ຈີນເປີດຕົວຈໍປະສາດຕາທຽມແບບໃໝ່ ຟື້ນຄວາມຫວັງຄົນຕາບອດ

ທີມນັກວິທະຍາສາດຂອງຈີນເປີດຕົວການຜ່າຕັດຝັງ “ຈໍປະສາດຕາທຽມ” ແບບໃໝ່ ຊຶ່ງນອກຈາກອາດຟື້ນຟູການມອງເຫັນໃຫ້ຜູ້ພິການທາງສາຍຕາ ຍັງອາດເພີ່ມຄວາມສາມາດມອງເຫັນແສງອິນຟຣາເຣດທີ່ຢູ່ນອກເໜືອຂອບເຂດການມອງເຫັນຂອງມະນຸດປົກກະຕິທົ່ວໄປອີກດ້ວຍ   ຜົນການສຶກສາຈາກວາລະສານໄຊເອນ (Science) ເມື່ອວັນສຸກ (6 ມິຖຸນາ) ລະບຸວິທີການທີ່ເສັ້ນໄຍນາໂນເທລລູລ້ຽມ (tellurium nanowire) ທີ່ບາງເປັນພິເສດສາມາດທົດແທນເຊລຮັບແສງທີ່ເສຍຫາຍໃນດວງຕາຂອງຫນູທົດລອງຕາບອດ ແລະ ແປງຄື່ນແສງໃກ້ອິນຟຣາເຣດເປັນສັນຍານໄຟຟ້າທີ່ສະໝອງຂອງລິງແມັກແຄກສາມາດຕີຄວາມເປັນພາບທີ່ເບິ່ງເຫັນໄດ້   ຄວາມເປັນໄປໄດ້ ແລະ ແນວໂນ້ມຄວາມປອດໄພສູງຂອງເທັກໂນໂລຊີໃໝ່ຖືເປັນຄວາມຫມາຍສຳຄັນໃນການພັດທະນາການ້ບິ່ງເຫັນທຽມ ຊຶ່ງອາດເປັນປະໂຫຍດຢ່າງຍິ່ງຕໍ່ຜູ້ປ່ວຍທີ່ສູນເສຍການເບິ່ງເຫັນ ຫຼື ປ່ວຍພະຍາດຈໍປະສາດຕາ 200 ລ້ານຄົນທົ່ວໂລກ   ທີມນັກວິໄຈຈາກນະຄອນຊຽງໄຮ້ໄດ້ທົດສອບອຸປະກອນກັບຫນູທົດລອງຕາບອດ ຊຶ່ງກັບມາມີປະຕິກິລິຍາຕອບສະໜອງໃນຮູໝານຕາ ແລະ ກະຕຸ້ນການເຮັດວຽກຂອງເຊລປະສາດໃນເປືອກສະໝອງສ່ວນການເຫັນ ເຮັດໃຫ້ພວກມັນສາມາດເຮັດແບບທົດສອບຈຳແນກຮູບແບບການເບິ່ງເຫັນໄດ້ມີປະສິດທິພາບເກືອບທຽບເທົ່າກັບຫນູປົກກະຕິ   ນອກຈາກນັ້ນມີການຝັງອຸປະກອນດັ່ງກ່າວໃນລິງແມັກແຄກສຳເລັດ ຊຶ່ງສະທ້ອນວ່າອຸປະກອນດັ່ງກ່າວມີຄວາມປອດໄພ ແລະ ຄວາມສາມາດໃນການກວດຈັບຄື້ນແສງໃກ້ອິນຟຣາເຣດລະຍະ 1,550 ນາໂນແມັດ   ສຳລັບຜູ້ປ່ວຍພະຍາດຕາຂັ້ນຮຸນແຮງ ເຊັ່ນ: ພະຍາດຈຸດພາບຊັດເສື່ອມ ການເບິ່ງເຫັນແສງອິນຟຣາເຣດອາດຊ່ວຍໃຫ້ເຫັນໃນທີ່ແສງນ້ອຍ ແລະ ມືດຕາມຫຼັກການ ໂດຍອຸປະກອນດັ່ງກ່າວອາດເປັນປະໂຫຍດຢ່າງຫຼາຍໃນສະພາບແສງນ້ອຍ   ຈາງເຈຍອີ ຈາກມະຫາວິທະຍາໄລຟູ່ຕັ້ນ ຊຶ່ງເປັນໜຶ່ງໃນນັກວິໄຈຫຼັກ ກ່າວວ່າເສັ້ນໄຍນາໂນມີຄວາມບາງທີ່ສຸດ ມັນບາງກວ່າເຊລຮັບແສງທຽມຮຸ່ນກ່ອນໜ້າປະມານ 10 ເທົ່າ […]

“ໂຄ້ກ” ບຣາຊິວຢຸດຜະລິດຊົ່ວຄາວ ພົບຂອງແຫຼວລໍ່ເຢັນປົນເປື້ອນ

ລັດຖະບານບຣາຊິວເປີດເຜີຍວ່າ ໂຮງງານຜະລິດເຄື່ອງດື່ມຂອງບໍລິສັດ Solar ຊຶ່ງເປັນໜຶ່ງໃນຜູ້ຜະລິດນ້ຳອັດລົມລາຍໃຫຍ່ຂອງປະເທດ ແລະ ເປັນຜູ້ຮັບຈ້າງຜະລິດໃຫ້ໂຄຄາ-ໂຄລ່າ ໄດ້ຖືກສັ່ງລະງັບການຜະລິດຊົ່ວຄາວ ຫຼັງເຈົ້າໜ້າທີ່ກວດສອບພົບຄວາມຜິດປົກກະຕິໃນລະບົບລໍ່ເຢັນຂອງສາຍການຜະລິດ ຢູ່ໂຮງງານໃນລັດເຊອາຣາ   ຈາກການກວດສອບພາຍໃນ ພົບວ່າຂອງແຫຼວທີ່ໃຊ້ໃນລະບົບຫຼໍ່ເຢັນຂອງໂຮງງານໄດ້ສຳຜັດກັບຜະລິດຕະພັນລະຫວ່າງກະບວນການບັນຈຸຂວດ ເຖິງແມ່ນຂອງແຫຼວດັ່ງກ່າວຈະເປັນແອລກອຮອລເກຣດອາຫານຊຶ່ງບໍ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ບໍ່ມີສານພິດທີ່ເປັນອັນຕະລາຍ ແຕ່ເພື່ອຄວາມປອດໄພສູງສຸດ ທາງການໄດ້ສັ່ງຢຸດການຜະລິດທັນທີ   ລັດຖະມົນຕີກະຊວງກະສິກຳຂອງບຣາຊິວເປີດເຜີຍວ່າ ເຄື່ອງດື່ມທີ່ອາດໄດ້ຮັບຜົນກະທົບຈາກເຫດການນີ້ຍັງຄົງຖືກເກັບຮັກສາໄວ້ພາຍໃນຄັງສິນຄ້າຂອງບໍລິສັດທັງໝົດ ແລະ ຍັງບໍ່ມີຜະລິດຕະພັນໃດທີ່ຖືກສົ່ງອອກສູ່ຕະຫຼາດ ຫຼື ຮອດມືຜູ້ບໍລິໂພກ   ກະຊວງກະສິກຳລະບຸວ່າ ການລະງັບການຜະລິດຈະດຳເນີນຕໍ່ໄປຈົນກວ່າບໍລິສັດຈະດຳເນີນການແກ້ໄຂກະບວນການຜະລິດໃຫ້ປອດໄພ ແລະ ສາມາດພິສູດໄດ້ວ່າບໍ່ມີຄວາມສ່ຽງໃນການຜະລິດອີກຕໍ່ໄປ ໂດຍອາດສາມາດເລີ່ມການຜະລິດໃໝ່ໄດ້ໄວທີ່ສຸດໃນຊ່ວງປາຍອາທິດນີ້   ບໍລິສັດ Solar ແລະ Coca-Cola ອອກຖະແຫຼງການຮ່ວມ ຢືນຢັນວ່າກຳລັງດຳເນີນການທົດສອບຄຸນນະພາບຂອງຜະລິດຕະພັນຢ່າງເຂັ້ມງວດ ພ້ອມໃຫ້ຄວາມຮ່ວມມືເຕັມທີ່ກັບໜ່ວຍງານລັດເພື່ອໃຫ້ສາມາດກັບມາຜະລິດໄດ້ຢ່າງປອດໄພໂດຍໄວທີ່ສຸດ ແລະ ຢ້ຳວ່າສະຖານະການທີ່ເກີດຂຶ້ນບໍ່ມີຜົນກະທົບຕໍ່ໂຮງງານອື່ນໆ ຫຼື ສາຍການຜະລິດອື່ນໃນປະເທດ   ໃນຂະນະນີ້ ຕົວຢ່າງເຄື່ອງດື່ມຈຳນວນກວ່າ 9 ລ້ານລິດ ຢູ່ລະຫວ່າງການວິເຄາະໃນຫ້ອງປະຕິບັດການ ໂດຍຜົນການທົດສອບຄາດວ່າຈະແລ້ວພາຍໃນ 5 ວັນ ເພື່ອຢືນຢັນຄວາມປອດໄພຂອງຜະລິດຕະພັນທັງໝົດ   ເຫດການນີ້ນັບເປັນກໍລະນີລ່າສຸດທີ່ສະແດງໃຫ້ເຫັນເຖິງຄວາມເຂັ້ມງວດດ້ານຄວາມປອດໄພໃນອຸດສາຫະກຳອາຫານ ແລະ […]

ເກົາຫຼີເໜືອຍ້າຍ “ເຮືອຮົບພິຄາດ” ຈອດໃກ້ຊາຍແດນຣັດເຊຍ ເລັ່ງຊ່ອມແປງໃຫ້ທັນຄຳສັ່ງຄິມ ຈອງອຶນ

ພາບຖ່າຍຈາກດາວທຽມທີ່ບັນທຶກໄດ້ເມື່ອວານນີ້ (8 ມິຖຸນາ) ໂດຍບໍລິສັດ Maxar Technologies ເປີດເຜີຍຂໍ້ມູນໃໝ່ກ່ຽວກັບ “ເຮືອພິຣົບຄາດ” ຂະໜາດ 5,000 ຕັນ ຂອງເກົາຫຼີເໜືອວ່າໃນຂະນະນີ້ມັນຖືກຍ້າຍໄປຈອດທີ່ “ອູ່ເຮືອແຫ້ງ”   ບໍ່ຮູ້ຊື່ໃນທ່າເຮືອຣາຈິນ ຊຶ່ງຕັ້ງຢູ່ໃກ້ກັບຊາຍແດນຕິດຣັດເຊຍເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກເມື່ອວັນທີ່ 21 ພຶດສະພາ ທີ່ຜ່ານມາເຮືອຮົບພິຄາດລຳນີ້ທີ່ເກົາຫຼີເໜືອກ່າວວ່າມັນແມ່ນສຸດຍອດຍຸທະໂທປະກອນຂອງປະເທດເກີດຄວາມຜິດພາດລະຫວ່າງພິທີເປີດຕົວເຮືອທີ່ສ້າງຄວາມບໍ່ພໍໃຈ ໃຫ້ກັບ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອຢ່າງຫຼາຍ   ຢູ ຈີ-ຮຸນ ນັກວິໄຈຮ່ວມທີ່ສະຖາບັນວິເຄາະການປ້ອງກັນປະເທດຂອງເກົາຫຼີໃຕ້ກ່າວວ່າອູ່ເຮືອແຫ້ງ ໃນທ່າເຮືອຣາຈິນນີ້ມີສິ່ງອຳນວຍຄວາມສະດວກສຳລັບການຊ່ອມແປງ ແລະ ບຳລຸງຮັກສາເຮືອຮົບພິຄາດຂອງເກົາຫຼີເໜືອໄດ້ ແລະ ການຍ້າຍເຮືອໄປໃນພື້ນທີ່ຕິດຊາຍແດນຂອງຣັດເຊຍເປັນຄວາມພະຍາຍາມຄັ້ງສຳຄັນຂອງເກົາຫຼີເໜືອ   ທີ່ສະແດງໃຫ້ເຫັນວ່າຕ້ອງການກະຊັບຄວາມສຳພັນທາງເສດຖະກິດ ແລະ ການທະຫານກັບຣັດເຊຍໃຫ້ເລິກຊຶ້ງຫຼາຍຍິ່ງຂຶ້ນ ຊຶ່ງຈາກລາຍງານໃນປີ 2024 ຂອງສະຖາບັນການທະຫານຂອງສະຫະລັດໄດ້ມີການອະທິບາຍພື້ນທີ່ບໍລິເວນນີ້ວ່າເປັນຈຸດສຳຄັນຂອງຄວາມຮ່ວມມືລະຫວ່າງເກົາຫຼີເໜືອ ແລະ ຣັດເຊຍ ອີກທັງຄາດວ່າບໍລິເວນທ່າເຮືອດັ່ງກ່າວມີສ່ວນກ່ຽວຂ້ອງກັບການຈັດສົ່ງອາວຸດຂອງເກົາຫຼີເໜືອໄປຍັງຣັດເຊຍເພື່ອໃຊ້ໃນຢູເຄຣນດ້ວຍ   ຍ້ອນໄປເມື່ອອາທິດທີ່ແລ້ວສື່ທາງການເກົາຫຼີເໜືອລາຍງານວ່າການຊ່ອມແປງ ເຮືອຮົບພິຄາດທີ່ອູ່ເຮືອແຫ້ງຣາຈິນຄາດວ່າຈະໃຊ້ເວລາປະມານ 7-10 ວັນ   ຊຶ່ງເປັນໄປຕາມກຳຫນົດການຂອງຜູ້ນຳຄິມ ຈອງ-ອຶນ ທີ່ສັ່ງການເດັດຂາດວ່າເຮືອພິຄາດນີ້ຕ້ອງກັບມາໃຊ້ງານໄດ້ອີກຄັ້ງ ເຖິງແມ່ນວ່າໄລຍະເວລາການຊ່ອມແປງເຮືອຄວນຂຶ້ນຢູ່ກັບຄວາມເສຍຫາຍຫຼາຍ-ນ້ອຍທີ່ເກີດຂຶ້ນຈິງກໍຕາມ   ຊຶ່ງຄິມເຄີຍອອກມາກ່າວລະບົບໂຊນາ […]

ສະຫະລັດ-ຈີນ ເຈລະຈາການຄ້າມື້ນີ້ ເນັ້ນປະເດັນການສົ່ງອອກແຮ່ທາດຫາຍາກ

ບລູມເບີກ ລາຍງານວ່າ ຜູ້ເຈລະຈາການຄ້າລະດັບສູງຈາກສະຫະລັດ ແລະ ຈີນກຽມຈັດການເຈລະຈາຮອບໃໝ່ໃນກຸງລອນດອນໃນວັນຈັນນີ້ (9 ມິຖຸນາ)   ຊຶ່ງອາດຈະເປັນໂອກາດທີ່ສອງເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກຈະຄາຍຄວາມຕຶງຄຽດທາງການຄ້າ ຈາກການທີ່ສະຫະລັດຕັ້ງກຳແພງພາສີສູງກີດກັນສິນຄ້າ ແລະ ຈີນຕອບໂຕ້ດ້ວຍຄວບຄຸມການສົ່ງອອກແຮ່ຫາຍາກທີ່ຈີນເປັນເຈົ້າຕະຫຼາດ   ທັງສອງຝ່າຍກ່າວຫາອີກຝ່າຍວ່າຜິດຂໍ້ຕົກລົງທີ່ເຮັດໄວ້ ທີ່ເຈນີວາໃນເດືອນພຶດສະພາ ທັງສອງຝ່າຍພະຍາຍາມຈະຫຼຸດລະດັບຄວາມຮຸນແຮງຂອງສົງຄາມການຄ້າລົງ ຄວາມສຳພັນຂອງທັງສອງປະເທດຕົກຕ່ຳລົງ ຕັ້ງແຕ່ປະທານາທິບໍດີໂດນັລ ທຣຳກັບມາຕຳລົງຕຳແໜ່ງຢູ່ທຳນຽບຂາວ ສົ່ງຜົນໃຫ້ບໍລິສັດຕ່າງໆ ແລະ ນັກລົງທຶນເກີດຄວາມບໍ່ແນ່ນອນ   ຈີນກ່າວເມື່ອວັນເສົາວ່າໄດ້ອະນຸມັດຄຳຂໍສົ່ງອອກແຮ່ຫາຍາກບາງສ່ວນ ໂດຍບໍ່ໄດ້ລະບຸວ່າປະເທດ ຫຼື ອຸດສາຫະກຳໃດມີສ່ວນກ່ຽວຂ້ອງ ຫຼັງຈາກທີ່ທຣຳກ່າວເມື່ອວັນສຸກວ່າ ປະທານາທິບໍດີສີຈິ້ນຜິງຂອງຈີນ ຕົກລົງທີ່ຈະເລີ່ມກະບວນການສົ່ງອອກແຮ່ທາດ ແລະ ແມ່ເຫຼັກອີກຄັ້ງ   “ພວກເຮົາຕ້ອງການໃຫ້ແຮ່ທາດຫາຍາກ ແມ່ເຫຼັກຊຶ່ງມີຄວາມສຳຄັນຕໍ່ການຜະລິດໂທລະສັບມືຖື ແລະ ທຸກສິ່ງທຸກຢ່າງໄຫຼວຽນໄປຄືຢ່າງທີ່ເຄີຍເກີດຂຶ້ນກ່ອນຕົ້ນເດືອນເມສາ ແລະ ພວກເຮົາບໍ່ຢາກໃຫ້ຂໍ້ຂັດຂ້ອງທາງເທັກນິກໃດໆ ມາເຮັດໃຫ້ເລື່ອງນີ້ຊ້າລົງ” ເຄວິນ ແຮສເຊັດ ປະທານສະພາເສດຖະກິດແຫ່ງຊາດທີ່ທຳນຽບຂາວ ກ່າວເມື່ອວັນອາທິດໃນລາຍການ Face the Nation ຂອງທີວີຊີບີເອສ “ແລະ ນັ້ນກໍຊັດເຈນສຳລັບພວກເຂົາ”   ຄວາມຕຶງຄຽດດ້ານການຄ້າລະຫວ່າງສະຫະລັດ ແລະ ຈີນທະວີຄວາມຮຸນແຮງຂຶ້ນໃນປີນີ້ ເນື່ອງຈາກການຂຶ້ນພາສີສິນຄ້າຂອງທັງສອງ […]

ຍີ່ປຸ່ນຄິດຄົ້ນ “ພລາສຕິກ” ແບບໃໝ່ ຍ່ອຍສະຫຼາຍໄດ້ໃນນ້ຳທະເລ

ນັກວິໄຈໃນຍີ່ປຸ່ນພັດທະນາພລາສຕິກທີ່ສາມາດລະລາຍໃນນ້ຳທະເລໄດ້ພາຍໃນບໍ່ເທົ່າໃດຊົ່ວໂມງ ຫວັງເປັນອີກໜຶ່ງແນວທາງແກ້ບັນຫາມົນລະພິດຈາກຂີ້ເຫຍື້ອພລາສຕິກທີ່ລອຍໃນທະເລ ລວມເຖິງບັນຫາຂີ້ເຫຍື້ອພລາສຕິກທີ່ຖືກພັດພາລົງສູ່ແຫຼ່ງນ້ຳເນື່ອງຈາກໄພທຳມະຊາດ ຈົນກາຍເປັນມົນລະພິດຕໍ່ມະຫາສະຫມຸດ ແລະ ເປັນອັນຕະລາຍຕໍ່ສິ່ງມີຊີວິດ   ພລາສຕິກຊະນິດໃໝ່ຊຶ່ງພັດທະນາຮ່ວມກັນໂດຍມະຫາວິທະຍາໄລໂຕກຽວ ນີ້ມີຄວາມແຂງແຮງທຽບເທົ່າພລາສຕິກທີ່ເຮັດຈາກປິໂຕຣລຽມທົ່ວໄປ ໂດຍຜະລິດຂຶ້ນຈາກການຜະສົມ ໄອໂອນິກໂມໂນເມີ (ionic monomers) ຫຼື ໂມເລກຸນດຽວທີ່ມີປະຈຸໄຟຟ້າ ສອງຊະນິດປະສົມກັນ ເພື່ອສ້າງພັນທະທີ່ເຮັດໃຫ້ໄດ້ພລາສຕິກທີ່ທັງແຂງແຮງ ແລະ ຍືດຫຍຸ່ນ   ຢ່າງໃດກໍຕາມ ເມື່ອພລາສຕິກທີ່ພັດທະນາຂຶ້ນໃໝ່ນີ້ ສຳຜັດກັບເກືອ ແລະ ອິເລັກໂທຣໄລທ໌ (Electrolytes) ຫຼື ສານລະລາຍທີ່ນຳໄຟຟ້າໄດ້ຕົວອື່ນໆ ໃນນ້ຳທະເລ ກໍຈະເຮັດໃຫ້ພລາສຕິກສະຫຼາຍຕົວເປັນໂມໂນເມີດັ້ງເດີມ ຊຶ່ງແບັກທີເລຍສາມາດຍ່ອຍສະຫຼາຍໄດ້ ລວມເຖິງພລາສຕິກທີ່ພັດທະນາໃໝ່ນີ້ ຍັງບໍ່ເປັນພິດ ແລະ ບໍ່ຕິດໄຟອີກດ້ວຍ   ທີມວິໄຈລະບຸວ່າ ເມື່ອທົດລອງນຳພລາສຕິກ ໄປໃສ່ໃນສານລະລາຍນ້ຳທີ່ມີຄວາມເຂັ້ມຂຸ່ນຂອງເກືອເທົ່າກັບນ້ຳທະເລ ພລາສຕິກຈະລະລາຍຢ່າງໄວວາ ໃນເວລາປະມານ 2 ເຖິງ 3 ຊົ່ວໂມງ ຂຶ້ນຢູ່ກັບຄວາມໜາ ແລະ ຂະໜາດ ແລະ ຍັງບໍ່ຖິ້ມມໂຄຣພລາສຕິກທີ່ເປັນອັນຕະລາຍໄວ້ ຊຶ່ງທ້າຍທີ່ສຸດແລ້ວຈະກາຍເປັນມົນລະພິດຕໍ່ມະຫາສະຫມຸດ   ມີຂໍ້ມູນຈາກໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ທີ່ຄາດການວ່າມົນລະພິດຈາກພລາສຕິກຈະເພີ່ມຂຶ້ນເປັນສາມເທົ່າພາຍໃນປີ 2040 […]

ແຜ່ນດິນໄຫວ 6.5 ຄວາມເລິກ 10 ກິໂລແມັດ ທີ່ປະເທດໂຄລອມເບຍ ອັບເຕີຊັອກບໍ່ຕ່ຳກວ່າ 50 ຄັ້ງ

ເກີດແຜ່ນດິນໄຫວຮຸນແຮງທີ່ປະເທດໂຄລອມເບຍ ລວມທັງພື້ນທີ່ກຸງໂບໂກຕາ ເມື່ອຊ່ວງເຊົ້າຕຶ່ວັນອາທິດ 8 ມິຖຸນາ ທີ່ຜ່ານມາ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ     ສຳນັກງານທາລະນີວິທະຍາຂອງໂຄລອມເບຍ ໃນທະວີບອາເມລິກາໃຕ້ ຖະແຫຼງການວ່າ ແຜ່ນດິນໄຫວທີ່ເກີດຂຶ້ນມີຂະໜາດ 6.5 ໃນລະດັບເລິກ 10-15 ກິໂລແມັດໃນ ແຂວງ ຄຸນດີນາມາກາ ແລະ ຍັງເກີດແຜ່ນດິນໄຫວຕໍ່ເນື່ອງ ຫຼື ອາເຟເຕີຊັອກຕາມມາອີກ 50 ຄັ້ງ   ເຖິງແມ່ນວ່າຍັງບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ ແຕ່ພົບວ່າກໍ່ໃຫ້ເກີດຄວາມເສຍຫາຍແກ່ເສັ້ນທາງ ແລະ ອາຄານຫຼາຍແຫ່ງ ໂດຍສະເພາະໂຄງສ້າງເກົ່າ ຫຼື ສ້າງມາດົນ ເຊັ່ນ: ໂບດ

ການວິໄຈຍີ່ປຸ່ນພົບ ແວ່ນ VR ອາດຊ່ວຍຟື້ນຟູ “ສາຍຕາສັ້ນ” ຮຸນແຮງໄດ້

ທາງບັນລະຍາວິທະຍາສາດ ແລະ ວິສະວະກຳສາດຂອງມະຫາວິທະຍາໄລ Kwansei Gakuin ໄດ້ນຳສະເໜີງານວິໄຈໃນງານ Interaction 2025 ສະແດງໃຫ້ເຫັນວ່າການເລ່ນເກມ VR ທີ່ອອກແບບມາເປັນພິເສດ ຊ່ວຍປັບປຸງການເບິ່ງເຫັນໄດ້ຢ່າງມີໝາຍສຳຄັນພາຍໃຕ້ສະຖານະການບາງຢ່າງ   ເຊັ່ນເກມຍິງປືນທີ່ຜູ້ຫຼິ້ນຈະໃຊ້ຄອນໂທຣເລີເລັງ ແລະ ຍິງໄປທີ່ເປົ້າວົງມົນ ເມື່ອເປົ້າຖືກຍິງກໍຈະຖືກດັນໃຫ້ຖອຍຫ່າງອອກໄປ ເຮັດໃຫ້ຜູ້ຫຼິ້ນໄດ້ຝຶກເບິ່ງທັງໃນລະຍະໃກ້ ແລະ ໄກ ໂດຍນັກວິໄຈໄດ້ທົດສອບກັບກຸ່ມຕົວຢ່າງ 10 ຄົນ ທີ່ບໍ່ມີພະຍາດທາງສາຍຕາ ຫຼິ້ນເກມນີ້ໃນຊ່ວງເວລາຕ່າງໆ ຕິດຕໍ່ກັນ 6 ອາທິດ ແລ້ວວັດຜົນທີ່ກ່ຽວຂ້ອງກັບການເບິ່ງເຫັນຂອງພວກເຂົາ     ເຖິງແມ່ນວ່າຜູ້ເຂົ້າຮ່ວມບາງຄົນຈະບໍ່ຄ່ອຍໄດ້ຫຼິ້ນເກມນີ້ ຫຼິ້ນປະມານສາມວັນຕໍ່ຄັ້ງ ແຕ່ທຸກຄົນກໍສະແດງໃຫ້ເຫັນເຖິງການເບິ່ງເຫັນທີ່ດີຂຶ້ນ ເມື່ອທຽບກັບຄ່າທີ່ວັດໄວ້ກ່ອນການທົດສອບ ສິ່ງທີ່ໜ້າສົນໃຈກໍແມ່ນ ຜູ້ເຂົ້າຮັບການທົດສອບທີ່ມີສາຍຕາສັ້ນລະດັບປານກາງເຖິງຮຸນແຮງພົບວ່າການເບິ່ງ ເຫັນດີຂຶ້ນຢ່າງມີຄວາມໝາຍສຳຄັນ ຊຶ່ງຂຶ້ນກັບຄວາມຖີ່ຂອງການຫຼິ້ນອີກດ້ວຍ ແຕ່ຄົນທີ່ມີສາຍຕາສັ້ນພຽງເລັກນ້ອຍກັບບໍ່ເຫັນຜົນໄດ້ທີ່ແຕກຕ່າງຂະໜາດນັ້ນ   ສ່ວນສາເຫດຍັງບໍ່ແນ່ຊັດ ແຕ່ທິດສະດີທີ່ເປັນໄປໄດ້ຢ່າງໜຶ່ງແມ່ນ ຜູ້ທົດສອບອາດຈະເປັນພະຍາດສາຍຕາສັ້ນປອມ (Pseudomyopia) ຊຶ່ງມີອາການຄືສາຍຕາສັ້ນ ແຕ່ເກີດຈາກການໃຊ້ສາຍຕາຫຼາຍເກີນໄປ ສ່ວນໃຫຍ່ມັກເກີດຈາກການເບິ່ງໜ້າຈໍເປັນເວລາຍາວເກີນໄປ   ຊຶ່ງສາຍຕາສັ້ນປອມອາດພັດທະນາໄປເປັນສາຍຕາສັ້ນແທ້ໄດ້ ຫາກບໍ່ໄດ້ຮັບການຮັກສາ ແລະ ສາມາດເຮັດໃຫ້ກັບຄືນສູ່ສະພາບປົກກະຕິໄດ້ດ້ວຍການຝຶກສາຍຕາ ເຊັ່ນ: ສະລັບລະຫວ່າງການຈ້ອງໃກ້ […]

‘ທຣຳ’ ກຽມສົ່ງກອງກຳລັງປ້ອງກັນຊາດ 2,000 ນາຍ ປາບຜູ້ປະທ້ວງ ໃນລອສແອນເຈລິສ

ລັດຖະບານຂອງ ປະທານາທິບໍດີໂດນັລ ທຣຳ ເປີດເຜີຍວ່າ ຈະສົ່ງ ກອງກຳລັງປ້ອງກັນຊາດ (National Guard) 2,000 ນາຍ ໄປປະຈຳການໃນພື້ນທີ່ ໃນຂະນະທີ່ເຈົ້າໜ້າທີ່ລັດຖະບານກາງໃນລອສແອນເຈລິສ ປະເຊີນໜ້າກັບຜູ້ປະທ້ວງສອງສາມຮ້ອຍຄົນ ໃນວັນປະທ້ວງວັນທີ 2 ຫຼັງຈາກມີການປາບປາມຜູ້ອົບພະຍົບ   ພີທ ເຮກເຊັດ ລັດຖະມົນຕີກະຊວງປ້ອງກັນຊາດສະຫະລັດ ເຕືອນວ່າກະຊວງ ພ້ອມລະດົມທະຫານປະຈຳການ “ຖ້າຫາກຍັງຄົງມີຄວາມຮຸນແຮງເກີດຂຶ້ນ” ໃນລອສແອນເຈລິສ ແລະ ວ່າ ນາວິກໂຍທິນ ໃນຄ່າຍເພນເດີລຕັນ ທີ່ຕັ້ງຢູ່ໃກ້ຄຽງ “ຢູ່ໃນສະພາບເຝົ້າລະວັງ ແລະ ກຽມພ້ອມລະດັບສູງ”   ໜ່ວຍງານຄວາມໝັ້ນຄົງລັດຖະບານກາງໄດ້ປະເຊີນໜ້າກັບຜູ້ຊຸມນຸມປະທ້ວງໃນພື້ນທີ່ພາຣາເມົາທ໌ ທາງຕາເວັນອອກສຽງໃຕ້ຂອງລອສແອນເຈລິສ ເມື່ອວັນເສົາ (ວັນທີ່່ 7 ) ຊຶ່ງເປັນພື້ນທີ່ທີ່ມີຜູ້ປະທ້ວງບາງຄົນຖືປ້າຍ ແລະ ທຸງປະເທດເມັກຊິໂກຮ່ວມຊຸມນຸມ   ໃນຂະນະທີ່ຈຸດປະທ້ວງທີ່ 2 ເກີດຂຶ້ນໃນໃຈກາງເມືອງລອສແອນເຈລິສໃນຄືນວັນເສົາ ໂດຍມີຜູ້ຄົນຮ່ວມຊຸມນຸມປະມານ 60 ຄົນ ແລະ ພາກັນຮ້ອງສະໂລແກນປະທ້ວງຫຼາຍຢ່າງ ເຊັ່ນ: ICE out of […]

ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ

ຜັກບ້ານໆ ໃກ້ຕົວເຮົາ ທີ່ເປັນ “ຢາຂອງຄົນທຸກຍາກ” ຕ່າງປະເທດຍົກເປັນຜັກທີ່ດີທີ່ສຸດໃນໂລກ ບຳລຸງອະໄວຍະວະພາຍໃນ ປ້ອງກັນມະເຮັງ ວິຕາມິນຊີສູງກວ່າໝາກນາວ   ວິຕາມິນຊີ ເປັນວິຕາມິນທີ່ລະລາຍນ້ຳໄດ້ ມີບົດບາດສຳຄັນຕໍ່ຮ່າງກາຍ ເມື່ອເວົ້າເຖິງອາຫານທີ່ອຸດົມໄປດ້ວຍວິຕາມິນຊີ ຫຼາຍຄົນມັກຄິດເຖິງໝາກໄມ້ທີ່ມີລົດສົ້ມ ເຊັ່ນ: ໝາກກ້ຽງ ມະນາວ ໝາກກ້ຽງຂຽວຫວານ ແລະ ໝາກກ້ຽງໃຫຍ່ ແນວໃດກໍຕາມ ຍັງມີຜັກບາງຊະນິດທີ່ມີລົດຫວານແລະແຊບ ແຕ່ກັບມີປະລິມານວິຕາມິນຊີສູງ ເຊັ່ນ: ກະຫຼຳປີ     ຈາກຂໍ້ມູນຂອງກະຊວງກະສິກຳສະຫະລັດ (USDA) ພົບວ່າ ກະຫຼຳປີສົດ 100 ກຣາມ ມີວິຕາມິນຊີ 36.6 ມິນລິກຣາມ ຂະນະທີ່ໝາກນາວ 100 ກຣາມ ມີພຽງ 29.1 ມິນລິກຣາມ ຊຶ່ງໝາຍຄວາມວ່າ ກະຫຼຳປີ ໃຫ້ວິຕາມິນຊີຫຼາຍກວ່າໝາກນາວເສຍອີກ   ນອກຈາກວິຕາມິນຊີແລ້ວ USDA ຍັງລະບຸວ່າ ໃນກະຫຼຳປີ 100 ກຣາມ ມີໂປຣຕີນ 1.28 ກຣາມ […]

ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ

ທາງການຂອງເມືອງກວາງໂຈວ ໃນມົນທົນກວາງຕຸ້ງຂອງຈີນ ຕັ້ງລາງວັນນຳຈັບແຮັກເກີຍຫຼາຍກວ່າ 20 ຄົນ     ທີ່ພະຍາຍາມໂຈມຕີທາງໄຊເບີກັບຫົວໜ່ວຍງານຫຼາຍແຫ່ງໃນປະເທດຈີນ ໂດຍມຸ່ງເປົ້າໄປທີ່ລະບົບເຄືອຂ່າຍສຳຄັນກວ່າ 1,000 ລະບົບ ໃນກວ່າ 10 ພື້ນທີ່ລະດັບມົນທົນທົ່ວແຜ່ນດິນໃຫຍ່ຂອງຈີນ   ຊຶ່ງລວມເຖິງອຸດສາຫະກຳທາງທະຫານ ຫົວໜ່ວຍງານລັດຖະບານ ແລະ ພາກສ່ວນດ້ານພະລັງງານ ພະລັງນ້ຳ ແລະ ການຂົນສົ່ງ   ຊຶ່ງທາງການຈີນເປີດເຜີຍວ່າແຮັກເກີທີ່ຖືກຕັ້ງລາງວັນນຳຈັບມີຄວາມກ່ຽວຂ້ອງກັບລັດຖະບານໄຕ້ຫວັນ ຊຶ່ງທາງການຈີນໄດ້ລວບລວມຂໍ້ມູນຂອງແຮັກເກີກຸ່ມນີ້ໄວ້ແລ້ວ ຊຶ່ງມີທັງຮູບຖ່າຍ ຊື່ ນາມສະກຸນ ແລະ ໝາຍເລກບັດປະຈຳຕົວ   ທາງການເມືອງກວາງໂຈວ ບໍ່ໄດ້ລະບຸວ່າເງິນລາງວັນນຳຈັບແຮັກເກີກຸ່ມນີ້ ມີມູນຄ່າຫຼາຍເທົ່າໃດ ແຕ່ລະບຸວ່າແຮັກເກີກຸ່ມນີ້ໄດ້ຮັບການສະໜັບສະໜູນຈາກພັກປະຊາທິປະໄຕກ້າວໜ້າ ຫຼື ພັກ DPP ຊຶ່ງເປັນພັກລັດຖະບານຂອງໄຕ້ຫວັນ ແລະ ມີການຮ່ວມມືກັບທາງການສະຫະລັດ   ທີ່ພະຍາຍາມໃຊ້ວິທີໂຈມຕີທາງໄຊເບີ້ກໍ່ກວນໃຫ້ເກີດຄວາມບໍ່ສະຫງົບໃນຈີນ ໂດຍທາງສະຫະລັດໄດ້ຊ່ວຍໄຕ້ຫວັນຝຶກແຮັກເກີ ໃຫ້ການສະໜັບສະໜູນດ້ານອຸປະກອນ ແລະ ເທັກໂນໂລຢີດ້ານການສື່ສານ ເພື່ອໃຊ້ໄຕ້ຫວັນເປັນຖານໂຈມຕີທາງໄຊເບີຕໍ່ປະເທດຈີນ   ແນວໃດກໍຕາມ ທາງການໄຕ້ຫວັນປະຕິເສດຂໍ້ກ່າວຫາຂອງຈີນວ່າບໍ່ເປັນຄວາມຈິງ ແລະ ການທີ່ຈີນຕັ້ງລາງວັນນຳຈັບເປັນການສະແດງທ່າທີທີ່ບໍ່ເໝາະສົມ ແລະ ຫຍາບຄາຍ […]