ແຈ້ງການການປິດນ້ຳປະປາຊົ່ວຄາວ ໃນວັນທີ 19 ມິຖຸນາ 2025 ບາງເຂດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

ແຈ້ງການ ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອຕັດທໍ່ຂະໜາດ uPVC DN 150mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100mm ສະຖານທີ່: ບ້ານ ໂນນແກ້ວ ຮ່ອມ 05 ຫາ ບ້ານ ໂນນສະຫວັນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊາບວ່າ: ໃນວັນທີ 19 ມິຖຸນາ 2025 ກົງກັບ ວັນພະຫັດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ uPVC DN 150mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100mm ສະຖານທີ່: ບ້ານ […]
ຄື້ນຄວາມຮ້ອນຖະຫຼົ່ມສະເປນ ຮ້ອນຈົນນອນບໍ່ໄດ້! ລັດຖະບານເລັ່ງເຕືອນໄພທົ່ວປະເທດ

ລະດູຮ້ອນໃນສະເປນ ປີ 2025 ໄດ້ເລີ່ມຕົ້ນຂຶ້ນຢ່າງຮ້ອນແຮງຈົນຫຼາຍຝ່າຍກັງວົນວ່າ ຈະເປັນອີກໜຶ່ງປີທີ່ທຳລາຍສະຖິຕິຄວາມຮ້ອນຕໍ່ເນື່ອງ ຫຼັງຈາກເດືອນພຶດສະພາທີ່ຜ່ານມາອຸນຫະພູມສູງເຖິງ 40.7°C ທີ່ສະໜາມບິນເມືອງຄໍໂດບາ ແລະ ເຊບິຍາ ແລະ ສະເລ່ຍທົ່ວປະເທດທີ່ 24.08°C ຊຶ່ງເປັນອຸນຫະພູມສູງສຸດສຳລັບເດືອນພຶດສະພານັບຕັ້ງແຕ່ເລີ່ມບັນທຶກໃນປີ 1950 ສຳນັກງານອຸຕຸນິຍົມວິທະຍາຂອງສະເປນ (AEMET) ຄາດການວ່າມີໂອກາດເຖິງ 60% ທີ່ລະດູຮ້ອນນີ້ຈະຮ້ອນກວ່າຄ່າສະເລ່ຍ ໂດຍສະເພາະໃນເຂດຕາຝັ່ງຕາເວັນອອກ ໄດ້ແກ່: ບາເຊໂລນາ, ບາເລັນເຊຍ ແລະ ກຸ່ມເກາະບາເລອຣິກ ຊຶ່ງພື້ນທີ່ເຫຼົ່ານີ້ອາດພົບກັບ “ຄືນເຂດຮ້ອນ” (tropical nights) ຕິດຕໍ່ກັນຫຼາຍຄືນ ໝາຍເຖິງຄືນທີ່ອຸນຫະພູມບໍ່ຕ່ຳກວ່າ 20°C ເຖິງວ່າຈະເປັນໃນເວລາກາງຄືນ ຊຶ່ງຈະເຮັດໃຫ້ຮ່າງກາຍຟື້ນຕົວຈາກຄວາມຄຽດຄວາມຮ້ອນໄດ້ຍາກຂຶ້ນ ໃນພູມິພາກຄືຄໍໂດບາ ແລະ ເຊບິຍາ AEMET ຍັງໄດ້ປະກາດເຕືອນໄພລະດັບສີສົ້ມ (Orange Alert) ຊຶ່ງເປັນລະດັບທີ່ອຸນຫະພູມອາດແຕະ 41°C ໄດ້ ໂດຍອຸນຫະພູມເຫຼົ່ານີ້ຖືວ່າສູງເກີນກວ່າຄ່າສະເລ່ຍລະດູຮ້ອນປົກກະຕິເຖິງ 7–8 ອົງສາເຊລຊຽດ. ທ່ານ ລາສ ໂລວິນສະກີ […]
ປະຊາຊົນກຳປູເຈຍລວມຕົວເດີນຂະບວນ ສະແດງຈຸດຍືນສະໜັບສະໜູນລັດຖະບານ ກໍລະນີເກີດຄວາມຂັດແຍ້ງກັບໄທ

ປະຊາຊົນກຳປູເຈຍລວມຕົວເດີນຂະບວນໃນນະຄອນພະນົມເປັນ ເພື່ອສະແດງຈຸດຍືນສະໜັບສະໜູນລັດຖະບານໃນກໍລະນີເກີດຄວາມຂັດແຍ້ງຊາຍແດນກັບໄທ ໃນວັນທີ່ 18 ມິຖຸນາ 2025 ປະຊາຊົນກຳປູເຈຍຈຳນວນຫຼາຍຄົນອອກມາເດີນຂະບວນເທິງຖະໜົນຫົນທາງ ໃນນະຄອນພະນົມເປັນ ເພື່ອສະແດງຈຸດຍືນສະໜັບສະໜູນລັດຖະບານໃນກໍລະນີຄວາມຂັດແຍ້ງຊາຍແດນກັບປະເທດໄທ ໂດຍມີ ທ່ານ ຮຸນ ມານີ ຮອງນາຍົກລັດຖະມົນຕີກຳປູເຈຍ ແລະ ປະທານສະຫະພາບສະຫະພັນເຍົາວະຊົນແຫ່ງກຳປູເຈຍ (UYFC) ຊຶ່ງເປັນນ້ອງຊາຍຂອງ ພລ.ອ.ຮຸນ ມາເນດ ນາຍົກລັດຖະມົນຕີ ນຳເດີນຂະບວນຈາກເກາະເພັດມາຍັງໃຈກາງນະຄອນພະນົມເປັນ
ສະຫະລັດອາເມລິກາ ຂົນເຮືອບິນເຕີມເຊື້ອເພີງ ແລະ ເຮືອບັນທຸກເຮືອບິນ ຮັບມືບັນຫາອິສຣາເອລ – ອີຣ່ານ !

ແຫຼ່ງຂ່າວຈາກເຈົ້າໜ້າທີ່ທະຫານໃນສະຫະລັດອາເມລິກາ ໃຫ້ຂໍ້ມູນກັບຣອຍເຕີ (Reuters) ວ່າ ການສົ່ງເຮືອບິນເຕີມເຊື້ອເພີງ (Tanker) ລວມເຖິງເຮືອບັນທຸກເຄື່ອງບິນ (Aircraft Carrier) ຊັ້ນ USS Nimitz ໄປຍັງຕາເວັນອອກກາງນັ້ນເປັນແຜນການຮັບມືທາງຍຸດທະສາດ ໃນສະຖານະການຄວາມຂັດແຍ້ງລະຫວ່າງອິສຣາເອລກັບອີຣ່ານຈິງ ແນວໃດກໍ່ຕາມ ຍັງບໍ່ມີຖະແຫຼງການໃດໆ ຢ່າງເປັນທາງການຈາກລັດຖະບານສະຫະລັດອາເມລິກາ ໃນປັດຈຸບັນ ຍຸດໂທປະກອນອາເມລິກາ ຂົນໄປກຽມຮັບມືອີຣ່ານ – ອິສຣາເອລ ຕາມລາຍງານຂອງ Reuters ລະບຸວ່າ ຄວາມເຄື່ອນໄຫວຂອງກອງທັບອາກາດໃນການນຳສົ່ງເຮືອບິນເຕີມເຊື້ອເພີງຫຼາຍກວ່າ 30 ລຳ ຫຼື ຢ່າງນ້ອຍຫຼາຍກວ່າ 28 ລຳ ລາຍງານກ່ອນໜ້ານີ້ ເກີດຂຶ້ນເພື່ອເປັນທາງເລືອກຕາມຍຸດທະວິທີໃນການຮັບມືສະຖານະການລະຫວ່າງອິສຣາເອລ ແລະ ອີຣ່ານໃຫ້ກັບປະທານາທິບໍດີໂດນັລ ທຣຳ ໂດຍເຮືອບິນເຕີມເຊື້ອເພີງທັງຮຸ່ນ KC-135 ແລະ KC-46A ທີ່ອອກຈາກສະຫະລັດອາເມລິກາ ໄດ້ລົງຈອດຊ່ວງເຊົ້າຕາມເວລາທ້ອງຖິ່ນໃນຖານທັບອາກາດໃນເຢຍລະມັນ, ສະເປນ, ອີຕາລີ ແລະ ອັງກິດ ແລະ ບາງສ່ວນມຸ່ງຫນ້າໄປທາງຄາບສະໝຸດບານ ຊຶ່ງດິ […]
ນັກວິໄຈກັງວົນວ່າ ພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ຈະໄດ້ເຫັນ “ຫິ່ງຫ້ອຍ” ກ່ອນຈະຫາຍໄປຕະຫຼອດການ

ນັກວິໄຈເຕືອນ ພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ຈະໄດ້ເຫັນ “ຫິ່ງຫ້ອຍ” ກ່ອນຈະຫາຍໄປຕະຫຼອດການ ເຫຼືອແຕ່ຕຳນານໃຫ້ລຸ້ນຫຼັງ ຣາຟາເອລ ເດ ຄອກ (Raphaël De Cock) ນັກວິໄຈຫິ່ງຫ້ອຍທີ່ຂຽນວິທະຍານິພົນປະລິນຍາເອກກ່ຽວກັບຕົວອ່ອນຂອງຫິ່ງຫ້ອຍ ໄດ້ກ່າວກັບ National Geographic ວ່າທຸກມື້ນີ້ພວກເຮົາເຫັນຫິ່ງຫ້ອຍໜ້ອຍລົງຫຼາຍເມື່ອທຽບກັບສະໄໝແຕ່ກີ້ ນັກວິໄຈຢືນຢັນວ່ານີ້ບໍ່ແມ່ນພຽງແຕ່ຄວາມຮູ້ສຶກໄປເອງ ແຕ່ເປັນຄວາມຈິງທີ່ມີຫຼັກຖານທາງວິທະຍາສາດຮອງຮັບ ເພາະປະຊາກອນຫິ່ງຫ້ອຍທົ່ວໂລກກຳລັງຫຼຸດລົງຢ່າງຕໍ່ເນື່ອງ ຫິ່ງຫ້ອຍ : ແສງດາວແວວວາວ ເທິງພື້ນດິນ ຫິ່ງຫ້ອຍ ແມ່ນແມງໄມ້ທີ່ສາມາດເປັ່ງແສງໄດ້ ສ້າງຄວາມມະຫັດສະຈັນໃນຍາມເວລາຄ່ຳຄືນຂອງລະດູຮ້ອນ ພວກມັນຢູ່ໃນຕະກູນ Lampyridae ຊຶ່ງມີຫຼາຍກວ່າ 2,000 ສະປີຊີສ໌ ສ່ວນໃຫຍ່ສາມາດເຮືອງແສງໄດ້ ຫິ່ງຫ້ອຍຈັດຢູ່ໃນກຸ່ມດ້ວງໂຕນຸ້ມ ແລະ ມີຊື່ເອີ້ນຫຼາກຫຼາຍ ເຊັ່ນ: firefly, lightning bug ຫຼື glowworm ພຶດຕິກຳເຮືອງແສງຂອງພວກມັນມີເປົ້າໝາຍເພື່ອດຶງດູດຄູ່ປະສົມພັນ ໂດຍສະເພາະໃນຊ່ວງຫົວຄ່ຳ ສຳລັບສາຍພັນຕົ້ນແບບແມ່ນ Lampyris noctiluca ຫຼື ທີ່ຮູ້ຈັກໃນຊື່ “glow-worm” ຂອງເອີຣົບ ຊຶ່ງນັກວິທະຍາສາດເຊື່ອວ່າແຕ່ກ່ອນແສງຂອງມັນເກີດຂຶ້ນເພື່ອເຕືອນສັດຕູວ່າ […]
ອິນໂດເນເຊຍເຕືອນໄພສູງສຸດ ພູເຂົາໄຟເລໂວໂທບີ ລາກີ-ລາກີ ແຕກປະທຸ ຂີ້ເຖົ່າສູງ 11 ກິໂລແມັດ

ພູເຂົາໄຟເລໂວໂທບີ ລາກີ-ລາກີ ໜຶ່ງໃນພູເຂົາໄຟທີ່ມີຄວາມເຄື່ອນໄຫວຫຼາຍທີ່ສຸດໃນອິນໂດເນເຊຍແຕກປະທຸຂີ້ເຖົ່າຂຶ້ນຟ້າສູງກວ່າ 11 ກິໂລແມັດ ຂະນະທີ່ທາງການອິນໂດເນເຊຍປະກາດເຕືອນໄພຂັ້ນສູງສຸດ ສຳນັກຂ່າວຕ່າງປະເທດລາຍງານວ່າ ຕາມການເປີດເຜີຍຂອງສຳນັກງານພູເຂົາໄຟວິທະຍາຂອງອິນໂດເນເຊຍ ພູເຂົາໄຟເລໂວໂທບີ ລາກີ-ລາກີ ແຕກປະທຸໃນເວລາ 17.35 ນ. ຂອງວັນອັງຄານທີ່ 17 ມິຖຸນາ 2025 ຕາມເວລາທ້ອງຖິ່ນ ພົ່ນຂີ້ເຖົ່າຂະໜາດໃຫຍ່ຂຶ້ນສູ່ທ້ອງຟ້າຂອງເກາະຟລໍເຣສ ແລະ ເຮັດໃຫ້ທາງການຕ້ອງປະກາດເຂດຫ້າມເຂົ້າໃນລັດສະໝີ 7 ກິໂລແມັດຈາກປ່ອງພູເຂົາໄຟ ຈົນເຖິງຕອນນີ້ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ບາດເຈັບແລະເສຍຊີວິດ ແຕ່ ທ່ານ ມູຮັມໝັດ ວາຟິດ ຫົວໜ້າສຳນັກງານທຳນະວິທະຍາຂອງອິນໂດເນເຊຍເຕືອນປະຊາຊົນ ບໍ່ໃຫ້ເຮັດກິດຈະກຳໃດໆ ໃນລັດສະໝີ 7 ກິໂລແມັດຈາກຈຸດປະທຸ ແລະ ຫາກມີຝົນຕົກລົງມາກໍ່ມີຄວາມເປັນໄປໄດ້ທີ່ຈະເກີດ “lahar flood” ຫຼື ຄື້ນດິນ ແລະ ຫີນຈາກພູເຂົາໄຟ ເຈົ້າໜ້າທີ່ຍັງເຕືອນໃຫ້ປະຊາຊົນທີ່ອາໄສຢູ່ໃກ້ກັບພູເຂົາໄຟໜ່ວຍນີ້ ໃສ່ໜ້າກາກອະນາໄມເພື່ອປ້ອງກັນຕົວເອງຈາກລະອອງຂີ້ເຖົ່າພູເຂົາໄຟ ດ້ານສຳນັກງານບຳບັດໄພພິບັດແຫ່ງຊາດລະບຸວ່າ ມີປະຊາຊົນໃນບ້ານນີ້ຢ່າງນ້ອຍ 1 ແຫ່ງຕ້ອງອົບພະຍົບ ເນື່ອງຈາກຍັງມີແຮງສັ່ນສະເທືອນເກີດຂຶ້ນເປັນໄລຍະ […]
ຍີ່ປຸ່ນເຝົ້າລະວັງພະຍາດຕິດເຊື້ອຈາກແມວ ຫຼັງຈາກທີ່ສັດຕະວະແພດເສຍຊີວິດ

ຫນ່ວຍງານສາທາລະນະສຸກແຂວງມິເອະ ເປີດເຜີຍວ່າ ສັດຕະວະແພດຄົນໜຶ່ງໄດ້ເສຍຊີວິດຈາກການຕິດເຊື້ອໄວຣັສ SFTS (Severe Fever with Thrombocytopenia Syndrome) ຫຼັງຈາກການປິ່ນປົວແມວທີ່ເຈັບປ່ວຍ ເຊິ່ງອາດເປັນກໍລະນີທຳອິດຂອງການແຜ່ລາມເຊື້ອຈາກແມວສູ່ຄົນທີ່ໄດ້ຮັບການຢືນຢັນໃນຍີ່ປຸ່ນ SFTS ເປັນພະຍາດຕິດເຊື້ອຮຸນແຮງທີ່ເກີດຈາກໄວຣັສທີ່ແຜ່ລາມໂດຍ ເຫັບຫມັດ ແຕ່ເຊື້ອສາມາດຕິດຕໍ່ຈາກສັດສູ່ຄົນຜ່ານທາງສານຄັດຫຼັ່ງຂອງສັດທີ່ຕິດເຊື້ອໄດ້ເຊັ່ນກັນ ໂດຍສະເພາະຢ່າງຍິ່ງກັບແມວ ຕາມລາຍງານ ສັດຕະວະແພດລາຍນີ້ເປັນຜູ້ຊາຍອາຍຸປະມານ 50 ປີ ເຮັດວຽກຢູ່ຄລີນິກສັດຕະວະແພດແຫ່ງໜຶ່ງໃນແຂວງມິເອະ ໃນເດືອນພຶດສະພາທີ່ຜ່ານມາ ລາວໄດ້ປິ່ນປົວແມວທີ່ມີອາການເຈັບປ່ວຍຮຸນແຮງ ແລະ ແມວໂຕນັ້ນໄດ້ເສຍຊີວິດໃນເວລາຕໍ່ມາ ພາຍໃນບໍ່ເທົ່າໃດມື້ຫຼັງຈາກປິ່ນປົວແມວໂຕນັ້ນ ສັດຕະວະແພດເລີ່ມມີໄຂ້ ແລະ ອາການທາງລະບົບທາງເດີນອາຫານ ລາວໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍແຫ່ງໜຶ່ງແຕ່ເສຍຊີວິດຫຼັງຈາກນັ້ນບໍ່ດົນ ຜົນການກວດສອບຫຼັງເສຍຊີວິດພົບວ່າລາວຕິດເຊື້ອ SFTS ແລະ ເປັນສາຍພັນດຽວກັບເຊື້ອທີ່ກວດພົບໃນແມວໂຕນັ້ນ ເຈົ້າໜ້າທີ່ສາທາລະນະສຸກ ລະບຸວ່າ ບໍ່ມີຮ່ອງຮອຍວ່າລາວຖືກເຫັບຫມັດກັດ ຈຶ່ງເຊື່ອວ່າການຕິດເຊື້ອນີ້ມາຈາກການສຳຜັດກັບແມວໂດຍກົງ ເຊັ່ນ: ນ້ຳລາຍ, ເລືອດ ຫຼື ສານຄັດຫຼັ່ງອື່ນໆ ທາງແຂວງມິເອະໄດ້ອອກຄຳເຕືອນໃຫ້ສັດຕະວະແພດ ແລະ ຜູ້ທີ່ເຮັດວຽກໃກ້ຊິດກັບສັດຕ້ອງໃຊ້ຄວາມລະມັດລະວັງຫຼາຍຂຶ້ນ ໂດຍສະເພາະເມື່ອປິ່ນປົວສັດທີ່ມີອາການບໍ່ປົກກະຕິ ເຊັ່ນ: […]
ແຈ້ງມອດໄຟວັນທີ 18 ມິຖຸນາ 2025 ເວລາ 10:00-18:00ໂມງ

ແຈ້ງມອດໄຟວັນທີ 18/06/2025 ເວລາ 10:00-18:00ໂມງ ເຂດບ້ານໜອງປີງ, ໂພນຄຳ, ບໍ່ນາງົວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອຕັດຕົ້ນໄມ້ອອກແລວສາຍສົ່ງ ແລະ ສ້ອມແປງຕາຂ່າຍ ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: EDL LAOS
ການອອກກຳລັງກາຍ ຊ່ວຍຮັບມືໂລກຊຶມເສົ້າ ຊ່ວຍປ້ອງກັນການກັບມາເປັນອີກ

ການອອກກຳລັງກາຍ ຊ່ວຍຮັບມືກັບໂລກຊຶມເສົ້າໄດ້ດີຫຼາຍ ໃນຄົນປົກກະຕິທີ່ມີຄວາມເຄັ່ງຄຽດ ຫຼື ຄົນທີ່ຫາຍຈາກໂລກຊຶມເສົ້າແລ້ວ ຕ້ອງການປ້ອງກັນການກັບມາເປັນອີກ ໂລກຊຶມເສົ້າ ≠ ອາລົມເສົ້າ ດັ່ງນັ້ນມັນບໍ່ແມ່ນພຽງແຕ່ ‘ສະພາວະ’ ຊົ່ວຄາວຂອງສະໝອງທີ່ຈະດີຂຶ້ນໄດ້ງ່າຍ ແຕ່ມັນມີຄວາມຜິດປົກກະຕິທາງ ‘ຮູບປະທຳ’ ໃນສະໝອງ ເຊວສະໝອງຫຼາຍຈຸດຝໍ່, ຫຼຸດການແຕກແຫນງ, ເຊື່ອມຕໍ່ນ້ອຍລົງ, ເຊື່ອມຜິດຫຼາຍຂຶ້ນ ເຮັດໃຫ້ເກີດອາການຕ່າງໆ ຫຼາກຫຼາຍ ທີ່ບໍ່ແມ່ນແຕ່ຄວາມສົ້າ ດັ່ງນັ້ນການຮັກສາຈຶ່ງຫວັງໃຫ້ການປັບໃຫ້ວົງຈອນຕ່າງໆ ໃນສະໝອງກັບມາປົກກະຕິ ກົນໄກໃດກໍ່ຕາມທີ່ຊ່ວຍເລື່ອງນີ້ ສາມາດຊ່ວຍແກ້ບັນຫາໄດ້ໝົດ ໜຶ່ງໃນກິດຈະກຳທີ່ເອີ້ນໄດ້ວ່າຄົບວົງຈອນຄື ອອກກຳລັງກາຍ ອອກກຳລັງກາຍສະໝ່ຳສະເໝີ ແກ້ບັນຫາໄດ້ມົດໂຕ ‘ຕົ້ນເຫດ’ ແລະ ເພີ່ມ ‘ການຟື້ນຟູ’ ຂອງເຊວສະໝອງໄປພ້ອມກັນບາດດຽວເລີຍ ອອກກຳລັງກາຍ ແກ້ກົນໄກຕົ້ນເຫດ ເລື່ອງ cortisol ສູງ ແລະ ການອັກເສບໃນສະໝອງ ອອກກຳລັງກາຍສະໝ່ຳສະເໝີ ຊ່ວຍໃຫ້ແກນຮໍໂມນຄວາມເຄັ່ງຄຽດ cortisol ຖືກກະຕຸ້ນໃຫ້ຫຼັ່ງເພື່ອຮັບມືກັບ […]
ອິສຣາເອນ “ສັງຫານ” ຜູ້ບັນຊາການ IRGC ທ່ານ ອາລີ ຊາດມານີ ຄົນໃກ້ຊິດຜູ້ນຳອີຣ່ານ

ກອງທັບອິສຣາເອນ ເປີດເຜີຍວ່າໄດ້ເຮັດການສັງຫານ ນາຍອາລີ ຊາດມານີ (Ali Shadmani) ຜູ້ບັນຊາການທະຫານລະດັບສູງຂອງອີຣ່ານຈາກການໂຈມຕີຄືນທີ່ຜ່ານມາ (16 ມິຖຸນາ 2025 ) ພ້ອມຢ້ຳວ່າ ທ່ານ ຊາດມານີ ຄືບຸກຄົນສຳຄັນທີ່ໃກ້ຊິດກັບຜູ້ນຳສູງສຸດຂອງອີຣ່ານ ກອງທັບອິສຣາເອນລະບຸໃນຄຳຖະແຫຼງການວ່າ ການໂຈມຕີທາງອາກາດຄືນທີ່ຜ່ານມາໄດ້ສ້າງຄວາມເສຍຫາຍໃຫ້ກັບສູນບັນຊາການທີ່ຕັ້ງຢູ່ໃນໃຈກາງກຸງເຕຫະຣານ ພ້ອມກັບສັງຫານ ທ່ານ ອາລີ ຊາດມານີ ຜູ້ເປັນເສນາທິການໃນຊ່ວງສົງຄາມ ແລະ ເປັນຜູ້ບັນຊາການທະຫານທີ່ອາວຸໂສທີ່ສຸດ ລວມທັງເປັນຜູ້ທີ່ມີຄວາມໃກ້ຊິດຫຼາຍທີ່ສຸດກັບອາຍາໂຕລເລາະຮ໌ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣ່ານ ກອງທັບອິສຣາເອນຍັງເປີດເຜີຍວ່າ ທ່ານ ຊາດມານີ ເຄີຍເຮັດໜ້າທີ່ບັງຄັບບັນຊາທັງກອງທັບພິທັກການປະຕິວັດອິສລາມ ຫຼື IRGC ແລະ ກອງກຳລັງຕິດອາວຸດຂອງອີຣ່ານ ສະຖານະການລະຫວ່າງອິສຣາເອນ ແລະ ອີຣ່ານຍັງຄົງທະວີຄວາມຮຸນແຮງຢ່າງຕໍ່ເນື່ອງ ໂດຍສະເພາະຢ່າງຍິ່ງເມື່ອມີການສັງຫານຜູ້ນຳລະດັບສູງຂອງອີຣ່ານອີກຄັ້ງ ສ່ວນທາງອີຣ່ານຍັງບໍ່ສະແດງຄວາມເຫັນໃດໆ ຕໍ່ເຫດການໃນຄັ້ງນີ້