດລາວ ໄດ້ມີພິທີມອບ-ຮັບ ຄອມພິວເຕີຕັ້ງໂຕະ ຈຳນວນ 5 ຊຸດ ແລະ ປຶ້ມບົດຮຽນ ກ່ຽວກັບ ຄວາມຮູ້ພື້ນຖານການຫັນເປັນດີຈີຕອນ ຈຳນວນ 5 ຊຸດ. ລວມມູນຄ່າ 74,625,000 ກີບ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ອົງການກາແດງແຫ່ງຊາດລາວ. ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຮັບໂດຍ ທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ. ໃຫ້ກຽດເປັນສັກຂີພິຍານໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກສອງຝ່າຍເຂົ້າຮ່ວມ. ຈຸດປະສົງໃນການມອບຄັ້ງນີ້ ເພື່ອໃຫ້ອົງການກາແດງແຫ່ງຊາດລາວ ນຳໄປໃຊ້ໃນການດຳເນີນວຽກງານທາງດ້ານມະນຸດສະທຳ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ໂດຍຜ່ານການນຳເອົາເຕັກໂນໂລຊີດີຈີຕອນມາປັບໃຊ້ໃນການເຮັດວຽກ. ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ […]
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX

ທີ່ມາ: ປະຊາຊົນ
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ II ຢູ່ຈຸດແຂວງຄໍາມ່ວນ ຈັດໃນຂຶ້ນວັນທີ 30 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນກໍາມະການກົມການເມືອງສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ຕາງໜ້າຄະນະຮັບຜິດຊອບ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອໃຫ້ບັນດາສະຫາຍທີ່ເຂົ້າຮ່ວມໄດ້ຄົ້ນຄວ້າ, ປະກອບຄໍາເຫັນ ແນໃສ່ເຮັດໃຫ້ຮ່າງບົດສໍາຫຼວດການນໍາພາລວມ ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ, ຖືກກັບຄວາມເປັນຈິງ, ເສີມຂະຫຍາຍດ້ານຕັ້ງໜ້າ, ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ຖືກຈຸດ, ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. […]
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 28 ຕຸລາ 2025 ທີ່ຜ່ານມາຢູ່ ແຂວງ ຫົວພັນ ເຂົ້າຮ່ວມລົງນາມຄັ້ງນີ້ໂດຍທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍການນຳເມືອງວຽງໄຊ, ການນຳເມືອງແອດ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ທີ່ມອບໃຫ້ແຂວງຫົວພັນໃນຄັ້ງນີ້ ມີ 2 ໂຄງການຄື: ໂຄງການກໍ່ສ້າງຊົນລະປະທານ ນ້ຳສິມ ເມືອງວຽງໄຊ ແຂວງຫົວພັນ ມີມູນຄ່າການກໍ່ສ້າງ 142.271 ໂດລາສະຫະລັດ ໂດຍແມ່ນຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງໄຊ ເປັນເຈົ້າຂອງໂຄງການ ແລະ ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານແກ່ວກູ້ ເມືອງແອດ ແຂວງຫົວພັນ ມີມູນຄ່າການກໍ່ສ້າງ 91.345 ໂດລາ ສະຫະລັດ ໂດຍແມ່ນຫ້ອງການສຶກສາທິການ ແລະ […]
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ

ປັດຈຸບັນກ້າວເຂົ້າສູ່ລະດູໜາວ ອາກາດມີການປ່ຽນແປງບຶດຮ້ອນ-ບຶດໜາວ ຈຶ່ງເຮັດໃຫ້ຄົນເຮົາເຈັບເປັນໄດ້ງ່າຍ ໂດຍສະເພາະຜູ້ອາວຸໂສ, ຜູ້ທີ່ມີພູມຕ້ານທານຕໍ່າ, ເດັກອ່ອນ, ເດັກນ້ອຍ. ໃນນັ້ນ, ພະຍາດໄອໄກ່ ກໍເປັນໜຶ່ງພະຍາດມັກເກີດໃນລະດູໜາວ ທີ່ເປັນອັນຕະລາຍຕໍ່ກຸ່ມຄົນດັ່ງກ່າວ. ສະນັ້ນ, ຈົ່ງດູແລສຸຂະພາບຂອງຕົນເອງ ແລະ ລູກ-ຫຼານຂອງທ່ານໃຫ້ດີ ໂດຍສະເພາະຈົ່ງພາລູກ-ຫຼານໄປຮັບວັກຊິນ ເພື່ອປ້ອງກັນພະຍາດດັ່ງກ່າວ ເນື່ອງຈາກວ່າພະຍາດໄອໄກ່ສາມາດປ້ອງກັນໄດ້ດ້ວຍວັກຊິນ. ພະຍາດໄອໄກ່ ແມ່ນພະຍາດຊະນິດໜຶ່ງ ທີ່ເກີດຈາກການຕິດເຊື້ອຈຸລິນຊີ ທີ່ເຮັດໃຫ້ແກ່ຍາວດົນກວ່າ 3 ເດືອນ ແລະ ໄອຕິດໆກັນເປັນຮູດ ໂດຍເກີດຈາກເຊື້ອພະຍາດຈຸລິນຊີ ທີ່ທໍາລາຍເຍື້ອຫຸມໃນໂຜງດັງ, ຮູຄໍ ແລະ ທາງເດີນຫາຍໃຈ. ພະຍາດດັ່ງກ່າວ, ຍັງສາມາດຕິດຕໍ່ກັນໄດ້ງ່າຍ ໂດຍຜ່ານການໄອ, ຈາມ ແລະ ສໍາຜັດກັນ ແລະ ອື່ນໆ. ສໍາລັບອາການຂອງພະຍາດໄອໄກ່ ຈະມີອາການໄອຮຸນແຮງແຕ່ລະຄັ້ງແກ່ຍາວ 2 ຫາ 3 ນາທີ ແລະ ແກ່ຍາວເປັນອາທິດ ຫຼື ຫຼາຍເດືອນ. ເດັກອ່ອນ, ເດັກນ້ອຍ ທີ່ມີອາການໄອໄກ່ ຈະເຮັດໃຫ້ໄອກໍ່າ-ແຫຼ້ […]