ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ອຳນາດການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ຕິດຕັ້ງໄຟເຍືອງທາງດ້ວຍພະລັງງານແສງອາທິດ (ໂຊລາເຊວ) ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ ລະຫວ່າງບ້ານໂພນ ຫາບ້ານຫາດ ທັງນີ້ກໍເພື່ອຍົກສູງຄວາມປອດໄພຕາມທ້ອງຖະໜົນ ແລະ ສ້າງຄວາມສວຍງາມໃນຍາມຄໍ່າຄືນ ຕາມເສັ້ນທາງດັ່ງກ່າວ. ທ່ານ ເພັດນະຄອນ ເທບສຸວັນ ຮອງຫົວໜ້າຫ້ອງວ່າການເມືອງໂຂງ ໃຫ້ຮູ້ໃນວັນທີ 9 ຕຸລາ 2025 ຜ່ານມານີ້ວ່າ: ການຕິດຕັ້ງໄຟເຍືອງທາງໂຊລາເຊວຄັ້ງນີ້ມີ 253 ເສົາ ລວມມູນຄ່າຫລາຍກວ່າ 446 ລ້ານກີບ, ເຊິ່ງໄດ້ເລີມຂຸດຂຸມເທຕີນເສົາແຕ່ທ້າຍອາທິດຜ່ານມາ ແລະ ສຳເລັດໃນວັນທີ 12 ຕຸລາ 2025 ນີ້. ນັບວ່າເປັນການລົງທຶນທີ່ສຳຄັນ ໃນການພັດທະນາພື້ນຖານໂຄງລ່າງຂອງເມືອງ. ການນໍາໃຊ້ໄຟເຍືອງທາງໂຊລາເຊວ ເປັນການຊ່ວຍປະຢັດງົບປະມານ ໃນການນຳໃຊ້ໄຟຟ້າໃນໄລຍະຍາວ ແລະ ເປັນມິດກັບສິ່ງແວດລ້ອມ. ການມີແສງສະຫວ່າງຕະຫລອດເສັ້ນທາງດັ່ງກ່າວນີ້ ບໍ່ພຽງແຕ່ຈະຊ່ວຍຫລຸດຜ່ອນອຸບັດເຫດ ແລະ ອາຊະຍາກຳ ທີ່ອາດຈະເກີດຂຶ້ນ ໃນຍາມຄໍ່າຄືນເທົ່ານັ້ນ, ແຕ່ຍັງເຮັດໃຫ້ພື້ນທີ່ດັ່ງກ່າວມີຄວາມສວຍງາມ ແລະ ສະດວກສະບາຍສຳລັບການສັນຈອນ ຂອງປະຊາຊົນໃນເຂດນີ້ອີກດ້ວຍ. […]
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025 ຈະຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 15-25ພະຈິກ 2025 ທີ່ຈະມາເຖິງນີ້ ໂດຍມີສັນຍະລັກ ເປັນຮູບພະທາດຫຼວງ ແລະ ສັດນໍາໂຊກ ເປັນນົກຍຸງ, ພາຍໃຕ້ຄຳຂວັນ“ສາມັກຄີ ມີວິໄນ-ໂປ່ງໃສ-ໄດ້ການພັດທະນາ”. ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ປະທານຈັດງານ, ໄດ້ຖະແຫຼງຂ່າວຢືນຢັນຄວາມພ້ອມຮອບດ້ານໃນມື້ນີ້ວ່າ: ການແຂ່ງຂັນໃຫຍ່ຄັ້ງນີ້ ຈະມີກິລາທັງໝົດ 33 ປະເພດ ແລະ 1 ກິລາສາທິດ, ລວມ 400 ລາຍການ ແຂ່ງຂັນ, ໂດຍຄາດຄະເນວ່າຈະມີນັກກິລາຈາກ 17 ແຂວງ ແລະ ນະຄອນຫຼວງເຂົ້າຮ່ວມຫຼາຍກວ່າ 2,000 ຄົນ. ສຳລັບຄວາມພ້ອມຂອງສະຖານທີ່ ແລະ ສະໜາມແຂ່ງຂັນຕ່າງໆ ແມ່ນມີຄວາມພ້ອມກວ່າ 95% ແລ້ວ ແລະ ຈະສຳເລັດສົມບູນ 100% […]
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ

ວັນທີ 11 ຕຸລາຜ່ານມານີ້, ພະແນກການຕ່າງປະເທດ ແຂວງຄໍາມ່ວນ ໄດ້ຈັດພິທີ “ຍ່າງເພື່ອສຸຂະພາບ” ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນການທູດລາວ ຄົບຮອບ 80 ປີ ທີ່ຈະໝູນວຽນມາ ບັນຈົບຄົບຮອບອີກວາລະໜຶ່ງ (ວັນທີ 12 ຕຸລາ 1945-12 ຕຸລາ 2025) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ມີບັນດາຄະນະນຳຂັ້ນແຂວງ, ເມືອງທ່າແຂກ ແລະ ອົງການຈັດຕັ້ງສັງຄົມ ທັງພາກລັດ ແລະ ເອກະຊົນ ອ້ອມຂ້າງແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ຍົກໃຫ້ເຫັນໂດຍສັງເຂບກ່ຽວກັບວັນການທູດລາວ ຊຶ່ງກົງກັບວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນທີ່ມີຄວາມໝາຍສໍາຄັນທາງ ປະຫວັດສາດຂອງວຽກງານການທູດລາວ ຊຶ່ງຕິດພັນຢ່າງສະໜິດແໜ້ນກັບຂະບວນການປະຕິວັດ ປົດປ່ອຍຊາດ, ເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນລໍ້າຄ່າຂອງປະຊາຊົນລາວ ວິລະຊົນຜູ້ໄຝ່ຫາຄວາມເປັນເອກະລາດແຫ່ງຊາດ ແລະ ຮັກຫອມສັນຕິພາບໄດ້ປະກາດເອກະລາດ ແລະ ແນວທາງນະໂຍບາຍການຕ່າງປະເທດຂອງຕົນໃຫ້ປະຊາຄົມໂລກໄດ້ຮັບຮູ້. […]
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ຕຸລາ ຜ່ານມາວ່າ: ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອໍານວຍການກອງທຶນການເງິນສາກົນ (IMF) ກ່າວເຕືອນວ່າ, ຄວາມບໍ່ແນ່ນອນຂອງເສດຖະກິດໂລກຈະກາຍເປັນ “ປົກກະຕິໃໝ່”, ໂດຍທ່ານກ່າວຕື່ມວ່າ: ເສດຖະກິດໂລກ “ດີກວ່າທີ່ຢ້ານກົວ, ແຕ່ຮ້າຍແຮງກວ່າທີ່ຄາດໄວ້.” ຄວາມຍືດຍຸ່ນຂອງໂລກຍັງບໍ່ທັນໄດ້ຮັບການທົດສອບຢ່າງເຕັມທີ່, ແຕ່ມີສັນຍານວ່າການທົດສອບນີ້ອາດຈະມາຮອດໃນໄວໆນີ້. ທ່ານນາງ ຈໍເຈຍວາ ກ່າວວ່າ: ນະໂຍບາຍອັດຕາພາສີແມ່ນປັດໄຈສໍາຄັນທີ່ສົ່ງຜົນກະທົບຕໍ່ເສດຖະກິດໂລກ ແລະຜົນກະທົບເຕັມຮູບແບບຂອງພວກມັນຍັງບໍ່ທັນໄດ້ປະກົດອອກມາ. ໃນຂະນະດຽວກັນ, ສິນຄ້າຈຳນວນຫຼວງຫຼາຍທີ່ກ່ອນໜ້ານີ້ຈະໄຫຼເຂົ້າສູ່ຕະຫຼາດ ສະຫະລັດ ອາເມຣິກາ, ໄດ້ຫັນປ່ຽນເສັ້ນທາງໄປຍັງຕະຫຼາດໃນປະເທດອື່ນໆສາມາດເຮັດໃຫ້ເກີດການຂຶ້ນພາສີຮອບສອງ. ໂດຍທົ່ວໄປແລ້ວ, ຕະຫຼາດການເງິນຍັງຄົງມີສະຖຽນລະພາບ ເຖິງວ່າຈະປະເຊີນກັບຄວາມວຸ້ນວາຍທາງດ້ານນະໂຍບາຍ ແລະ ຫາກມີການແກ້ໄຂຢ່າງກະທັນຫັນ, ສະພາບການທາງການເງິນທີ່ເຄັ່ງຕຶງອາດຈະກີດຂວາງການເຕີບໂຕຂອງເສດຖະກິດໂລກ. ທ່ານນາງ ຈໍເຈຍວາ ຮຽກຮ້ອງໃຫ້ຜູ້ວາງນະໂຍບາຍທົ່ວໂລກສືບຕໍ່ເບິ່ງການຄ້າເປັນຕົວຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ ແລະ ປະຕິບັດຕາມນະໂຍບາຍຢ່າງລະມັດລະວັງ. ທັງນີ້, ກອງທຶນດັ່ງກ່າວຍັງໄດ້ປັບປຸງການຄາດຄະເນການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ທົ່ວໂລກ ໃນປີ 2025 ເປັນ 3% ໃນບົດລາຍງານທ່າອ່ຽງເສດຖະກິດໂລກ (ສະບັບປັບປຸງ) ເດືອນກໍລະກົດ ແລະ […]
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ

ວິທະຍຸ-ໂທລະພາບສູນກາງຈີນ, ອົງການພະລັງງານ ແຫ່ງຊາດຈີນ ໄດ້ປະກາດ ຕົວເລກຂໍ້ມູນ ປະລິມານການນຳໃຊ້ໄຟຟ້າ ໃນເດືອນກໍລະກົດ ແລະ ເດືອນສິງຫາ ຂອງ ສປ ຈີນ ໃນປີນີ້ ຄື: ເດືອນກໍລະກົດ, ປະລິມານ ການນຳໃຊ້ໄຟຟ້າ ໃນທົ່ວສັງຄົມຈີນ ມີເຖິງ 1.022 ຕື້ກວ່າກິໂລວັດໂມງ, ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024. ນີ້ແມ່ນເທື່ອທຳອິດ ທີ່ປະລິມານການນຳໃຊ້ໄຟຟ້າ ປະຈຳເດືອນ ລື່ນກາຍ 1.000 ຕື້ກິໂລວັດໂມງ ແລະ ກໍແມ່ນຄັ້ງທຳອິດ ໃນທົ່ວໂລກ. ສ່ວນເດືອນສິງຫາ, ມີເຖິງ 1.015 ຕື້ກວ່າກິໂລວັດໂມງ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ເປັນຕົວເລກ ທີ່ລື່ນກາຍ 1.000 ຕື້ກິໂລວັດໂມງ ອີກຄັ້ງໜຶ່ງ. ປະລິມານ ການນຳໃຊ້ ໄຟຟ້າແມ່ນຕົວເລກດັດຊະນີ ທີ່ຊີ້ບອກເຖິງ ສະພາບການເຄື່ອນໄຫວ ຂອງເສດຖະກິດ-ສັງຄົມ. […]
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ

ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ ໃນວັນທີ 9-11 ຕຸລາ 2025, ໃຫ້ກຽດຕ້ອນຮັບໂດຍທ່ານ ນາງ ຈ່າງ ທິ ຊົນ ຮອງປະທານຄະນະກຳມະການປະຊາຊົນແຂວງເຊີນລາ ພ້ອມດ້ວຍຄະນະ ຢູ່ທີ່ໂຮງແຮມເມືອງແທັງແຂວງເຊີນລາ. ການເດີນທາງຢ້ຽມຢາມຄັ້ງນີ້, ແມ່ນເພື່ອນຕອບສະໜອງຕາມການເຊີນຂອງຄະນະກຳມະການປະຊາຊົນແຂວງເຊີນລາ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊີນລາ ຄົບຮອບ 130 ປີ ຢູ່ແຂວງເຊີນລາ. ໂອກາດນີ້, ການນຳແຂວງຊຽງຂວາງໄດ້ທ່ຽວຊົມງານຕະຫຼາດນັດ ສົ່ງເສີມການຄ້າສຳລັບຜະລິດຕະພັນກະສິກຳ ແລະ ຜະລິດຕະພັນສິນຄ້າໂອດັອບ ຢູ່ທີ່ເດີນສະໜາມຫຼວງເຕີຍບັກແຂວງເຊີນລາ. ໃນງານຕະຫຼາດນັດ ໄດ້ມີຜະລິດຕະພັນສິນຄ້າໂອດັອບບາງແຂວງຂອງ ສປປ ລາວ ເຂົ້າຮ່ວມນຳ. (ຂ່າວ: ບຸນມີ ແສງທຸມມີ)
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:

ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ໃນວັນທີ 9 ຕຸລານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນ ທ້າວແຂວງໄຊຍະລີ, ບໍລິສັດ ຊີເຄພາວເວີຈໍາກັດ (ມະຫາຊົນ) ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ໄດ້ມອບຄອມພິວເຕີສະໜັບສະໜູນການສຶກສາເມືອງ ແກ່ນທ້າວ ຈໍານວນ 10 ເຄື່ອງ. ເປັນກຽດມອບໂດຍທ່ານ ພະລາກອນ ລົດເວດສະນັນ ຜູ້ອໍານວຍການອາວຸໂສຝ່າຍຈັດຊື້-ຈັດຈ້າງ ຫົວໜ້າບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ພ້ອມດ້ວຍທີມງານ ແລະ ໃຫ້ກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີພາກສ່ວນກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ. ໂອກາດນີ້, ທ່ານ ສີຄານ ແກ່ນມະນີ ໄດ້ສະແດງຄວາມຂອບໃຈທີ່ບໍລິສັດໄດ້ມອບຄອມພິວເຕີເພື່ອສະໜັບສະໜູນການສຶກສາຢູ່ພາຍໃນເມືອງແກ່ນທ້າວ, ພ້ອມທັງມອບໃບຍ້ອງຍໍໃຫ້ບໍລິສັດ. (ຂ່າວ: ແກ່ນທ້າວ)
ພະຍາກອນອາກາດ ປະຈໍາວັນທີ 09 ຕຸລາ 2025, ເວລາ 16 ໂມງ 00

ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ. ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ພ້ອມລົມພັດແຮງເປັນບາງໂອກາດ. ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນຫຼວງພະບາງ

ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂຶ້ນໃນຕອນຄໍ່າ ຂອງວັນທີ 8 ຕຸລານີ້ ມີການຂອງແຂວງຫຼວງພະບາງ, ຄະນະກຳມະການ, ແຂກຮັບເຊີນ ຕະຫຼອດຮອດມວນຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນງານປະກວດ ເລີ້ມຕົ້ນຈາກການທຳພິທີທາງສາສະໜາ, ສະຫຼອງເຮືອໄຟ ຢູ່ວັດປ່າຮວກ ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ. ຈາກນັ້ນ, ທ່ານ ສໍານານ ສົນທະນີ ປະທານຈັດງານປະກວດເຮືອໄຟງາມ ປະຈຳປີ ພສ 2568, ຄສ 2025 ໄດ້ກ່າວເປີດງານວ່າ: ພໍເຖິງຄ່ຳຄືນຂອງມື້ແຮມ 1 ຄໍ່າ ເດືອນ 11 ລາວຂອງທຸກໆປີ ປະຊາຊົນບັນດາເຜົ່າຊາວຫຼວງພະບາງທຸກຖ້ວນໜ້າ ໄດ້ພ້ອມກັນຈັດພິທີເທດສະຫຼອງເຮືອໄຟ ຢູ່ທີ່ວັດປ່າຮວກ ແລະ ປະກວດເຮືອໄຟງາມຂຶ້ນ ເພື່ອສະແດງເຖິງວັດທະນະທໍາອັນຍອດຍິ່ງ ຂອງຊາວຫຼວງພະບາງ ຊຶ່ງຈະໄດ້ແຫ່ຂະບວນໄປຕາມຖະໜົນສີສະຫວ່າງວົງ ຈົນເຖິງທ່ານ້ຳວັດຊຽງທອງ ແລ້ວໄຫຼລົງສູ່ແມ່ນ້ຳຂອງ ເພື່ອບູຊາຄຸນຂອງພະແມ່ຄົງຄາ, ນ້ອມລະນຶກເຖິງຄຸນຂອງພະພຸດ ພະທຳ-ພະສົງ […]