ຝົນມໍຣະສຸມຖະຫຼົ່ມ “ປາກິສະຖານ” ນ້ຳຖ້ວມຄັ້ງໃຫຍ່ພາກຊີວິດ 300 ກວ່າຄົນ

ລາຍງານວິທະຍາສາດຫຼ້າສຸດຊີ້ວ່າ ການປ່ຽນແປງສະພາບອາກາດໄດ້ເພີ່ມຄວາມຮຸນແຮງຂອງຝົນມໍຣະສຸມທີ່ໂຈມຕີປາກິສະຖານໃນຊ່ວງລະດູຮ້ອນປີນີ້ ຈົນກໍ່ໃຫ້ເກີດນ້ຳຖ້ວມໃຫຍ່ທີ່ພາກຊີວິດຜູ້ຄົນຈຳນວນຫຼາຍ ໂດຍສະເພາະໃນເຂດເມືອງທີ່ມີຄວາມບອບບາງສູງ   ຕັ້ງແຕ່ວັນທີ່ 26 ມິຖຸນາ ທີ່ຜ່ານມາ ຫົວໜ່ວຍງານຈັດການໄພພິບັດແຫ່ງຊາດຂອງປາກິສະຖານ (NDMA) ລະບຸວ່າມີຜູ້ເສຍຊີວິດຢ່າງໜ້ອຍ 303 ຄົນ   ໃນຈຳນວນນີ້ເປັນເດັກ 142 ຄົນ ສາເຫດສ່ວນໃຫຍ່ເກີດຈາກບ້ານເຮືອນພັງຖະຫຼົ່ມໃນຊຸມຊົນແອອັດຊຶ່ງສ້າງຈາກດິນ ແລະ ແກບເຂົ້າ ຕັ້ງຢູ່ໃກ້ແມ່ນ້ຳ ແລະ ລຸ່ມນ້ຳທີ່ມີຄວາມສ່ຽງຕໍ່ການຖືກນ້ຳຖ້ວມ   ໄພພິບັດຄັ້ງນີ້ສ້າງຄວາມເສຍຫາຍໜັກໃນແຂວງປັນຈາບ ແລະ ໄຄເບີປັກຕູນຄວາ ໂດຍເມືອງຣາວັນປິນດີ ລາຮໍ ເປຊາວາ ແລະ ແຟຊາລາບັດໄດ້ຮັບຜົນກະທົບຫຼາຍທີ່ສຸດ   ເຫດການຝົນຕົກໜັກທີ່ສຸດເກີດຂຶ້ນເມື່ອວັນທີ່ 17 ກໍລະກົດ ທີ່ເມືອງຣາວັນປິນດີຊຶ່ງວັດປະລິມານຝົນໄດ້ເຖິງ 230 ມິນລິເມັດພາຍໃນເວລາບໍ່ເຖິງ 24 ຊົ່ວໂມງ ລະບົບລະບາຍນ້ຳບໍ່ສາມາດຮອງຮັບໄດ້ ເຮັດໃຫ້ຕ້ອງອົບພະຍົບປະຊາຊົນຈຳນວນຫຼາຍ   ນອກຈາກນີ້ຍັງມີລາຍງານວ່າມີຜູ້ບາດເຈັບ 727 ຄົນ ບ້ານເຮືອນເສຍຫາຍ 1,693 ຫຼັງ ຖະໜົນຫົນທາງກວ່າ 449 ກິໂລເມັດ ແລະ […]

ດູດວງລາຍວັນ ປະຈຳວັນສຸກທີ່ 8 ສິງຫາ 2025

ວັນສຸກທີ່ 8 ສິງຫາ ພ.ສ. 2568 ຂຶ້ນ 14 ຄ່ຳ ເດືອນ 9 ວັນນີ້ຍັງບໍ່ເໝາະສົມສຳລັບການເຮັດມຸງຄຸນ   ເຄັດລັບດວງດີ ຄົນເກີດປີມະເມຍ ສິ່ງໃດທີ່ທ່ານບໍ່ຄິດວ່າຈະໄດ້ ກໍຈະໄດ້ມາແບບບໍ່ຄາດຄິດ ຄວນເຮັດບຸນດ້ວຍແສງສະຫວ່າງເພື່ອເສີມດວງ   ດວງລາຍວັນ ດວງດາວຂອງທ່ານ 8 ສິງຫາ 2025   ຄົນເກີດວັນອາທິດ   ການງານ ມີໂອກາດປະສົບຄວາມສຳເລັດໄກເກີນຝັນ ໜ້າທີ່ການງານກ້າວໜ້າຢ່າງຕໍ່ເນື່ອງ ການເງິນ ມີແນວໂນ້ມມີລາຍໄດ້ເຂົ້າມາຫຼາຍຈາກນ້ຳພັກນ້ຳແຮງລ້ວນໆ   ຄົນເກີດວັນຈັນ   ການງານ ດວງການງານຊ່ວງນີ້ພຸ່ງສູງແຮງ ຈະພົບເຈົ້າແຕ່ຄວາມສຳເລັດສົມຫວັງ ມີຄວາມສຸກເລື່ອງການງານ ການເງິນ ເຖິງແມ່ນວ່າມີລາຍຈ່າຍຫຼາຍ ແຕ່ກໍສາມາດຫາເງິນເຂົ້າມາໄດ້ຫຼາຍເຊັ່ນດຽວກັນ   ຄົນເກີດວັນອັງຄານ   ການງານ ຊ່ວງນີ້ດວງຊະຕາກຳລັງດີຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າຍັງມີອຸປະສັກຢູ່ ແຕ່ກໍເບົາບາງຈົນບໍ່ໜ້າເປັນຫ່ວງຫຍັງ ການເງິນ ໂດຍລວມການເງິນຍັງຄ່ອງຕົວດີ   ຄົນເກີດວັນພຸດ   ການງານ ມີແນວໂນ້ມຈະພົບງານຍາກງານໜັກ […]

ກຳລັງເຝິກຊ້ອມກອບກູ້ໄພພິບັດສຸມໃສ່ການເຝິກຊ້ອມ ຢູ່ທີ່ສະໜາມເຝິກຊ້ອມອ່າງນ້ຳຫຸມ ວິທະຍາຄານພະລາທິການກອງທັບ

ໃນວັນທີ 7 ສິງຫາ 2025 ນີ້, ຢູ່ທີ່ສະໜາມເຝິກຊ້ອມອ່າງນ້ຳຫຸມ ວິທະຍາຄານພະລາທິການກອງທັບ, ກຳລັງເຝິກຊ້ອມກອບກູ້ໄພພິບັດກອງທັບປະຊາຊົນລາວ ໄດ້ສຸມໃສ່ການເຝິກຊ້ອມດ້ວຍຄວາມຮັບຜິດຊອບສູງ.   ສະຫາຍ ພັນເອກ ຄໍາຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນໜັກໃຫ້ກຳລັງເຝິກຊ້ອມທຸກສະຫາຍ ຈົ່ງພ້ອມກັນສຸມໃສ່ໃນການເຝິກຊ້ອມໃນການກອບກູ້ໄພພິບັດຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງ     ໂດຍສະເພາະຄະນະຮັບຜິດຊອບ ຂອງກຳລັງເຝິກຊ້ອມແຕ່ລະເຫຼົ່າຮົບ ຕ້ອງເປັນເຈົ້າການເອົາໃຈໃສ່ນໍາພາ-ຊີ້ນຳໃນການເຝິກຊ້ອມຢ່າງໃກ້ຊິດຕິດແທດ,ແຕ່ລະບາດກ້າວຂອງການເຝິກຊ້ອມ ຕ້ອງດໍາເນີນຕາມຂັ້ນຢ່າງລະອຽດ ຕາມທິດສະດີ ແລະ ຫຼັກການຢ່າງລະອຽດຄົບຖ້ວນ   ພ້ອມນັ້ນ, ນັກເຝິກຊ້ອມ ຕ້ອງຍົກສູງຄວາມເອົາໃຈໃສ່ຕໍ່ການເຝິກຊ້ອມ ກຳແໜ້ນໄດ້ທິດສະດີ,ຫຼັກການ ກໍຄືພາກປະຕິບັດຕົວຈິງ, ຕ້ອງຮັບປະກັນໄດ້ຄວາມປອດໄພຕໍ່ຊີວິດ, ພາຫະນະວັດຖຸ, ອຸປະກອນໃນການເຝິກຊ້ອມ ເພື່ອເຮັດໃຫ້ການເຝິກຊ້ອມກອບກູ້ໄພພິບັດດໍາເນີນໄປຕາມແຜນການ ແລະ ບັນລຸໄດ້ຜົນສໍາເລັດ.   ສຳລັບກຳລັງທີ່ເຂົ້າຮ່ວມເຝິກຊ້ອມ ປະກອບມີ: ກໍາລັງພະລາທິການ 30 ສະຫາຍ, ກໍາລັງເຕັກນິກ 30 ສະຫາຍ, ກໍາລັງຊ່າງແສງ 60 ສະຫາຍ, ກໍາລັງເສນາຮັກ 60 […]

ຜູ້ຮັກສາການປະທານາທິບໍດີມຽນມາ “Myint Swe” ມໍລະນະກໍາແລ້ວເມື່ອວັນທີ 7 ສິງຫາ 2025

ລັດຖະບານມຽນມາອອກຖະແຫຼງການຢືນຢັນ ເມື່ອວັນພະຫັດທີ 7 ສິງຫາ 2025 ລະບຸວ່າ ພົນເອກ ມິນສ່ວຍ ຮັກສາການແທນປະທານາທິບໍດີມຽນມາໄດ້ເຖິງແກ່ມໍລະນະແລ້ວ ເມື່ອເວລາ 8.28 ນ. ຂອງເຊົ້າມື້ນີ້ນີ້   ຂະນະກຳລັງປິ່ນປົວໃນໂຮງໝໍແຫ່ງໜຶ່ງໃນກຸງເນປິດໍ ເມືອງຫຼວງຂອງມຽນມາ ຈຶ່ງປະກາດໃຫ້ຊາບທົ່ວກັນວ່າ ພິທີສົບຂອງຮັກສາການປະທານາທິບໍດີຈະຈັດຂຶ້ນຢ່າງສົມກຽດ   ທັງນີ້ ພົນເອກ ມິນສ່ວຍ ຈາກໄປໃນວັຍ 74 ປີ ຫຼັງຈາກລາອອກດ້ວຍເຫດຜົນທາງສຸຂະພາບເປັນເວລາ 1 ປີເຕັມ ສຳນັກຂ່າວຂອງລັດລາຍງານເມື່ອວັນພຸດວ່າ ທ່ານ ມິນສ່ວຍ ມີອາການນ້ຳໜັກລຸດ ເບື່ອອາຫານ ມີໄຂ້ ແລະ ຄວາມສາມາດໃນການຕັດສິນໃຈຫຼຸດລົງ ແລະ ກຳລັງເຂົ້າຮັບການຮັກສາໃນຫ້ອງຫໍພັກຜູ້ປ່ວຍວິກິດ   ກ່ອນໜ້ານີ້ ມີລາຍງານລະບຸວ່າ ທ່ານ ມິນສ່ວຍ ເຂົ້າຮັບການຮັກສາທີ່ໂຮງໝໍ ເມົ້າເອລິຊາເບດໃນສິງກະໂປຣ໌ໃນຊ່ວງປີ 2024 ເພື່ອຮັກສາອາການກ່ຽວກັບໂລກພາກິນສັນ ແລະ ອາການທາງລະບົບປະສາດອື່ນໆ   ຫຼັງຈາກນັ້ນ ລາວກໍ່ກັບມາປິ່ນປົວ ຕໍ່ທີ່ໂຮງໝໍທະຫານໃນມຽນມາ ກ່ອນທີ່ສຸຂະພາບຈະສຸດລົງຢ່າງຕໍ່ເນື່ອງ ແລະ […]

ພາກທຸລະກິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ ລວມມູນຄ່າທັງໝົດ 1.1 ຕື້ກີບ

ໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພພິບັດ   ໃຫ້ແກ່ລັດຖະບານລາວ ລວມມູນຄ່າທັງໝົດ 1.1 ຕື້ກີບ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂິພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ,     ຊຶ່ງກ່າວມອບໂດຍທ່ານ ມາສຸຍ ຮາວ ແມັດທິວ (Mashui hao Mathew), ປະທານບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການຄະນະການຄຸ້ມຄອງໄພພິບັດສູນກາງ; ມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ […]

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ຈັດວາງກໍາລັງອອກເຄື່ອນໄຫວປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ຈັດວາງກໍາລັງອອກເຄື່ອນໄຫວປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X   ເພື່ອເຮັດໃຫ້ການກະກຽມດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ 10 ໃຫ້ສາມາດຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ ໃນວັນທີ 06 ສິງຫາ 2025 ນີ້     ຄະນະພັກຄະນະບັນຊາກອງພັນປ້ອງກັນເຄື່ອນທີ່ກອງບັນຊາການ ປກສ ແຂວງອຸດົມໄຊໄດ້ກະກຽມຄວາມພ້ອມໃນທຸກດ້ານເພື່ອລົງເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະໂດຍແຕ່ງຕັ້ງຄະນະຮັບຜິດຊອບນໍາພາຊີ້ນໍາ ແລະ ບັນຈຸກຳລັງລົງກວດກາລາດຕະເວນຢູ່ບັນດາຈຸດຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອແນໃສ່ປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ,   ພັທ ສົມພົງ ມວງສົມບັດ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ:     ຄະນະພັກ-ຄະນະບັນຊາກອງພັນໄດ້ເອົາໃຈໃສ່ໃນການເຕົ້າໂຮມສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບໃນຄວາມຮັບຜິດຊອບໃຫ້ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດດີ,     ຄຽງຄູ່ກັນນີ້ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຈັດວາງກຳລັງວິຊາສະເພາະລົງເຄື່ອນໄຫວປ້ອງກັນສະພາບຮອບດ້ານຢູ່ຈຸດຕ່າງໆຢ່າງລະອຽດໂດຍສະເພາະແມ່ນການປ້ອງກັນສະຖານທີ່ພັກເຊົາຂອງການນໍາ,ສະຖານທີ່ກອງປະຊຸມ,ການປ້ອງກັນຄຸມແຫ່ການນໍາ,ສະຖານທີ່ທ່ອງທ່ຽວ ແລະ ໄດ້ຈັດວາງຈຸປະຈຳການແກ້ໄຂສະພາບສຸກເສີນຕະຫຼອດໄລຍະ 24 ຊົ່ວໂມງຢູ່ຈຸດສຳນັກກອງພັນ,ເຮັດໜ້າທີ່ປ້ອງກັນເວນຍາມຢູ່ບັນດາສໍານັກງານ-ອົງການຂອງພັກ-ລັດ ແລະ ບັນດາພື້ນທີ່ຕ່າງໆ ເວົ້າລວມເວົ້າສະເພາະແມ່ນການປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງໃຫ້ຮັບປະກັນຄວາມສະຫງົບປອດໄພໂດຍພື້ນຖານ.       […]

ຍີ່ປຸ່ນເລັ່ງຜັກດັນຕິດຕັ້ງ “ໂຊລາເຊວແບບບາງ” ແລະ ຍືດຫຍຸ່ນໄດ້ດີ ສາມາດຜະລິດໄຟຟ້າໃຫ້ 30,000 ຄົວເຮືອນ

ຍີ່ປຸ່ນຜັກດັນການພັດທະນາ “ແຜງໂຊລາເຊວເພີໂຣບສະໄກທ໌” (Pliable Perovskite Panels) ທີ່ມີຄວາມບາງ ແລະ ຍືດຫຍຸ່ນໄດ້ດີ ຕັ້ງເປົ້າເປັນອຸປະກອນຜະລິດພະລັງງານແສງອາທິດທີ່ຕິດຕັ້ງໄດ້ໃນຫຼາກຫຼາຍພື້ນທີ່ ເພື່ອເພີ່ມປະສິດທິພາບການຜະລິດ ຜັກດັນໄປສູ່ການບັນລຸເປົ້າຫມາຍດ້ານພະລັງງານໝຸນວຽນ   ການຜະລິດແຜງໂຊລາເຊວແບບບາງ   ແຜງໂຊລາເຊວທີ່ມີຄວາມບາງ ແລະ ຍືດຫຍຸ່ນໄດ້ເປັນພິເສດນີ້ ສ້າງຂຶ້ນໂດຍການພິມ ຫຼື ທາສີສ່ວນຜະສົມຕ່າງໆ ເຊັ່ນ: ໄອໂອດີນ ແລະ ຕະກັ່ວ ລົງເທິງໜ້າພື້ນ ເຊັ່ນ: ຟິມ ຫຼື ແຜ່ນແກ້ວ ເຮັດໃຫ້ຜະລິດຕະພັນຂັ້ນສຸດທ້າຍອາດມີຄວາມໜາພຽງໜຶ່ງມິນລີແມັດ ແລະ ມີນ້ຳໜັກພຽງໜຶ່ງໃນສິບຂອງເຊວແສງອາທິດຊິລິຄອນທົ່ວໄປ   ຂໍ້ດີຂອງໂຊລາເຊວແບບບາງ   ຂໍ້ດີຂອງແຜງໂຊລາເຊວແບບນີ້ ຄື ມີຄວາມຍືດຫຍຸ່ນສູງ ສາມາດຕິດຕັ້ງເທິງໜ້າພື້ນທີ່ບໍ່ມີຄວາມພຽງ ແລະ ໂຄ້ງງໍ່ໄດ້ ຊຶ່ງເປັນຄຸນສົມບັດສໍາຄັນສໍາລັບການນໍາໃຊ້ໃນຍີ່ປຸ່ນ ເນື່ອງຈາກພື້ນທີ່ 70% ຂອງປະເທດເປັນພູຜາ ທີ່ອາດຈະບໍ່ເໝາະກັບການຕິດຕັ້ງແຜງໂຊລາເຊວແບບແຂງ   ອຸປະສັກຂອງການພັດທະນາໂຊລາເຊວແບບບາງ   ແນວໃດກໍ່ຕາມ ການຜັກດັນການພັດທະນາແຜງໂຊລາເຊວປະເພດນີ້ ຍັງຕ້ອງພົບກັບອຸປະສັກບາງປະການ ເພາະແຜງໂຊລາເຊວເພີໂຣບສະໄກທ໌ມີສານຕະກັ່ວທີ່ເປັນພິດ ແລະ ໃນຂະນະນີ້ຍັງຜະລິດພະລັງງານໄດ້ນ້ອຍກວ່າ […]

ທຣຳເອົາຈິງ! ຂຶ້ນພາສີອິນເດຍເປັນ 50% ລົງໂທດທີ່ອິນເດຍຊື້ນ້ຳມັນນຳຣັດເຊຍ

ທຣຳລົງນາມຂຶ້ນພາສີນຳເຂົ້າຈາກອິນເດຍ 25% ລວມເປັນ 50% ລົງໂທດການຊື້ນ້ຳມັນນຳຣັດເຊຍ   ເລີ່ມນຳໃຊ້ 27 ສິງຫາ 2025 ສົ່ງອອກແຜນແຜ, ອັນຍະມະນີ, ຊິ້ນສ່ວນລົດ, ອາຫານທະເລ ກະທົບໜັກ ຄາດວ່າຈະຫຼຸດລົງ 40-50%   ເມື່ອວັນທີ 6 ສິງຫາ  2025 ປະທານາທິບໍດີສະຫະລັດ ໂດນັລ ທຣຳ ລົງນາມຄຳສັ່ງບໍລິຫານເພີ່ມພາສີນຳເຂົ້າສິນຄ້າຈາກອິນເດຍອີກ 25% ລວມກັບພາສີເກົ່າ 25% ເຮັດໃຫ້ອັດຕາພາສີລວມສູງເຖິງ 50%   ຊຶ່ງນັບເປັນອັດຕາສູງສຸດທີ່ສະຫະລັດເກັບຈາກຄູ່ຄ້າ ມາດຕະການນີ້ມີຜົນບັງຄັບໃຊ້ໃນວັນທີ 27 ສິງຫາ 2025 ເພື່ອລົງໂທດອິນເດຍທີ່ຍັງຄົງຊື້ນ້ຳມັນຈາກຣັດເຊຍ ຊຶ່ງທຣຳເຫັນວ່າເປັນການສະໜັບສະໜູນສົງຄາມຂອງຣັດເຊຍໃນຢູເຄຣນ   ຄຳສັ່ງນີ້ສອດຄ່ອງກັບນະໂຍບາຍທີ່ທຣຳກ່າວໃນລາຍການ CNBC ວ່າ ອິນເດຍເຕີມເຊື້ອໄຟໃຫ້ເຄື່ອງຈັກສົງຄາມຂອງຣັດເຊຍ ແລະ ສະຫະລັດຈະບໍ່ຍອມຮັບການກະທຳດັ່ງກ່າວ   ກຸ່ມສິນຄ້າທີ່ໄດ້ຮັບຜົນກະທົບໜັກ ໄດ້ແກ່ ອຸດສາຫະກຳສິ່ງທໍ, ອັນຍະມະນີ ແລະ ເຄື່ອງປະດັບ, ຊິ້ນສ່ວນລົດ ແລະ […]

ຫົວໃຈດວງທີ 2 ຂອງມະນຸດຢູ່ທີ່ນ່ອງ ເຮັດໜ້າທີ່ປັ້ມເລືອດກັບຄືນໄປທີ່ໜ້າເອິກ

ຫາກສະໝອງທີ 2 ຂອງມະນຸດແມ່ນລຳໄສ້ ຊຶ່ງເຮັດໜ້າທີ່ສອດປະສານກັບລະບົບປະສາດໃນການສັ່ງການ ແລະ ຄວບຄຸມການເຮັດວຽກຂອງຮ່າງກາຍ ພວກເຮົາກໍມີຫົວໃຈດວງທີ 2 ທີ່ເຮັດໜ້າທີ່ສູບສີດເລືອດກັບຄືນເຂົ້າໄປທີ່ຫົວໃຈຫຼັກທີ່ຢູ່ໜ້າເອິກເຊັ່ນດຽວກັນ   ຫົວໃຈດວງທີ່ສອງຢູ່ທີ່ນ່ອງ   ເມື່ອເວົ້າວ່າຫົວໃຈດວງທີ 2 ຢູ່ທີ່ນ່ອງ ອາດເຮັດໃຫ້ຫຼາຍຄົນແປກໃຈວ່າ ຄົນເຮົາຈະມີອະໄວຍະວະງອກຂຶ້ນມາອີກໄດ້ແນວໃດ?   ແຕ່ຈິງໆແລ້ວ ສຳນວນ “ຫົວໃຈດວງທີ 2” ເປັນຄຳປຽບທຽບເຖິງ “ກ້າມເນື້ອນ່ອງ” ທີ່ນອກຈາກຊ່ວຍຊັບພອດການຍ່າງແລ້ວ ຍັງມີໜ້າທີ່ສຳຄັນໃນການຊ່ວຍໃນການໄຫຼວຽນເລືອດກັບຄືນເຂົ້າສູ່ຫົວໃຈ   ໂດຍກ້າມເນື້ອນ່ອງທີ່ແຂງແຮງຈະຊ່ວຍຫຼຸດການເຮັດວຽກຂອງຫົວໃຈ ເປັນຄ້ືຕົວຕ້ານແຮງໂນ້ມຖ່ວງ ໃຫ້ເລືອດທີ່ຢູ່ສ່ວນລຸ່ມຂອງຮ່າງກາຍ ໄຫຼຍ້ອນກັບຂຶ້ນໄປສູ່ຫົວໃຈໄດ້ງ່າຍຂຶ້ນນັ້ນເອງ.   ຫົວໃຈທີ 2 ເຮັດວຽກແນວໃດ?   ສິ່ງສຳຄັນແມ່ນ ຫົວໃຈດວງທີ 2 ຈະເຮັດວຽກໄດ້ເພາະເມື່ອຕອນທີ່ເຮົາເຄື່ອນໄຫວເທົ່ານັ້ນ!! ຍິ່ງຮ່າງກາຍເຄື່ອນໄຫວຫຼາຍເທົ່າໃດ ກໍຈະຊ່ວຍກະຕຸ້ນການເຮັດວຽກຂອງຫຼອດເລືອດດຳທີ່ນ່ອງ ໃຫ້ເລືອດທີ່ນ່ອງຍິ່ງສູບສີດຂຶ້ນໄປທີ່ໜ້າເອິກໄດ້ຫຼາຍເທົ່ານັ້ນ.   ໝາຍຄວາມວ່າ ຫາກຮ່າງກາຍຢູ່ໃນພາວະຫຍຸດນິ່ງ ບໍ່ມີການເຄື່ອນໄຫວ ຢູ່ໃນທ່ານັ່ງ ຫຼື ຍືນນິ່ງເປັນເວລາດົນເກີນໄປ ເລືອດບໍ່ສາມາດໄຫຼວຽນໄດ້ສະດວກ ຈະເຮັດໃຫ້ເກີດອາການເລືອດຄ້າງໃນຂາ ບໍ່ສາມາດໄຫຼວຽນກັບຄືນເຂົ້າໄປທີ່ຫົວໃຈຫຼັກໄດ້.   ຫາກເລືອດຄ້າງສະສົມທີ່ຂາດົນເກີນໄປ […]