ກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 09-26 ມິຖຸນາ 2025

ກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 09-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ.     ທີ່ມາ: ຂ່າວ “ຜູ້ແທນປະຊາຊົນ”

ແຈ້ງການມອດໄຟ ວັນທີ 1, 4 ມິຖຸນາ 2025

ແຈ້ງການມອດໄຟເພີ່ມຕື່ມ ວັນທີ 31 ພຶດສະພາ ແລະ ວັນທີ 1, 4 ມິຖຸນາ 2025⚡ ບາງເຂດ ເມືອງໄຊທານີ, ເມືອງຫາດຊາຍຟອງ ລາຍລະອຽດດັ່ງລຸ່ມນີ້:         ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ຈີນອະນຸມັດວັກຊີນ HPV ຊະນິດ 9 ສາຍພັນ ຜະລິດໃນປະເທດໂຕທຳອິດ

ສຳນັກບໍລິຫານຜະລິດຕະພັນທາງການແພດແຫ่ງຊາດຈີນ ເຜີຍວ່າຈີນໄດ້ອະນຸມັດວັກຊີນປ້ອງກັນເຊື້ອໄວຣັສເອຊພີວີ (HPV) ຊະນິດຄອບຄຸມ 9 ສາຍພັນ ທີ່ພັດທະນາຂື້ນເອງພາຍໃນປະເທດເປັນຄັ້ງທຳອິດເມື່ອວັນພະຫັດ (29 ພຶດສະພາ 2025) ທີ່ຜ່ານມາ   ການອະນຸມັດວັກຊີນ “ເຊໂຄລິນ 9” ທີ່ຮ່ວມພັດທະນາໂດຍຫ້ອງປະຕິບັດການຊີວະການແພດສຽງອັນ ມະຫາວິທະຍາໄລຊ່ຽຍເຫມິນ ແລະ ວ່ານໄທ່ ໄບໂອຟາມ (Wantai BioPharm) ເຮັດໃຫ້ຈີນກາຍເປັນປະເທດທີ່ສອງຂອງໂລກ ຮອງຈາກສະຫະລັດ ທີ່ສາມາດຈັດຫາວັກຊີນປ້ອງກັນເຊື້ອເອຊພີວີທີ່ມີຄວາມຄອບຄຸມສູງ (high-valency) ໄດ້ຢ່າງອິດສະຫຼະ   ລາຍງານລະບຸວ່ານັບຕັ້ງແຕ່ປີ 2019 ວັກຊີນເຊໂຄລິນ 9 ຜ່ານການທົດລອງທາງຄລີນິກທີ່ດຳເນີນການທົ່ວປະເທດ 5 ຄັ້ງ ໂດຍມີອາສາສະໝັກສຸຂະພາບດີອາຍຸລະຫວ່າງ 9-45 ປີ ເຂົ້າຮ່ວມກວ່າ 11,000 ຄົນ   ຜົນການທົດລອງເຜີຍວ່າວັກຊີນເຊໂຄລິນ 9 ສາມາດປ້ອງກັນເຊື້ອໄວຣັສເອຊພີວີ ສາຍພັນທຸ໌ 16 ແລະ 18 ໄດ້ຢ່າງແຂງແກ່ງ   ຊຶ່ງທັງສອງສາຍພັນທຸ໌ນີ້ເປັນສາຍພັນທຸ໌ດຽວກັນກັບທີ່ອອກລິດຄອບຄຸມໃນວັກຊີນປ້ອງກັນແບບ 2 ສາຍພັນທຸ໌ ຮວມທັງຍັງປ້ອງກັນເຊື້ອໄວຣັສເອຊພີວີຊະນິດອື່ນອີກ […]

Unicorn ແມ່ນຫຍັງ? ສະຕາດອັບພັນລ້ານໃນໂລກທຸລະກິດຍຸກໃໝ່

ໃນໂລກທຸລະກິດຍຸກດິຈິຕອນ ຄຳວ່າ “Unicorn” ບໍ່ໄດ້ໝາຍເຖິງສັດໃນເທບນິຍາຍອີກຕໍ່ໄປ ແຕ່ເປັນຄຳທີ່ນັກລົງທຶນ ແລະ ຜູ້ປະກອບການໃຊ້ເອີ້ນ ສະຕາດອັບທີ່ມີມູນຄ່າບໍລິສັດເກີນ 1,000 ລ້ານໂດລາສະຫະລັດ ໂດຍຍັງບໍ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບ   ແນວຄິດນີ້ເກີດຂຶ້ນຄັ້ງທຳອິດໃນປີ 2013 ໂດຍນັກລົງທຶນຊື່ວ່າ Aileen Lee ຊຶ່ງປຽບທຽບຄວາມສຳເລັດຂອງສະຕາດອັບລະດັບພັນລ້ານວ່າ “ຫາຍາກ” ພໍໆ ກັບຢູນິຄອນໃນຕຳນານ ຈາກນັ້ນຄຳນີ້ກໍກາຍເປັນທີ່ນິຍົມໃຊ້ກັນຢ່າງແຜ່ຫຼາຍໃນແວດວົງທຸລະກິດທົ່ວໂລກ   ເປັນຫຍັງຈຶ່ງຕ້ອງເປັນ “ຢູນິຄອນ”?   ການເປັນຢູນິຄອນຖືເປັນສັນຍາລັກຂອງ “ຄວາມສຳເລັດສູງສຸດ” ສຳລັບສະຕາດອັບ ເພາະວ່າສະແດງວ່າບໍລິສັດມີໂມເດລທຸລະກິດທີ່ໜ້າສົນໃຈ ມີການເຕີບໂຕຢ່າງໄວວາ ແລະ ໄດ້ຮັບການສະໜັບສະໜູນຈາກນັກລົງທຶນລາຍໃຫຍ່ ມູນຄ່າທີ່ສູງນີ້ມັກຈະສະທ້ອນເຖิງສະຖາພາບການເຕີບໂຕໃນອະນາຄົດ ບໍ່ແມ່ນພຽງແຕ່ຍອດຂາຍໃນປັດຈຸບັນ   ສະຕາດອັບແບບໃດທີ່ມັກກາຍເປັນຢູນິຄອນ?   ສ່ວນໃຫຍ່ຈະເປັນທຸລະກິດໃນອຸດສາຫະກຳທີ່ກ່ຽວກັບ ເທັກໂນໂລຊີ ການເງິນ ໂລຈິສຕິກ ອີຄອມເມີດ ຫຼື ບໍລິການແພລດຟອມອອນລາຍ ເຊັ່ນ: ການສົ່ງພັດສະດຸ ແອັບພລິເຄຊັນສັ່ງອາຫານ ຫຼື ບໍລິການຊຳລະເງິນດິຈິຕອນ   ຕົວຢ່າງເຊັ່ນ Flash Express ບໍລິສັດຈັດສົ່ງພັດສະດຸຂອງໄທ […]

ຢູເຄຣນສົ່ງໂດຣນໂຈມຕີຖານທັບຣັດເຊຍ ເຮືອບິນເສຍຫາຍກວ່າ 40 ລຳ

ຢູເຄຣນເປີດສາກໂຈມຕີເຄື່ອງບິນຮົບຣັດເຊຍຕາມຖານທັບ 4 ແຫ່ງ ທີ່ຢູເຄຣນອ້າງວ່າທຳລາຍເຄື່ອງບິນຣັດເຊຍໄດ້ຢ່າງໜ້ອຍ 40 ລຳ   ວັນນີ້ (2 ມິຖຸນາ 2025) ຫນ່ວຍງານຄວາມໝັ້ນຄົງຢູເຄຣນໄດ້ໂຈມຕີສະໜາມບິນຂອງຖານທັບອາກາດຣັດເຊຍຈົນເກີດໄຟລຸກໄໝ້ ແລະ ມີກຸ່ມຄວັນສີດຳຂະໜາດໃຫຍ່ພຸ່ງຂື້ນຕາມມາ ໂດຍມີເຄື່ອງບິນເສຍຫາຍຫຼາຍລຳ ຊຶ່ງຢູເຄຣນອ້າງວ່າຈາກການໂຈມຕີໃນເຂດມູຣມັນສະຄ໌ຂອງຣັດເຊຍ ຊຶ່ງຢູ່ທາງຕະເວັນຕົກສ່ຽງເໜືອຂອງປະເທດ   ການໂຈມຕີດັ່ງກ່າວເປັນສ່ວນໜຶ່ງຂອງການໂຈມຕີເຄື່ອງບິນຮົບຣັດເຊຍຕາມຖານທັບ 4 ແຫ່ງ ທີ່ຢູເຄຣນອ້າງວ່າທຳລາຍເຄື່ອງບິນຣັດເຊຍໄດ້ຢ່າງໜ້ອຍ 40 ລຳ   ຄວາມເສຍຫາຍອີກຈຸດໜຶ່ງເກີດຂື້ນໃນເຂດອີຣຄູດສະຄ໌ ໃນແຖບໄຊບີເຣຍ ຊຶ່ງຜູ້ເຫັນເຫດການບັນທຶກພາບກຸ່ມຄວັນຂະໜາດໃຫຍ່ລອຍສູງຂື້ນສູ່ທ້ອງຟ້າຈົນເບິ່ງເຫັນໄດ້ຈາກລະຍະໄກ ຊຶ່ງຈຸດດັ່ງກ່າວຕັ້ງຢູ່ບໍ່ຫ່າງຈາກບໍລິເວນສະໜາມບິນ   ໂວໂລດິມີຣ໌ ເຊເລັນສກີ ປະທານາທິບໍດີຢູເຄຣນ ລະບຸວ່າ ປະຕິບັດການນີ້ ທີ່ໃຊ້ຊື່ວ່າ “ປະຕິບັດການໃຍແມງມຸມ” ໃຊ້ໂດຣນ 117 ລຳ ແລະເປັນຝີມືຂອງຫນ່ວຍງານຄວາມໝັ້ນຄົງຢູເຄຣນ ຫຼື SBU ທີ່ມີເປົ້າຫມາຍໂຈມຕີເຄື່ອງຍິງຂີປະນາວຸດຮ່ອນເຊິງຍຸດທະສາດຂອງຣັດເຊຍໄປເຖິງຮ້ອຍລະ 34   ໂດຍຢູເຄຣນເຜີຍພາບຖ່າຍທີ່ລະບຸວ່າ ເປັນໂດຣນຊຶ່ງໃຊ້ໃນການໂຈມຕີເຄື່ອງບິນທິ້ງລະເບີດຂອງຣັດເຊຍຕາມຖານທັບຕ່າງໆ ທັງ 4 ຈຸດ     ຢູເຄຣນເປີດເຜີຍພາບກອງທັບໂດຣນເບື້ອງຫຼັງຖລ່ມຣັດເຊຍຄັ້ງໃຫຍ່   […]

ແຈ້ງການປິດນ້ຳປະປາຊົ່ວຄາວ ໃນເຂດເມືອງ ໄຊທານີ ວັນທີ 31 ພຶດສະພາ 2025

ແຈ້ງການ   ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອຕັດທໍ່ຂະໜາດ DIP DN 300 mm ສຳໃສ່ທໍ່ນ້ຳ ຂະໜາດ HDPE DN 250mm.   ສະຖານທີ່: ທາງຂຶ້ນມະຫາວິທະຍາໄລແຫ່ງຊາດ ບ້ານ ດົງໂດກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.   ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຊາບວ່າ:   ໃນວັນທີ 31 ພຶດສະພາ 2025 ກົງກັບ ວັນເສົາ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອຕັດທໍ່ຂະໜາດ DIP DN 300 mm ສຳໃສ່ທໍ່ນ້ຳ ຂະໜາດ HDPE DN 250mm ເພື່ອແກ້ໄຂລະບົບນ້ຳ,   […]

ຄະນະກຳມະການກຳກັບຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance

ຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance ບໍລິສັດຊື້ຂາຍ cryptocurrency ທີ່ໃຫຍ່ທີ່ສຸດໃນໂລກ   ໂດຍຄຳຮ້ອງຖອນຟ້ອງນີ້ຍື່ນເມື່ອວັນພະຫັດ (29 ພຶດສະພາ) ແລະ ເປັນການຖອນຟ້ອງໂດຍຕັດສິດບໍ່ໃຫ້ຟ້ອງໃໝ່ ຊຶ່ງສະທ້ອນແນວທາງກຳກັບດູແລໃໝ່ຕໍ່ຕະຫຼາດ cryptocurrency ນັບຕັ້ງແຕ່ປະທານາທິບໍດີໂດນານ ທຣຳ ກັບເຂົ້າທຳນຽບຂາວ.   SEC ລະບຸວ່າ ການຕັດສິນໃຈນີ້ “ເປັນໄປຕາມດຸນຍະພິນິດ ແລະ ເປັນເລື່ອງນະໂຍບາຍ” ຂະນະທີ່ Binance ຍົກຍ້ອງຄວາມເຄື່ອນໄຫວນີ້ວ່າເປັນ “ຊ່ວງເວລາສຳຄັນທາງປະຫວັດສາດ” ພ້ອມໃຫ້ເຄຣດິດ ທ່ານ ພອນ ແອດຄິນສ໌ ປະທານ SEC ແລະລັດຖະບານທຣຳ ທີ່ຕະຫນັກວ່າ “ນະວັດກຳຈະເຕີບໂຕບໍ່ໄດ້ ຖ້າຖືກກຳກັບດູແລດ້ວຍການບັງຄັບໃຊ້ກົດໝາຍເປັນຫຼັກ”   ສຳລັບຄຳຟ້ອງເກົ່າເມື່ອເດືອນມິຖຸນາ 2023 ນັ້ນ ກ່າວຫາ Binance ແລະ ຈາງເຜິງ ຈາວ ຜູ້ກໍ່ຕັ້ງ ວ່າປັ່ນຍອດປະລິມານການຊື້ຂາຍ ຈັດການເງິນທຶນລູກຄ້າຢ່າງບໍ່ເໝາະສົມ ແລະ ໃຫ້ຂໍ້ມູນເທັດແກ່ນັກລົງທຶນ […]

ຄິມຈົງອຶນຄວບຄຸມການຊ້ອມຍິງປືນໃຫຍ່ ຈຳລອງສະຖານະການຄືກັບສົງຄາມຈິງ

ສຳນັກຂ່າວກາງ KCNA ຂອງລັດຖະບານເກົາຫຼີເໜືອລາຍງານໃນມື້ນີ້ວ່າ ຄິມຈົງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເປັນປະທານການປະຊຸມພັກຄອມມິວນິດເກົາຫຼີເໜືອ ເພື່ອເພີ່ມຄວາມແຂງແກ່ງກອງທັບເກົາຫຼີເໜືອ.   ການປະຊຸມມີຂຶ້ນເມື່ອວັນພຸດທີ 28 ພຶດສະພາທີ່ຜ່ານມາ.   ນອກຈາກນີ້ ຜູ້ນຳຄິມຍັງຄວບຄຸມການຊ້ອມຍິງປືນໃຫຍ່ໃນວັນພະຫັດທີ 29 ພຶດສະພາດ້ວຍ ແຕ່ບໍ່ມີການເປີດເຜີຍສະຖານທີ່ທັງສະຖານທີ່ປະຊຸມ ແລະ ການຊ້ອມຍິງປືນໃຫຍ່.   ຜູ້ນຳຄິມກ່າວໃນການປະຊຸມດັ່ງກ່າວ ຊຶ່ງເປັນການປະຊຸມທີ່ຕໍ່ເນື່ອງມາຈາກການປະຊຸມຄະນະກຳມະການການທະຫານກາງຊຸດທີ 8 ຂອງພັກຄົນງານແຫ່ງເກົາຫຼີ ຫຼື ພັກຄອມມິວນິດເກົາຫຼີເໜືອວ່າ ເປັນເລື່ອງສຳຄັນຫຼາຍທີ່ຈະຕ້ອງເຮັດການແຂ່ງຂັນການຊ້ອມຍິງໃນສະພາບແວດລ້ອມທາງການຣົບທີ່ໃກ້ຄຽງຄວາມເປັນຈິງ ເພື່ອສ້າງເສີມໃຫ້ກອງທັບເກົາຫຼີເໜືອເປັນກອງທັບທີ່ທົງພະລັງ.     ຜູ້ນຳຄິມເນັ້ນຢ້ຳບົດບາດຂອງອົງການປົກຄອງຂອງພັກຄອມມິວນິດເກົາຫຼີເໜືອ ໃນການປະຕິບັດຕາມມາດຕະການຕ່າງໆທີ່ກຳໜົດໂດຍຜູ້ນຳຈາກສ່ວນກາງດ້ວຍຄວາມເຂັ້ມແຂງ ເພື່ອແກ້ໄຂບັນຫາທຸກຢ່າງທີ່ກ່ຽວຂ້ອງກັບການເສີມສ້າງກອງທັບແລະກິດຈະກຳຂອງກອງທັບເກົາຫຼີເໜືອ.   ທັງນີ້ ຄວາມເຄື່ອນໄຫວຜູ້ນຳຄິມຫຼ້າສຸດທີ່ລາຍງານໂດຍ KCNA ໃນຊ່ວງຫຼາຍອາທິດທີ່ຜ່ານມາ ເນັ້ນທີ່ການເພີ່ມຄວາມແຂງແກ່ງໃຫ້ແກ່ກອງທັບເກົາຫຼີເໜືອ.    

ຮູ້ຈັກ 5 ສະໝຸນໄພ ທີ່ຊ່ວຍໃຫ້ບໍ່ຢາກສູບຢາ

ທ່ານໝໍສົມສັກ ຈຶງສະໝານ ອະທິບໍດີກົມການແພດແຜນໄທ ແລະ ການແພດທາງເລືອກ ກ່າວວ່າ ວັນທີ 31 ພຶດສະພາ ຂອງທຸກໆປີ ອົງການອະນາໄມໂລກ (WHO) ຈັດໃຫ້ເປັນວັນງົດສູບຢາໂລກ.   ຄຳຂວັນລົນຊຸກຍູ້ໃນປີນີ້ຄື “ກະຊາກໜ້າກາກທຸລະກິດຢາສູບ   ສູບຢາໄຟຟ້າ: ນິໂຄຕິນເສບຕິດຈົນຕາຍ” ກົມການແພດ ແລະ ການແພດທາງເລືອກ ເລັງເຫັນຄວາມສຳຄັນກ່ຽວກັບບັນຫາສຸຂະພາບຂອງປະຊາຊົນທີ່ມີຜົນກະທົບຈາກຢາສູບ.   ປັດຈຸບັນ ມີການນຳສາດການແພດແຜນໄທ ແນະນຳ 5 ສະໝຸນໄພທີ່ຊ່ວຍໃຫ້ບໍ່ຢາກສູບຢາ ເຊັ່ນ:   ຫຍ້າດອກຂາວ ໝາກນາວ ໂປ່ງຟ້າ ຮາງຈືດ ກ້ານພລູ   ລວມເຖິງການບຳບັດໂດຍ ການນວດ ແລະ ປະຄົບສະໝຸນໄພ   ໃນສ່ວນສາດການແພດແຜນຈີນ ທີ່ນຳມາຮ່ວມຮັກສາ ໄດ້ແກ່:   ການຝັງເຂັມ ຫັດຖະການດ້ວຍສາດສະຕາແຜນຈີນ   ຊຶ່ງເປັນທາງເລືອກໃນການບຳບັດຮັກສາຜູ້ທີ່ຢາກເຊົາສູບຢາແບບສາດອົງລວມຢ່າງຈິງຈັງແລະປອດໄພ.   1. ຫຍ້າດອກຂາວ ມີສານສຳຄັນຄື Sodium […]

ເກີດລະເບີດຮຸນແຮງທີ່ໂຮງງານສານເຄມີຈີນ ເສຍຊີວິດແລ້ວ 5 ຄົນ ບາດເຈັບຫຼາຍສິບຄົນ

ເກີດລະເບີດຮຸນແຮງທີ່ໂຮງງານຜະລິດສານເຄມີໃນພາກຕາເວັນອອກຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນ ແຮງລະເບີດຮູ້ສຶກໄດ້ເປັນວົງກວ້າງ ແວ່ນປ່ອງຢ້ຽມອາຄານເສຍຫາຍຫຼາຍແຫ່ງ   ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດຮຸນແຮງທີ່ໂຮງງານສານເຄມີຂະໜາດໃຫຍ່ຂອງບໍລິສັດ “ຊານຕົງ ໂຢ່ວເຕົ້າ ເຄມິເຄີນ” (Shandong Youdao Chemical) ໃນເມືອງເວ່ຍຟາງ ແຂວງຊານຕົງ ທາງຕາເວັນອອກຂອງຈີນ   ເມື່ອຊ່ວງເຊົ້າມືດວັນອັງຄານທີ 27 ພຶດສະພາ 2025 ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນ ບາດເຈັບ 19 ຄົນ ແລະ ມີຜູ້ສູນຫາຍອີກ 6 ຄົນ.   ໂຮງງານແຫ່ງນີ້ ຊຶ່ງຕັ້ງຢູ່ໃນເຂດອຸດສາຫະກຳເຄມີ “ເກົາມີ່ ເຫລັນເຫິ” (Gaomi Renhe) ເປັນໂຮງງານຜະລິດອົງປະກອບເຄມີສຳລັບໃຊ້ໃນຢາຂ້າແມງໄມ້ແລະເພສັດຊະກຳ ມີພື້ນທີ່ປະມານ 116 ເອເຄີ ແລະ ມີລູກຈ້າງຫຼາຍກວ່າ 300 ຄົນ.   View this post on Instagram A […]