ຈີນໃຊ້ລົດບັນທຸກເໝືອງພະລັງໄຟຟ້າໄຮ້ຄົນຂັບ 100 ຄັນ ໃນມົງໂກເລຍໃນ ເຊື່ອມຕໍ່ 5G ແລະ AI ຈາກ Huawei

ປະເທດຈີນໄດ້ເລີ່ມໃຊ້ງານລົດບັນທຸກເຮັດເໝືອງຖ່ານຫີນໄຮ້ຄົນຂັບຂະໜາດໃຫຍ່ຈໍານວນ 100 ຄັນໃນພື້ນທີ່ເໝືອງເປີດ ຢີມິນ (Yimin) ເຂດປົກຄອງຕົນເອງມົງໂກເລຍໃນ ໂດຍເປັນຍານພາຫະນະພະລັງງານໄຟຟ້າທີ່ຂັບເຄື່ອນດ້ວຍລະບົບປັນຍາປະດິດ (AI) ເຊື່ອມຕໍ່ຜ່ານເຄືອຂ່າຍ 5G-Advanced (5G-A) ທີ່ມີຄວາມໄວໃນການອັບໂຫລດສູງເຖິງ 500 Mbps ແລະ ຄ່າຄວາມຫນ່ວງພຽງ 20 ມິນລິວິນາທີ ລະບົບນີ້ໄດ້ຮັບການສະໜັບສະໜູນໂດຍ Huawei ຊຶ່ງໃຫ້ບໍລິການຄລາວດ໌ ແລະ ໂຊລູຊັນດ້ານການຂັບຂີ່ອັດຕະໂນມັດແບບເຣຍທາມ ສໍາລັບຍານພາຫະນະເຊີງພານິດ ໂຄງການນີ້ເປັນຄວາມຮ່ວມມືລະຫວ່າງບໍລິສັດ Huaneng Group ຍັກໃຫຍ່ດ້ານພະລັງງານຂອງຈີນ ແລະ ບໍລິສັດໃນເຄືອ Huaneng Ruichi ຊຶ່ງລະບຸວ່ານີ້ຄືຝູງລົດຂຸດໄຟຟ້າໄຮ້ຄົນຂັບທີ່ໃຫຍ່ທີ່ສຸດໃນໂລກ ຍານພາຫະນະແຕ່ລະຄັນສາມາດບັນທຸກຖ່ານຫີນໄດ້ເຖິງ 90 ເມັດຕະຣິກຕັນ ແລະ ສາມາດປະຕິບັດງານໄດ້ໃນອຸນຫະພູມທີ່ຕ່ໍາເຖິງ -40 ອົງສາເຊນເຊຍ ຊຶ່ງເປັນສະພາບແວດລ້ອມທີ່ພົບໄດ້ໃນພື້ນທີ່ເຮັດເໝືອງຂອງມົງໂກເລຍໃນ ຫົວເຫວ່ຍ (Huawei) ເປີດເຜີຍວ່າ ລົດບັນທຸກຂອງ Huaneng Ruichi ນັບເປັນຍານເໝືອງໄຮ້ຄົນຂັບລຸ່ນທຳອິດຂອງຈີນທີ່ບໍ່ມີຫ້ອງໂດຍສານສໍາລັບຄົນຂັບ ຊຶ່ງອອກແບບມາເພື່ອຫຼຸດຄວາມສ່ຽງຕໍ່ຄວາມປອດໄພຂອງບຸກຄະລາກອນ […]
ແຈ້ງການມອດໄຟ ວັນທີ 25 ພຶດສະພາ 2025

ແຈ້ງການມອດໄຟ ວັນທີ 25 ພຶດສະພາ 2025 ມີລາຍລະອຍດດັ່ງລຸ່ມນີ້: ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ຈີນວິຕົກກັງວົນຢ່າງຫຼາຍ ຕໍ່ແຜນຕິດຕັ້ງ “ໂດມທອງຄໍາ” ລະບົບຕ້ານທານຂອງທຣໍາ ຍ້ານກະທົບສະຖຽນລະພາບໂລກ

ລັດຖະບານຈີນສະແດງຄວາມວິຕົກກັງວົນຢ່າງຫຼາຍ ຕໍ່ແຜນການຕິດຕັ້ງ “ໂດມທອງຄໍາ” ລະບົບປ້ອງກັນຂີປະນາວຸດລຸ່ນໃໝ່ຂອງສະຫະລັດ ຫຼັງປະທານາທິບໍດີໂດນັລ ທຣໍາ ອອກມາເປີດເຜີຍເປັນຄັ້ງທຳອິດ ຊີ້ເປັນໄພຕໍ່ສະຖຽນລະພາບໂລກ ວັນທີ່ 21 ພຶດສະພາ 2025 ນາງເຫມົາ ໜິງ ໂຄສົກກະຊວງການຕ່າງປະເທດຈີນຖະແຫຼງວ່າ ລັດຖະບານຈີນມີຄວາມກັງວົນຕໍ່ແຜນຕິດຕັ້ງ “ໂດມທອງຄໍາ” (Golden Dome) ະບົບປ້ອງກັນຂີປະນາວຸດຂອງປະທານາທິບໍດີໂດນັລ ທຣໍາ ຂອງສະຫະລັດ ໂດຍລະບຸວ່າ ແຜນການນີ້ອາດບັ່ນທອນສະຖຽນລະພາບເຊີງຍຸດທະສາດທົ່ວໂລກ ແລະ ເປັນການສະແຫວງຫາຄວາມໝັ້ນຄົງໂດຍບໍ່ຄໍານຶງເຖິງຜົນກະທົບຕໍ່ປະເທດອື່ນ ໂຄສົກກ່າວວ່າ ແຜນການຕິດຕັ້ງໂດມທອງຄໍາລະເມີດຫລັກການທີ່ວ່າຄວາມໝັ້ນຄົງຂອງປະເທດໜຶ່ງບໍ່ຄວນມາທັບຊ້ອນກັບຄວາມໝັ້ນຄົງຂອງປະເທດອື່ນ ພ້ອມກັນນີ້ໄດ້ຮຽກຮ້ອງໃຫ້ສະຫະລັດ ຍຸດຕິການພັດທະນາ ແລະ ຕິດຕັ້ງລະບົບປ້ອງກັນຂີປະນາວຸດທົ່ວໂລກໂດຍໄວ ແລະ ສະແດງຄວາມຈິງໃຈຕໍ່ການສ້າງຄວາມໄວ້ວາງໃຈລະຫວ່າງຊາດມະຫາອໍານາດ ທັງນີ້ ປະທານາທິບໍດີທຣໍາເປີດຕົວແຜນຕິດຕັ້ງໂດມທອງຄໍາ ເມື່ອວັນອັງຄານທີ່ 20 ພຶດສະພາ ທີ່ຜ່ານມາ ໂດຍບອກວ່າໄດ້ຮັບແຮງບັນດານໃຈຈາກລະບົບ Iron Dome ຂອງອິສຣາເອນ ຊຶ່ງເປັນລະບົບປ້ອງກັນໄພທາງອາກາດຫຼາຍຊັ້ນ ສາມາດກວດຈັບ ແລະ ຍິງສະກັດຈະລວດ ຫຼື ຂີປະນາວຸດທີ່ມຸ່ງເປົ້າໂຈມຕີພື້ນທີ່ພົນລະເຮືອນ […]
“ຄິມ ຈອງ-ອຶນ” ໃຈຮ້າຍ ເຮືອພິຄາດລຳໃໝ່ ເກີດອຸບັດຕິເຫດຕໍ່ໜ້າ

ເກີດອຸບັດຕິເຫດຂຶ້ນລະຫວ່າງການປ່ອຍເຮືອຮົບພິຄາດລຳໃໝ່ ຂະໜາດ 5,000 ຕັນ ຊຶ່ງຈັດຂຶ້ນຕໍ່ໜ້າຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ລາຍງານລະບຸວ່າ ຄິມ ຈອງ-ອຶນ ວິຈານເຫດການທີ່ເກີດຂຶ້ນວ່າເປັນ “ຄວາມປະມາດ” ທີ່ບໍ່ອາດໃຫ້ອະໄພໄດ້ ແລະ ມີຄຳສັ່ງໃຫ້ເຮືອດັ່ງກ່າວໄດ້ຮັບການຊ່ອມແປງ ໃຫ້ສົມບູນກ່ອນການປະຊຸມພັກແຮງງານທີ່ຈະຈັດຂຶ້ນໃນເດືອນມິຖຸນາ ເຮືອຮົບລຳນີ້ເປັນເຮືອພິຄາດລຳໃໝ່ທີ່ຄາດວ່າຢູ່ໃນກຸ່ມດຽວກັນກັບເຮືອພິຄາດອີກລຳໜຶ່ງຊຶ່ງມີຂະໜາດໃກ້ຄຽງກັນ ທີ່ເກົາຫຼີເໜືອຫາກໍເປີດຕົວເມື່ອເດືອນເມສາ ໂດຍຄິມ ຈອງ-ອຶນກໍ່ເຂົ້າຮ່ວມເປັນສັກຂີພະຍານໃນພິທີປ່ອຍເຮືອລຳນັ້ນເຊັ່ນກັນ ທີ່ອູ່ຕໍ່ເຮືອເມືອງນັມໂພ ທາງຝັ່ງຕະວັນຕົກຂອງປະເທດ ເຖິງວ່າທາງການເກົາຫຼີເໜືອມັກຫຼີກລຽງການເປີດເຜີຍບັນຫາ ຫຼື ຄວາມລ້ມເຫຼວໃນທີ່ສາທາລະນະ ແຕ່ຄັ້ງນີ້ຖືເປັນໜຶ່ງໃນບໍ່ເທົ່າໃດຄັ້ງ ທີ່ມີການເປີດເຜີຍຕໍ່ສື່ຂອງລັດຢ່າງຊັດເຈນ ເຖິງອຸບັດຕິເຫດໃນພິທີທີ່ກ່ຽວຂ້ອງກັບໂຄງການທາງການທະຫານຂະໜາດໃຫຍ່ ເກົາຫຼີເໜືອເຄີຍປະສົບອຸບັດຕິເຫດລັກສະນະຄ້າຍກັນມາແລ້ວໃນໂຄງການປ່ອຍຍານອະວະກາດ ລວມເຖິງເຫດພິບັດທີ່ກ່ຽວຂ້ອງກັບພົນລະເຮືອນ ໂດຍຫຼັງເຫດການເຫຼົ່ານີ້ ລັດຖະບານມັກໃຊ້ເປັນໂອກາດໃນການສົ່ງເສີມບົດບາດຂອງຜູ້ນຳສູງສຸດແລະພັກແຮງງານວ່າເປັນຜູ້ທີ່ສາມາດ “ແກ້ໄຂບັນຫາ” ໄດ້
ຜັກ ແລະ ໝາກໄມ້ 6 ຊະນິດ ຊ່ວຍຄຸມຄວາມດັນ ຫຼຸດການດູດຊຶມໄຂມັນ ຕ້ານອັກເສບຫຼອດເລືອດ

ເຖິງແມ່ນໄຂມັນມີຄວາມຈໍາເປັນຕໍ່ຮ່າງກາຍ ແຕ່ຫາກມີຫຼາຍເກີນໄປກໍ່ອາດມີໂທດໄດ້ຄືກັນ ເຊັ່ນດຽວກັນກັບຄວາມດັນເລືອດທີ່ຫາກມີຄວາມດັນເລືອດສູງກໍ່ອາດສົ່ງຜົນໃຫ້ເກີດໂລກຫົວໃຈ ແລະ ຫຼອດເລືອດ ເຊັ່ນ: ຫຼອດເລືອດສະໝອງແຕກ ແລະ ອາດຮ້າຍແຮງເຖິງຂັ້ນເສຍຊີວິດ ເພາະສະນັ້ນການເລືອກກິນອາຫານທີ່ມີປະໂຫຍດ ໂດຍສະເພາະຜັກ ແລະ ໝາກໄມ້ບາງຊະນິດທີ່ມີຄຸນສົມບັດຊ່ວຍຫຼຸດການດູດຊຶມໄຂມັນ ແລະ ຫຼຸດຄວາມດັນເລືອດ ຍ່ອມຊ່ວຍໃຫ້ສຸຂະພາບດີໃນລະຍະຍາວ ຜັກ ແລະ ໝາກໄມ້ທີ່ຊ່ວຍຄວບຄຸມຄວາມດັນເລືອດ ກະທຽມ ມີສານອັລລິຊິນ (Allicin) ຊຶ່ງເປັນສານຕ້ານອະນຸມູນອິສະລະ ນອກຈາກນີ້ສາມາດຫຼຸດການຊຶມຜ່ານຂອງຄໍເລັສເຕໍຣໍຈາກລະບົບທາງເດີນອາຫານເຂົ້າສູ່ກະແສເລືອດ ອີກທັງຊ່ວຍຕ້ານການແຂງຕົວຂອງເກັດເລືອດ ດັ່ງນັ້ນຈຶ່ງມີຜົນເຮັດໃຫ້ເກັດເລືອດບໍ່ຈັບຕົວເປັນກ້ອນເມື່ອພາຍໃນຫຼອດເລືອດເກີດການອັກເສບ ຫຼື ເປັນແຜນ ແຕ່ຢ່າງໃດກໍ່ຕາມສານອັລລິຊິນມັກພົບໃນກະທຽມສົດ ການຮັບປະທານອາຫານເສີມໃນຮູບແບບກະທຽມເມັດຄວນປຶກສາແພດກ່ອນຮັບປະທານ ຜັກບົ້ງ ໂພແທດເຊຍມໃນບົ້ງມີຄຸນສົມບັດສໍາຄັນໃນການຫຼຸດຄວາມດັນເລືອດ ດັ່ງນັ້ນຜູ້ທີ່ປ່ວຍເປັນຄວາມດັນເລືອດສູງຈຶ່ງຄວນຮັບປະທານຜັກບົ້ງເປັນປະຈໍາ ແຕ່ໃນກໍລະນີທີ່ຜູ້ປ່ວຍເປັນໂລກໄຕເຣື້ອລັງ ບໍ່ແນະນໍາໃຫ້ຮັບປະທານ ເພາະໂພແທດເຊຍມອາດເຮັດໃຫ້ໄຕເສື່ອມໄວຂຶ້ນໄດ້ ຊຶ່ງຜັກບຸ້ງ 100 ກຣາມຈະໃຫ້ພະລັງງານປະມານ 22 ກິໂລແຄລໍລີ ແລະ ໂພແທດເຊຍມສູງເຖິງ 312 ມິນລິກຣາມ ໝາກເລັ່ນ ໄລໂຄປີນ ແລະ ວິຕາມິນເອໃນໝາກເລັ່ນ […]
ມອບຮັບຂອງຂວັນເປັນເຄື່ອງບິນໂບອິງ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ຈາກກາຕາຣ໌

ຫຼັງຈາກຕົກເປັນກະແສວິພາກວິຈານ ແລະ ສ້າງຄວາມກັງວົນດ້ານຄວາມປອດໄພກໍລະນີກາຕາຣ໌ຈະມອບຂອງຂວັນເປັນເຄື່ອງບິນໂບອິງ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ລ່າສຸດສະຫະລັດຮັບມອບເຄື່ອງບິນລໍານີ້ແລ້ວ ກະກຽມດັດແປງນໍາເຂົ້າຮ່ວມຝູງບິນແອຣ໌ຟໍຊ໌ວັນ ວັນນີ້ (22 ພຶດສະພາ 2025) ໂຄສົກ ກະຊວງປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດສະຫະລັດເປີດເຜີຍວ່າ ພີທ ເຮກເຊທ ລັດຖະມົນຕີກາໂຫມ ໄດ້ຮັບມອບເຄື່ອງບິນໂບອິງ 747 ຈາກກາຕາຣ໌ແລ້ວຕາມກົດລະບຽບຂອງລັດຖະບານກາງ ໂດຍເຄື່ອງບິນລໍາດັ່ງກ່າວຈະຕ້ອງໄດ້ຮັບການດັດແປງກ່ອນນໍາໄປເປັນ ເຄື່ອງບິນປະຈໍາຕໍາແໜ່ງປະທານາທິບໍດີສະຫະລັດ ຫຼື ແອຣ໌ຟໍຊ໌ວັນ ເປັນການຊົ່ວຄາວ ລະຫວ່າງລໍບໍລິສັດໂບອິງສົ່ງລໍາໃໝ່ມາໃຫ້ ເຄື່ອງບິນລໍານີ້ເປັນຂອງຂວັນຈາກລາຊວົງກາຕາຣ໌ທີ່ມອບໃຫ້ໂດນັລ ທຣໍາ ຜູ້ນໍາສະຫະລັດ ມູນຄ່າ 400 ລ້ານໂດລາສະຫະລັດ ຄາດວ່າຕ້ອງໃຊ້ເວລາໃນການດັດແປງນານຫຼາຍປີກ່ອນນໍາມາໃຊ້ງານໄດ້ຈິງ ທັງການຕິດຕັ້ງລະບົບຮັກສາຄວາມປອດໄພເພີ່ມເຕີມ ແລະ ການອັບເກຣດທີ່ຈໍາເປັນສໍາລັບການເດີນທາງຂອງຜູ້ນໍາສະຫະລັດ ຊຶ່ງລວມເຖິງຄວາມສາມາດໃນການຕ້ານທານຄື່ນແມ່ເຫຼັກໄຟຟ້າຈາກການລະເບີດນິວເຄລຍ ແລະ ການເຕີມເຊື້ອໄຟກາງອາກາດ ໂດຍມີການປະເມີນດ້ວຍວ່າຕົ້ນທຶນໃນການດໍາເນີນການດັດແປງ ອາດສູງເຖິງ 1,000 ລ້ານໂດລາສະຫະລັດ ປະເດັນການມອບເຄື່ອງບິນເປັນຂອງຂວັນນີ້ກໍ່ໃຫ້ເກີດຄວາມກັງວົນດ້ານຄວາມປອດໄພ ລວມເຖິງເກີດສຽງວິພາກວິຈານ ແລະ ຄໍາຖາມກ່ຽວກັບຈະລິຍະທໍາ ແລະ ຄວາມຖືກຕ້ອງ […]
ພົບແບັກທີເຣັຍພັນໃໝ່ເທິງສະຖານີອະວະກາດ “ທຽນກົງ” ຂອງຈີນ

ຈີນພົບແບັກທີເຣຍສາຍພັນທຸ໌ໃໝ່ທີ່ບໍ່ເຄີຍພົບເທິງໂລກມາກ່ອນ ຢູ່ໃນສະຖານີອະວະກາດທຽນກົງ ແລະເບິ່ງຄືວ່າມັນຈະສາມາດປັບຕົວກັບສະຖານະການຢູ່ນັ້ນໄດ້ດີ ສໍານັກຂ່າວ ຊີຊີທີວີ ສື່ໂທລະພາບແຫ່ງຊາດຂອງຈີນລາຍງານໃນວັນທີ່ 21ພຶດສະພາ 2025 ວ່າ ນັກບີນອະວະກາດຈີນພົບແບັກທີເຣຍທີ່ມີລັກສະນະເປັນທ່ອນຂະໜາດນ້ອຍ ຊຶ່ງບໍ່ເຄີຍເຈີທີ່ໃດເທິງໂລກມາກ່ອນ ຢູ່ພາຍໃນຫ້ອງຄວບຄຸມຂອງສະຖານີອະວະກາດທຽນກົງ ແລະ ມັນອາໄສຢູ່ໃນສະພາວະໄຮ້ນ້ຳໜັກ ໂດຍເຈົ້າໜ້າທີ່ຕັ້ງຊື່ໃຫ້ມັນວ່າ “ນີອັລລີຍາ ທຽນກົງເຈນຊິສ” (Niallia tiangongensis) ນັກບີນອະວະກາດເກັບຕົວຢ່າງແບັກທີເຣຍດັ່ງກ່າວຈາກສະຖານີອະວະກາດທຽນກົງເມື່ອເດືອນພຶດສະພາ 2023 ແລ້ວສົ່ງມັນກັບໂລກໃນສະພາບຖືກແຊ່ແຂງເພື່ອສຶກສາ ໂດຍມີເປົ້າໝາຍເພື່ອສຶກສາພຶດຕິກໍາຂອງສິ່ງມີຊີວິດຂະໜາດນ້ອຍຊະນິດນີ້ ຊຶ່ງຖືກພົບໃນສະພາບແວດລ້ອມແບບປິດຢ່າງສິ້ນເຊີງ ຜົນການສຶກສາຊຶ່ງເຜີຍແຜ່ໃນວາລະສານ Systematic and Evolutionary Microbiology ບັນຍາຍວ່າ ການວິເຄາະຕົວຢ່າງດັ່ງກ່າວສະແດງໃຫ້ເຫັນວ່າ ແບັກທີເຣຍຕົວນີ້ເປັນສາຍພັນທຸ໌ໃໝ່ຂອງແບັກທີເຣຍໃນຕະກູນ (genus) “ນີອັລລີຍາ” ແລະ ຜົນການກວດສອບລໍາດັບຍີນພົບວ່າຍາດທີ່ໃກ້ຊິດທີ່ສຸດຂອງມັນແມ່ນແບັກທີເຣຍ “ນີອັລລີຍາ ເຊີຄູລັນສ໌” ຊຶ່ງມີຢູ່ເທິງໂລກ ຢ່າງໃດກໍ່ຕາມ ສາຍພັນທຸ໌ທຽນກົງມີຍີນຕ່າງກັນຫຼາຍ ນີອັລລີຍາທຽນກົງເຈນຊິສ ມີຄວາມແຕກຕ່າງທາງໂຄງສ້າງ ແລະ ການເຮັດວຽກ ໝາຍຄວາມວ່າມັນປັບຕົວຢ່າງດີເພື່ອອາໄສຢູ່ໃນສະຖານີອະວະກາດ ມັນມີຄວາມສາມາດໃນການຍ່ອຍສະລາຍເຈລາຕິນໃນຮູບແບບທີ່ບໍ່ເໝືອນໃຜ ເຮັດໃຫ້ມັນສາມາດກິນໂປຣທີນຊະນິດນີ້ເພື່ອເອົາຊີວິດລອດໃນສະພາບແວດລ້ອມທີ່ຂາດສານອາຫານຢ່າງເທິງສະຖານີອະວະກາດໄດ້ ນອກຈາກນັ້ນ […]
ຜົນກະທົບຈາກສິນຄ້າຈີນ “ພານາໂຊນິກ” ກຳໄລຫຼຸດລົງ ຍອດຂາຍຕົກ ປົດອອກພະນັກງານ 10,000 ຕຳແໜ່ງ

“ພານາໂຊນິກ” ປັບໂຄງສ້າງອົງກອນ – ປົດຄົນຄັ້ງໃຫຍ່ ສື່ຂອງຍີ່ປຸ່ນລາຍງານວ່າ “ພານາໂຊນິກ ໂຮລດິງສ໌” ບໍລິສັດຍັກໃຫຍ່ດ້ານເອເລັກໂທຣນິກຂອງຍີ່ປຸ່ນ ວາງແຜນທີ່ຈະເລີກຈ້າງພະນັກງານປະມານ 10,000 ຄົນ ຫຼືປະມານ 5% ຂອງພະນັກງານທົ່ວໂລກ ເປັນຄວາມຕ້ອງການປັບໂຄງສ້າງຄັ້ງໃຫຍ່ ໂດຍເນັ້ນໄປທີ່ການຕັດທຸລະກິດທີ່ບໍ່ມີກໍາໄລ ຂໍ້ມູນລະບຸວ່າຈະມີການເອົາຄົນອອກ ຫຼື ເລີກຈ້າງພະນັກງານ ແບ່ງເປັນໃນຍີ່ປຸ່ນ 5,000 ຕໍາແໜ່ງ ແລະທົ່ວໂລກອີກ 5,000 ຕໍາແໜ່ງ ຊຶ່ງຂະບວນການຫຼຸດພະນັກງານນີ້ ສ່ວນໃຫຍ່ຈະເກີດຂຶ້ນພາຍໃນປີງົບປະມານ ທີ່ຈະສີ້ນສຸດໃນເດືອນມີນາຄົມ 2026 ຜ່ານມາດຕະການຕ່າງໆ ເຊັ່ນ: ໂຄງການກະສຽນອາຍຸກ່ອນກໍານົດ ໂດຍສ່ວນໃຫຍ່ຈະເປັນຝ່າຍຂາຍແລະຝ່າຍບໍລິຫານ ໂດຍພານາໂຊນິກຕັ້ງເປົ້າທີ່ຈະທຸ່ມທຸນທຸບຫຼາຍຂຶ້ນໃນການບໍລິການທີ່ໃຊ້ AI ສໍາລັບລູກຄ້າຂອງບໍລິສັດ ພ້ອມກັນນັ້ນ ບໍລິສັດກໍາລັງພິຈາລະນາຂາຍທຸລະກິດໂທລະພາບ ແລະ ແຍກຫົວໜ່ວຍງານທີ່ຊ່ຽວຊານດ້ານເຄື່ອງໃຊ້ໃນບ້ານ ເຄື່ອງປັບອາກາດ ແລະລະບົບໄຟ ທ່ານ ຄູຊູມິ ຍູກິ ປະທານກໍາມະການບໍລິຫານ ຫຼື CEO ຂອງພານາໂຊນິກ ກ່າວເມື່ອວັນສຸກທີ່ 9 […]
ແຈ້ງຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ

ແຈ້ງຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ ອີງຕາມແຈ້ງການຂອງ ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ລົງວັນທີ 20 ພຶດສະພາ 2025 ກ່ຽວກັບ ແຈ້ງການໃຫ້ຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານການຄຸ້ມຄອງພາຫານະໃຫ້ເຂົ້າສູ່ລະບົບ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ຈຶ່ງແຈ້ງມາຍັງທ່ານ ປະຕິບັດດັ່ງນີ້: ໃຫ້ຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ ຕາມຄໍາແນະນໍາສະບັບ ເລກທີ 0612/ຫອຄ, ລົງວັນທີ 21 ມີນາ 2025. ການປ່ຽນແປງເນື້ອໃນ ຫຼື ໃບອະນຸຍາດ ດໍາເນີນກິດຈະການ ການຈໍາໜ່າຍພາຫານະແມ່ນໃຫ້ລໍຖ້າຄະນະ ຮັບຜິດຊອບໃນການລົງກວດກາຄືນບັນດາບໍລິສັດນໍາເຂົ້າ, ຈໍາໜ່າຍພາຫານະ ຈົນກວ່າຈະສຳເລັດເພື່ອຄວາມ ຖືກຕ້ອງ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ. ສະຫຼຸບລາຍງານ ບັນດາບໍລິສັດ ທີ່ສ້າງຕັ້ງ ແລະ ດໍາເນີນທຸລະກິດການຈໍາໜ່າຍພາຫານະ ພາຍໃນແຂວງ, ນະຄອນຫຼວງ ສົ່ງໃຫ້ ກົມການຄ້າພາຍໃນບໍ່ໃຫ້ກາຍວັນທີ […]
ກ້າວແລກສູ່ສັງວຽນ ຈີນຈັດແຂ່ງຫຸ່ນຍົນຊົກມວຍນັດແລກຂອງໂລກ

ຈີນຈັດການແຂ່ງຂັນຊົກມວຍນັດປະຫວັດສາດ ດ້ວຍການນຳຫຸ່ນຍົນຮິວແມນນອຍດ໌ມາຊົກກັນ ເປັນຄັ້ງແລກຂອງໂລກ ຊຶ່ງການຊົກຈະຈັດຂຶ້ນທີ່ເມືອງຫາງໂຈວ ໃນແຂວງເຈີ້ຈຽງ ໂດຍຫຸ່ນຍົນທີ່ຈະຂຶ້ນຊົກເປັນຫຸ່ນຍົນຈາກບໍລິສັດ Unitree Robotics ໃນເມືອງຫາງໂຈວ ທີມອ້າຍລ້ຽງກໍກຳລັງທົດສອບລະບົບ ລວມທັງອອກແບບທ່າຊົກຂອງຫຸ່ນຍົນທັງສອງຕົວ ໃຫ້ຊົກຄູ່ຕໍ່ສູ້ໄດ້ຢ່າງແມ່ນຢຳ ມີທັງຫມັດແຢັບ, ຫມັດຮຸກ ເໝືອນນັກຊົກທີ່ເປັນຄົນຈິງໆ ນອກຈາກນີ້, ຕົວຮ່າງກາຍດີ້ຂອງຫຸ່ນຍົນກໍຕ້ອງອອກແບບມາໃຫ້ມີຄວາມທົນທານ ເພາະເວລາຖືກຫມັດໜັກໆ ຂອງຄູ່ຊົກ ຫຸ່ນຍົນຈະໄດ້ບໍ່ເພ ແລະ ສາມາດຊົກຕໍ່ໄດ້ ແລະ ຖ້າຫຸ່ນຍົນໂດນຊົກຈົນລົ້ມລົງໄປ ກໍສາມາດລຸກຂຶ້ນມາຊົກໃໝ່ໄດ້ດ້ວຍ ຫຸ່ນຍົນຊົກມວຍຍັງໄດ້ຮັບການປ້ອນໂປຣແກຣມໃຫ້ຮຽນຮູ້ເຕັກນິກຊົກມວຍຂອງນັກຊົກດັງໆ ຈາກທົ່ວໂລກ ຊຶ່ງການພັດທະນາເຫຼົ່ານີ້ ຈະຊ່ວຍພັດທະນາເຕັກໂນໂລຢີການສ້າງຫຸ່ນຍົນທັງໝົດໃຫ້ກ້າວໜ້າໄປອີກຂັ້ນ ການຊົກມວຍຫຸ່ນຍົນນັດນີ້ຈະຊົກກັນວັນອາທິດທີ 25 ພຶດສະພານີ້ ຊຶ່ງໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນໃນປະເທດຈີນ ຕອນນີ້ນັກມວຍກໍກຳລັງຝຶກຊ້ອມກັນຢ່າງໜັກ ກ່ອນການຊົກທີ່ຈະມາເຖິງໃນວັນອາທິດນີ້