“ທຣຳ” ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ “ເຫລັກ” ເຊັ່ນ: “ຕູ້ເຢັນ – ຈັກຊັກເຄື່ອງ – ເຕົາອົບ” ອ້າງວ່າຜະລິດຈາກເຫລັກ

“ທຣຳ” ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ “ເຫລັກ” ພາສີທຣຳຍັງບໍ່ທັນຈົບ ຍັງເດີນໜ້າຢ່າງຕໍ່ເນື່ອງ ລ່າສຸດລາມໄປຮອດສິນຄ້າສະເພາະກຸ່ມ ຄືເຄື່ອງໃຊ້ໄຟຟ້າໃນເຮືອນ ເພາະສ່ວນໃຫຍ່ເປັນສິນຄ້ານຳເຂົ້າ ຜະລິດຈາກຕ່າງປະເທດ. ດັ່ງນັ້ນທຣຳເລີຍ ຂຶ້ນພາສີຕັ້ງແຕ່ຕູ້ເຢັນ ຮອດຈັກຊັກເຄື່ອງ ໂດຍຈະຄິດຈາກພາສີເຫລັກທີ່ຕອນນີ້ຕັ້ງກຳແພງໄວ້ທີ່ 50% ປະທານາທິບໍດີໂດນາລ ທຣຳ ຜູ້ນຳສະຫະລັດ ຍັງຄົງຍຶດໝັ້ນໃນການຂຶ້ນພາສີນຳເຂົ້າ ຫວັງໃຫ້ເປັນກຳແພງປ້ອງກັນສິນຄ້າຕ່າງໆ ທີ່ນຳເຂົ້າມາຈາກຕ່າງປະເທດ ໃຫ້ຄົນອາເມລິກາໄດ້ກັບຄືນມາໃຊ້ສິນຄ້າໃນປະເທດ ຫຼື ໃຫ້ທຸລະກິດຕ່າງໆ ອຸດສາຫະກຳຕ່າງໆ ເຂົ້າມາຕັ້ງຖານການຜະລິດສິນຄ້າ ຫຼື ຕັ້ງໂຮງງານໃນອາເມລິກາ ນອກຈາກພາສີຕອບໂຕ້ທີ່ຍັງຢູ່ລະຫວ່າງການເຈລະຈາກັບບັນດານາໆຊາດ ກໍຈະມີພາສີລາຍກຸ່ມອຸດສາຫະກຳ ຊຶ່ງມື້ນີ້ທີ່ເຮົາຈະເວົ້າເຖິງກັນກໍຄື ພາສີເຫລັກ ແລະ ອາລູມິນຽມ ລ່າສຸດ ລັດຖະບານສະຫະລັດເລີ່ມເກັບພາສີນຳເຂົ້າເຫລັກ ແລະ ອາລູມິນຽມໃນອັດຕາສູງສຸດທີ່ 50% ຕັ້ງແຕ່ວັນທີ່ 23 ມິຖຸນາ 2025 ເປັນຕົ້ນມາ ແຕ່ປະເດັນສຳຄັນຄືບໍ່ໄດ້ໝາຍເຖິງພຽງແຕ່ເຫລັກກ້າທາງອຸດສາຫະກຳ ແຕ່ໝາຍລວມເຖິງສິນຄ້າຕ່າງໆທີ່ເຮັດຈາກເຫລັກດ້ວຍ ໂດຍສະເພາະເຄື່ອງໃຊ້ໃນເຮືອນຕ່າງໆ ຊຶ່ງມີສ່ວນປະກອບຂອງເຫລັກ ແລະ ອາລູມິນຽມ ທີ່ປາກົດວ່າຖືກເອີ້ນເກັບພາສີນຳເຂົ້າດ້ວຍຕາມປະກາດຂອງກະຊວງການຄ້າ […]
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ

ເມື່ອບໍ່ດົນມານີ້ປະເທດຈີນໄດ້ມີການອອກ ກົດລະບຽບໃໝ່ທີ່ເຮັດໃຫ້ນັກເດີນທາງຕ້ອງລະວັງຫຼາຍຂຶ້ນ ໂດຍສຳນັກງານການບິນພົນລະເຮືອນຂອງຈີນ (CAAC) ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ ໂດຍສັ່ງ ຫ້າມນຳ Power Bank ທີ່ບໍ່ມີເຄື່ອງໝາຍຮັບຮອງພາກບັງຄັບຂອງຈີນ (China Compulsory Certification – CCC) ຂຶ້ນຍົນໃນທຸກຖ້ຽວບິນພາຍໃນປະເທດ ຖືເປັນການຍົກລະດັບມາດຕະການຄວາມປອດໄພຄັ້ງສຳຄັນ ຫຼັງເກີດເຫດການທີ່ກ່ຽວຂ້ອງກັບ Power Bank ໄໝ້ກາງອາກາດ ແລະ ບັນຫາດ້ານຄຸນນະພາບທີ່ໜ້າກັງວົນ ໂດຍກົດລະບຽບໃໝ່ທີ່ປະກາດອອກມານີ້ມີຄວາມຊັດເຈນ ແລະ ເຂັ້ມງວດກວ່າເກົ່າຫຼາຍ ໂດຍລະບຸວ່າ Power Bank ທີ່ຈະນຳຂຶ້ນຍົນໃນປະເທດຈີນໄດ້ນັ້ນ ຕ້ອງມີຄຸນສົມບັດນັ້ນຄື: ຕ້ອງມີເຄື່ອງໝາຍ CCC ປາກົດຢູ່ເທິງຕົວຜະລິດຕະພັນຢ່າງຊັດເຈນ ເຄື່ອງໝາຍ CCC ຫຼື ປ້າຍຂໍ້ມູນຕ່າງໆ ຕ້ອງບໍ່ຈາງ ຫຼື ລົບເລືອນ ຈົນບໍ່ສາມາດອ່ານໄດ້ ຕ້ອງບໍ່ແມ່ນລຸ້ນທີ່ຢູ່ໃນລາຍການ “ສິນຄ້າທີ່ຖືກເອີ້ນຄືນ” (Product Recall) CAAC ໃຫ້ເຫດຜົນວ່າ “ເຫດການທີ່ເກີດຂຶ້ນໃນຊ່ວງກ່ອນບົ່ງຊີ້ວ່າ Power Bank […]
ທຣຳ ເປີດເຜີຍ “ມະຫາເສດຖີ” ກຽມຊື້ TikTok ໝັ້ນໃຈວ່າ “ສີ ຈິ້ນຜິງ” ຈະອະນຸຍາດໃຫ້ຂາຍ

ປະທານາທິບໍດີ ໂດນັລ ທຣຳ ເປີດເຜີຍມີ “ກຸ່ມມະຫາເສດຖີ” ພ້ອມຈະຊື້ TikTok ທີ່ເຄີຍຖືກສັ່ງແບນໃນສະຫະລັດ ເຊື່ອໝັ້ນວ່າ ປະທານາທິ ສີ ຈິ້ນຜິງ ຈະອະນຸຍາດໃຫ້ຂາຍ ພ້ອມກັນນີ້ຜູ້ນຳສະຫະລັດ ໄດ້ເລື່ອນການບັງຄັບໃຊ້ກົດໝາຍສັ່ງໃຫ້ຂາຍ TikTok ອອກໄປເປັນຄັ້ງທີ 3 ກຳນົດເສັ້ນຕາຍ 17 ກັນຍາ ນີ້ ວັນນີ້ 30 ມິຖຸນາ 2025 ຕາມເວລາທ້ອງຖິ່ນ BBC ລາຍງານ ປະທານາທິບໍດີ ໂດນັລ ທຣຳ ຜູ້ນຳສະຫະລັດ ໄດ້ປະກາດວ່າມີຜູ້ຊື້ແອັບພລິເຄຊັນວິດີໂອສັ້ນຍອດນິຍົມເຊັ່ນ TikTok ແລ້ວ ແອັບພລິເຄຊັນທີ່ເຄີຍຖືກສັ່ງແບນໃນສະຫະລັດ ຈາກຂໍ້ກ່າວອ້າງທີ່ວ່າອາດເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດ ໃນການສຳພາດກັບ Fox News ທຣຳກ່າວວ່າລາວມີ “ກຸ່ມບຸກຄົນທີ່ຮັ່ງມີຫຼາຍ” ທີ່ພ້ອມຈະເຂົ້າຊື້ແພລັດຟອມນີ້ ໂດຍບອກບາງສ່ວນວ່າຈະເປີດເຜີຍຂໍ້ມູນເພີ່ມເຕີມພາຍໃນປະມານ 2 ອາທິດຕໍ່ໄປ ການຂາຍ TikTok ຄັ້ງນີ້ ຈຳເປັນຕ້ອງໄດ້ຮັບການອະນຸມັດຈາກລັດຖະບານຈີນ […]
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ

ເກີດເຫດລັກລອບຍິງສຸດສະເທືອນຂວັນໃນລັດໄອດາໂຮ ສະຫະລັດ ເມື່ອເຈົ້າໜ້າທີ່ດັບເພີງ ທີ່ພະຍາຍາມຄວບຄຸມໄຟປ່າເທິງພູແຄນຟິລ ຖືກມືປືນສະໄນເປີຊຸ່ມຍິງເສຍຊີວິດ 2 ຄົນ ເລັ່ງຕາມຫາຕົວຄົນຮ້າຍ ເກີດເຫດລັກລອບຍິງເຈົ້າໜ້າທີ່ດັບເພີງ ຂະນະປະຕິບັດໜ້າທີ່ຄວບຄຸມໄຟປ່າເທິງພູເຂົາແຄນຟິລ ໃນຊ່ວງບ່າຍວັນອາທິດ (ຕາມເວລາທ້ອງຖິ່ນ) ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ເກີດການຍິງປະທະຕໍ່ເນື່ອງຫຼາຍຊົ່ວໂມງ ສ້າງຄວາມແຕກຕື່ນໃຫ້ກັບປະຊາຊົນ ແລະ ເຈົ້າໜ້າທີ່ໃນພື້ນທີ່ ສຳນັກງານເຈົ້າເມືອງເຂດຄູເຕໄນລາຍງານວ່າ ເຫດຮ້າຍແຮງເລີ່ມຕົ້ນເມື່ອເວລາ 13.30 ນ. ຂະນະທີ່ທີມດັບເພີງເຂົ້າພື້ນທີ່ເພື່ອຄວບຄຸມໄຟໄໝ້ເທິງພູເຂົາແຄນຟິລ ເຊິ່ງຢູ່ຫ່າງຈາກຕົວເມືອງເຄີເດີລີນປະມານ 6.5 ກິໂລແມັດ ຈາກນັ້ນບໍ່ດົນກໍ່ມີລາຍງານສຽງປືນດັງຂຶ້ນ ໂດຍເຈົ້າໜ້າທີ່ດັບໄຟຕົກເປັນເປົ້າຂອງການຍິງໂດຍພວກຊູ່ມຍິງ ມີລາຍງານຜູ້ເສຍຊີວິດ 2 ຄົນ ແລະ ຍັງບໍ່ສາມາດຢືນຢັນໄດ້ວ່າມີຜູ້ບາດເຈັບຫຼືເສຍຊີວິດເພີ່ມເຕີມຫຼືບໍ່ ໂດຍລ່າສຸດ ເຈົ້າໜ້າທີ່ຍັງຄົງເຂົ້າພື້ນທີ່ເພື່ອຄວບຄຸມສະຖານະການ ແລະ ເລັ່ງຊອກຫາຕົວມືປືນ ເຊິ່ງຍັງບໍ່ຊັດເຈນວ່າມີພຽງຄົນດຽວ ຫຼື ຫຼາຍກວ່ານັ້ນ ຂະນະທີ່ຍັງມີປະຊາຊົນບາງສ່ວນຕິດຄ້າງຢູ່ເທິງພູ ດ້ານຜູ້ວ່າການລັດໄອດາໂຮ ແບຣດ ລິດເທິນ ໄດ້ອອກຖະແຫຼງການໃນແພລັດຟອມ X […]
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ

ລັດວິສາຫະກິດໄຟຟ້າລາວ ໄດ້ອອກມາແຈ້ງເຕືອນໃຫ້ລະວັງມິດສາຊີບ!!! ປະຈຸບັນມິດສາຊີບນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ…ຢ່າຫຼົງເຊື່ອຢ່າງເດັດຂາດ!!! ທີ່ມາ: EDL LAOS
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ

ລາຍງານຂ່າວຈາກ ເຊົາທ໌ ໄຊນ່າ ມໍນິ່ງ ໂພສທ໌ ລະບຸວ່າການເຕີບໂຕຂອງອຸດສາຫະກຳຫຸ່ນຍົນຄ້າຍມະນຸດ ຫຼື ຮິວແມນນອຍດ໌ (humanoid) ໃນປະເທດຈີນ ກຳລັງເຕີບໂຕຢ່າງກ້າວກະໂດດ ຜັກດັນໃຫ້ເກີດການຈ້າງງານໃນອຸດສາຫະກຳນີ້ເປັນຈຳນວນຫຼາຍ ແຕ່ປັດຈຸບັນກຳລັງພົບກັບບັນຫາການຂາດແຄນວິສະວະກອນທີ່ມີທັກສະສູງຢ່າງຮຸນແຮງ ເຫັນໄດ້ຈາກການທີ່ບໍລິສັດຜູ້ພັດທະນາ ຮິວແມນນອຍດ໌ ມີການສະເໜີເງິນເດືອນໃຫ້ແກ່ວິສະວະກອນທີ່ມີປະສົບການ ແລະ ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ ໃນຫົວເມືອງໃຫຍ່ທົ່ວປະເທດ ເຖິງ 3 ເທົ່າ ຕາມລາຍງານໃໝ່ທີ່ເຜີຍແພ່ໂດຍ ຈ້າວປິນ (Zhaopin) ແພລັດຟອມຈັດຫາງານອອນລາຍ ພົບວ່າ ປັດຈຸບັນມີການສະເໜີເງິນເດືອນເພີ່ມຂຶ້ນ ໃຫ້ແກ່ວິສະວະກອນອາລກໍຣິທຶມ ຊຶ່ງເປັນຕຳແໜ່ງງານຂອງຜູ້ພັດທະນາອາລກໍຣິທຶມ ທີ່ເຮັດໃຫ້ຫຸ່ນຍົນຄ້າຍມະນຸດ ສາມາດເຮັດວຽກໄດ້ຢ່າງຊານສະຫຼາດ ຈາກເດີມເງິນເດືອນເດືອນລະ 31,512 ຫຍວນ ເພີ່ມຂຶ້ນເປັນ 38,489 ຫຍວນຕໍ່ເດືອນ ສຳລັບຕຳແໜ່ງງານທີ່ມີປະສົບການຫຼາຍກວ່າ 5 ປີ ຊຶ່ງສູງກວ່າອັດຕາເງິນເດືອນສະເລ່ຍໃນເຂດເມືອງທົ່ວປະເທດກວ່າ 3 ເຖິງ 4 ເທົ່າ ໂດຍອັດຕາເງິນເດືອນສະເລ່ຍໃນເຂດເມືອງ ທີ່ອ້າງອີງຈາກຂໍ້ມູນຄ່າຕອບແທນລ່າສຸດຂອງບໍລິສັດ ນະໄຕມາດ 3 […]
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ

ພົບສົບ ນັກທ່ອງທ່ຽວສາວ ຄົນບຣາຊິວ ເສຍຊີວິດແລ້ວ ຫຼັງຕົກພູເຂົາໄຟຣິນຈານີໃນອິນໂດເນເຊຍ ແລະ ຄົ້ນຫານານ 4 ມື້ ເມື່ອວັນພຸດທີ່ 25 ມິຖຸນາ 2025 ສຳນັກຂ່າວ NBC News ລາຍງານວ່າ ຄວາມຫວັງຂອງຄົນບຣາຊິວນັບລ້ານໄດ້ສິ້ນສຸດລົງພ້ອມກັບເຫດການໂສກເສົ້າ ເມື່ອປະຕິບັດການຄົ້ນຫາ ນາງ ຈູເລຍນາ ມາຣິນສ໌ ນັກທ່ອງທ່ຽວສາວຄົນບຣາຊິວອາຍຸ 26 ປີ ຕະຫຼອດ 4 ວັນເຕັມ ໄດ້ຢຸດຕິລົງຫຼັງທີມຄົ້ນພົບສົບຂອງນາງທີ່ບໍ່ມີຊີວິດຢູ່ໃກ້ກັບປາກປ່ອງພູເຂົາໄຟຣິນຈານີ ປະເທດອິນໂດເນເຊຍ ເຫດການທີ່ ຈູເລຍນາ ພະລາດຕົກບໍລິເວນປາກປ່ອງພູເຂົາໄຟໃນອິນໂດເນເຊຍ ເກີດຂຶ້ນເມື່ອວັນເສົາທີ່ຜ່ານມາ (21 ມິຖຸນາ 2025) ຂະນະທີ່ຈູເລຍນາພ້ອມເພື່ອນຄົນຕ່າງປະເທດອີກ 5 ຄົນ ແລະ ໄກ້ນຳທາງ ກຳລັງປີນພູເຂົາໄຟຣິນຈານີທີ່ຍັງຄົງຄຸກຮຸ່ນຢູ່ເທິງເກາະລອມບອກ ປະເທດອິນໂດເນເຊຍ ກ່ອນທີ່ລາວຈະປະສົບອຸບັດຕິເຫດຕົກລົງໄປ ທີມຄົ້ນຫາ ແລະ ກູ້ໄພແຫ່ງຊາດຂອງອິນໂດເນເຊຍໄດ້ລະດົມກຳລັງຄົ້ນຫາຢ່າງໜັກຕະຫຼອດ 4 ມື້ ທ່າມກາງສະພາບອາກາດ […]
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025

ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025 ລາຍລະອຽດມີດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ກອງທັບຈີນເປີດຕົວ “ໂດຣນຍຸງ” ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ

ກອງທັບຈີນພັດທະນາ “ໂດຣນຍຸງ” ໂດຣນສອດແນມຂະໜາດນ້ອຍເທົ່າຍຸງ ພ້ອມປີກທີ່ບາງ ຄວບຄຸມຜ່ານສະມາດໂຟນ ສຳລັບນຳໄປໃຊ້ພາລະກິດລັບ ຫຼື ການສອດແນມໃນສະໜາມຮົບ ວັນທີ່ 27 ມິຖຸນາ 2025 ສຳນັກຂ່າວ CCTV ຂອງທາງການຈີນ ລາຍງານວ່າ ກອງທັບຈີນເປີດຕົວ “ໂດຣນຍຸງ” ຊຶ່ງໄດ້ຮັບການພັດທະນາໃຫ້ມີຂະໜາດ ຮູບຮ່າງ ແລະ ຂານ້ອຍເທົ່າເສັ້ນຜົມ ພ້ອມປີກບາງ ຄວບຄຸມຜ່ານສະມາດໂຟນ ສຳລັບນຳໄປໃຊ້ໃນພາລະກິດສອດແນມ ແລະ ປະຕິບັດການພິເສດໃນສະໜາມຮົບ ໂດຍທີມນັກວິໄຈຈາກມະຫາວິທະຍາໄລເທັກໂນໂລຍີພາຍໃນແຫ່ງຊາດ ໃນແຂວງຫູຫນານ ເປີດເຜີຍວ່າ ໂດຣນນ້ອຍນີ້ສາມາດຕິດຕັ້ງເຊັນເຊີເພື່ອລົງພື້ນທີ່ຢ່າງລັບໆ ໂດຍບໍ່ຖືກກວດຈັບງ່າຍ ເໝາະຢ່າງຍິ່ງສຳລັບພາລະກິດສອດແນມ ແລະ ປະຕິບັດການສະເພາະເທິງສະໜາມຮົບ ລາຍງານຂ່າວລະບຸວ່າ ໂດຣນຍຸງຖືເປັນເທັກໂນໂລຍີລ້ຳໜ້າໃນແນວໂນ້ມການພັດທະນາ “ໄມໂຄຣໂດຣນ” ຂອງຈີນ ທີ່ໃຊ້ງານໄດ້ທັງດ້ານການຄ້າ ແລະ ທາງທະຫານ ຂະນະດຽວກັນ ຫ້ອງທົດລອງໄມໂຄຣໂຣໂບຕິກສ໌ ຂອງມະຫາວິທະຍາໄລຮາວາດໃນສະຫະລັດ ກໍເປີດຕົວໂດຣນ RoboBee ຂະໜາດນ້ອຍ ຊຶ່ງສາມາດບິນ ແລະ […]
ເຫດໄຟໄໝ້ຮ້ານຂາຍເຟີນິເຈີ້ ເຂດບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນຄ່ຳຄືນ ວັນທີ 26 ມິຖຸນາ 2025

ເຫດໄຟໄໝ້ຮ້ານ ເຂດບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເຊິ່ງໄຟເລີ່ມໄໝ້ເວລາປະມານ 22:00 ໂມງ ທາງຫນ່ວຍກູ້ໄພ1628ໄດ້ຮັບແຈ້ງ ແລະໄດ້ປະສານສົມທົບກັບພະແນກມອດໄຟນະຄອນຫລວງ ອອກກວດສອບຊ່ວຍເຫລືອດັບມອດຈົນສຳເລັດໃນເວລາ 23:00 ຂອງຄໍ່າຄືນມື້ນີ້ ວັນທີ 26/06/2025 ສວນສາເຫດແລະຄວາມເສຍຫາຍແມ່ນເຈົ້າຫນ້າທີ່ກຳລັງເກັບກຳຂໍ້ມູນ. ທີ່ມາ: ຫນ່ວຍກູ້ໄພມູນນິທິຈີນ1628