7 ວິທີອອກກຳລັງກາຍມື້ລະ 15-30 ນາທີ ຊ່ວຍສ້າງກ້າມ ລົດໄຂມັນ

ຫຼາຍຄົນມັກຄິດວ່າການອອກກຳລັງກາຍທີ່ໄດ້ຜົນ ຈະຕ້ອງໃຊ້ເວລາດົນ ແຕ່ຄວາມຈິງແລ້ວຜູ້ຊາຍສາມາດ ອອກກຳລັງກາຍແຄ່ວັນລະ 15-30 ນາທີ ແລ້ວໄດ້ຜົນລັບທີ່ຫນ້າປະຫລາດໃຈ! ການອອກກຳລັງກາຍທີ່ມີປະສິດທິພາບໃນເວລາສັ້ນໆ ສາມາດຊ່ວຍເສີມສ້າງກ້າມເນື້ອ ລົດໄຂມັນ ແລະ ເຮັດໃຫ້ຮ່າງກາຍ ຟິດຂຶ້ນໄດ້ຢ່າງວ່ອງໄວ ພຽງແຕ່ເຮັດຕາມ 7 ວິທີອອກກຳລັງກາຍວັນລະ 15-30 ນາທີ ຕໍ່ໄປນີ້ເລີຍ   7 ວິທີອອກກຳລັງກາຍວັນລະ 15-30 ນາທີ   1. ອອກກຳລັງກາຍແບບ Tabata   Tabata ແມ່ນການຝຶກທີ່ມີຄວາມເຂັ້ມຂຸ້ນສູງ ດ້ວຍການໃຊ້ເວລາ 20 ວິນາທີເຕັມທີ່ ແລະ ພັກ 10 ວິນາທີ ສະລັບໄປມາໃນຊ່ວງເວລາ 4 ນາທີ ທ່າຝຶກສາມາດເປັນທ່າຫຍັງກໍໄດ້ຫຼາຍແບບ ເຊັ່ນ: ສະຄວອດ, ພຸດອັບ ຫຼື ການກະໂດດເຊືອກ ການຝຶກແບບ Tabata ເຮັດໃຫ້ທ່ານສາມາດເຜົາຜານແຄລໍຣີ່ຫຼາຍໃນເວລາສັ້ນ ທັງຍັງຊ່ວຍເສີມຄວາມແຂງແຮງ ແລະ ເພີ່ມຄວາມຄ່ອງແຄ້ວໄດ້ອີກດ້ວຍ   2. […]

ໂອເປັກ ຄາດການໂລກຍັງຕ້ອງພຶ່ງພາ “ນ້ຳມັນ” ອີກຢ່າງນ້ອຍ 25 ປີ ເລັ່ງເພີ່ມກຳລັງການຜະລິດໄວກວ່າກຳນົດ

ໂອເປັກ ອົງການກຸ່ມປະເທດຜູ້ສົ່ງອອກນ້ຳມັນ (OPEC) ປະເມີນວ່າ ຄວາມຕ້ອງການພະລັງງານຂອງໂລກຈະເພີ່ມຂຶ້ນເຖິງ 24% ພາຍໃນປີ 2050 ແລະ ຄວາມຕ້ອງການໃຊ້ນ້ຳມັນອາດເກີນ 120 ລ້ານບາເຣວ ຕໍ່ມື້ ໃນຊ່ວງເວລາດັ່ງກ່າວ ຊຶ່ງເປັນໄປໃນທິດທາງດຽວກັບລາຍງານ “World Oil Outlook” ປະຈຳປີ 2024 ຂອງໂອເປັກ   ດ້ານສຳນັກງານຂໍ້ມູນຂ່າວສານ ດ້ານພະລັງງານຂອງສະຫະລັດ (EIA) ຄາດການວ່າ ລາຄານ້ຳມັນດິບເບຣນທ໌ (Brent) ຈະຫຼຸດລົງແຕະລະດັບໃກ້ 60 ໂດລາສະຫະລັດຕໍ່ບາເຣວພາຍໃນສິ້ນປີນີ້ ແລະ ຈະສະເລ່ຍຢູ່ທີ່ 59 ໂດລາໃນປີໜ້າ ຊຶ່ງອາດສົ່ງຜົນກະທົບຕໍ່ການຜະລິດນ້ຳມັນຂອງສະຫະລັດ ໂດຍລາຄານ້ຳມັນດິບເບຣນທ໌ໃນຕະຫຼາດໂລກເມື່ອວັນອັງຄານ (10 ມິຖຸນາ 2025) ຢູ່ທີ່ 67.28 ໂດລາຕໍ່ບາເຣວ   “ໄຮທາມ ອັລ-ກາອິສ” ເລຂາທິການໂອເປັກກ່າວລະຫວ່າງການປະຊຸມ “Global Energy Show” ທີ່ເມືອງຄັລກາຣີ ປະເທດແຄນາດາວ່າ ຄວາມຕ້ອງການໃຊ້ນ້ຳມັນທົ່ວໂລກຈະຍັງຄົງເຕີບໂຕຢ່າງຕໍ່ເນື່ອງໃນຊ່ວງ 25 ປີຂ້າງໜ້າ […]

ChatGPT ລົ່ມທົ່ວໂລກດົນກວ່າ 5 ຊົ່ວໂມງ ຜູ້ໃຊ້ຈຳນວນຫຼາຍບໍ່ສາມາດເຂົ້າເຖິງບໍລິການໄດ້

ວັນທີ່ 10 ມິຖຸນາ ຜູ້ໃຊ້ງານ ChatGPT ທົ່ວໂລກປະສົບບັນຫາບໍ່ສາມາດເຂົ້າໃຊ້ງານບໍລິການໄດ້ຕາມປົກກະຕິເປັນເວລາຫຼາຍຊົ່ວໂມງ ໂດຍມີລາຍງານວ່າເຫດຂັດຂ້ອງກິນເວລາດົນກວ່າ 10 ຊົ່ວໂມງ ສົ່ງຜົນໃຫ້ເກີດຄວາມບໍ່ສະດວກຕໍ່ຜູ້ໃຊ້ຈຳນວນຫຼາຍໃນຫຼາຍປະເທດ   ບັນຫາດັ່ງກ່າວເລີ່ມປະມານເວລາ 14:00 ນ. ຕາມເວລາໃນປະເທດລາວ ໂດຍຜູ້ໃຊ້ຈຳນວນຫຼາຍລາຍງານວ່າລະບົບສະແດງຂໍ້ຄວາມຜິດພາດ ເຊັ່ນ “A network error occurred” ຫຼື “Something went wrong” ຂະນະໃຊ້ງານ ທັງໃນເວີຊັນຟຣີ ແລະ ແບບສະໝັກສະມາຊິກ ChatGPT Plus   ນອກຈາກນີ້ ຍັງພົບກໍລະນີທີ່ລະບົບຕອບສະໜອງຊ້າ ຫຼື ບໍ່ສາມາດໂຫຼດໜ້າແຊັດໄດ້ເລີຍ ເວັບໄຊທ໌ Downdetector ຊຶ່ງຕິດຕາມການລາຍງານບັນຫາບໍລິການອອນລາຍແບບ ຣຽວໄທມ໌ ສະແດງກຣາຟການລາຍງານບັນຫາສູງຂຶ້ນ ໃນຊ່ວງເວລາດັ່ງກ່າວ ໂດຍສະເພາະໃນສະຫະລັດອາເມລິກາ ສະຫະລາຊະອານາຈັກ ແລະ ປະເທດໃນເອເຊຍ   ກຣາຟລາຍງານການຢຸດເຮັດວຽກໃນຊ່ວງ 24 ຊົ່ວໂມງທີ່ມາຜ່ານຂອງ OpenAI   OpenAI ຊຶ່ງເປັນຜູ້ພັດທະນາ ChatGPT […]

ສະຫະລັດ – ຈີນ ບັນລຸກອບການເຮັດວຽກຮ່ວມກັນຫຼັງເຈລະຈາການຄ້າຮອບ 2 ສຳເລັດລົງໃນວັນທີ 10 ມິຖຸນາ 2025 ນີ້

ສະຫະລັດ ແລະ ຈີນ ບັນລຸ “ກອບການເຮັດວຽກ” (Framework) ຮ່ວມກັນ ເພື່ອຫຼຸດຄວາມຕຶງຄຽດທາງການຄ້າລະຫວ່າງ 2 ມະຫາອຳນາດທາງເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກແລ້ວ   ຫຼັງຈາກການເຈລະຈາລະຫວ່າງຜູ້ແທນລະດັບສູງຂອງສະຫະລັດ ແລະ ຈີນ ໃນຮອບ 2 ທີ່ກຸງລອນດອນ ຊຶ່ງໃຊ້ເວລາການເຈລະຈາທັງໝົດ 2 ວັນ ສຳເລັດລົງມື້ວານນີ້ (10 ມິຖຸນາ) ແລະ ໃນຂັ້ນຕອນຕໍ່ໄປແມ່ນການສົ່ງມອບແຜນທີ່ ທີ່ໄດ້ຕົກລົງຮ່ວມກັນໄປຍັງປະທານາທິບໍດີຂອງທັງ 2 ຝ່າຍ ຄື “ທຣຳ” ແລະ “ສີ ຈິ້ນຜິງ” ໃຫ້ມີການລົງນາມອະນຸມັດຢ່າງເປັນທາງການ   ຮາວເວີດ ລຸດນິກ ລັດຖະມົນຕີກະຊວງການຄ້າສະຫະລັດ ກ່າວວ່າຂໍ້ຕົກລົງນີ້ຄວນຄອບຄຸມ ເຖິງຂໍ້ຈຳກັດກ່ຽວກັບແຮ່ທາດຫາຍາກ ຫຼື ແຣຣ໌ເອີດ (rare earth) ທີ່ເປັນໜຶ່ງປະເດັນສຳຄັນທີ່ມີການປຶກສາຫາລືໃນທີ່ປະຊຸມ   ລຸດນິກກ່າວດ້ວຍວ່າທັງ 2 ປະເທດໄດ້ບັນລຸກອບການເຮັດວຽກທີ່ເປັນໄປຕາມຂໍ້ຕົກລົງຮ່ວມກັນໃນການປະຊຸມທີ່ນະຄອນເຈນີວາ ແລະ ເມື່ອປະທານາທິບໍດີລົງນາມອະນຸມັດແລ້ວ ການດຳເນີນງານຕ່າງໆກໍຈະເປັນໄປຕາມຂໍ້ຕົກລົງ   ເຊັ່ນດຽວກັບ ຫລີ່ […]

“ທະນາຄານໂລກ” ເຕືອນການຄ້າໂລກໃກ້ຈະຢຸດຊະງັກ ກັງວົນພາສີລຸກລາມ ຫຼຸດການເຕີບໂຕຂອງເສດຖະກິດປີ 2025 ເຫຼືອ 2.3%

ສຳນັກຂ່າວຣອຍເຕີລາຍງານວ່າ ທະນາຄານໂລກ (World Bank) ໄດ້ປັບຫຼຸດຄາດການເຕີບໂຕຂອງເສດຖະກິດໂລກໃນປີ 2025 ລົງ 0.4% ເຫຼືອພຽງ 2.3% ໂດຍເຕືອນວ່າອັດຕາພາສີທີ່ສູງຂຶ້ນ ແລະ ຄວາມບໍ່ແນ່ນອນທາງເສດຖະກິດທີ່ເພີ່ມຂຶ້ນ ກຳລັງກາຍເປັນແຮງຕ້ານສຳຄັນຕໍ່ເສດຖະກິດທົ່ວໂລກ   ທະນາຄານໂລກໄດ້ອອກລາຍງານ “Global Economic Prospects” ຊຶ່ງຈັດທຳປີລະ 2 ເທື່ອ ໄດ້ປັບຫຼຸດປະມານການເຕີບໂຕເສດຖະກິດຂອງເກືອບ 70% ຂອງປະເທດທົ່ວໂລກ ລວມມີສະຫະລັດ, ຈີນ, ຢູໂຣບ ແລະ ອີກ 6 ພາກພື້ນ ຕະຫຼາດເກີດໃໝ່ ເທົ່າກັບການຄາດການເມື່ອ 6 ເດືອນກ່ອນ ກ່ອນທີ່ປະທານາທິບໍດີ ໂດນາລ ທຣຳ  ແຫ່ງສະຫະລັດຈະເຂົ້າຮັບຕໍາແໜ່ງ   ທຣຳ ໄດ້ເຂົ້າມາສັ່ນສະເທືອນລະບົບການຄ້າທົ່ວໂລກດ້ວຍການຂຶ້ນພາສີນຳເຂົ້າເປັນໄລຍະໆ ສົ່ງຜົນໃຫ້ອັດຕາພາສີສະເລ່ຍ ຂອງສະຫະລັດສູງຂຶ້ນ ຈາກຕ່ຳກວ່າ 3% ໄປຢູ່ໃນລະດັບເລກສອງຫຼັກ ຊຶ່ງເປັນລະດັບສູງສຸດໃນຮອບເກືອບຮ້ອຍປີ ແລະ ນຳໄປສູ່ການຕອບໂຕ້ຈາກຈີນແລະປະເທດອື່ນໆ   ເຖິງແມ່ນວ່າລັດຖະບານສະຫະລັດຈະຢືນຢັນວ່າ ຜົນລົບຈາກນະໂຍບາຍການຄ້າຈະຖືກຊົດເຊີຍດ້ວຍການລົງທຶນທີ່ສູງຂຶ້ນ ແລະ […]

ເຫດການ ກາດຍິງຢູ່ໂຮງຮຽນ “ອົດສະຕາລີ” ເສຍຊີວິດ 10 ຄົນ ມືປືນຂ້າຕົນເອງ

ມືປືນຍິງສັງຫານໝູ່ຢູ່ໂຮງຮຽນແຫ່ງໜຶ່ງໃນອົດສະຕາລີ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ສ່ວນຜູ້ກໍ່ເຫດຍິງຕົນເອງເສຍຊີວິດ ຊຶ່ງເປັນຄົນອົດສະຕາລີ ແລະ ບໍ່ເຄີຍມີປະຫວັດກໍ່ຄວາມຮຸນແຮງ   ເມື່ອວັນທີ 10 ມິຖຸນາ 2025 ເກີດເຫດຍິງສັງຫານໝູ່ຢູ່ໂຮງຮຽນມັດທະຍົມສຶກສາ Dreierschtzengasse ໃນເມືອງ GRAZ ທາງຕາເວັນອອກສຽງໃຕ້ຂອງປະເທດອົດສະຕາລີ ເມື່ອເວລາປະມານ 10.00 ນ. ຕາມເວລາທ້ອງຖິ່ນ ໂດຍຫຼັງເກີດເຫດມີການລະດົມກຳລັງເຈົ້າໜ້າທີ່ກວ່າ 300 ຄົນ ໄປພື້ນທີ່ເກີດເຫດ ພ້ອມປິດກັ້ນບໍລິເວນໂດຍຮອບທັນທີ   ລັດຖະມົນຕີກະຊວງພາຍໃນອົດສະຕາລີ ເປີດເຜີຍວ່າ ຄວາມຮຸນແຮງຂອງເຫດການຄັ້ງນີ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 9 ຄົນ ໃນຈຳນວນນີ້ເປັນຍິງ 6 ຄົນແລະຊາຍ 3 ຄົນ ຂະນະທີ່ຕຳຫຼວດລະບຸວ່າມີຜູ້ໄດ້ຮັບບາດເຈັບ 12 ຄົນ ບາງຄົນອາການສາຫັດ ກ່ອນທີ່ສື່ທ້ອງຖິ່ນຈະລາຍງານວ່າມີຜູ້ຍິງໜຶ່ງໃນຜູ້ທີ່ໄດ້ຮັບບາດເຈັບ 1 ຄົນເສຍຊີວິດທີ່ໂຮງໝໍ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 10 ຄົນ     ທາງດ້ານຕຳຫຼວດ ເປີດເຜີຍວ່າ ຜູ້ກໍ່ເຫດໄດ້ຍິງຕົນເອງເສຍຊີວິດໃນຫ້ອງນ້ຳຂອງໂຮງຮຽນຫຼັງກໍ່ເຫດ ໂດຍຜູ້ກໍ່ເຫດມີອາຍຸ 21 […]

ໂດນາລ ທຣຳ ພະເດັດສຶກກັບການດຳເນີນງານ “ປົດປ່ອຍລອສແອນເຈລິສ” ຈາກກຸ່ມປະທ້ວງທີ່ເຜົາທຸງອາເມລິກາ

ນັກຂ່າວຖືກຍິງດ້ວຍກະສຸນຢາງ, ພາບຄວາມຮຸນແຮງ, ການເຜົາລົດຍົນ, ຈຸດພຸ, ປະທະກັນຢ່າງໜັກ ນີ້ແມ່ນສິ່ງທີ່ກຳລັງເກີດຂຶ້ນໃນນະຄອນແຫ່ງນາງຟ້າ “ລອສແອນເຈລິສ”   ເລີ່ມຕົ້ນຈາກກະແສປະທ້ວງຕ້ານການປາບປາມຜູ້ອົບພະຍົບຜິດກົດໝາຍຂອງທຣຳ ຂະຫຍາຍຕົວເປັນການຈະລາຈົນ ລຸກຮືອເປັນການຊຸມນຸມແຜ່ກະຈາຍໄປຫຼາຍເມືອງທົ່ວປະເທດ ບໍ່ວ່າຈະເປັນແອດແລນຕາ ຊິຄາໂກ ນິວຢອກ ແລະ ຊານຟຣານຊິສໂກ   ໂດນາລ ທຣຳ ປະທານາທິບໍດີສະຫະລັດ ເອີ້ນສິ່ງທີ່ເກີດຂຶ້ນໃນລອສແອນເຈລິສວ່າ “ການບຸກລຸກ” ອາເມລິກາ ຂອງພວກຜູ້ອົບພະຍົບໂລກທີສາມ ທີ່ຍົກທຸງຕ່າງປະເທດ ເຜົາທຸງອາເມລິກາ   “ເຄີຍໄດ້ຍິນຊື່ລອສແອນເຈລິສບໍ່ ທີ່ຂ້ອຍສົ່ງກໍາລັງພິທັກມາຕຸພູມິຫຼາຍພັນນາຍ ແລະ ນາວິກໂຍທິນຫຼາຍຮ້ອຍນາຍໄປປົກປ້ອງເຈົ້າໜ້າທີ່ ຈາກການໂຈມຕີຂອງກຸ່ມຜູ້ປະທ້ວງທີ່ຮ້າຍກາດແລະຮຸນແຮງ” ທຣຳ ກ່າວປາໄສຢູ່ຖານທັບໃນນອດແຄໂຣໄລນາ ເມື່ອວັນທີ 11 ມິຖຸນາ   “ພວກຊ້າຍສຸດໂຕ່ງບອກວ່າ ເຮັດແບບນີ້ບໍ່ໄດ້ ແຕ່ຖ້າເຮົາບໍ່ເຮັດ ຈະບໍ່ເຫຼືອລອສແອນເຈລິສອີກຕໍ່ໄປ ມັນຈະຖືກເຜົາຈົນບໍ່ເຫຼືອຫຍັງ ຄືກັບບ້ານເຮືອນທີ່ຖືກໄຟປ່າເຜົາເມື່ອບໍ່ເທົ່າໃດເດືອນກ່ອນ”   “ຜູ້ປະທ້ວງພວກນີ້ ເປັນສັດປ່າທີ່ຖືທຸງຊາດອື່ນ ແຕ່ບໍ່ຖືທຸງອາເມລິກາ ພວກເຂົາເຜົາທຸງອາເມລິກາ” ທຣຳ ປະກາດ   ສະຖານະການໃນແອລເອ ຂະຫຍາຍຕົວຈົນຕ້ອງປະກາດລະບຽບຫ້າມອອກໃນເຂດດາວທາວ ເປັນພື້ນທີ່ […]

ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51%

ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51%   ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເມື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ທ່ານກ່າວວ່າ: ລັດຖະບານ ກຳລັງຄົ້ນຄວ້າ ພິຈາລະນາ ການສະເໜີ​ຂອງ ບໍລິສັດ COMAC ໃນການຮ່ວມທຶນ “COMAC”     ການສະເໜີ​ຂໍເປັນ​ຜູ້ຖື​ຮຸ້ນໃນອັດຕາ 51%, ແລະ ສະເໜີນຳ​ໃຊ້ເຮືອບິນ ທີ່​ເປັນ​ຜະ​ລິດ​ຕະ​ພັນ​ຂອງ ບໍລິສັດ “COMAC” ເຂົ້າ​ໃນການດໍາເນີນທຸລະກິດໃນການໃຫ້​ບໍ​ລິ​ການດ້ານການບິນ ແລະ ສະ​ເໜີ​ແກ້ໄຂ ຫຼື ຍົກໜີ້ ຜ່ານ​ຂອງການບິນລາວ ອອກຈາກ​ບັນ​ຊີ​ ຂອງ​ການ​ບິນ​ລາວ… ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນໄດ້ກ່າວຕື່ມວ່າ ລັດຖະບານ ພວມເລັ່ງໃຫ້​ ບໍ​ລິ​ສັດກວດ​ສອບ​ເອ​ກະ​ລາດ ມາ​ກວດ ແລະ […]