ລັດຖະບານທະຫານມຽນມາໂຈມຕີທາງອາກາດ, ບໍ່ສົນຢຸດຍິງ ກູ້ໄພແຜ່ນດິນໄຫວ

ມຽນມາປະເຊີນກັບແຜ່ນດິນໄຫວຂະໜາດ 7.7 ແມກນິຈູດ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດກວ່າ 3,000 ຄົນ ລັດຖະບານທະຫານໄດ້ປະກາດຢຸດຍິງ 20 ວັນຈົນເຖິງວັນທີ 22 ເມສາ 2025 ການປະກາດຢຸດຍິງດັ່ງກ່າວມີຂຶ້ນກ່ອນທີ່ມິນ ອອງ ໄຫຼ່ ຜູ້ນຳກອງທັບມຽນມາ ຈະເດີນທາງມາຢ້ຽມຢາມປະເທດໄທເພື່ອຮ່ວມປະຊຸມສຸດຍອດ BIMSTEC ລະດັບພູມິພາກ 7 ປະເທດ ຫຼັງຈາກທີ່ຈີນຮຽກຮ້ອງໃຫ້ລັດຖະບານທະຫານມຽນມາຮັບຮອງຄວາມປອດໄພຂອງເຈົ້າໜ້າທີ່ກູ້ໄພ ແລະ ສິ່ງຂອງບັນເທົາທຸກແຜ່ນດິນໄຫວ ການຮຽກຮ້ອງຂອງຈີນເກີດຂຶ້ນຫຼັງຈາກທີ່ກອງກຳລັງຂອງລັດຖະບານໂຈມຕີຂະບວນລົດກາຊາດຂອງຈີນໃນລັດສານທາງຕອນເໜືອມຽນມາ ກອງທັບເອກະລາດຄະຊິ່ນ (KIA) ຕອບໂຕ້ຕໍ່ຄຳປະກາດຢຸດຍິງຂອງຄະນະທະຫານເມື່ອວັນທີ 2 ເມສາ ໂດຍປະກາດຢຸດຍິງຈົນເຖິງວັນທີ 20 ເມສາ ໂດຍຍົກເວັ້ນການດຳເນີນການປ້ອງກັນ ແຕ່ການປະທະລະຫວ່າງ KIA ແລະ ລັດຖະບານຍັງຄົງດຳເນີນຕໍ່ໄປໃນເມືອງວຽງໝໍ່ໃກ້ກັບເມືອງມິດຈີນາ ເມືອງຫຼວງຂອງລັດຄະຊິ່ນ ເມື່ອເຊົ້າວັນພະຫັດ ລັດຖະບານຍັງໂຈມຕີທາງອາກາດໃນເມືອງພະໂມ ທີ່ຢູ່ພາຍໃຕ້ການຄວບຄຸມຂອງ KIA ແລະເມືອງອິນດອວ໌ ແລະ ໂຮມາລິນໃນເຂດສະກາຍ ທາງຕອນເໜືອອີກດ້ວຍ ພົນ.ທ.ກຸນ ມອວ໌ ຮອງຜູ້ບັນຊາການກອງທັບ […]
ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ 1800 ເມກະວັດ

ເມື່ອວັນທີ 2 ເມສາ 2025 ທ່ານ ສະເລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີວາງສິລາລຶກ ໂຄງການກໍ່ສ້າງພະລັງງານຄວາມຮ້ອນຖ່ານຫີນ ເຊກອງ ຂອງກຸ່ມບໍລິສັດພອນສັກ ຈຳກັດ ທີ່ເມືອງ ກະລຶມ ແຂວງເຊກອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍເຈົ້າແຂວງເຊກອງ, ລັດຖະມົນຕີຊ່ວຍວ່າການກະຊວງບໍ່ແຮ່ແລະພະລັງງານແຫ່ງລາຊາອານາຈັກກຳປູເຈຍ ແລະ ລັດຖະມົນຕີຊ່ວຍກະຊວງ ໜ່ວຍງານຕ່າງໆ ເຂົ້າຮ່ວມ ໃນພິທີ, ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດພອນສັກ ຈຳກັດໄດ້ລາຍງານວ່າ: ໂຄງການກໍ່ສ້າງໂຮງໄຟຟ້າຄວາມຮ້ອນພະລັງງານຖ່ານຫີນແຫ່ງນີ້ ມີກຳລັງການຜະລິດ 1800 ເມກະວັດ ປະກອບດ້ວຍ 6 ໂຮງໆລະ 300 ເມກະວັດ. ມີເປົ້າໝາຍທີ່ຈະຂາຍໄຟຟ້າໃຫ້ກັບກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດກຳປູເຈຍ. ໂຄງການດັ່ງກ່າວມີມູນຄ່າກໍ່ສ້າງທັງໝົດ 4 […]
ແຈ້ງການມອດໄຟ ວັນທີ 4, 5 ແລະ 6 ເມສາ 2025; ບາງເຂດ ໃນ3ເມືອງ

ແຈ້ງການມອດໄຟ ວັນທີ 4, 5 ແລະ 6 ເມສາ 2025 ບາງເຂດ ເມືອງນາຊາຍທອງ, ເມືອງຫາດຊາຍຟອງ, ເມືອງໄຊທານີ ລະອຽດດັ່ງລຸ່ມນີ້: ແຫຼ່ງທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2
ຄະນະບໍລິຫານງານສູນກາງພັກ ເຂົ້າວາງພວງມາລາຂໍ່ານັບສົບ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ໃນເວລາ 13:50 ນາທີ ຂອງວັນທີ 3 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະບໍລິຫານງານສູນກາງພັກ ປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຂໍ່ານັບສົບ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ. ສະຫາຍ ທອງລຸນ ສີສຸລິດ ໄດ້ເຊັນຄໍາໄວ້ອາໄລ ມີເນື້ອໃນສຳຄັນວ່າ: ຕາງໜ້າຄະນະບໍລິຫານງານສູນກາງພັກ, ໃນນາມສ່ວນຕົວ ແລະ ຄອບຄົວ, ຂ້າພະເຈົ້າ ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ. ການຈາກໄປຂອງສະຫາຍ ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ, […]
ສະຫຼຸບແລ້ວ ໄມໂລ ກັບ ໂອວັນຕິນ ທັງ 2 ຍີ່ຫໍ້ຕ່າງກັນແນວໃດ ມາເບິ່ງກັນ.

ເມື່ອເວົ້າເຖິງເຄື່ອງດື່ມມອລຊ໋ອກໂກແລັດ, ເຊື່ອວ່າຫຼາຍຄົນຄົງຄຸ້ນເຄີຍກັບສອງຍີ່ຫໍ້ດັງຢ່າງ ໄມໂລ ແລະ ໂອວັນຕິນ ເປັນຢ່າງດີ. ທັງສອງເປັນເຄື່ອງດື່ມຍອດນິຍົມທີ່ຢູ່ຄູ່ກັບເດັກໆມາຢ່າງຍາວນານ. ແຕ່ເຄີຍສົງໄສກັນບໍ່ວ່າ ນອກຈາກລົດຊາດທີ່ແຕກຕ່າງກັນແລ້ວ, ໄມໂລກັບໂອວັນຕິນນັ້ນມີຄວາມແຕກຕ່າງກັນໃນດ້ານອື່ນໆອີກບໍ່? ໄມໂລແລະໂອວັນຕິນເປັນເຄື່ອງດື່ມມອລສະກັດຈາກເຂົ້າບາເລ, ປະສົມໂກໂກ້ ແລະ ນົມຜົງ ແຕ່ມີສູດແລະສັດສ່ວນທີ່ແຕກຕ່າງກັນ. ມາເບິ່ງກັນວ່າມີຫຍັງແດ່: ໄມໂລ: ຈະມີລົດຊາດຊ໋ອກໂກແລັດທີ່ເຂັ້ມຂຸ້ນກວ່າໂອວັນຕິນເລັກນ້ອຍ ແລະ ມີຄວາມຫວານມັນ. ໂດຍມີສ່ວນປະກອບຫຼັກຄື ມອນສະກັດ ເຊັ່ນກັນ ແຕ່ຈະມີສ່ວນປະສົມຂອງນົມຜົງຂາດມັນເນີຍ ແລະ ຜົງໂກໂກ້ ໃນສັດສ່ວນທີ່ເດັ່ນຊັດກວ່າໂອວັນຕິນ, ເຮັດໃຫ້ໄດ້ລົດຊາດຊ໋ອກໂກແລັດທີ່ເຂັ້ມຂຸ້ນກວ່າ. ໂອວັນຕິນ: ມັກຈະຂຶ້ນຊື່ໃນເລື່ອງຂອງລົດຊາດມອນທີ່ເຂັ້ມຂຸ້ນ ແລະມີຄວາມຫອມເປັນເອກະລັກ. ໂດຍມີສ່ວນປະກອບຫຼັກຄື ມອນສະກັດ ເປັນປະລິມານຫຼາຍ, ຮອງລົງມາຄື ເວຜົງ ແລະຜົງໂກໂກ້. ນອກຈາກນີ້ຍັງມີສ່ວນປະສົມຂອງນົມຜົງແລະວິຕາມິນຕ່າງໆ. ຄຸນຄ່າທາງໂພຊະນາການ ໄມໂລ ມີໂປຣ-ໂທມອນ ຊຶ່ງຊ່ວຍໃຫ້ຮ່າງກາຍດູດຊຶມພະລັງງານໄດ້ໄວຂຶ້ນ, ເໝາະກັບເດັກທີ່ຕ້ອງໃຊ້ພະລັງງານຫຼາຍ ເຊັ່ນ ນັກກິລາ ຫຼື ຄົນທີ່ອອກກຳລັງກາຍ. […]
ກອງທັບປະຊາຊົນລາວ ສືບຕໍ່ຊ່ວຍເຫຼືອ ແລະ ໃຫ້ການປິ່ນປົວປະຊາຊົນ ຊາວມຽນມາ ຢູ່ເມືອງເຈົາແຊ ແຂວງມອນດາເລ

ວັນທີ 2 ເມສາ 2025 ນີ້, ກອງທັບປະຊາຊົນລາວ ນໍາພາໂດຍ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຫົວໜ້າກອງເສນາ, ຜູ້ປະສານງານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ນໍາພາກໍາລັງສືບຕໍ່ຊ່ວຍເຫຼືອ ແລະ ໃຫ້ປິ່ນປົວປະຊາຊົນ ຊາວມຽນມາ ຜູ້ທີ່ໄດ້ຮັບບາດເຈັບ ຈາກເຫດການແຜນດິນໄຫວ ທີ່ນອນປິ່ນປົວຢູ່ໂຮງໝໍພາກສະໜາມ. ພາຍຫຼັງ ເຄື່ອນໄຫວກວດກາ ແລະ ເກັບກຳຂໍ້ມູນຕົວຈິງ ກັບອົງການປົກຄອງເມືອງເຈົາແຊ, ຄະນະຊີ້ນໍາພາກສະໜາມ ກອງທັບປະຊາຊົນລາວ ໄດ້ວາງແຜນຮ່ວມກັບອົງການປົກຄອງເມືອງ ແລະ ຈັດແບ່ງກຳລັງອອກເປັນ 2 ໜ່ວຍງານ ຄື: ໜ່ວຍງານກອບກູ້, ຊອກຄົ້ນ ແລະ ໜ່ວຍແພດສຸກເສີນ ໃນນີ້, ໜ່ວຍງານກອບກູ້, ຊອກຄົ້ນ ໄດ້ນໍາໃຊ້ກໍາລັງຊ່າງແສງ ຈໍານວນ 13 ສະຫາຍ, ນໍາໃຊ້ວັດຖຸ-ອຸປະກອນທີ່ນໍາມາ ຮ່ວມກັບໜ່ວຍກູ້ໄພ ຂອງ ສສ […]
ແຈ້ງການມອດໄຟ ວັນທີ 3, 4 ແລະ 5 ເມສາ 2025

ແຈ້ງການມອດໄຟ ວັນທີ 3, 4 ແລະ 5 ເມສາ 2025 ບາງເຂດ ເມືອງໄຊທານີ ລະອຽດດັ່ງລຸ່ມນີ້:
ທາງລົດໄຟລາວ-ຈີນ ເພີ່ມຖ້ຽວລົດ ແລະ ເປີດຂາຍປີ້ລ່ວງໜ້າ 7 ມື້ໃນຊ່ວງເທດສະການປີໃຫມ່ລາວ

ແຈ້ງການ ເພີ່ມຖ້ຽວລົດ ແລະ ເປີດຂາຍປີ້ລ່ວງໜ້າ 7 ມື້ໃນຊ່ວງເທດສະການປີໃຫມ່ລາວ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຂໍແຈ້ງມາຍັງຜູ້ໂດຍສານທຸກທ່ານຊາບວ່າ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງຊ່ວງເທດສະການປີໃຫມ່ລາວທີ່ໃກ້ຈະມາເຖິງນີ້, ໃນວັນທີ 11, 12, 13, 18, 19, 20 ເມສາ 2025 ທາງລົດໄຟລາວ-ຈີນ ຈະມີການເພີ່ມຖ້ຽວລົດໄຟຜູ້ໂດຍສານດັ່ງນີ້: ເພີ່ມລົດໄຟ EMU ຖ້ຽວ C96 ແລ່ນຈາກສະຖານີຫຼວງພະບາງ ຫາ ສະຖານີບໍ່ເຕ່ນ. ເພີ່ມລົດໄຟ EMU ຖ້ຽວ C95 ແລ່ນຈາກສະຖານີບໍ່ເຕ່ນ ຫາ ສະຖານີນະຄອນຫຼວງວຽງຈັນ. ເພີ່ມຖ້ຽວລົດໄຟທຳມະດາ ຖ້ຽວK18 ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ. ເພີ່ມຖ້ຽວລົດໄຟທຳມະດາ ຖ້ຽວK17 ແລ່ນຈາກສະຖານີຫຼວງພະບາງ ຫາ ສະຖານີນະຄອນຫຼວງວຽງຈັນ. ທ່ານຜູ້ໂດຍສານສາມາດຊື້ປີ້ໄດ້ລ່ວງໜ້າເຖິງ 7 ມື້ ສໍາລັບປີ້ວັນທີ […]
ແຈ້ງປັບຂຶ້ນລາຄານ້ຳມັນ ວັນທີ 3 ເມສາ 2025

ວັນທີ 2 ເມສານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແຈ້ງປັບຂຶ້ນລາຄານໍ້າມັນກາຊວນ, ແອັດຊັງພິເສດ ແລະ ແອັດຊັງທຳມະດາ ເລີ່ມປະຕິບັດວັນທີ 3 ເມສາ 2025.
“ທຣໍາ” ຈັດເຕັມກຳນົດພາສີຕອບໂຕ້ຕໍ່ 60 ປະເທດ, ສປປ ລາວ 48%

ວັນທີ 2 ເມສາ, ປະທານາທິບໍດີສະຫະລັດອາເມລິກາ ໂດນັລ ທຣໍາ ໄດ້ປະກາດກໍານົດພາສີສຸນລະກາກອນຕອບໂຕ້ (Reciprocal Tariff) ໂດຍໃຫ້ເຫດຜົນວ່າພາສີເຫຼົ່ານີ້ຈະເຮັດໃຫ້ສະຫະລັດອາເມລິກາປະສົບຜົນສໍາເລັດ. ພາສີ-ອາກອນຂອງທຣໍາ ເຊິ່ງໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານເປັນທີ່ຮຽບຮ້ອຍແລ້ວ, ຄາດວ່າຈະສົ່ງຜົນກະທົບທາງເສດຖະກິດໄປທົ່ວໂລກ ໂດຍທໍານຽບຂາວໄດ້ເປີດເຜີຍລາຍຊື່ປະເທດ/ດິນແດນ 185 ແຫ່ງ ແລະ ອັດຕາພາສີ-ອາກອນທີ່ສະຫະລັດອາເມລິກາຈະກໍານົດຕໍ່ປະເທດ/ດິນແດນເຫຼົ່ານັ້ນ. ໂດນັລ ທຣໍາ ກຳນົດມາດຕະການພາສີສຸນລະກາກອນຕອບໂຕ້ຕໍ່ 60 ປະເທດ/ດິນແດນທົ່ວໂລກ ອັດຕາພາສີສຸນລະກາກອນພື້ນຖານ 10% ປະທານາທິບໍດີທຣໍາໄດ້ກຳນົດ “ພາສີ-ອາກອນພື້ນຖານ” ກັບປະເທດສ່ວນໃຫຍ່ທີ່ບໍ່ໄດ້ຈັດໃຫ້ເປັນ “ປະເທດທີ່ເອົາປຽບສະຫະລັດອາເມລິກາ” ໂດຍຈະກຳນົດອັດຕາພາສີສຸນລະກາກອນໄວ້ທີ່ 10% ແລະ ຈະມີຜົນບັງຄັບໃຊ້ໃນວັນທີ 5 ເມສາ. ມີຢູ່ 125 ປະເທດ/ດິນແດນທີ່ຖືກຮຽກເກັບພາສີ-ອາກອນໃນອັດຕານີ້ ເຊັ່ນ: ສະຫະລາດຊະອານາຈັກ, ສິງກະໂປ, ບຣາຊິນ, ອົດສະຕາລີ, ນິວຊີແລນ, ຕຸລະກີ, ໂຄລົມເບຍ, ອາເຈນຕິນາ, ເອວຊານວາດໍ, ສະຫະລັດອາຣັບເອມິເລັດ, ຊາອຸດິອາຣະເບຍ […]