ເກີດເຫດ ‘ລະເບີດພຼີຊີບ’ ລົດເມນັກຮຽນໃນປາກີສຖານ ຕາຍ 4 ບາດເຈັບກວ່າ 30 ຄົນ

ເອເອຟພີລາຍງານວ່າ ເກີດເຫດລະເບີດພຼີຊີບໃນປາກີສຖານໃນວັນພຸດ (21 ພຶດສະພາ) ມຸ່ງເປົ້າໄປທີ່ລົດເມຮັບສົ່ງນັກຮຽນຂອງໂຮງຮຽນສັງກັດໜ່ວຍງານທະຫານທາງຕາເວັນຕົກສ່ຽງໃຕ້ຂອງປາກີສຖານ   ເຮັດໃຫ້ມີເດັກເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ມີຄົນບາດເຈັບອີກກວ່າ 30 ຄົນ   ຢາຊີ ອິກບັນ ດາສຕິ ເຈົ້າໜ້າທີ່ລັດທ້ອງຖິ່ນລະດັບອາວຸໂສໃນເຂດຄຸສດາ ແຂວງບາລູຈິສຖານ ເປີດເຜີຍວ່າ ລົດເມຮັບສົ່ງນັກຮຽນຂອງໂຮງຮຽນທະຫານ (Army Public School) ຕົກເປັນເປົ້າໝາຍ ແລະ ສາເຫດຂອງເຫດການລະເບີດກຳລັງຢູ່ລະຫວ່າງການສືບສວນ ຊຶ່ງເບື້ອງຕົ້ນບົ່ງຊີ້ວ່າເປັນລະເບີດພຼີຊີບ   ເຈົ້າໜ້າທີ່ຕຳຫຼວດລະດັບອາວຸໂສຢືນຢັນຍອດຜູ້ເສຍຊີວິດກັບເອເອຟພີ ແຕ່ບໍ່ເປີດເຜີຍຊື່ຜູ້ເສຍຊີວິດ ແລະ ຄາດວ່າຍອດຜູ້ເສຍຊີວິດອາດເພີ່ມຂຶ້ນອີກ   ທັງນີ້, ປົກກະຕິແລ້ວລົດໂຮງຮຽນຈະຮັບສົ່ງລູກຫຼານທະຫານ ແລະ ພົນລະເຮືອນທີ່ອາໄສຢູ່ໃນພື້ນທີ່   ໃນປີ 2014, ລົດໂຮງຮຽນທະຫານໃນເຂດເປຊາວາ ໃນແຂວງໄຄເບີ ປັກຕຸນຄວາທາງຕາເວັນຕົກສ່ຽງເໜືອຂອງປາກີສຖານ ຖືກມືປືນກວາດຍິງ ສັງຫານຜູ້ຄົນໄປກວ່າ 150 ຄົນ ແລະ ສ່ວນໃຫຍ່ເປັນນັກຮຽນ   ການໂຈມຕີຢ່າງໂຫດຮ້າຍນັ້ນ ກະຕຸ້ນໃຫ້ທາງການປາກີສຖານຕ້ອງປາບປາມກຸ່ມກໍ່ການຮ້າຍທີ່ເພີ່ມຂຶ້ນມາຫຼາຍປີໃນເຂດຊາຍແດນ   ດ້ານໂມຊິນ […]

ຫວຽດນາມຈັບມືສະຫະລັດ ພັດທະນາ ‘ໂຮງໄຟຟ້ານິວເຄລຍ’ ຮ່ວມລົງທຶນ-ຖ່າຍທອດເຕັກໂນໂລຢີ

“ເວສຕິ້ງເຮົາສ໌” (Westinghouse) ບໍລິສັດສ້າງໂຮງໄຟຟ້ານິວເຄລຍໃນສະຫະລັດ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັບ “ເປໂຕຣຫວຽດນາມ” (PetroVietnam) ບໍລິສັດພະລັງງານລາຍໃຫຍ່ທີ່ສຸດຂອງຫວຽດນາມ   ເພື່ອພັດທະນາ “ໂຮງໄຟຟ້ານິວເຄລຍ” ຕາມລາຍງານຂອງທາງການຮ່າໂນ້ຍເມື່ອວັນອັງຄານ (20 ພຶດສະພາ) ຂະນະທີ່ຫວຽດນາມພະຍາຍາມຫຼີກລ່ຽງການຖືກເກັບພາສີໃນອັດຕາສູງຈາກລັດຖະບານທຣັມປ໌   ຂໍ້ຕົກລົງດັ່ງກ່າວມຸ່ງເນັ້ນທີ່ຮູບແບບການລົງທຶນໃນໂຄງສ້າງພື້ນຖານດ້ານພະລັງງານ, ການຖ່າຍທອດເຕັກໂນໂລຢີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ ຕາມທີ່ລະບຸໄວ້ໃນຂໍ້ຕົກລົງ   ທັງນີ້, ຮ່າໂນ້ຍ ແລະ ວໍຊິງຕັນກຳລັງຢູ່ໃນ “ຊ່ວງເຈລະຈາການຄ້າຮອບທີສອງ” ຫຼັງຈາກປະທານາທິບໍດີໂດນັລ ທຣັມປ໌ ຂອງສະຫະລັດຂູ່ຈະຮຽກເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມໃນອັດຕາ 46%   ຫວຽດນາມມີດຸນການຄ້າເກີນດຸນກັບສະຫະລັດ ຫຼາຍເປັນ “ອັນດັບສາມ” ຂອງໂລກ ຮອງຈາກຈີນ ແລະ ເມັກຊິໂກ ແລະ ກຳລັງເລັ່ງຫາທາງແກ້ໄຂຄວາມບໍ່ສົມດຸນທາງການຄ້າ ເພື່ອຫຼີກລ່ຽງການຖືກເກັບພາສີຕາມທີ່ຖືກຂູ່   ເໜືອງ ຮ່ອງ ດຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງຫວຽດນາມກ່າວລະຫວ່າງການປະຊຸມກັບຜູ້ບໍລິຫານຂອງເວສຕິ້ງເຮົາສ໌ວ່າ ຄວາມຮ່ວມມືດ້ານການພັດທະນາພະລັງງານຈະເປັນພະລັງຂັບເຄື່ອນທີ່ສຳຄັນ ຊຶ່ງມີສ່ວນຊ່ວຍ ‘ປັບສົມດຸນການຄ້າ’ ລະຫວ່າງຫວຽດນາມ ແລະ ສະຫະລັດ”   […]

ພົບພຣະປາງຊະນະມານ 1 ອົງ ຈາກການສືບຕໍ່ຄົ້ນວັດຖຸບູຮານຢູ່ດອນເຜິ້ງຄຳ ໄລຍະທີ 3

ທີມງານຂຸດຄົ້ນວັດຖຸບູຮານຢູ່ເມືອງຕົ້ນເຜິ້ງ ພົບພະພຸດທະຮູບ 1 ອົງ ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ 2025 ທີມງານຂຸດຄົ້ນກອບກູ້ພະພຸດທະຮູບ ແລະ ວັດຖຸບູຮານໄລຍະທີ 3 ທີ່ແຄມຂອງດອນເຜິ້ງຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ພົບພະພຸດທະຮູບ 1 ອົງ   ເປັນພະປາງຊະນະມານ ລວງສູງ 32 ຊັງຕີແມັດ, ບ່າໄຫລ່ກວ້າງ 18 ຊັງຕີແມັດ, ຮູບປະພັນບໍ່ສົມບູນ.   ນອກຈາກນີ້, ຍັງພົບວັດຖຸຮູບປະພັນຄາຍຄືເງິນ ຈໍານວນ 4 ອັນ, ຮູບປະພັນຄ້າຍຄືໜ້າຖັ່ງເຫລັກ 1 ອັນ ແລະ ຊິ້ນສ່ວນຂອງພະຈໍານວນໜຶ່ງ. ການຂຸດຄົ້ນກອບກູ້ພະພຸດທະຮູບ ແລະ ວັດຖຸບູຮານທີ່ແຄມຂອງ ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ໄລຍະ 3 ພາຍຫລັງເລີ່ມຂຸດຄົ້ນມາ ເປັນເວລາ 10 ກວ່າວັນແລ້ວ   ການຂຸດຄົ້ນແມ່ນດຳເນີນໄປຕາມແຜ່ນຜັງການສຳຫລວດ ຂອງບໍລິສັດອາກົວ ທີ່ໄດ້ມາຊ່ວຍເຫລືອລ້າໃນ […]

ເອກະສານຮົ່ວໄຫຼ ‘ສະຫະລັດ’ ກຽມເຮັດສົງຄາມ ‘ຈີນ’ ໄລຍະຍາວ ສ່ຽງໂຈມຕີຖານທັບ

ເມື່ອຕົ້ນເດືອນພຶດສະພານີ້, ພົນອາກາດຕີດັກ ວິກເຄີດ ໄດ້ເອີ້ນຜູ້ນຳພົນເຮືອນໃນພື້ນທີ່ຢູ່ໃກ້ ມາພົບກັນທີ່ຖານທັບອາກາດເອັດເວີດສ໌ ໃນລັດແຄລິຟໍເນຍ ປະເທດ ສະຫະລັດ ເພື່ອເຕືອນພວກເຂົາວ່າ ຫາກ ຈີນໂຈມຕີໄຕ້ຫວັນ ໃນອີກບໍ່ເທົ່າໃດປີຂ້າງໜ້າ ຄວນເລີ່ມຕົ້ນກຽມພ້ອມຮັບມືກັບຄວາມວຸ້ນວາຍທີ່ອາດເກີດໃນເຂດໃກ້ຄຽງ   ລາຍງານອັນໜ້າຕື່ນຕາຕື່ນໃຈຂອງ ກອງທັບສະຫະລັດ ໄດ້ຮົ່ວໄຫຼໄປໃນໂລກໂຊຊຽ ຊຶ່ງເປັນຄຳເຕືອນຈາກວິກເຄີດ ໜຶ່ງໃນນັກບິນທີ່ມີປະສົບການຫຼາຍທີ່ສຸດຄົນໜຶ່ງຂອງສະຫະລັດ   ຊຶ່ງປັດຈຸບັນເປັນຜູ້ບັງຄັບບັນຊາການກອງບິນທົດສອບທີ 412 ໄດ້ບັນລະຍາຍສະຫຼຸບເຖິງ ສະຖານະການ ກອງທັບຈີນ ທີ່ຄ່ອຍໆ ຂະຫຍາຍເຕີບໂຕຢ່າງວ່ອງໄວ ແລະ ສະຫະລັດໄດ້ກຽມພ້ອມຮົບໃນສົງຄາມຄັ້ງໃຫຍ່   ເຄື່ອງບິນລ້ຳສະໄໝຂອງສະຫະລັດທີ່ຜະລິດໃນ “ແອໂຣສເປສວັລເລ” ຊຶ່ງຕັ້ງຢູ່ໃກ້ກັບລັດແຄລິຟໍເນຍ ໂດຍສະເພາະເຄື່ອງບິນ B-21 ເປັນເຄື່ອງບິນຈູ່ໂຈມ   ຊຶ່ງປັດຈຸບັນມາແທນທີ່ເຄື່ອງບິນຖິ້ມລະເບີດ ສະເຕລທ໌ B-2 ສ້າງຂຶ້ນໃນປີທົດສະວັດ 1990 ຖືເປັນເຄື່ອງມືຕໍ່ກອນທີ່ສຳຄັນ ເຮັດໃຫ້ປັກກິ່ງບໍ່ກ້າໂຈມຕີ   ເຖິງຢ່າງໃດກໍຕາມ ຫາກການຢັບຢັ້ງບໍ່ເປັນຜົນສຳເລັດ ນັ້ນໝາຍຄວາມວ່າ ມີແນວໂນ້ມທີ່ຈີນຈະໂຈມຕີສະຫະລັດດ້ວຍ ລວມເຖິງໂຮງງານນອດລູມ ກຣູມແມນ ທີ່ຕັ້ງຢູ່ໃກ້ຄຽງ ຊຶ່ງເປັນແຫຼ່ງຖານການຜະລິດເຄື່ອງບິນຮົບເຫຼົ່ານີ້   “ຫາກສົງຄາມຄັ້ງນີ້ເກີດຂຶ້ນ […]

ທຣັມປ໌ເປີດຕົວແຜນຕິດຕັ້ງ “ໂດມຄຳ” ປ້ອງກັນຂີປະນາວຸດທາງບົກ, ທະເລ, ແລະ ອາວະກາດ ພ້ອມທຸ່ມງົບ 1750 ລ້ານໂດລາ

ໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ ເປີດຕົວແຜນຕິດຕັ້ງ “ໂດມຄຳ” ລະບົບປ້ອງກັນຂີປະນາວຸດແບບໃໝ່ ມູນຄ່າປະມານ 1750 ລ້ານໂດລາ ຄ້າຍຄືກັບໄອຣອນ ໂດມຂອງອິສຣາເອນ ເພື່ອປົກປ້ອງດິນແດນສະຫະລັດ ຈາກການໂຈມຕີດ້ວຍຂີປະນາວຸດ ທັງທາງບົກ, ທະເລ ແລະ ອາວະກາດ   ວັນທີ 20 ພຶດສະພາ 2025 ທ່ານໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ ປະກາດເປີດຕົວໂຄງການ “ໂກລເດນ ໂດມ” (Golden Dome) ລະບົບປ້ອງກັນຂີປະນາວຸດແຫ່ງອະນາຄົດ ໂດຍລະບຸວ່າ ໂຄງການນີ້ໄດ້ຮັບແຮງບັນດານໃຈຈາກລະບົບ “ໂດມເຫຼັກ” (Iron Dome) ຂອງອິສຣາເອນ   ແຕ່ຈະມີຂະໜາດໃຫຍ່ກວ່າ ແລະ ສາມາດປ້ອງກັນໄພຂົ່ມຂູ່ທາງອາກາດໄດ້ຮອບດ້ານ ທັງຂີປະນາວຸດແບບຄວາມໄວເໜືອສຽງ, ຂີປະນາວຸດພິໄສໄກ ຕະຫຼອດຈົນລະບົບໂຈມຕີຈາກວົງໂຄຈອນອາວະກາດ (Fractional Orbital Bombardment Systems)   ຜູ້ນຳສະຫະລັດລະບຸວ່າໄດ້ມອບໝາຍໃຫ້ ພົນເອກໄມເຄິລ ເກັດໄລນ໌ ຮອງຜູ້ບັນຊາການກອງທັບອາວະກາດເປັນຜູ້ດູແລໂຄງການ ຫຼັງຈາກກອງທັບເຫັນດີກັບໂຄງການນີ້   […]

ສະຫະລັດ ພົບອຸປະກອນສື່ສານຕ້ອງສົງໄສໃນໂຊລາເຊວຈາກຈີນກັງວົນເລື່ອງຄວາມໝັ້ນຄົງເຄືອຂ່າຍໄຟຟ້າ

ສຳນັກຂ່າວຣອຍເຕີ ລາຍງານວ່າ ເຈົ້າໜ້າທີ່ດ້ານພະລັງງານຂອງສະຫະລັດ ກຳລັງກວດສອບຄວາມສ່ຽງຈາກອຸປະກອນໂຊລາເຊວທີ່ຜະລິດໃນຈີນ ຫຼັງພົບຊິ້ນສ່ວນສື່ສານທີ່ບໍ່ຢູ່ໃນເອກະສານທາງເທັກນິກເຊື່ອງຢູ່ໃນອິນເວີເຕີພະລັງງານແສງຕາເວັນ ແລະ ແບັດເຕີຣີຂອງຈີນ ຊຶ່ງອາດໃຊ້ຫຼີກລ່ຽງລະບົບໄຟຣ໌ວອລ ແລະ ເຂົ້າເຖິງລະບົບໄຟຟ້າຂອງປະເທດຈາກໄລຍະໄກ   ອຸປະກອນອິນເວີເຕີຕ້ອງສົງໄສ   ອິນເວີເຕີເປັນອຸປະກອນສຳຄັນທີ່ເຮັດໜ້າທີ່ເຊື່ອມຕໍ່ແຜງໂຊລາເຊວ ແລະ ກັງຫັນລົມເຂົ້າກັບໂຄງຂ່າຍໄຟຟ້າ ໂດຍເຮັດໜ້າທີ່ແປງກະແສໄຟຟ້າຈາກກະແສຕົງ (DC) ເປັນກະແສສະຫຼັບ (AC) ເພື່ອນຳໄປໃຊ້ງານໃນລະບົບໄຟຟ້າ ອິນເວີເຕີສ່ວນໃຫຍ່ມັກຜະລິດໃນປະເທດຈີນ ແລະ ໃຊ້ງານຢ່າງແພ່ຫຼາຍທົ່ວໂລກ   ເຖິງຢ່າງໃດກໍ່ຕາມ ຜູ້ຊ່ຽວຊານດ້ານຄວາມປອດໄພພົບວ່າ ອິນເວີເຕີບາງລຸ້ນມີຊິ້ນສ່ວນສື່ສານ ເຊັ່ນ: ວິທະຍຸເຊລລູລາ ທີ່ບໍ່ໄດ້ລະບຸໄວ້ໃນເອກະສານທາງເທັກນິກຂອງຜະລິດຕະພັນ ອຸປະກອນເຫຼົ່ານີ້ອາດຖືກໃຊ້ເພື່ອເຂົ້າຄວບຄຸມຫຼືປິດລະບົບອິນເວີເຕີຈາກໄລຍະໄກ ຊຶ່ງສ່ຽງຕໍ່ການເຮັດໃຫ້ໂຄງຂ່າຍໄຟຟ້າເກີດຄວາມບໍ່ສະຖຽນ ຫຼື ອາດນຳໄປສູ່ໄຟດັບໃນວົງກວ້າງ   ໂດຍທົ່ວໄປ ອິນເວີເຕີຖືກອອກແບບໃຫ້ສາມາດອັບເດດຊອຟແວ ແລະ ປັບປ່ຽນການຕັ້ງຄ່າຈາກໄລຍະໄກໄດ້ເພື່ອຄວາມສະດວກໃນການບຳລຸງຮັກສາ ແຕ່ລະບົບສາທາລະນຸປະໂພກມັກຕິດຕັ້ງໄຟຣ໌ວອລ ຫຼື ມາດຕະການຄວາມປອດໄພອື່ນໆ   ເພື່ອປ້ອງກັນການເຂົ້າເຖິງຈາກບຸກຄົນພາຍນອກ ເຖິງຢ່າງໃດກໍ່ຕາມ ການມີອຸປະກອນສື່ສານທີ່ບໍ່ໄດ້ຮັບອະນຸຍາດຕິດຕັ້ງຢູ່ພາຍໃນອິນເວີເຕີ ອາດເຮັດໃຫ້ມາດຕະການເຫຼົ່ານັ້ນບໍ່ສາມາດປ້ອງກັນການເຂົ້າເຖິງຈາກໄລຍະໄກໄດ້ຢ່າງມີປະສິດທິພາບ   ໄມຄ໌ ໂຣເຈີສ໌ (Mike Rogers) ອະດີດຜູ້ອຳນວຍການສຳນັກງານຄວາມໝັ້ນຄົງແຫ່ງຊາດສະຫະລັດ ລະບຸວ່າ […]

ເປັນຫຍັງຄົນຈຶ່ງຕິດການພະນັນ ເຖິງແມ່ນວ່າເສຍເງິນເປັນຮ້ອຍລ້ານກໍ່ຢຸດຫຼິ້ນບໍ່ໄດ້

ຄົນທົ່ວໄປອາດຈະຄິດວ່າຄົນທີ່ຫຼິ້ນການພະນັນສ່ວນໃຫຍ່ ມີສາເຫດຫຼັກໆ ຄືຕ້ອງການເງິນ ເພາະເຊື່ອວ່າຕົວເອງມີໂຊກ ມີເທັກນິກການຫຼິ້ນທີ່ສາມາດເອົາຊະນະບ່ອນພະນັນ ຫຼື ເອົາຊະນະເຈົ້າມືໄດ້   ມອງວ່າການພະນັນຄືໂອກາດທີ່ຈະສາມາດສ້າງເງິນແສນ ເງິນລ້ານໄດ້ງ່າຍໆ ໂດຍບໍ່ຕ້ອງລົງມືເຮັດວຽກຫຍັງ   ແຕ່ໃນຄວາມເປັນຈິງຄົນທີ່ຫຼິ້ນການພະນັນກໍ່ບໍ່ໄດ້ມີສາເຫດ ພຽງເພາະຢາກໄດ້ເງິນພຽງຢ່າງດຽວ ເຮົາຈະເຫັນໄດ້ວ່າມີຄົນທີ່ຕິດການພະນັນຈຳນວນຫຼາຍ ເປັນຄົນທີ່ຮັ່ງມີ ເປັນມະຫາເສດຖີຢູ່ແລ້ວ   ແຕ່ກໍ່ຍັງຕິດການພະນັນ ທັງທີ່ຫຼິ້ນໄປກໍ່ມີແຕ່ເສຍກັບເສຍ ແລະ ເຖິງບໍ່ຫຼິ້ນພວກເຂົາກໍ່ມີເງິນເຫຼືອໃຊ້ຫຼາຍຢູ່ແລ້ວ ແລ້ວພວກເຂົາຈະຫຼິ້ນການພະນັນໄປເພື່ອຫຍັງ ໃຫ້ເສຍເງິນໄປລ້າໆ   Kindbridge ຊຶ່ງເປັນເວັບໄຊທີ່ໃຫ້ຄຳປຶກສາບັນຫາຕິດການພະນັນ ລະບຸວ່າສາເຫດຫຼັກທີ່ເຮັດໃຫ້ຄົນຮັ່ງມີຫຼິ້ນການພະນັນ ເພາະໂດຍທົ່ວໄປແລ້ວ ຄົນລວຍມີນິໄສມັກຄວາມສ່ຽງ   ເຮັດໃຫ້ພວກເຂົາຊື່ນມັກກິດຈະກຳທີ່ມີຄວາມສ່ຽງ ບໍ່ວ່າຈະເປັນການຂັບລົດແຂ່ງ, ການກະໂດດຮົ່ມ, ການປີນເຂົາ, ລວມທັງການພະນັນ ແມ່ນຈະມີຄວາມສ່ຽງ   ແຕ່ຄົນຮັ່ງມີຈະຮູ້ສຶກວ່າຕົວເອງມີການຈັດການທີ່ດີພໍທີ່ຈະສາມາດປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນໄດ້ ສຳລັບການພະນັນ ຄົນຮັ່ງມີເຊື່ອໝັ້ນວ່າຕົວເອງມີສະຕິ ມີຄວາມຮູ້ ມີປະສົບການຫຼາຍພໍທີ່ຈະຄວບຄຸມຕົວເອງໄດ້ ແລະ ເມື່ອຫຼິ້ນເສຍ ການທີ່ພວກເຂົາມີເງິນເຫຼືອກິນເຫຼືອໃຊ້ຢູ່ແລ້ວ ເຮັດໃຫ້ພວກເຂົາຫຼິ້ນການພະນັນໄດ້ນານຂຶ້ນ ເສຍເງິນໄດ້ນານຂຶ້ນ ຍິ່ງເຮັດໃຫ້ຄົນລວຍຫຼິ້ນການພະນັນເສຍໜັກໄດ້ຫຼາຍກວ່າຄົນທົ່ວໄປຫຼາຍສິບເທົ່າ     ສຳລັບຄົນລວຍທີ່ໄດ້ເງິນມາງ່າຍໆ ເຊັ່ນ: ຮັ່ງມີຈາກການເຮັດທຸລະກິດທີ່ຜິດກົດໝາຍ ຫຼື […]

ຈີນເປີດຕົວ “ໂຮງໝໍ AI” ແຫ່ງທຳອິດຂອງໂລກ!

ທີມນັກວິໄຈຈາກມະຫາວິທະຍາໄລຊິງຫວາ ພັດທະນາໂຮງໝໍລະບົບປັນຍາປະດິດ ປິ່ນປົວຄົນເຈັບກວ່າ 10,000 ຄົນພາຍໃນບໍ່ເທົ່າໃດມື້     ໂຮງໝໍທີ່ປິ່ນປົວດ້ວຍລະບົບປັນຍາປະດິດແຫ່ງນີ້ ພັດທະນາໂດຍທີມນັກວິໄຈຈາກມະຫາວິທະຍາໄລຊິງຫວາຂອງປະເທດຈີນ ໂດຍແພດ ແລະ ພະຍາບານເອໄອຈະຂັບເຄື່ອນໂດຍ LLM (Large Language Model)   ຊຶ່ງເປັນເອໄອທີ່ຊ່ວຍເກັບຂໍ້ມູນເຊິງເລິກຈຳນວນຫຼາຍ ເຮັດໃຫ້ກຸ່ມແພດເອໄອສາມາດນຳຂໍ້ມູນໄປຮຽນຮູ້ ແລະ ນຳໄປໃຊ້ກັບຄົນເຈັບໄດ້ ໂດຍມີລາຍງານຈາກ MedQA dataset ວ່າມີອັດຕາຄວາມແມ່ນຢຳໃນການປິ່ນປົວເຖິງ 93.06%   ໂດຍກວດສອບທັງລະບົບການປິ່ນປົວ ຕັ້ງແຕ່ການວິນິດໄສໄປຈົນເຖິງການຕິດຕາມອາການຫຼັງຈາກປິ່ນປົວຫາຍແລ້ວ   ແຕ່ໂຮງໝໍເອໄອແຫ່ງນີ້ກໍ່ຍັງມີບັນຫາໃນການປັບໃຫ້ເຂົ້າກັບລະບຽບປະຕິບັດທາງການແພດຂອງປະເທດ ແລະ ບັນຫາທີ່ຫຼາຍຄົນອາດຈະເບິ່ງວ່າເອໄອຈະມາຍາດວຽກມະນຸດຫຼືບໍ່   ໂດຍ ດຣ.ຕົງຈຽຫົງ ແຫ່ງມະຫາວິທະຍາໄລຊິງຫວາ ກ່າວວ່າ ເຖິງແມ່ນວ່າ ເອໄອຈະຊ່ວຍເພີ່ມປະສິດທິພາບການປິ່ນປົວພະຍາດ ແລະ ດູແລສຸຂະພາບໄດ້ຢ່າງທ່ຽງຕົງ ແຕ່ລະບົບເອໄອກໍ່ຍັງບໍ່ສາມາດແທນທີ່ບຸກຄະລາກອນທາງການແພດທີ່ເປັນມະນຸດ ຊຶ່ງມີຄວາມໃສ່ໃຈ ແລະ ເຫັນອົກເຫັນໃຈຄົນເຈັບໄດ້    

Volonaut Airbike ລົດຈັກໄຟຟ້າບິນໄດ້ ສາມາດບິນຂຶ້ນ-ລົງ ຄ້າຍເຮລິຄອບເຕີ ແລະ ສາມາດລອຍຕົວຢູ່ກາງອາກາດໄດ້ຢ່າງສະຖຽນ

ນີ້ຄືພາບເຫດການແທ້ ຄົນສະແດງແທ້ ບໍ່ແມ່ນ AI   ກັບການທົດສອບ Volonaut Airbike ລົດຈັກໄຟຟ້າບິນໄດ້ຈາກສະຕາດອັບສັນຊາດໂປແລນ ກັບຄວາມພິເສດຄືຕົວເຄື່ອງມີຂະໜາດກະທັດຮັດ ບໍ່ມີໃບພັດ ແລະ ບໍ່ຈຳເປັນຕ້ອງໃຊ້ລັນເວເພື່ອບິນຂຶ້ນ ຂັບເຄື່ອນດ້ວຍແຮງຂັບໄອພົ່ນ ສາມາດບິນຂຶ້ນ-ລົງໃນແນວຕັ້ງ (VTOL) ຄ້າຍເຮລິຄອບເຕີ ແລະ ສາມາດລອຍຕົວຢູ່ກາງອາກາດໄດ້ຢ່າງສະຖຽນ.   ຈຸດເດັ່ນຂອງ Volonaut Airbike ສາມາດທຳຄວາມໄວໄດ້ເຖິງ 200 ກມ./ຊມ. ອອກແບບສຳລັບຂັບຂີ່ຄົນດຽວ   ຕົວດີໄຊທີ່ໄດ້ແຮງບັນດານໃຈມາຈາກ Speeder Bike ໃນພາບຍົນເລື່ອງ Star Wars ໂດຍຈາກການທົດສອບຜູ້ສ້າງໄດ້ອອກມາຢືນຢັນວ່າພາບທີ່ເຫັນເປັນເຫດການແທ້ຄົນແທ້ໆ ຊຶ່ງໄດ້ມີການທົດສອບບິນໃນສະພາບແວດລ້ອມຕ່າງໆ ເຊັ່ນ: ທະເລຊາຍ ແລະ ປ່າໄມ້.   ສຳລັບສິ່ງນີ້ຍັງເປັນພຽງມາໂຊວ໌ນະວັດຕະກຳ ຍັງບໍ່ໄດ້ຮັບຮອງເລື່ອງການນຳມາໃຊ້ງານຈິງເຊີງການຄ້າ ແລະ ເຖິງແມ່ນວ່ານີ້ຈະບໍ່ແມ່ນຄັ້ງທຳອິດຂອງລົດຈັກໄຟຟ້າບິນໄດ້ ແຕ່ກໍ່ຖືວ່າເປັນດີໄຊທີ່ເບິ່ງລ້ຳຍຸກ ຢ່າງບໍ່ໜ້າເຊື່ອວ່າຈະໄດ້ເຫັນໃນຍຸກສະໄໝນີ້        

ປກສ ແຂວງບໍ່ແກ້ວ ພົບເຫັນ ຢາບ້າ ຈຳນວນເທົ່າກັບ 19.500.000 ເມັດ

ອີງຕາມ: ບົດລາຍງານ ຂອງຫ້ອງຕໍາຫຼວດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ເລກທີ 2011/ຫຕຫຼ ລົງວັນທີ 19 ພຶດສະພາ 2025 ໃຫ້ຮູ້ວ່າ: ໃນຄັ້ງວັນທີ 17/05/2025 ທາງເຈົ້າໜ້າທີ່ຕໍາຫຼວດປະຈໍາຈຸດກວດການໍ້າເກິ່ງ ແມ່ນໄດ້ປະຕິບັດໜ້າທີ່ກວດກາພາຫະນະປົກກະຕິ,   ຮອດເວລາປະມານ 11 ໂມງ 10 ນາທີ ໄດ້ກວດກາລົດບັນທຸກ 22 ລໍ້ (ຫົວລາກ) ທີ່ຂັບຂີ່ມາແຕ່ເມືອງຕົ້ນເຜິ້ງ ຈະລົງໄປເມືອງຫ້ວຍຊາຍ ປ້າຍທະບຽນຫົວລາກ ບກ 4489 ອຸດົມໄຊ ທະບຽນຫາງລາກ ບກ 4753   ຜູ້ຂັບຂີ່ 01 ຄົນຄື: ທ້າວ ແປ ຫວ່າງ, ອາຍຸ 29 ປີ, ອາຊີບ ຂັບລົດ, ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານໂພນສະຫວ່າງ, ເມືອງນໍ້າບາກ, ແຂວງຫຼວງພະບາງ, […]