ທຣຳເຊື່ອວ່າໄທ-ກຳປູເຈຍຕ້ອງການແກ້ໄຂຄວາມຂັດແຍ້ງ ຫຼັງຈາກຂົ່ມຂູ່ວ່າຈະບໍ່ເຈລະຈາການຄ້າຈົນກວ່າຈະຢຸດຍິງ

ປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ໃນວັນອາທິດ (27 ກໍລະກົດ) ເຊື່ອວ່າທັງໄທແລະກຳປູເຈຍ ຕ້ອງການແກ້ໄຂຄວາມເຫັນບໍ່ຕົງກັນ ຫຼັງຈາກໄດ້ລົມທາງໂທລະສັບກັບຜູ້ນຳຂອງທັງ 2 ປະເທດ ຊຶ່ງລະຫວ່າງນັ້ນເພິ່ນໄດ້ຂົ່ມຂູ່ວ່າຈະບໍ່ເຈລະຈາຕົກລົງການຄ້າກັບທັງ 2 ປະເທດ ຈົນກວ່າຈະຢຸດສູ້ຣົບ   “ຂ້ອຍໄດ້ສົນທະນາກັບນາຍົກລັດຖະມົນຕີທັງ 2 ແລະ ຂ້ອຍຄິດວ່າພວກເພິ່ນຕ້ອງການແກ້ໄຂຄວາມຂັດແຍ້ງແລ້ວໃນຕອນນີ້” ທຣຳບອກກັບພວກນັກຂ່າວ ໃນຊ່ວງຕົ້ນຂອງການພົບປະຫາລືທາງການຄ້າກັບ ອົວຊູລາ ຟ໋ອນ ແດຮ໌ ລາຍເອິນ ປະທານຄະນະກຳມະການເອີຣົບ ໃນວັນອາທິດ (27 ກໍລະກົດ)   ທຣຳ ຍັງເຊື່ອວ່າພວກເຈົ້າໜ້າທີ່ໄທ ແລະ ກຳປູເຈຍ ມີກຳນົດພົບປະກັນໃນໄວໆນີ້   ກ່ອນໜ້ານີ້ ໄທແລະກຳປູເຈຍ ໃນວັນອາທິດ (27 ກໍລະກົດ) ສົ່ງສັນຍານວ່າທັງ 2 ປະເທດ ພ້ອມເຈລະຈາຢຸດຕິຂໍ້ຂັດແຍ້ງນອງເລືອດດ້ານຊາຍແດນ  ຕາມຫຼັງມີຄວາມພະຍາຍາມເປັນຄົນກາງໂດຍປະທານາທິບໍດີທຣຳ ເວລານີ້ການສູ້ຣົບທີ່ເຂົ້າສູ່ວັນທີ່ 4 ສັງຫານຜູ້ຄົນໄປແລ້ວຢ່າງໜ້ອຍ 34 ຄົນ ແລະ ປະຊາຊົນຕ້ອງຍົກຍ້າຍຖິ່ນຖານກວ່າ 168,000 […]

ປກສ ແຂວງຊຽງຂວາງ ອອກມາຊີ້ແຈງກ່ຽວກັບການຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ຊຽງຂວາງ ວ່າມີກຸ່ມຄົນບໍ່ຫວັງດີໃສ່ຮ້າຍປ້າຍສີພາກລັດ

ຈາກກໍລະນີມີຄົນບໍ່ຫວັງດີໂພສວິດີໂອ ແລະ ຄຼິບສຽງໃສ່ຮ້າຍປ້າຍສີພາກລັດກ່ຽວກັບການຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຊຽງຂວາງ ເຮັດໃຫ້ມີຜູ້ກົດໄລ ກົດແຊ ແລະ ຄອມເມັ້ນຈຳນວນຫຼາຍ.   ດັ່ງນັ້ນ, ປກສ ແຂວງຊຽງຂວາງ ຈຶ່ງຂໍແຈ້ງໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ວ່າປັດຈຸບັນມີກຸ່ມຄົນບໍ່ຫວັງດີໄດ້ກ໋ອບປີ້ເອົາພາບວີດີໂອຈາກຂ່າວ ປກສ ຊຽງຂວາງ ນໍາໄປດັດແປງເນື້ອໃນໄປແນວທາງທີ່ບໍ່ດີ,ໃສ່ຮ້າຍປ້າຍສີການນໍາ–ພັກລັດ,ບິດເບືອນຄວາມເປັນຈີງ,ແລ້ວໂພສລົງໃນເຟສບຸກ,ສ້າງຄວາມປັ່ນປ່ວນ,ເຮັດໃຫ້ສັງຄົມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ–ລັດ,   ປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງຊອກຫາກຸ່ມຄົນບໍ່ດີດັ່ງກ່າວມາລົງໂທດຕາມລະ ບຽບກົດໝາຍ.   ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງທຸກພາກ ສ່ວນໃນສັງຄົມໃຫ້ເສບຂ່າວຢ່າງມີສະຕິ,ຕິດຕາມຂ່າວຈາກຊ່ອງທາງທີ່ເປັນທາງ ການ ແລະ ໜ້າເຊື່ອຖືເທົ່ານັ້ນ, ຫ້າມໄລ້,ຫ້າມແຊ ຂ່າວທີ່ບໍ່ມີມູນຄວາມຈີງ, ບິດເບືອນ ຫຼື ໃສ່ຮ້າຍປ້າຍສີການນໍາພັກ–ລັດ ຢ່າງເດັດຂາດ.         ຂໍ້ມູນ: ປກສ ແຂວງຊຽງຂວາງ

ປະທານປະເທດລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນ ຣັດເຊຍ

ວັນທີ 25 ກໍລະກົດ 2025 ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນ ຣັດເຊຍ ທີ່ນະຄອນຫຼວງມົດສະກູ   ທີ່ໄດ້ຊາບຂ່າວເຫດການເຮືອບິນໂດຍສານຕົກຢູ່ ແຄວ້ນອາມູຣ, ສ. ຣັດເຊຍ ໃນວັນທີ 24 ກໍລະກົດນີ້ ເຮັດໃຫ້ຈຸບິນ ແລະ ຜູ້ໂດຍສານທັງໝົດເສຍຊີວິດ.   ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈ ຢ່າງສຸດຊຶ້ງ ມາຍັງທ່ານ ແລະ ຜ່ານທ່ານ ໄປຍັງລັດຖະບານ ກໍຄື ປະຊາຊົນຣັດເຊຍ ໂດຍສະເພາະຕໍ່ຄອບຄົວຜູ້ຖືກເຄາະຮ້າຍຈາກອຸບັດເຫດໃນຄັ້ງນີ້.   ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານຣັດເຊຍ ແລະ ພາກ ສ່ວນທີ່ກ່ຽວຂ້ອງ, ຄອບຄົວຂອງຜູ້ເຄາະຮ້າຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມທຸກໂສກໃນຄັ້ງນີ້ໂດຍໄວ.   […]

ແຈ້ງການເຖິງນາຍບ້ານ 60 ບ້ານ ທົ່ວເມືອງຫາດຊາຍຟອງ ໃຫ້ປະຊາຊົນ ແລະ ນາຍບ້ານ ກະກຽມຄວາມພ້ອມຮັບມືນໍ້າຖ້ວມ

ຮັກສາການ ປະທານຄະນະປົກຄອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແຈ້ງການເຖິງນາຍບ້ານ 60 ບ້ານ ທົ່ວເມືອງຫາດຊາຍຟອງ ໃຫ້ປະຊາຊົນ ແລະ ນາຍບ້ານ ກະກຽມຄວາມພ້ອມຮັບມືນໍ້າຖ້ວມ ຕອນນີ້ ລະດັບແມ່ນໍ້າຂອງແທກໄດ້ 12.51 ແມັດແລ້ວ!     ທີ່ມາ: ບ້ານ ສີຖານໃຕ້

ຈັບແລ້ວ! ໜຸ່ມມືໄວ ກໍ່ເຫດ 21 ຄັ້ງ ພ້ອມຂອງກາງຫຼາຍລາຍການ ລົດຈອດແຄມທາງ ຄືເປົ້າໝາຍ!

ພາຍຫຼັງໄດ້ຮັບແຈ້ງຄວາມຈາກນາງ ຢາດຟ້າ ອາຍຸ 23 ປີ ອາຊີບຄ້າຂາຍ ຢູ່ບ້ານດ່ານຄໍາ ເມືອງສີໂຄດຕະບອງ ວ່າ :   ໃນວັນທີ 21 ກໍລະກົດ 2025 ເວລາ 19:45 ໂມງ ຜູ້ກ່ຽວ ແລະ ຫຼານສາວ ໄດ້ໄປຈອດລົດຮຸນໃດສັນຕາເຟ ສີຂາວ ປ້າຍທະບຽນ ກມ 1520 ກໍາແພງນະຄອນ ເພື່ອໄປຊື້ຊີ້ນດາດໂລຢູ່ບ້ານ ສີໄຄທ່າ, ເມືອງ ສີໂຄດຕະບອງ ແລະ ໄດ້ພາກັນລົງຈາກລົດທີ່ຕິດຈັກໄວ້ເວລານັ້ນ ໄດ້ມີຄົນຮ້າຍມາລັກເອົາໄອແພັດຈໍານວນ 1 ໜ່ວຍ ຢູ່ໃນລົດ ແລະ ເອົາຕົວຫຼົບໜີ.   ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ເມືອງສີໂຄດຕະບອງ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ   ເຂົ້າແກ້ໄຂເປົ້າໝາຍລັກຊັບຢູ່ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ວັນທີ 24 ກໍລະກົດ […]

ກຸ່ມຄົນທີ່ລະເມີດລ່າສັດທີ່ໄກ້ຈະສູນພັນ ( ໂຕຂາແດງ) ໄດ້ຮັບການສຶກສາອົບຮົມ ແລະ ດຳເນີນຄະດີຕາມກົດໝາຍແລ້ວ

ວັນທີ 22 ກໍລະກົດ2025 ເຈົ້າໜ້າທີ່ ປກສ ແລະ ກອງກວດກາປ່າໄມ້ ເມືອງຕະໂອ້ຍ ໄດ້ນໍາຕົວຜູ້ກະທຳຜິດທີ່ລ່າສັດ, ຂ້າສັດປ່າທີ່ໄກ້ຈະສູນພັນປະເພດຂາແດງ ຢູ່ເຂດເຂດປ່າອຸທິຍານແຫ່ງຊາດເຊຊັບ ຈໍານວນ 5 ຄົນ ມາກັກຕົວ ເພື່ອດຳເນີນຄະດີຕາມລະບຽບກົດໝາຍເປັນທີ່ຮຽບຮ້ອຍແລ້ວ.     ເນື່ອງຈາກມີປະຊາຊົນລ່າສັດປ່າປະເພດຫວງຫ້າມ ( ໂຕຂາແດງ ) ຈຳນວນ 03 ໂຕ ໃນນັ້ນເພດຜູ້ ຈຳນວນ 02 ໂຕ, ເພດແມ່ 01 ໂຕ, ໂດຍມີບຸກຄົນໂພສລົງເຟດບຸກສ່ວນຕົວຄັ້ງວັນທີ 21 ກໍລະກົດ 2025 ;     ສະນັ້ນທາງພະແນກກະສິກໍາແລະ ປ່າໄມ້ແຂວງສາລະວັນ ກໍໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ລົງສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຕະໂອ້ຍ ລົງເກັບກຳຂໍ້ມູນຕົວຈິງ.   ຜ່ານການລົງເກັບກຳຂໍ້ມູນຕົວຈິງ ສາມາດຮູ້ໄດ້ວ່າ ສັດປ່າດັ່ງກ່າວແມ່ນຖືກລ່າຢູ່ເຂດປ່າສະຫງວນອຸທະຍານແຫ່ງຊາດເຊຊັບ ເມືອງຕະໂອ້ຍ ແຂວງສາລະວັນ ເຊິ່ງແມ່ນປະຊາຊົນບ້ານ […]

ແຈ້ງການຈາກໂຍທານະຄອນຫຼວງວຽງຈັນ ຂໍຄວາມຮ່ວມມື ຫ້າມຈອດຍານພາຫະນະຢູ່ຕາມແຄມທາງ (ສອງຟາກທາງ) ຕາມເສັ້ນທາງທີ່ກຳນົດ

ພະແນກາໂຍທທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດອອກໜັງສືແຈ້ງການມາຍັງທ່ານ ເພື່ອຊາບ ພ້ອມກັນຈັດຕັ້ງປະຕິບັດ, ໃຫ້ຄວາມຮ່ວມມື ຫ້າມຈອດຍານພາຫະນະຢູ່ຕາມແຄມທາງ (ສອງຟາກທາງ).   ເສັ້ນທາງເສດຖາທິຣາດ ເລີ່ມແຕ່ ສີ່ແຍກໜ້າວັດອິນແປງ ຫາ ສາມແຍກໄຟແດງສໍານັກງານປະທານປະເທດ ແລະ ເສັ້ນທາງໜອງບອນ ເລີ່ມແຕ່ ສະຖານທູດຝຣັ່ງ (ໂຮງໝໍມະໂຫສົດ), ຕະຫຼາດເຊົ້າ, ວັດທາດຝຸ່ນ ແລະ ປະຕູໄຊ.   ເລີ່ມແຕ່ວັນທີ 24 ກໍລະກົດ 2025 ຫາ ວັນທີ 30 ສິງຫາ 2025 ຕາມໂມງເວລາ: ຊ່ວງເຊົ້າແຕ່ 08:00 ຫາ 12:00 ໂມງ, ຊ່ວງບ່າຍແຕ່ 13:00 – 15:00 ໂມງ ເປັນຕົ້ນໄປ.   ປະຈຸບັນໂຄງການໄດ້ສຸ່ມໃສ່ການກໍ່ສ້າງພື້ນຖານໂຄງລາງ ສໍາລັບລະບົບລົດເມດ່ວນ (BRT) ໃຫ້ສໍາເລັດຕາມ ແຜນການ ແລະ ຕ້ອງຫຼີກລ້ຽງອຸປະສັກ, […]

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(UNSC) ປະຊຸມສຸກເສີນ ກ່ຽວກັບເຫດການໄທ – ກຳປູເຈຍ ຂໍໃຫ້ໃຊ້ຄວາມອົດກັ້ນສູງສຸດ

ອົງການຂ່າວເອເອັຟພີລາຍງານອ້າງແຫຼ່ງຂ່າວທາງການທູດຫຼາຍຄົນວ່າ ຄະນະມົນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື UNSC ປະຊຸມສຸກເສີນມື້ນີ້ (25 ກໍລະກົດ 2025) ກ່ຽວກັບການປະທະກັນລະຫວ່າງໄທ-ກຳປູເຈຍທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນ   ການປະຊຸມສຸກເສີນດັ່ງກ່າວ ຈະເປັນການປະຊຸມແບບປິດປະຕູ ຄື ບໍ່ໃຫ້ນັກຂ່າວເຂົ້າຟັງ ໃນເວລາ 15.00 ນາທີ ມື້ນີ້ຕາມເວລາທີ່ຢູເອັນ ກົງກັບ 2.00 ນາທີ ໃນຊ່ວງເຊົ້າວັນເສົາມື້ອື່ນ (26 ກໍລະກົດ ) ຕາມເວລາໃນປະເທດລາວ   ເອເອັຟພີລະບຸດ້ວຍວ່າ ການປະຊຸມ UNSC ທີ່ຈະມີຂຶ້ນໃນມື້ນີ້ ເກີດຂຶ້ນຈາກການຮ້ອງຂໍຂອງນາຍົກລັດຖະມົນຕີຮຸນ ມາເນັດຂອງກຳປູເຈຍ   ດ້ານເວັບຂ່າວ RIA Novosti ຂອງຣັດເຊຍ ລາຍງານເພີ່ມເຕີມວ່າ ຄະນະທູດປາກິສຖານປະຈຳຢູເອັນ ຊຶ່ງຂະນະນີ້ດຳລົງຕຳແໜ່ງປະທານ UNSC ຕາມວາລະ ໄດ້ເປີດເຜີຍຕໍ່ RIA Novosti ວ່າ ການປະຊຸມສຸກເສີນຂອງ UNSC ມື້ນີ້ ຈະເປັນການປະຊຸມແບບສ່ວນຕົວ ເລີ່ມເວລາ 15.00 ນາທີ ມື້ນີ້ຕາມເວລາໃນສະຫະລັດ […]

“ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ” ຈຳນວນ 1 ລ້ານໂດລາສະຫະລັດ ກັບອີກຈຳນວນ 3 ຕື້ກີບ

“ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ–ລາວ ມອບເງິນຊ່ວຍເຫຼືອລັດຖະບານ“   ໃນຕອນເຊົ້າ ວັນທີ 24 ກໍລະກົດ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ–ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ–ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025   ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຕາງໜ້າບໍລິສັດ ກ່າວມອບໂດຍ ທ່ານ ເລແທັງ ຕາວ ປະທານໃຫຍ່ ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ–ລາວ, ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, […]

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ເດີນທາງຢ້ຽມຢາມທາງການ ທີ່ ຣາຊະອານາຈັກ ກຳປູເຈຍ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ເດີນທາງຢ້ຽມຢາມທາງການ ທີ່ ຣາຊະອານາຈັກ ກຳປູເຈຍ   ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ,   ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ–ກໍາປູເຈຍ, ກໍາປູເຈຍ–ລາວ ຄັ້ງທີ 8 ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້,   ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ […]