ຢາກໃຫ້ບ້ານດຶງດູດໂຊກລາບ ຕ້ອງຮັກສາສົມດຸນຮວງຈຸ້ຍໃນ 3 ຈຸດສຳຄັນນີ້

ການຈັດບ້ານຕາມຫຼັກຮວງຈຸ້ຍ ບໍ່ແມ່ນພຽງແຕ່ເລື່ອງຄວາມສວຍງາມ ແຕ່ຍັງກ່ຽວກັບການຮັກສາສົມດຸນຂອງພະລັງງານດີ ໃຫ້ໄຫຼວຽນໄດ້ຢ່າງລາບລື່ນ ລາຍລະອຽດນ້ອຍໆ ທີ່ຫຼາຍຄົນເບິ່ງຂ້າມ ອາດເປັນສັນຍານເຕືອນເຖິງຄວາມບໍ່ໝັ້ນຄົງທີ່ຈະເກີດຂຶ້ນໄດ້   ເປັນຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານ   ໂຕະບູຊາ ຫຼື ຮິ້ງພະອຽງ ບໍ່ສົມດຸນ   ໂຕະບູຊາ ຫຼື ຮິ້ງພະ ຖືເປັນສິ່ງສັກສິດປະຈຳບ້ານ ຫາກສິ່ງນີ້ອຽງ ຫຼື ບໍ່ມີຄວາມສົມດຸນ ອາດເປັນການຂັດຂວາງພະລັງງານດີໆ ທີ່ເຂົ້າມາ ຫຼື ທີ່ໄຫຼວຽນຢູ່ໃນບ້ານ ສົ່ງຜົນຕໍ່ໂຊກລາບ ໜ້າທີ່ການງານ ການເງິນ ແລະ ສຸຂະພາບຂອງຄົນໃນບ້ານ ຄວນຈັດວາງຮິ້ງພະໃນຕຳແໜ່ງທີ່ໝັ້ນຄົງ ບໍ່ບ້ຽວ ບໍ່ອຽງ ເພື່ອໃຫ້ພະລັງງານດີໄດ້ເຮັດວຽກຢ່າງເຕັມທີ່   ປະຕູບ້ານບິດ ບ້ຽວ ເປີດ-ປິດລຳບາກ   ປະຕູບ້ານ ຄືຈຸດຮັບພະລັງງານຫຼັກຈາກພາຍນອກ ຫາກປະຕູຄົດ ອຽງ ຫຼື ຕິດຂັດ ອາດເຮັດໃຫ້ພະລັງງານດີໄຫຼເຂົ້າສູ່ບ້ານໄດ້ບໍ່ເຕັມທີ່ ສົ່ງຜົນໃຫ້ໂຊກລາບຕິດຂັດ ວຽກງານບໍ່ກ້າວໜ້າ ຫຼື ອາດສູນເສຍໂອກາດດີໃນຊີວິດ ແນະນຳໃຫ້ໝັ່ນກວດເບິ່ງບານພັບ ແລະ ສະພາບຂອງປະຕູຢູ່ສະເໝີ […]

ຍີ່ປຸ່ນທົດສອບ “ຂີປະນາວຸດຈາກພື້ນຍິງໄປສູ່ເຮືອ” ປ້ອງກັນໄພຄຸກຄາມຈາກຈີນ

ກອງກຳລັງຍີ່ປຸ່ນທົດສອບຍິງ “ຂີປະນາວຸດຈາກພື້ນຍິງໄປສູ່ເຮືອ” ເທິງດິນແດນຂອງຍີ່ປຸ່ນເປັນຄັ້ງທຳອິດ ຂະນະທີ່ປະເທດກຳລັງເລັ່ງເສີມກຳລັງທາງທະຫານເພື່ອຍັບຍັ້ງຈີນ   ມື້ນີ້ 25 ມິຖຸນາ ຍີ່ປຸ່ນປະກາດວ່າການທົດສອບຂີປະນາວຸດຈາກພື້ນສູ່ເຮືອຄັ້ງທຳອິດພາຍໃນດິນແດນຂອງຕົນເປັນສິ່ງຈຳເປັນໃນການຝຶກຝົນ ເນື່ອງຈາກປັດຈຸບັນມີ “ສະພາບແວດລ້ອມດ້ານຄວາມປອດໄພທີ່ເຂັ້ມງວດ” ແລະ ຕ້ອງການເພີ່ມສັກຢະພາບທາງທະຫານເພື່ອຕ້ານຕໍ່ຈີນ   ກອງພົນປືນໃຫຍ່ທີ່ 1 ຂອງກອງກຳລັງປ້ອງກັນຕົນເອງພາກພື້ນດິນຂອງຍີ່ປຸ່ນ (JGSDF) ຍິງຂີປະນາວຸດ “ໄທປ໌-88” (Type-88) ລູກໜຶ່ງໄປຍັງນ່ານນ້ຳມະຫາສະໝຸດແປຊິຟິກຈາກສະໜາມຝຶກເທິງເກາະຮອກໄກໂດ ໂດຍໃຊ້ຂີປະນາວຸດຝຶກໂຈມຕີເຮືອທີ່ບໍ່ມີລູກເຮືອ ຫ່າງຈາກຊາຍຝັ່ງທາງໃຕ້ຂອງເກາະໄປປະມານ 40 ກິໂລແມັດ   ເນື່ອງດ້ວຍຂໍ້ຈຳກັດດ້ານພື້ນທີ່ ແລະ ຂໍ້ກັງວົນດ້ານຄວາມປອດໄພ ຍີ່ປຸ່ນຈຶ່ງເຄີຍດຳເນີນການທົດສອບຂີປະນາວຸດໃນອະດີດທີ່ສະຫະລັດ ຊຶ່ງເປັນພັນທະມິດຕາມສົນທິສັນຍາ ແລະ ອົດສະຕາລີ ຊຶ່ງເປັນພັນທະມິດດ້ານການປ້ອງກັນຊັ້ນນຳຂອງຍີ່ປຸ່ນ ຊຶ່ງມີພື້ນທີ່ຝຶກຝົນທີ່ກວ້າງຂວາງ ແຕ່ການຝຶກຊ້ອມດັ່ງກ່າວມີຄ່າໃຊ້ຈ່າຍສູງ ເນື່ອງຈາກຈຳນວນບຸກຄະລາກອນທີ່ເຂົ້າຮ່ວມມັກມີຈຳກັດ   ໂຍຊິມາສະ ຮາຍາຊິ ໂຄສົກລັດຖະບານ ກ່າວໃນການຖະແຫຼງຂ່າວປະຈຳວັນພຸດວ່າ “ການຝຶກຊ້ອມຍິງແທ້ໆ ໃນປະເທດເຊັ່ນນີ້ເປັນໂອກາດໃຫ້ທະຫານໄດ້ຝຶກຊ້ອມໄດ້ຫຼາຍຂຶ້ນ” ລາວກ່າວວ່າ ການຝຶກຊ້ອມດັ່ງກ່າວ “ມີຄວາມສຳຄັນຢ່າງຍິ່ງສຳລັບເຮົາໃນການຮັກສາ ແລະ ປັບປຸງຄວາມສາມາດໃນການປ້ອງກັນເກາະ ແລະ ພື້ນທີ່ອື່ນໆ ເມື່ອພິຈາລະນາຈາກສະພາບແວດລ້ອມດ້ານຄວາມປອດໄພທີ່ເຂັ້ມງວດໃນປັດຈຸບັນ”   ລາວເນັ້ນຢ້ຳວ່າການຝຶກຊ້ອມບໍ່ໄດ້ມຸ່ງເປົ້າໄປທີ່ປະເທດໃດປະເທດໜຶ່ງໂດຍສະເພາະ […]

ຫວຽດນາມນຳຜູ້ຕ້ອງຫາ 41 ຄົນ ຂຶ້ນສານ ຄະດີທຸຈະລິດຮັບສິນບົນມູນຄ່າ 1.16 ລ້ານລ້ານດົງ

ຫວຽດນາມເປີດການພິຈາລະນາຄະດີທຸຈະລິດ ແລະ ຮັບສິນບົນ ມູນຄ່າ 1.16 ລ້ານລ້ານດົງ  ກັບຜູ້ຕ້ອງຫາ 41 ຄົນທີ່ລວມມີເຈົ້າໜ້າທີ່ລັດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມປາບປາມການທຸຈະລິດຂອງລັດຖະບານ   ການໂຄສະນາທີ່ມີຊື່ເອີ້ນວ່າ “ເຕົາເຜົາ” ເພື່ອຕ້ານຕໍ່ການທຸຈະລິດ ເຄີຍກວາດລ້າງບຸກຄົນລະດັບສູງຂອງລັດຖະບານຫຼາຍສິບຄົນ ລວມມີເຈົ້າໜ້າທີ່ລັດຖະບານລະດັບ 2 ຄົນ ແລະ ຜູ້ນຳທຸລະກິດລະດັບສູງຫຼາຍຄົນ ໂດຍໃນຄະດີຫຼ້າສຸດ ສານໃນນະຄອນຮາໂນຍ ໄດ້ເລີ່ມດຳເນີນຄະດີກັບອະດີດເຈົ້າໜ້າທີ່ 30 ຄົນຈາກ ແຂວງວິນຟຸກ ຟູເຖາະ ແລະ ກວ່າງຫງາຍ   ນັກທຸລະກິດ ແລະ ພະນັກງານບໍລິສັດອີກ 11 ຄົນ ຍັງຖືກກ່າວຫາວ່າມີສ່ວນກ່ຽວຂ້ອງກັບການທຸຈະລິດ ທີ່ໄອຍະການລະບຸວ່າສ້າງຄວາມເສຍຫາຍໃຫ້ກັບລັດເປັນມູນຄ່າກວ່າ 1.16 ລ້ານລ້ານດົງ ພວກເຂົາຖືກກ່າວຫາວ່າກະທຳຄວາມຜິດຕ່າງໆ ເຊັ່ນ: ຕິດສິນບົນ, ໃຊ້ອຳນາດໃນທາງທີ່ຜິດ ແລະ ລະເມີດກົດໝາຍການປະມູນ ແລະ ການບັນຊີ     ໄອຍະການກ່າວວ່າລະຫວ່າງປີ 2010 ຫາ 2024 ປະທານກຸ່ມ Phuc […]

ຈີນສັ່ງປະຫານຊີວິດອະດີດຜູ້ບັນຊາການຊັ້ນສູງ ຂອງກອງທັບປົກປ້ອງຄວາມສະຫງົບ ຂໍ້ຫາຮັບສິນບົນ 121 ລ້ານຫຍວນ

ສານຈີນສັ່ງປະຫານຊີວິດ “ອະດີດຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ” ຖານຮັບສິນບົນ ລວມ 121 ລ້ານຫຍວນຕັດສິດທາງການເມືອງ-ຍຶດຊັບສົມບັດທັງໝົດ   ສຳນັກຂ່າວຊິນຫົວ ລາຍງານວ່າ ເມື່ອວັນທີ 23 ມິຖຸນາ 2025 ທີ່ຜ່ານມາວ່າ ສານແຂວງຟູເຈ້ຍນທາງຕາເວັນອອກຂອງຈີນເປີດເຜີຍວ່າ ຫລິວ ເຍ່ຈິນ ອະດີດທີ່ປຶກສາທາງການເມືອງລະດັບຊາດ ແລະ ອະດີດຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ ຖືກຕັດສິນໂທດປະຫານຊີວິດໂດຍລໍຖ້າລົງອາຍາ 2 ປີ ຖານກະທຳຄວາມຜິດກ່ຽວກັບການຮັບສິນບົນ   ໂດຍຄຳພິພາກສາຂອງສານເປີດເຜີຍວ່າ ລະຫວ່າງປີ 1992-2020 ຫລິວ ເຍ່ຈິນ  ໄດ້ໃຊ້ອຳນາດຈາກຫຼາຍຕຳແຫນ່ງໃນອົງການຕຳຫຼວດເພື່ອສະແຫວງຫາຜົນປະໂຫຍດໃຫ້ຜູ້ອື່ນ ເຊັ່ນ: ການດຳເນີນທຸລະກິດ ແລະ ການຈັດຫາເງິນທຶນ ຊຶ່ງຫລິວ ເຍ່ຈິນ  ໄດ້ຮັບເງິນ ແລະ ຂອງຕິດສິນບົນຢ່າງຜິດກົດໝາຍເປັນການຕອບແທນ ລວມມູນຄ່າຫຼາຍກວ່າ 121 ລ້ານຫຍວນ     ດ້ວຍສາເຫດນີ້ ສານຈຶ່ງມີຄຳພິພາກສາໃຫ້ ຫລິວ ເຍ່ຈິນ ຖືກເພີກຖອນສິດທາງການເມືອງຕະຫຼອດຊີວິດ ຊັບສິນສ່ວນຕົວທັງໝົດຖືກຍຶດ ແລະ ຊັບສິນທີ່ໄດ້ມາໂດຍບໍ່ຊອບທຳຖືກນຳຄືນໃຫ້ລັດ   ສານລະບຸວ່າ […]

ອີຣ່ານກຳລັງພິຈາລະນາປິດຊ່ອງແຄບຮໍມຸສ ຊ່ອງແຄບທີ່ເປັນທາງຜ່ານນ້ຳມັນ ແລະ ແກັສປະມານ 20% ຂອງໂລກ

ອີຣ່ານກຳລັງພິຈາລະນາປິດຊ່ອງແຄບຮໍມຸສ ຫຼັງລັດສະພາອະນຸມັດ ໂດຍຄະນະຄວາມໝັ້ນຄົງສູງສຸດຢູ່ລະຫວ່າງຕັດສິນໃຈຂັ້ນສຸດທ້າຍ ຊ່ອງແຄບນີ້ເປັນທາງຜ່ານນ້ຳມັນ ແລະ ແກັສປະມານ 20% ຂອງໂລກ ເຖິງວ່າຍັງບໍ່ສະຫຼຸບຊັດເຈນ ແຕ່ສະຖານະການສ້າງແຮງກົດດັນຕໍ່ຄວາມໝັ້ນຄົງພະລັງງານທົ່ວໂລກ   ວັນນີ້ (22 ມິຖຸນາ 2025) ອີຣ່ານກຳລັງພິຈາລະນາຢ່າງຈິງຈັງທີ່ຈະປິດຊ່ອງແຄບຮໍມຸສ ໂດຍ Esmail Kosari ສະມາຊິກລັດສະພາ ແລະ ຫົວໜ້າຄະນະກຳມະການກະຊວງພາຍໃນ ແລະ ຄວາມໝັ້ນຄົງແຫ່ງຊາດຂອງອີຣ່ານ ໄດ້ກ່າວວ່າເລື່ອງນີ້ຢູ່ພາຍໃຕ້ການພິຈາລະນາຢ່າງຈິງຈັງ ຂະນະທີ່ລັດຖະມົນຕີຕ່າງປະເທດຂອງອີຣ່ານ Seyed Abbas Aragchi ກ່າວພຽງວ່າ “ອີຣ່ານມີທາງເລືອກທີ່ຫຼາກຫຼາຍ”   ການພິຈາລະນານີ້ເກີດຂຶ້ນຫຼັງຈາກທີ່ສະຫະລັດໂຈມຕີເປົ້າໝາຍທາງທະຫານຂອງອີຣ່ານຫຼາຍແຫ່ງ ແລະ ການໂຈມຕີຕອບໂຕ້ກັນລະຫວ່າງອິສຣາເອລກັບອີຣ່ານຍັງຄົງດຳເນີນຕໍ່ໄປ   ຢ່າງໃດກໍຕາມ ສຳນັກງານປະຕິບັດການການຄ້າທາງທະເລແຫ່ງສະຫະລາຊະອານາຈັກ (UKMTO) ແລະ ບໍລິສັດຮັກສາຄວາມປອດໄພທາງທະເລ Ambrey ຢືນຢັນວ່າ ຊ່ອງແຄບຮໍມຸສຍັງຄົງເປີດໃຫ້ບໍລິການ ແລະ ບໍ່ມີລາຍງານຜົນກະທົບຕໍ່ການເດີນເຮືອ   ການຈະລາຈອນທາງທະເລຍັງຄົງເປັນໄປຕາມປົກກະຕິ ໂດຍສະເລ່ຍມີເຮືອຂົນສົ່ງສິນຄ້າປະມານ 114 ລຳ/ວັນ ແມ້ຈະມີຄວາມຕຶງເຄັ່ງໃນລະດັບ “ເຂັ້ມຂົ້ນ” ໃນພູມິພາກ ແລະມີການລາຍງານລະດັບສັນຍານລົບກວນລະບົບ […]

ປະເທດ “ກຣີສ” ປະກາດພາວະສຸກເສີນ ປະເຊີນໄຟປ່າຄັ້ງໃຫຍ່ ເຂົ້າວັນທີ່ 3 ຍັງຄວບຄຸມໄຟບໍ່ໄດ້ ໄຟລາມເຂົ້າຊຸມຊົນ

ເກາະຄິອອສຂອງປະເທດກຣີສປະກາດພາວະສຸກເສີນໄຟປ່າ   ໄຟປ່າເທິງເກາະຄິອອສເຂົ້າສູ່ວັນທີ່ 3 ໃນວັນນີ້ (24 ມິຖຸນາ) ເກີດໄຟປ່າໃຫຍ່ທັງໝົດ 5 ຈຸດ ຍັງລຸກລາມ ແລະ ຄວບຄຸມບໍ່ໄດ້ເນື່ອງຈາກກະແສລົມແຮງ ບວກກັບອຸນຫະພູມສູງເທິງເກາະຄິອອສ 30 ອົງສາເຊນຊຽສ ແລະ ຍັງຄາດວ່າອຸນຫະພູມຈະຮ້ອນຍິ່ງຂຶ້ນໄປຈົນເຖິງທ້າຍອາທິດນີ້   ສື່ທ້ອງຖິ່ນກຣີສລາຍງານອົບພະຍົບ 17 ຊຸມຊົນ ຫຼັງໄຟປ່າລາມເຖິງບ້ານເຮືອນປະຊາຊົນເທິງເກາະອີຈຽນ (Aegean) ອາຄານບ້ານເຮືອນຫຼາຍຫຼັງຖືກເຜົາໄໝ້ ລວມໄປເຖິງພື້ນທີ່ປູກຝັງ ແລະ ໂຄງສ້າງພື້ນຖານດ້ວຍ   ເກີດໄຟຟ້າດັບເປັນວົງກວ້າງ ຫຼັງເຄືອຂ່າຍຈ່າຍກະແສໄຟຟ້າໃນພື້ນທີ່ໄຟປ່າເສຍຫາຍຈາກໄຟປ່າ ແລະ ກຳລັງມີແຜນຈະຕັດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ດັບເພີງທີ່ກຳລັງດັບໄຟປ່າ ເຮັດວຽກໄດ້ງ່າຍຂຶ້ນ   ເຈົ້າໜ້າທີ່ດັບເພີງຈາກພື້ນທີ່ອື່ນຖືກລະດົມໄປຊ່ວຍດັບໄຟທີ່ເກາະຄິອອສເມື່ອວານນີ້ (23 ມິຖຸນາ) ນັກດັບເພີງຈາກກຸງເອເທນສ໌ ເມືອງຫຼວງ ແລະ ເມືອງເທດຊາໂລນິກິ 90 ຄົນ ຈະຖືກສົ່ງໄປສົມທົບຊ່ວຍນັກດັບເພີງ 190 ຄົນ ທີ່ກຳລັງດັບໄຟປ່າຢູ່ເທິງເກາະຄິອອສ ໂດຍມີເຮືອບິນ ແລະ ເຮລິຄອບເຕີສະໜັບສະໜູນຫຼາຍກວ່າ 10 ລຳ   […]

10 ອາຫານທີ່ອາດມີສານພິດຫາກບໍ່ບໍລິໂພກຢ່າງຖືກວິທີ

ອາຫານບາງຊະນິດທີ່ພວກເຮົາບໍລິໂພກໃນຊີວິດປະຈຳວັນອາດແຝງໄປດ້ວຍສານພິດຫາກກະກຽມ ຫຼື ປຸງບໍ່ຖືກວິທີ ມາເບິ່ງອາຫານທີ່ອາດກໍ່ໃຫ້ເກີດສານພິດກັນດີກວ່າວ່າມີຫຍັງແດ່   1. ມັນເທດ ມັນເທດດິບມີສານໄຊຍາໂນຈີນິກໄກລໂຄໄຊ ຊຶ່ງສາມາດປ່ຽນເປັນໄຊຍາໄນທີ່ເປັນພິດຕໍ່ຮ່າງກາຍໄດ້ ຫາກບໍ່ຜ່ານການປຸງສຸກຢ່າງຖືກວິທີ ເຊັ່ນ: ການປອກເປືອກ, ແຊ່ນ້ຳ ແລະ ຕົ້ມຈົນສຸກ   2. ຖົ່ວແດງດິບ ຖົ່ວແດງດິບມີສານເລັກຕິນຊະນິດໜຶ່ງທີ່ເອີ້ນວ່າໄຟໂຕຮີແມກກລູຕິນິນ ຊຶ່ງອາດເຮັດໃຫ້ເກີດອາການຄື່ນໄສ້ ອາເຈຍນ ແລະທ້ອງເສຍໄດ້ ການປຸງຖົ່ວແດງຄວນແຊ່ນ້ຳຢ່າງໜ້ອຍ 5 ຊົ່ວໂມງ ແລະຕົ້ມດ້ວຍນ້ຳເດືອດຢ່າງໜ້ອຍ 10 ນາທີ   3. ປາປັກເປົ້າ ປາປັກເປົ້າມີສານພິດເຕໂຕຣໂດທ໋ອກຊິນທີ່ເປັນອັນຕະລາຍເຖິງຊີວິດ ການປຸງປາປັກເປົ້າຕ້ອງເຮັດໂດຍພໍ່ຄົວທີ່ໄດ້ຮັບໃບອະນຸຍາດເທົ່ານັ້ນ   4. ນ້ຳເຜິ້ງດິບ ນ້ຳເຜິ້ງດິບອາດມີສະປໍຂອງແບັກທີເຣຍທີ່ກໍ່ໃຫ້ເກີດໂຣກໂບທູລິຊຶມ ໂດຍສະເພາະໃນເດັກນ້ອຍອາຍຸຕ່ຳກວ່າ 1 ປີ ຄວນຫຼີກລ່ຽງການໃຫ້ນ້ຳເຜິ້ງແກ່ເດັກນ້ອຍໃນໄວນີ້   5. ມັນຝຣັ່ງທີ່ມີສີຂຽວ ມັນຝຣັ່ງທີ່ມີສີຂຽວມີສານໂຊລານິນ ຊຶ່ງເປັນສານພິດທີ່ອາດເຮັດໃຫ້ເກີດອາການປວດຮາກ ອາຈຽນ ແລະ ເຈັບທ້ອງ ຄວນຫຼີກລ່ຽງການບໍລິໂພກສ່ວນທີ່ມີສີຂຽວ   6. ຖົ່ວລິງໃນຜູ້ທີ່ແພ້ ຖົ່ວລິງເປັນສາເຫດຫຼັກຂອງອາການແພ້ອາຫານທີ່ຮຸນແຮງ ຊຶ່ງອາດນຳໄປສູ່ພາວະແອນາຟິແລັກຊິສທີ່ເປັນອັນຕະລາຍເຖິງຊີວິດໃນຜູ້ທີ່ແພ້ […]

ເຈົ້າໜ້າທີ່ອາເມລິກາເປີດເຜີຍ! DeepSeek ຊ່ວຍເຫຼືອ ‘ກອງທັບຈີນ’ ແຖມຫຼົບຫຼີກມາດຕະການຫ້າມສົ່ງອອກຊິບຂອງສະຫະລັດ

ເຈົ້າໜ້າທີ່ລະດັບສູງຂອງສະຫະລັດເປີດເຜີຍ ບໍລິສັດເອໄອ DeepSeek ໃຫ້ຄວາມຊ່ວຍເຫຼືອດ້ານປະຕິບັດການທາງທະຫານ ແລະ ຂ່າວກອງຂອງຈີນ ແລະ ຍັງພະຍາຍາມໃຊ້ “ບໍລິສັດທີ່ຕັ້ງຂຶ້ນເພື່ອປິດບັງຕົວຈິງ” ໃນເອເຊຍຕາເວັນອອກສຽງໃຕ້ເພື່ອເຂົ້າເຖິງເຊມິຄອນດັກເຕີ້ລະດັບໄຮເອນທີ່ບໍ່ສາມາດຈັດສົ່ງໄປຈີນໄດ້ພາຍໃຕ້ມາດຕະການຄວບຄຸມການສົ່ງອອກຂອງສະຫະລັດ   ຂໍ້ສະຫຼຸບຂອງສະຫະລັດຊີ້ໃຫ້ເຫັນເຖິງຄວາມເຊື່ອໝັ້ນທີ່ເພີ່ມຫຼາຍຂຶ້ນໃນວໍຊິງຕັນວ່າ ສັກຍະພາບເບື້ອງຫຼັງການເຕີບໂຕຢ່າງໄວ ຂອງບໍລິສັດເອໄອຈີນແຫ່ງນີ້ອາດເປັນການອວດອ້າງເກີນຈິງ ແລະ ແທ້ຈິງກັບຕ້ອງພຶ່ງພາເຕັກໂນໂລຢີຂອງສະຫະລັດຢ່າງຫຼວງຫຼາຍ   DeepSeek ຊຶ່ງມີສຳນັກງານໃຫຍ່ຢູ່ໃນເມືອງຫາງໂຈວ ສ້າງຄວາມແຕກຕື່ນໄປທົ່ວວົງການເຕັກໂນໂລຢີໃນເດືອນມັງກອນ ຫຼັງອອກມາປະກາດວ່າ ໂມເດລການໃຊ້ເຫດຜົນແບບເອໄອຂອງຕົນນັ້ນເທົ່າທຽມ ຫຼື ດີກວ່າໂມເດລຊັ້ນນຳຂອງອຸດສາຫະກຳໃນສະຫະລັດ ຂະນະທີ່ໃຊ້ຕົ້ນທຶນພຽງໜ້ອຍດຽວ   “ພວກເຮົາເຂົ້າໃຈວ່າ DeepSeek ເຕັມໃຈໃຫ້ການສະໜັບສະໜູນ ແລະ ໜ້າຈະຍັງຄົງໃຫ້ການສະໜັບສະໜູນປະຕິບັດການທາງທະຫານ ແລະ ຂໍ້ມູນລັບຂອງຈີນຕໍ່ໄປ” ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດສະຫະລັດຄົນໜຶ່ງໃຫ້ສຳພາດກັບສຳນັກຂ່າວຣອຍເຕີ   ໃນບັນດາຂໍ້ກ່າວຫາທັງໝົດ ເຈົ້າໜ້າທີ່ຜູ້ນີ້ອ້າງວ່າ DeepSeek ກຳລັງແບ່ງປັນຂໍ້ມູນ ແລະ ສະຖິຕິຂອງຜູ້ໃຊ້ງານໃຫ້ກັບໜ່ວຍສອດແນມຂອງປັກກິ່ງ ຂະນະທີ່ຜູ້ໃຫ້ບໍລິການຄລາວ ລາຍໃຫຍ່ 3 ລາຍຂອງສະຫະລັດ ໄດ້ແກ່ Amazon, Microsoft ແລະ Google ຂອງຄ່າຍ Alphabet ຕ່າງກໍສະເໜີບໍລິການ DeepSeek ໃຫ້ກັບລູກຄ້າ […]

ດວງລາຍອາທິດລະຫວ່າງວັນທີ່ 23-29 ມິຖຸນາ 2025, 3ວັນເກີດ ທີ່ຈະມີໂຊກລາບກ້ອນໃຫຍ່ ກຽມຕົວຮັບຊັບໄດ້ເລີຍ

ດວງລາຍອາທິດລະຫວ່າງວັນທີ່ 23-29 ມິຖຸນາ 2025 ໂດຍ ອາຈານກິຕິຄຸນ ພົນວັນ ເປີດຄົນດວງເຮັງອາທິດນີ້ 3 ວັນເກີດ ຄົນເຮັດວຽກສ່ວນຕົວຈະໄດ້ວຽກໃຫຍ່ໃນບໍ່ດົນ ແຖມໂຊກລາບແບບຟຸກໆ ກຽມຕົວຮັບຊັບ ໄດ້ເລີຍ ຈະມີຄົນເກີດວັນໃດແດ່ ໄປເບິ່ງກັນເລີຍ   ທ່ານທີ່ເກີດວັນອາທິດ   ການງານ ທ່ານຈະເຮັດວຽກຢ່າງເຄັ່ງຄຽດ ເພາະຖືກຄົນປັດແຂ້ງປັດຂາ ຄົນເຮັດວຽກສ່ວນຕົວໄດ້ວຽກໃຫຍ່ ການເງິນ ໂຊກລາບຟຸກໆ ເຂົ້າມາຈາກຄົນໃກ້ຊິດ ຄວາມຮັກ ຮັກທີ່ມີບັນຫາເຄລຍໃຈກັນໄດ້ ສຸຂະພາບ ຄວາມດັນສູງ ເຄັດລັບເສີມດວງ ຄວນເຮັດບຸນບູຊາພະພິເຄເນດເພື່ອເສີມດວງຊະຕາຕົນເອງ ເລກມຸງຄຸນ 51 45   ທ່ານທີ່ເກີດວັນຈັນ   ການງານ ທ່ານຈະເຮັດວຽກຢ່າງດຸໝັ່ນຜົນງານດີຂຶ້ນຊັດເຈນ ຄົນເຮັດວຽກສ່ວນຕົວໄປໄດ້ດີມີລູກຄ້າເພີ່ມຂຶ້ນ ການເງິນ ໂຊກລາບສິ່ງທີ່ລຸ້ນລະໄວ້ກໍ່ໄດ້ຮັບຜົນສຳເລັດ ຄວາມຮັກ ເຫດເພາະຄວາມຫຶງຫວງເຮັດໃຫ້ມີບັນຫາກັບຄົນຮັກ ສຸຂະພາບ ເຈັບຫຼັງເລື້ອຍໆ ເຄັດລັບເສີມດວງ ຄວນເຮັດທານກັບສັດຈະຈັດເພື່ອເສີມດວງຊະຕາຕົນເອງ ເລກມຸງຄຸນ 64 15   ທ່ານທີ່ເກີດວັນອັງຄານ   […]

145 ຄົນຖືກແທງໃນງານເທດສະການດົນຕີຝຣັ່ງ ຕຳຫຼວດຈັບຜູ້ຕ້ອງສົງໄສ 12 ຄົນ

ເອເຈນຊີ່ – ກະຊວງພາຍໃນໄທຝຣັ່ງຖະແຫຼງການ ມີຜູ້ຖືກເຄາະຮ້າຍລວມ 145 ຄົນທົ່ວປະເທດ ຕົກເປັນເຫຍື່ອຖືກຄົນບໍ່ຫວັງດີໃຊ້ເຂັມສັກຢາໄລ່ແທງເມື່ອທ້າຍອາທິດ ໃນງານເທດສະການດົນຕີສະຕຣີດເຟສຕິວັນປະຈຳປີທີ່ຈັດຂຶ້ນໃນຊ່ວງລະດູຮ້ອນເພື່ອການສະເຫຼີມສະຫຼອງ ຕຳຫຼວດຝຣັ່ງຈັບຜູ້ຕ້ອງສົງໄສມືໄລ່ແທງໄດ້ 12 ຄົນ     ເດີ່ກາຮ໌ດຽນຂອງອັງກິດລາຍງານວັນຈັນ (23 ມິຖຸນາ) ວ່າ ຫຼາຍລ້ານຄົນໃນຕອນຄ່ຳວັນເສົາ (21 ມິຖຸນາ) ເຂົ້າຮ່ວມງານ Fête de la Musique ປະຈຳປີທີ່ມີຊື່ສຽງທີ່ເກີດຂຶ້ນພ້ອມກັນທົ່ວຝຣັ່ງ ໂດຍມີລາຍງານຈຳນວນຜູ້ເຂົ້າຮ່ວມງານສູງເປັນປະຫວັດສາດທີ່ກຸງປາຣີສ   Abrège Soeur ອິນຟລູເອັນເຊີ ນັກສິດທິສະຕີຊື່ດັງໄດ້ອອກມາເຕືອນທາງອອນລາຍ ກ່ອນເລີ່ມງານວ່າ ກຸ່ມຜູ້ຍິງຈະຕົກເປັນເປົ້າໃນການໄລ່ແທງດ້ວຍເຂັມສັກຢາ ໄດ້ກາຍເປັນຄວາມວິຕົກທີ່ຫວນກັບມາອີກຄັ້ງຫຼັງເຄີຍເກີດເມື່ອປີ 2022 ໃນລະຫວ່າງທີ່ກຸງປາຣີສກຳລັງກະກຽມພ້ອມກັບການຈັດເທດສະການດົນຕີເພື່ອສະເຫຼີມສະຫຼອງຮັບໜ້າຮ້ອນຂອງຕົນເອງ   ດ້ານກະຊວງພາຍໃນຝຣັ່ງຖະແຫຼງການວ່າ ມີຄົນຕົກເປັນເຫຍື່ອໃນການໄລ່ແທງດ້ວຍເຂັມສັກຢາທົ່ວປະເທດຈຳນວນ 145 ຄົນ ທີ່ກຸງປາຣີສມີຜູ້ຕົກເປັນເຄາະຮ້າຍຈຳນວນ 13 ຄົນ   ກະຊວງພາຍໃນຝຣັ່ງກ່າວຜ່ານຖະແຫຼງການວ່າ “ມີຜູ້ຖືກເຄາະຮ້າຍບາງສ່ວນຖືກສົ່ງຕົວໄປໂຮງໝໍເພື່ອກວດຫາສານພິດ”   ທີ່ກຸງປາຣີສມີການເປີດການສອບສວນຫຼັງມີເຄາະຮ້າຍ 3 ຄົນ ລວມເດັກຍິງອາຍຸ 15 ປີແລະ […]