ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ໃນວັນທີ 9 ຕຸລານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນ ທ້າວແຂວງໄຊຍະລີ, ບໍລິສັດ ຊີເຄພາວເວີຈໍາກັດ (ມະຫາຊົນ) ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ໄດ້ມອບຄອມພິວເຕີສະໜັບສະໜູນການສຶກສາເມືອງ ແກ່ນທ້າວ ຈໍານວນ 10 ເຄື່ອງ. ເປັນກຽດມອບໂດຍທ່ານ ພະລາກອນ ລົດເວດສະນັນ ຜູ້ອໍານວຍການອາວຸໂສຝ່າຍຈັດຊື້-ຈັດຈ້າງ ຫົວໜ້າບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ພ້ອມດ້ວຍທີມງານ ແລະ ໃຫ້ກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີພາກສ່ວນກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.     ໂອກາດນີ້, ທ່ານ ສີຄານ ແກ່ນມະນີ ໄດ້ສະແດງຄວາມຂອບໃຈທີ່ບໍລິສັດໄດ້ມອບຄອມພິວເຕີເພື່ອສະໜັບສະໜູນການສຶກສາຢູ່ພາຍໃນເມືອງແກ່ນທ້າວ, ພ້ອມທັງມອບໃບຍ້ອງຍໍໃຫ້ບໍລິສັດ.   (ຂ່າວ: ແກ່ນທ້າວ)

ພະຍາກອນອາກາດ ປະຈໍາວັນທີ 09 ຕຸລາ 2025, ເວລາ 16 ໂມງ 00

ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ. ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ພ້ອມລົມພັດແຮງເປັນບາງໂອກາດ.     ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນຫຼວງພະບາງ

ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂຶ້ນໃນຕອນຄໍ່າ ຂອງວັນທີ 8 ຕຸລານີ້ ມີການຂອງແຂວງຫຼວງພະບາງ, ຄະນະກຳມະການ, ແຂກຮັບເຊີນ ຕະຫຼອດຮອດມວນຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.     ໃນງານປະກວດ ເລີ້ມຕົ້ນຈາກການທຳພິທີທາງສາສະໜາ, ສະຫຼອງເຮືອໄຟ ຢູ່ວັດປ່າຮວກ ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ. ຈາກນັ້ນ, ທ່ານ ສໍານານ ສົນທະນີ ປະທານຈັດງານປະກວດເຮືອໄຟງາມ ປະຈຳປີ ພສ 2568, ຄສ 2025 ໄດ້ກ່າວເປີດງານວ່າ: ພໍເຖິງຄ່ຳຄືນຂອງມື້ແຮມ 1 ຄໍ່າ ເດືອນ 11 ລາວຂອງທຸກໆປີ ປະຊາຊົນບັນດາເຜົ່າຊາວຫຼວງພະບາງທຸກຖ້ວນໜ້າ ໄດ້ພ້ອມກັນຈັດພິທີເທດສະຫຼອງເຮືອໄຟ ຢູ່ທີ່ວັດປ່າຮວກ ແລະ ປະກວດເຮືອໄຟງາມຂຶ້ນ ເພື່ອສະແດງເຖິງວັດທະນະທໍາອັນຍອດຍິ່ງ ຂອງຊາວຫຼວງພະບາງ ຊຶ່ງຈະໄດ້ແຫ່ຂະບວນໄປຕາມຖະໜົນສີສະຫວ່າງວົງ ຈົນເຖິງທ່ານ້ຳວັດຊຽງທອງ ແລ້ວໄຫຼລົງສູ່ແມ່ນ້ຳຂອງ ເພື່ອບູຊາຄຸນຂອງພະແມ່ຄົງຄາ, ນ້ອມລະນຶກເຖິງຄຸນຂອງພະພຸດ ພະທຳ-ພະສົງ […]

ຮູ້ແລ້ວ! ເຫດຄາດຕະກຳ ເສຍຊີວິດ 2 ຄົນ

ໃນວັນທີ 24 ກັນຍາ 2025, ເຈົ້າໜ້າທີ່ພະແນກນິຕິວິທະຍາ ປກສ ແຂວງອຸດົມໄຊ ໄດ້ຮັບການລາຍງານທາງໂທລະສັບຈາກ ປກສ ເມືອງໄຊ ວ່າ: ມີຄົນເສຍຊີວິດຢູ່ເດີ່ນດິນເປົ່າວ່າງ ຫຼັກ 7 ເສັ້ນທາງໄປເມືອງຫຼາ ແຂວງອຸດົມໄຊ ຈໍານວນ 2 ສົບ.     ເຈົ້າໜ້າທີ່ໄດ້ລົງສະຖານທີ່ເກີດເຫດ ພົບຜູ້ເສຍຊີວິດ ຍິງ 1 ຄົນ ແລະ ຊາຍ 1 ຄົນ, ຜົນຂອງການຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ\   -ສົບຜູ້ທີ 1 ຜູ້ເສຍຊິວິດ ເປັນເພດຍິງ ຊື່ ນາງ ຍີມ ອາຍຸ 32 ປີ, ປະຊາຊົນບ້ານໄຊມຸງຄຸນ ເມືອງຮູນ ແຂວງອຸດົມໄຊ ນອນຫງາຍເສຍຊີວິດ ມີຮ່ອງຮອຍຊໍ້າຢູ່ບໍລິເວນຄໍ 2 ຈຸດ ແລະ ຮອຍຊໍ້າຢູ່ບໍລິເວນແຂນເບື້ອງຊ້າຍ 2 ຈຸດ, […]

ທໍ່ໂຕໂຢລາວ ຜະລິດຕະພັນຄຸນນະພາບລະດັບສາກົນ

ເນື່ອງໃນໂອກາດງານວາງສະແດງຜະລິດຕະພັນລາວ 2025 (Made In Lao 2025) ທີ່ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ. ທ່ານ ລັງກອນ ໄຊຍະວົງ ປະທານບໍລິສັດ ທັງເປັນຜູ້ສ້າງຕັ້ງໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດ, ດີໃຈ ແລະ ພາກພູມໃຈທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ໃຫ້ໂອກາດຜູ້ປະກອບການພາຍໃນໄດ້ນໍາສິນຄ້າຕ່າງໆ ຂອງຕົນເຂົ້າຮ່ວມວາງສະແດງ-ຂາຍຢ່າງຄັບຄາໜາແໜ້ນ ໂດຍສະເພາະໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ກໍໄດ້ນໍາເອົາຜະລິດທໍ່ໂຕໂຢມາວາງສະແດງ-ຂາຍໃນຄັ້ງນີ້ ຊຶ່ງຜະລິດທໍ່ໂຕໂຢ ເປັນໜຶ່ງຜະລິດຕະພັນຂອງລາວທີ່ມີຊື່ສຽງ, ມີຄຸນນະພາບລະດັບສາກົນເພື່ອຕອບສະໜອງຄວາມຕ້ອງການຕະຫຼາດພາຍໃນ.     ທ່ານ ລັງກອນ ໄຊຍະວົງ ກ່າວວ່າ: ໂຮງງານອຸດສາຫະກໍາທໍ່ໂຕໂຢລາວ ເປັນໜຶ່ງໂຮງງານອຸດສາຫະກໍາ ທີ່ເປັນສະມາຊິກຂອງ ສຄອຊ ທີ່ສ້າງຜະລິດຕະພັນລາວເລີ່ມແຕ່ປີ 2016 ຊຶ່ງຜະລິດຕະພັນຫຼັກແມ່ນຮັບໃຊ້ພື້ນ ຖານໂຄງລ່າງກ່ຽວກັບລະບົບນໍ້າ, ເລີ່ມຈາກລະບົບນໍ້າປະປາໃນຕົວເມືອງຈົນຮອດລະບົບນໍ້າປະປາຊົນນະບົດ. ພ້ອມນັ້ນ, ຍັງມີລະບົບນໍ້າໃນການກໍ່ສ້າງເຄຫາສະຖານ, ບ້ານເຮືອນ, ໂຮງແຮມ, ໂຮງງານອຸດສາຫະກໍາ, ເຂດເສດຖະກິດພິເສດ, […]

ໄຊຍະບູລີ ແຂ່ງຂັນກອງແອວ ໃນເທສະການບຸນອອກພັນສາປະວໍຣະນາ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດການແຂ່ງຂັນກອງແອວ ໃນເທສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2025 ໃນຄໍ່າຄືນຂອງວັນທີ 5 ຕຸລາ 2025 ທີ່ເດີ່ນຜາມໄຊບ້ານປົ່ງ ໂດຍມີທ່ານ ເສນ ພັນລັກ ຫົວໜ້າຄະນະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງໄຊຍະບູລີ ພ້ອມດ້ວຍຫ້ອງການ, ຄະນະກຳມະການ, ຄະນະຮັບຜິດຊອບ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.     ທ່ານ ສົມບັດ ຈະເລີນມີໄຊ ປະທານແນວລາວສ້າງຊາດເມືອງ ໄດ້ກ່າວວ່າ: ການຈັດແຂ່ງຂັນກອງແອວໃນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກທາງດ້ານວັດທະນະທຳ ຂອງເມືອງໄຊຍະບູລີ ກໍຄືແຂວງໄຊຍະບູລີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຕິດພັນກັບການໂຄສະນາດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວເມືອງ ແລະ ແຂວງໄຊຍະບູລີ ໃຫ້ນັບມື້ເພີ່ມຂຶ້ນ ເພື່ອເປັນການສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ.     […]

3 ມື້ທຳອິດພັກວັນຊາດຈີນ ເສັ້ນທາງລົດໄຟລາວ-ຈີນຂົນສົ່ງຜູ້ໂດຍສານ ເພີ່ມຂຶ້ນຫຼາຍກວ່າ 15%

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 3 ຕຸລາຜ່ານມານີ້, ດ່ານກວດກາຊາຍແດນເຂົ້າອອກເມືອງບໍ່ຫານໄດ້ປະກາດແຈ້ງການວ່າ: ໃນ 3 ມື້ທຳອິດຍາມວັນຊາດຈີນ, ຜູ້ໂດຍສານທີ່ເຂົ້າອອກເມືອງຜ່ານດ່ານທາງລົດໄຟບໍ່ຫານຕາມຊາຍແດນລະຫວ່າງລາວ-ຈີນດ້ວຍລົດໄຟລາວ-ຈີນ, ຈີນ-ລາວ ມີເຖິງ 3,400 ກວ່າເທື່ອຄົນ, ເພີ່ມຂຶ້ນ 15.23% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 150 ກວ່າເທື່ອຄົນ, ເພີ່ມຂຶ້ນ 8.39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.   ທ່ານ ເມີ້ງທ່າວ ຜູ້ຮັບຜິດຊອບດ່ານທາງລົດໄຟຂອງດ່ານກວດກາຊາຍແດນບໍ່ຫານແຈ້ງໃຫ້ຮູ້ວ່າ: ໃນ 3 ມື້ທຳອິດໄລຍະພັກບຸນວັນຊາດ, ຈຳນວນຜູ້ໂດຍສານອອກເມືອງເພີ່ມຂຶ້ນໄວສົມຄວນ, ສ່ວນຫຼາຍແມ່ນເພື່ອການທ່ອງທ່ຽວແບບຄອບຄົວ, ການທ່ອງທ່ຽວສຳລັບຜູ້ອາຍຸສູງ ແລະ ການທ່ອງທ່ຽວໄລຍະສັ້ນໃນວັນພັກ. ຈຳນວນຄົນເຂົ້າອອກເມືອງສະເລ່ຍຕໍ່ມື້ຈາກປະມານ 300 ເທື່ອຄົນໃນໄລຍະເບື້ອງຕົ້ນເພີ່ມຂຶ້ນເຖິງ 700 ກວ່າເທື່ອຄົນໃນປັດຈຸບັນນີ້.   ຂ່າວ: ປະຊາຊົນ

ຫຼາຍພາກສ່ວນມອບເງິນ ອຸປະຖໍາງານບຸນອອກພັນສາປະວໍລະນາ ແລະ ເຮືອຊ່ວງປີ 2025

ໃນວັນທີ 5 ຕຸລາ 2025 ທີ່ຜາມໄຊແຄມຂອງເມືອງທ່າແຂກ ແຂວງຄໍາມ່ວນ, ຫຼາຍພາກສ່ວນຈາກບໍລິສັດ, ຫ້າງຮ້ານໄດ້ມອບເງິນອຸປະຖໍາ ງານບຸນອອກພັນສາປະວໍລະນາ ແລະ ເຮືອຊ່ວງປະຈໍາປີ. ຊຶ່ງງານດັ່ງກ່າວ, ຈະຈັດຂຶ້ນລະຫວ່າງວັນທີ 5-7 ຕຸລາ. ໃນນີ້ ປະກອບມີ: ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ ລາວ ຈໍາກັດ 300 ລ້ານກີບ, ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ 300 ລ້ານ, ບໍລິສັດເບຍລາວປະກອບດ້ວຍວັດຖຸ ແລະ ເງິນສົດລວມມູນຄ່າ 272 ລ້ານກີບ, ບໍລິສັດໄຟຟ້ານໍ້າເທີນ 2 ຈໍານວນ 65 ລ້ານກີບ, ບໍລິສັດຂົນ ສົ່ງແມ່ຂອງ 20 ລ້ານກີບ ແລະ ທະນາຄານສົ່ງເສີມກະສິກໍາ ສາຂາ ຄໍາມ່ວນ 10 ລ້ານກີບ, ກ່າວຮັບໂດຍ ທ່ານ ສົມໃຈ ພານີຈັນ ຫົວໜ້າຄະນະຈັດຕັ້ງແຂວງ, […]